ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ ຕັ້ງ​ໜ້າ​ແບ່ງ​ປັນ​ປະ​ສົບ​ການ ແລະ ​ໜູນຊ່ວຍ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

06:12 | 23/03/2020

ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.

ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ ຕັ້ງ​ໜ້າ​ແບ່ງ​ປັນ​ປະ​ສົບ​ການ ແລະ ​ໜູນຊ່ວຍ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ການໂອ້ລົມສົນທະນາ “ຮູບແບບ ແລະ ປະສົບການຈັດຕັ້ງບັນດາຂະບວນການຂອງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ”

ຄືດັ່ງຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ “ຊ່ວຍເພິ່ນ ແມ່ນຊ່ວຍຕົນເອງ”, ທຸກໆປີ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ລ້ວນແຕ່ໄດ້ຈັດບັນດາຊຸດຝຶກອົບຮົມບຳລຸງສ້າງກ່ຽວກັບວຽກງານຊາວໜຸ່ມ, ວຽກງານເຍົາວະຊົນ ໃຫ້ແກ່ພະນັກງານຮັບຜິດຊອບວຽກງານຊາວໜຸ່ມ ແລະ ເຍົາວະຊົນ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ສິ່ງນັ້ນໄດ້ກາຍເປັນມູນເຊື້ອ ແລະ ແມ່ນຄວາມຄ່ອງຄອຍຂອງພະນັກງານຊາວໜຸ່ມ, ເຍົາວະຊົນຂອງລາວ, ໃນນັ້ນມີເພື່ອນ ພູມາໄລພອນ ຍົກໄຊຍະຄຳ - ວິຊາການກົມຮ່ວມມືສາກົນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເຊິ່ງເປັນນັກສຳມະນາກອນໃນຈຳນວນ 49 ຄົນ ທີ່ເຂົ້າຮ່ວມການຝຶກອົບຮົມບຳລຸງສ້າງຊຸດທີ 25 ຜ່ານມາ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂະບວນວິວັດແຫ່ງການຮຽນຮູ້, ຖອດຖອນບົດຮຽນ ແລະ ກໍແມ່ນກາລະໂອກາດເພື່ອໃຫ້ ພູມາໄລພອນ ຊອກຫາຄຳຕອບໃຫ້ແກ່ຄຳຖາມທີ່ວ່າ: ເປັນຫຍັງຫວຽດນາມ ສາມາດເຕົ້າໂຮມຊາວໜຸ່ມເຂົ້າຮ່ວມບັນດາຂະບວນການຂອງຊາວໜຸ່ມໄດ້ຫຼາຍເຊັ່ນນັ້ນ? - ເຊິ່ງນາງມີຄວາມປະທັບ ແລະ ກໍແມ່ນຂໍ້ຂ້ອງໃຈຂອງນາງມາແຕ່ດົນແລ້ວ.

ທີ່ການໂອ້ລົມສົນທະນາ “ຮູບແບບ ແລະ ປະສົບການຈັດຕັ້ງບັນດາຂະບວນການຂອງຊາວໜຸ່ມສອງປະເທດ ຫວຽດນາມ - ລາວ” - ເຊິ່ງເປັນໜຶ່ງໃນບັນດາການເຄື່ອນໄຫວໄດ້ຈັດຂຶ້ນໃນຊຸດຝຶກອົບຮົມດັ່ງກ່າວ ດ້ວຍຈຸດປະສົງ ແບ່ງປັນກ່ຽວກັບບັນດາຮູບແບບທີ່ໜ້າຈັບອົກຈັບໃຈ, ແລກປ່ຽນປະສົບການໃນການຈັດຕັ້ງຂະບວນການຕ່າງໆ, ການຄຸ້ມຄອງ ແລະ ວິທີເຕົ້າໂຮມກຳລັງໃຫ້ບັນດາສຳມະນາກອນລາວ. ທ່ານນາງ ຫວູທິຕວຽດມາຍ - ຮອງຫົວໜ້າຄະນະຊາວໜຸ່ມໂຮງຮຽນ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຊ່ວຍ ພູມາໄລພອນ ຕອບໄດ້ຄຳຖາມ ເຊິ່ງລາວຕັ້ງມາແຕ່ດົນນານນັ້ນ.

“ສຳລັບວຽກງານຄຸ້ມຄອງຄະນະຊາວໜຸ່ມໂຮງຮຽນ, ນອກຈາກການຈັດຕັ້ງຜັນຂະຫຍາຍບັນດາຂະບວນການລວມຂອງ ສູນກາງຊາວໜຸ່ມແລ້ວ ພວກເຮົາຕ້ອງຈັດຕັ້ງຫຼາຍຂະບວນການ ແລະ ຫຼາຍລາຍການຕື່ມອີກ ດ້ວຍບັນດາເນື້ອໃນທີ່ແຕກຕ່າງກັນ ເພື່ອໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ແຕ່ລະຊັ້ນຮຽນ, ເໝາະສກັບເພດໄວ ແລະ ຄວາມມຸ່ງມາດປາດຖະໜາຂອງບັນດາເປົ້າໝາຍ ກໍຄືເງື່ອນໄຂຕົວຈິງອີກດ້ວຍ ເຮັດແນວໃດເພື່ອໃຫ້ບັນດາຂະບວນການນັ້ນ ມີນັກຮຽນ, ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ເພື່ອຈັດຕັ້ງລາຍການໜຶ່ງ, ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານເຜີຍແຜ່ໂຄສະນາ. ເພື່ອດຶງດູດຊາວໜຸ່ມ, ສະມາຊິກຊາວໜຸ່ມເຂົ້າຮ່ວມກິດຈະກຳຕ່າງໆນັ້ນ, ພວກເຮົາອາດຈະເຊີນບັນດານັກຊ່ຽວຊານ, ຜູ້ທີ່ມີຊື່ສຽງໃນສັງຄົມ ເພື່ອສົ່ງແຫຼ່ງບັນດານໃຈໃຫ້ແກ່ຊາວໜຸ່ມ. ແລະ ປັດໄຈສຸດທ້າຍ ແມ່ນ ນ້ຳໃຈ ແລະ ຄວາມສຸດຈິດສຸດໃຈຂອງພະນັກງານ - ຜູ້ທີ່ຈັດຕັ້ງບັນດາກິດຈະກຳນັ້ນ ກໍມີຄວາມສຳຄັນຫຼາຍ. ຜູ້ຄົນເຫຼົ່ານັ້ນ ຕ້ອງມີຄວາມສຸດຈິດສຸດໃຈຕໍ່ກິດຈະກຳ.”

ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງບັນດານັກສຳມະນາກອນລາວ, ໃນຂອບເຂດຂອງຊຸດຝຶກອົບຮົມ, ຄະນະຈັດຕັ້ງຊຸດຝຶກອົບຮົມ ໄດ້ໃຊ້ 2/3 ເວລາຂອງຊຸດຝຶກອົບຮົມເພື່ອຈັດໃຫ້ເຂົາເຈົ້າໄດ້ໄປທັດສະນະສຶກສາບັນດາຮູບແບບຊາວໜຸ່ມເຮັດທຸລະກິດເກັ່ງຢູ່ຮ່າໂນ້ຍ ແລະ ບັນດາແຂວງອ້ອມຂ້າງ ຄື ຮູບແບບປູກໝາກກ້ຽງ ກາວຟອງ ຢູ່ແຂວງຮວ່າບິ່ງ, ຮູບແບບນຳເອົາສິ່ງເສດເຫຼືອໄປຜະລິດຄືນໃໝ່ຢູ່ແຂວງຫາຍຟ່ອງ, ສູນການບໍລິການວຽກເຮັດງານທຳ, ວັງເຍົາວະຊົນອະນຸຊົນຢູ່ແຂວງກວ໋າງນິງ ຫຼືບັນດາຮູບແບບການເຄື່ອນໄຫວຂອງຄະນະຊາວໜຸ່ມຢູ່ໂຮງຮຽນ, ກະຊວງຂະແໜງການຕ່າງໆ ເພື່ອໃຫ້ພວກເພື່ອນໄດ້ເຫັນປະຈັກຕາ, ໄດ້ຮຽນຮູ້ບັນດາຮູບແບບຊາວໜຸ່ມກໍ່ຮ່າງສ້າງຕົວ... ການໄປທັດສະນະຕົວຈິງຄັ້ງຕ່າງໆນັ້ນ ໄດ້ສ້າງຄວາມປະທັບໃຈບໍ່ແມ່ນໜ້ອຍສຳລັບບັນດານັກສຳມະນາກອນ.

ນອກຈາກໃຫ້ການໜູນຊ່ວຍໃນການບຳລຸງສ້າງວຽກງານກ່ຽວກັບຄະນະ, ໜ່ວຍ, ທັກສະໃນການຈັດຕັ້ງຂະບວນການ, ກິດຈະກຳຕ່າງໆ, ແນະນຳບັນດາແນວຄວາມຄິດກໍ່ຮ່າງສ້າງຕົວ ແລະ ເຮັດທຸລະກິດດີແລ້ວ, ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຍັງເອົາໃຈໃສ່ເປັນພິເສດເຖິງໜູນຊ່ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ປັບປຸງການຈັດຕັ້ງຂອງຄະນະຊາວໜຸ່ມ, ສ້າງຕັ້ງສະມາຄົມຕ່າງໆ. ເດືອນສິງຫາປີ 2019 ຜ່ານມາ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ແຕ່ງຕັ້ງຄະນະປະຕິບັດງານໄປເຮັດວຽກກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່ຽວກັບວຽກງານສຳຫຼວດ, ແນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສ້າງຕັ້ງສະມາຄົມນັກສຶກສາລາວ ແລະ ສະຫະສະມາຄົມຊາວໜຸ່ມລາວ - ເຊິ່ງສອງອົງການດັ່ງກ່າວ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ຫວຽດນາມ. ໂດຍເປັນໜຶ່ງໃນບັນດາສະມາຊິກຂອງຄະນະປະຕິບັດງານຄັ້ງດັ່ງກ່າວ, ທ່ານນາງ ຫວູທິຕວຽດມາຍ, ຮອງຫົວໜ້າຄະນະຊາວໜຸ່ມໂຮງຮຽນ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ເຜີຍໃຫ້ຮູ້ກ່ຽວກັບຄວາມອາດເປັນໄປໄດ້ຂອງໂຄງການດັ່ງກ່າວວ່າ:

“ຜ່ານການສຳຫຼວດສະພາບການຕົວຈິງ, ຂ້າພະເຈົ້າເຫັນວ່າ ເລື່ອງສ້າງຕັ້ງ 2 ຫົວໜ່ວຍດັ່ງກ່າວຢູ່ປະເທດລາວ ແມ່ນ ສາມາດສ້າງຕັ້ງໄດ້ຢ່າງສິ້ນເຊີງ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ແນະນຳຢ່າງລະອຽດກ່ຽວກັບຂັ້ນຕອນການສ້າງຕັ້ງ, ແບບວິທີສ້າງຕັ້ງ ແລະ ບັນດາຮູບແບບທົດລອງ, ແບບວິທີທົດລອງ ແລະ ດຳເນີນການສ້າງຕັ້ງສະມາຄົມນັກສຶກສາ ແລະ ສະຫະສະມາຄົມຊາວໜຸ່ມລາວ. ສຳລັບຝ່າຍລາວ, ພວກຂ້າພະເຈົ້າກໍປາດຖະໜາວ່າ ພວກເພື່ອນຕ້ອງຊຸກຍູ້ໃຫ້ໄວ ແລະ ຕ້ອງມີຂັ້ນຕອນທີ່ເໝາະສົມກວ່າອີກ ເພື່ອໃຫ້ສອງຫົວໜ່ວຍດັ່ງກ່າວ ໄດ້ຮັບການສ້າງຕັ້ງໂດຍໄວ ແລະ ປະກອບສ່ວນລວມເຂົ້າໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນອະນຸຊົນຂອງປະເທດລາວ”.

ໃນວິວັດແຫ່ງການພັດທະນາ, ສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະ ຄະນະຊາວໜຸ່ມສອງປະເທດເວົ້າສະເພາະ ໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງສະດວກທີ່ຄ້າຍຄືກັນ. ເພາະສະນັ້ນ, ບັນດາການເຄື່ອນໄຫວແລກປ່ຽນປະສົບການ, ແບ່ງປັນການໜູນຊ່ວຍເຊິ່ງກັນແລະກັນ ແມ່ນບັນດາການເຄື່ອນໄວທີ່ແທດຈິງ, ນຳມາເຊິ່ງປະສິດທິຜົນສູງ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງອົງການຈັດຕັ້ງຊາວໜຸ່ມ, ລະຫວ່າງຍບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ - ເຈົ້າຂອງປະເທດຊາດໃນອະນາຄົດ, ສ້າງພື້ນຖານໃຫ້ແກ່ຄົນລຸ້ນຫຼັງສືບຕໍ່ສືບທອດສາຍພົວພັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ./.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.