ຄັ້ງທຳອິດທີ່ສະຫະລັດອາເມລິກາ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ໄປຕິດຕາມກວດກາຈີນຢູ່ໃນທະເລ

17:12 | 23/09/2019

ຍສໝ - ອີງຕາມໜັງສືພິມ Breaking Defense, ກອງທັບເຮືອສະຫະລັດອາເມລິກາ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບທີ່ທັນສະໄໝທີ່ສຸດ UAV MQ-4C Triton ໄປເຖິງເກາະ Guam ໃນພາກພື້ນອິນເດຍ - ປາຊີຟິກໃນເວລາທີ່ມີການປະເຊີນໜ້າກັບຈີນ ຖືກເພີ່ມຂຶ້ນຢູ່ກາງທະເລ.

ການນຳໃຊ້ເຮືອບິນບໍ່ມີຄົນຂັບທີ່ທັນສະໄໝທີ່ສຸດ ເພື່ອສຳຫຼວດແບບຕໍ່ເນື່ອງ 24 ຊົ່ວໂມງ ຈະຊ່ວຍໃຫ້ພະນັກງານບັນຊາການຂອງສະຫະລັດອາເມລິກາ ໃນເຂດປາຊີຟິກມີເຄື່ອງມືໃໝ່ ທີ່ມີປະສິດທິພາບໃນການດຳເນີນຕິດຕາມກວດກາ ບັນດາພາລະວັດຂອງຈີນແຕ່ໄກ. ໜັງສືພິມ Breaking Defense ລາຍງານວ່າ ລູກເຮືອທີມໜຶ່ງ ທີ່ມາຈາກໜ່ວຍບິນລາດຕະເວນບໍ່ມີຄົນຂັບ Navy 19 (ໜ່ວຍ VUP 19) ເຊິ່ງເປັນໜ່ວຍທຳອິດ ທີ່ປະຕິບັດເຄື່ອນໄຫວເຮືອບິນ Triton ໄດ້ອອກຈາກຖານທັບອາກາດຂອງພວກເຂົາຢູ່ເມືອງ Jacksonville Fla ໃນວັນທີ 19 ກັນຍາ ເພື່ອມາຮອດຖານທັບອາກາດ Andersen ຢູ່ເທິງເກາະ Guam ເພື່ອສະໜັບສະໜູນກອງເຮືອຮົບ 7.

ຄັ້ງທຳອິດທີ່ສະຫະລັດອາເມລິກາ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ໄປຕິດຕາມກວດກາຈີນຢູ່ໃນທະເລ

ເຮືອບິນບໍ່ມີຄົນຂັບທີ່ທັນສະໄໝທີ່ສຸດ UAV MQ-4C Triton. (ພາບ: thoidai.com.vn)

ໜ່ວຍງານຜະລິດ Triton ກ່າວວ່າ ເຮືອບິນບໍ່ມີຄົນຂັບປະເພດນີ້ ຈະສະໜອງເຄື່ອງມືໃໝ່ ທີ່ມີປະສິດທິພາບໃຫ້ແກ່ສະຫະລັດອາເມລິກາທີ່ມີຄວາມຍືນຍົງສູງກວ່າ 24 ຊົ່ວໂມງໃນຄວາມສູງກວ່າ 16 ກິໂລແມັດ, ສາມາດສະແກນທະເລ ແລະ ທີ່ດິນດ້ວຍຣາດາມູມ 360 ອົງສາ.

ການນຳໃຊ້ລະບົບເຮືອບິນບໍ່ມີຄົນຂັບ ເຂົ້າໄປໃນເຂດປາຊີຟິກ ແມ່ນຖືວ່າເປັນໜຶ່ງໃນບັນດາບຸລິມະສິດສູງສຸດຂອງກອງທັບເຮືອສະຫະລັດອາເມລິກາ ໃນສະພາບການທີ່ ຈີນກໍ່ສ້າງເກາະທຽມທີ່ຜິດກົດໝາຍ ໃນທະເລຕາເວັນອອກ. ບັນຫາປະເທດຈີນ ໄດ້ເຮັດໃຫ້ຜູ້ບັນຊາການທະຫານເຮືອສູ້ຮົບເທິງບົກ ໄດ້ອອກມາປະເມີນຜົນເພື່ອປະເຊີນໜ້າກັບໄພຂູ່ເຂັນ ແລະ ແນ່ນອນວ່າມັນແມ່ນຈຸດສຳຄັນຂອງກອງທັບເຮືອສະຫະລັດອາເມລິກາ. ການປະເມີນໂຄງສ້າງຄາດວ່າຈະອອກໃນທ້າຍປີນີ້. ໃນຂະນະດຽວກັນ, ກອງທັບເຮືອສະຫະລັດໄດ້ສະເໜີ 3,7 ຕື້ໂດລາ ເພື່ອຈັດຕັ້ງປະຕິບັດໂຄງການທີ່ບໍ່ມີຄົນຂັບ ໃນຄວາມຕ້ອງການງົບປະມານປີ 2020, ລວມທັງ 447 ລ້ານໂດລາ ສຳລັບຍານພາຫະນະພື້ນນ້ຳທີ່ທີ່ບໍ່ມີຄົນຂັບ 2 ຄັນ ເພື່ອຕິດຕາມກວດກາ ແລະ ການປະຕິບັດການໂຈມຕີ.

ຄັ້ງທຳອິດທີ່ສະຫະລັດອາເມລິກາ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ໄປຕິດຕາມກວດກາຈີນຢູ່ໃນທະເລ

ເຮືອບິນບໍ່ມີຄົນຂັບເຕີມນໍ້າມັນ MQ-25 Stingray. (ພາບ: thoidai.com.vn)

ການຜັນຂະຫຍາຍ Triton ໄປ Guam ໄດ້ດຳເນີນໂດຍກອງທັບເຮືອສະຫະລັດອາເມລິກາ ໃນເວລາ ເຮືອບິນ MQ-25 Stingray ບໍ່ມີຄົນຂັບໄດ້ທົດລອງບິນຄັ້ງທຳອິດ ທີ່ປະສົບຜົນສຳເລັດ. ການເດີນທາງບິນດັ່ງກ່າວໃຊ້ເວລາສອງຊົ່ວໂມງ, ໄດ້ຄວບຄຸມຈາກໄກໂດຍນັກບິນໂບອິງ. ກອງທັບເຮືອສະຫະລັດອະທິບາຍວ່າ Stingray ແມ່ນເຮືອບິນເຊື້ອເພີງ ໃນອະນາຄົດຂອງກຳປັ່ນບັນທຸກຍົນ, ພວກມັນໄດ້ອອກແບບມາພ້ອມກັບໜ້າທີ່ຫຼັກເພື່ອສູບເຊື້ອເພີງໃຫ້ເຮືອບິນບໍ່ມີຄົນຂັບ ອອກຈາກພາລະກິດອັນຕະລາຍ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.