ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020

19:57 | 10/03/2020

ຍສໝ - ໂລກລະບາດ Covid-19 ພວມແຜ່ລາມອອກສູ່ວົງກວ້າງໃນທົ່ວໂລກ, ໄດ້ສົ່ງຜົນກະທົບເຖິງດ້ານເສດຖະກິດ, ເຮັດໃຫ້ລາຍຮັບຫຼຸດລົງ, ລະບົບສະໜອງຖືກຂາດວັກຂາດຕອນ, ເຮັດໃຫ້ທົ່ວໂລກເສຍຫາຍນັບຫຼາຍພັນຕື້ USD ແລະ ອາດຈະເຮັດໃຫ້ພື້ນຖານເສດຖະກິດໂລກຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ.

ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020

ພາບປະກອບ

ຕາມການຄາດຄະເນຂອງບັນດາອົງການຈັດຕັ້ງສາກົນແລ້ວ, ການເຕີບໂຕດ້ານເສດຖະກິດທົ່ວໂລກຈະຫຼຸດລົງຢ່າງແຮງໃນໄຕມາດທີ 1 ປີ 2020. Bloomberg ໄດ້ຄາດຄະເນວ່າ ຜົນກະທົບຂອງໂລກລະບາດ Covid-19 ຕໍ່ພື້ນຖານເສດຖະກິດອາດຈະຂຶ້ນທົບ 3-4 ເທົ່າເມື່ອທຽບໃສ່ SARS, ດ້ວຍລະດັບກໍ່ຄວາມເສຍຫາຍແມ່ນຂຶ້ນເຖິງ 160 ຕື້ USD. ຕາມ Bloomberg ແລ້ວ, ໃນ 2-3 ອາທິດຜ່ານມາ ມີນັກເສດຖະກິດຈີນ ແລະ ສາກົນຫຼາຍທ່ານຍັງມີຄວາມປະເອີບໃຈເມື່ອໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດໃຫຍ່ທີ 2 ຂອງໂລກຈະຟື້ນຟູຢ່າງແຮງ ພາຍຫຼັງໂລກລະບາດ Covid-19 ຖືກຄວບຄຸມ. ເຖິງຢ່າງໃດກໍ່ຕາມ, ຄວາມປະເອີບໃຈນັ້ນພວມຄ່ອຍໆສູນຫາຍໄປ ເມື່ອໂຮງງານນັບຮ້ອຍແຫ່ງຂອງ ຈີນ ຢຸດຕິການເຄື່ອນໄຫວເຮັດໃຫ້ກຳມະກອນນັບສິບໆລ້ານຄົນບໍ່ມີວຽກເຮັດງານທຳ, ບັນດາລະບົບສະໜອງຖືກຕັດຂາດ, ການທ່ອງທ່ຽວ ແລະ ການຄ້າຖືກຢຸດສະງັກ.

ມີທັດສະນະເຊັ່ນດຽວກັນ, ຫວ່າງມໍ່ໆມານີ້ ກອງທຶນເງິນຕາສາກົນ (IMF) ກໍຕີລາຄາວ່າ ໂລກລະບາດ Covid-19 ໃນປະຈຸບັນອາດຈະນາບຂູ່ເຖິງທ່າຟື້ນຟູເສດຖະກິດໂລກທີ່ພວມອ່ອນແອ. ກໍ່ຕາມອົງການນີ້ແລ້ວ, Covid-19 ອາດຈະເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດໂລກຖືກຫຼຸດລົງ 0,1%. ໂລກລະບາດໄດ້ເກີດມາຈາກແຂວງ ຮູເປີຍ, ປະເທດຈີນ, ປະຈຸບັນໄດ້ແຜ່ລະບາດຢູ່ກວ່າ 100 ປະເທດ ແລະ ເຂດແຄ້ວນ. ໂລກລະບາດໄດ້ເຮັດໃຫ້ລະບົບສະໜອງທົ່ວໂລກຂາດວັກຂາດຕອນຍ້ອນ ຈີນ ແມ່ນຄູ່ຮ່ວມມືສະໜອງສິນຄ້າສົ້ນເຂົ້າສຳຄັນສຳລັບຫຼາຍປະເທດ ແລະ ກຸ່ມບໍລິສັດນາໆຊາດໃນໂລກ. ຂະແໜງຜະລິດສິນຄ້າເອເລັກໂຕນິກ, ລົດໂອໂຕ, ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ຂະແໜງທ່ອງທ່ຽວ, ການບໍລິການ ແລະ ການບິນຂອງໂລກ ກໍ ຫຼຸດລົງຢ່າງແຮງ ຍ້ອນ ການໄປມາຖືກຈຳກັດ. ບັນດາພື້ນຖານເສດຖະກິດຫຼັກແຫຼ່ງພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ໃນຈຸດເວລານີ້, ມີຫຼາຍພື້ນຖານເສດຖະກິດໄດ້ຍົກອອກມາດຕະການຊຸກຍູ້ພື້ນຖານເສດຖະກິດ. ທະນາຄານສູນກາງຈີນ ໄດ້ເພີ່ມເງິນຕາອອກສູ່ຕະຫຼາດດ້ວຍຈຳນວນຫຼວງຫຼາຍເປັນ 2 ຄັ້ງ ໃນເດືອນ ກຸມພາ 2020. ທະນາຄານສູນກາງເອີລົບ ຕ້ອງສືບຕໍ່ຮັກສານະໂຍບາຍດອກເບ້ຍຕົກໃນລະດັບລົບ ແລະ ຫຼຸດການຄາດຄະເນໃນປະຈຸບັນລົງ. ບາງປະເທດຄື: ສ.ເກົາຫຼີ, ມາເລເຊຍ, ຫວຽດນາມ… ໄດ້ຍົກອອກບັນດາມາດຕະການເພື່ອໜູນຊ່ວຍວິສາຫະກິດ ໃນສະພາບໂລກລະບາດພວມສົ່ງຜົນສະທ້ອນຮ້າຍແຮງເຖິງບັນດາວິສາຫະກິດ. ທະນາຄານຍີ່ປຸ່ນ ໄດ້ໜູນຊ່ວຍຈຳນວນເງິນ 4,6 ຕື້ USD ເພື່ອຮັບປະກັນຄວາມສາມາດຊຳລະໃນລະບົບ. ໃນຂະນະນັ້ນ, ສ.ເກົາຫຼີ ກໍ່ເພີ່ມເງິນສົດໃຫ້ບັນດາບໍລິສັດຂະໜາດນ້ອຍພວມປະສົບກັບຄວາມຫຍຸ້ງຍາກໃນການເບີກຈ່າຍເງິນເດືອນ. ຢູ່ເອີລົບ, ອີຕາລີ ກໍ່ສະໜອງສິນເຊື່ອດ້ານພາສີໃຫ້ແກ່ບັນດາບໍລິສັດມີລາຍຮັບຫຼຸດລົງ 25%.

ມາຮອດປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອ Covid-19 ຢູ່ ຈີນ ແມ່ນ 80.754 ຄົນ; ເສຍຊີວິດ 3.136 ຄົນ. ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນໂລກ ຂຶ້ນເຖິງ 111.557 ຄົນ, ໃນນັ້ນ ມີ 3.884 ຄົນເສຍຊີວິດ. ຢູ່ປະເທດ ອີຕາລີ ມີ 9.172 ກໍລະນີຕິດເຊື້ອພະຍາດດັ່ງກ່າວ, ໃນນັ້ນ ມີ 463 ກໍລະນີເສຍຊີວິດ. ຕາມລັດຖະດຳລັດສະບັບໃໝ່ ຈະໄດ້ຮັບການຮັບຮອງເອົາ ແລະ ປະຕິບັດໃນທົ່ວປະເທດ, ເຊິ່ງມີຜົນສັກສິດນັບແຕ່ວັນທີ 10 ມີນາ ເປັນຕົ້ນໄປ, ລັດຖະບານ ອີຕາລີ ໄດ້ຕັດສິນໃຈເປີດກ້ວາງບັນດາມາດຕະການປິດລ້ອມທົ່ວຜືນແຜ່ນດິນ. ຢູ່ ອາເມລິກາ, ວັນທີ 09 ມີນາ, ທ່ານ Kimberly Reynold ຜູ້ວ່າການລັດ Iowa ໃຫ້ຮູ້ວ່າ: ໄດ້ກວດພົບ 3 ກໍລະນີທຳອິດທີ່ຕິດເຊື້ອພະຍາດດັ່ງກ່າວຢູ່ລັດນີ້. ໄລ່ຮອດວັນທີ 08 ມີນາ (ຕາມເວລາ ອາເມລິກາ), ຈຳນວນຜູ້ຕິດໄວຣັດ SARS-CoV-2 ຢູ່ ອາເມລິກາ ໄດ້ລື່ນກາຍລະດັບ 500 ຄົນ, ໃນນັ້ນ ມີ 21 ຄົນເສຍຊີວິດ ແລະ ສົ່ງຜົນສະທ້ອນຕໍ່ 30 ລັດ. ໃນຂະນະນັ້ນ, ບັນດາປະເທດ ຟີລິບປີນ, ມາເລເຊຍ, ອິນໂດເນເຊຍ ກໍ່ໄດ້ປະກາດການກວດພົບບັນດາກໍລະນີຕິດເຊື້ອ Covid-19 ໃໝ່ຕື່ມອີກຫລາຍກໍລະນີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.