ກອງປະຊຸມເປີດກວ້າງຂອງຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ.

15:13 | 30/07/2019

ໃນວັນທີ 29 ກໍລະ ກົດ 2019 ໄດ້ຈັດຕັ້ງກອງປະຊຸມເປີດກວ້າງ ຂອງຄະນະພັກອົງການຫ້ອງວ່າ ການກະຊວງປ້ອງກັນປະເທດ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ.

ເຂົ້າຮ່ວມກອງປະຊຸມ ມີ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະ ປະຈຳພັກກະຊວງ, ເລຂາຄະນະ ພັກອົງການ, ຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ ເປັນປະທານ ແລະ ບັນດາຄະນະພັກອົງການ, ຄະນະ ພັກ ແລະ ໜ່ວຍພັກທີ່ຂຶ້ນກັບເຂົ້າ ຮ່ວມ.

ກອງປະຊຸມເປີດກວ້າງຂອງຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ.

ທັດສະນີຍະພາບກອງປະຊຸມ. (ພາບ: Lao's Army News)

ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຄະນະພັກອົງການ, ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຕີລາຄາການນຳພາຂອງຄະນະພັກອົງການໃນໄລຍະ 6 ເດືອນ ຜ່ານມາເຫັນວ່າຄະນະພັກໄດ້ຊີ້ ນຳ-ນຳພາແຕ່ລະກົມກອງທີ່ຂຶ້ນ ກັບໃນການຈັດຕັ້ງລະບົບປະຈຳ ການ ຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆທີ່ທ່ວງດຶງຕໍ່ ກັບການພັດທະນາກົມກອງໃນ ຂອບເຂດຂອງຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພໂດຍ ພື້ນຖານ, ຄຽງຄູ່ກັນນັ້ນຍັງໄດ້ ຖືສຳຄັນວຽກງານສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ-ນັກຮົບຮູ້ແຈ້ງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ ກໍຄືຂໍ້ ກຳນົດ, ກົດລະບຽບຕ່າງໆຂອງ ກອງທັບອັນເຮັດໃຫ້ຖັນແຖວພະ ນັກງານ-ສະມາຊິກພັກມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ດ້ານວິຊາ ສະເພາະເປັນເສນາທິການໃຫ້ຄະ ນະນຳກະຊວງໃນການຄົ້ນຄວ້າ ສະຫຼຸບສັງລວມຕີລາຄາ ແລະ ວາງແຜນການມະຕິຂອງຄະນະ ພັກກະຊວງ, ບົດໂອ້ລົມ, ບົດຄຳ ເຫັນໃຫ້ຂັ້ນເທິງ, ປະສານສົມ ທົບກັບບັນດາກົມໃຫຍ່, ກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ, ບັນດາອົງການຂອງພັກ ແລະ ລັດ ຖະບານໃນການຈັດຕັ້ງປະຕິບັດ ວຽກງານຕາມທິດຊີ້ນຳຂອງຂັ້ນ ເທິງໃຫ້ທັນເວລາ, ຄຸ້ມຄອງ ແລະ ປົກປັກຮັກສາເອກະສານຮັກ ສາໄດ້ຄວາມລັບໃນການເຂົ້າ- ອອກປະຕູດຽວຂອງເອກະສານ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໜ້າທີ່ການເມືອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະ ພັກກະຊວງວາງອອກ, ຕິດພັນ ກັບການປັບປຸງພັກໃຫ້ມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງ ພັກວາງອອກ. ພ້ອມນີ້ຍັງໄດ້ພ້ອມ ກັນປະກອບຄຳຄິດຄຳເຫັນ ແລະ ຊອກຫາວິທີການປັບປຸງແກ້ໄຂ ບັນຫາຂໍ້ຄົງຄ້າງໃຫ້ຂາດຕົວ ເພື່ອ ເຮັດໃຫ້ການນຳພາຂອງຄະນະ ພັກອົງການ ຫ້ອງວ່າການກະ ຊວງ ໃນຕໍ່ໜ້າໄດ້ຮັບຜົນສູງກວ່າ ເກົ່າ.

(ແຫຼ່ງ​ຂໍ້​ມູນ​: Lao people's Army news)

ເຫດການ
302 Found

Found

The document has moved here.