ແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ ຫວຽດນາມ ແລະ ໂຮນລັງ

18:00 | 28/03/2021

ຍສໝ - ໂຮນລັງ ປາດຖະໜາຢາກເພີ່ມທະວີການສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນຄືຈັດຕັ້ງການເຈລະຈາ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດດັ່ງກ່າວກວ່າອີກ.

ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ
ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ ຍົກສູງປະສິດທິຜົນວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໂຮ່ຈີມິນ
ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ
ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕ້ອນຮັບທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ປະຈໍາ ຫວຽດນາມ. ພາບ:baocongthuong

ຫວ່າງແລ້ວນີ້, ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ປະຈໍາຫວຽດນາມ ເພື່ອແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ.

ທີ່ການພົບປະ, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ໄດ້ສະແດງທັດສະນະສະໜັບສະໜູນໂຄງການຫັນປ່ຽນພະລັງງານສີຂຽວຂອງຫວຽດນາມ ແລະເນັ້ນໜັກວ່າພະລັງງານລົມທີ່ຢູ່ນອກຝັ່ງຄວນສວມບົດບາດສໍາຄັນໃນໂຄງການນັ້ນ. ໂຮນລັງ ພ້ອມແລ້ວໜູນຊ່ວຍຫວຽດນາມ ໃນການຄົ້ນຄວ້າ, ແບ່ງປັນບົດຮຽນ ແລະການຮ່ວມມືກັບຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່.

ສ່ວນທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ແລະການຮ່ວມມື, ໜູນຊ່ວຍຈາກໂຮນລັງ ທີ່ມີຕໍ່ຫວຽດນາມ. ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ໂຮນລັງ ຍາມໃດກໍ່ແມ່ນຄູ່ຮ່ວມມືສໍາຄັນຂອງຫວຽດນາມ. ສະນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງຝ່າຍໂຮນລັງ ໃນການຄົ້ນຄວ້າ, ຈັດຕັ້ງການເຄື່ອນໄຫວທີ່ກ່າວມານັ້ນ.

ເມື່ອບໍ່ດົນມານີ້, ທ່ານ ເຈິ່ນຕວນແອງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Sigrid Kaag ລັດຖະມົນຕີເສດຖະກິດການຕ່າງປະເທດ ແລະຮ່ວມມືພັດທະນາໂຮນລັງ ເພື່ອແລກປ່ຽນ ແລະຊຸກຍູ້ບັນດາກິດຈະກຳຮ່ວມມືລະຫວ່າງສອງຝ່າຍ. ທີ່ການໂອ້ລົມທາງໂທລະສັບ, ທ່ານ ເຈິ່ນຕວນແອງ ໄດ້ຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຫວຽດນາມ ແລະໂຮນລັງ ໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດທີ່ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຮັບຜິດຊອບຄື ການຄ້າ, ພະລັງງານຜະລິດຄືນໃໝ່. ພ້ອມທັງ ກໍ່ຢັ້ງຢືນວ່າ ໂຮນລັງ ເປັນຄູ່ຮ່ວມມືດ້ານການຄ້າສໍາຄັນຂອງຫວຽດນາມ ແລະສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຈະມີບາດກ້າວຮ່ວມມືທີ່ລະອຽດ, ມີປະສິດທິຜົນກວ່າອີກໃນບັນດາຂົງເຂດທີ່ມີພື້ນຖານຮ່ວມມືທີ່ດີ.

ທ່ານນາງ Sigrid Kaag ສະເໜີສອງຝ່າຍຄວນມີກິດຈະກຳຫຼາຍກວ່າອີກເພື່ອແນໃສ່ຍູ້ແຮງການແລກປ່ຽນການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດສອງຝ່າຍ. ພ້ອມທັງກໍ່ຢ້ັງຢືນວ່າ ໂຮນລັງ ກໍ່ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືທີ່ມີຢູ່ແລ້ວກັບຫວຽດນາມ ໃນຂົງເຂດເສດຖະກິດ, ການຜະລິດຫຼຸດຜ່ອນທາດເສດເຫຼືອ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ນໍາໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່.

ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ ຫວຽດນາມ: ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ

ຍສໝ - ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ.

ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ ໃນໄລຍະ 2 ເດືອນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ສ້າງລາຍຮັບເຂົ້າງົບປະມານ 286.700 ຕື້ດົ່ງ, ສູງກວ່າ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

ຍສໝ - ຕາມບົດລາຍງານເຊິ່ງທະນາຄານໂລກ ທີ່ຫາກໍ່ປະກາດໃນມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມ ໃນເດືອນ ມີນາ, ເສດຖະກິດຫວຽດນາມ ຍັງມີການຜັນແປຢ່າງຕັ້ງໜ້າຍ້ອນມີມາດຕະການຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

ແລກປ ຽນເນ ອໃນຮ ວມມ ໃນຂ ງເຂດການຄ າ ພະລ ງງານແບບຍ ນຍ ງ ແລະເສດຖະກ ດໝ ນວຽນລະຫວ າງສອງປະເທດ ຫວຽດນາມ ແລະ ໂຮນລ ງ ຍີ່ປຸ່ນ ມອບລະບົບຂໍ້ມູນຂ່າວສານການລາຍງານ ໃຫ້ແກ່ຫວຽດນາມ

ຍສໝ - ຫ້ອງການລັດຖະບານ ໄດ້ປະສານສົມທົບຢ່າງໃກ້ຊິດກັບສະຖານທູດຍີ່ປຸ່ນ ໃນການຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການຕ່າງໆ ເພື່ອໃຫ້ສາມາດໄດ້ຮັບອຸປະກອນສ່ວນພື້ນຖານ ຂອງລະບົບຂໍ້ມູນຂ່າວສານລາຍງານລັດຖະບານ ມາຈາກປະເທດຍີ່ປຸ່ນ.

ໄຊພອນ

ເຫດການ
302 Found

Found

The document has moved here.