ເວທີປາໄສເຮັດທຸລະກິດອິນເດຍ - ຫວຽດນາມ ໄດ້ເຊື່ອມຕໍ່ບັນດາວິສາຫະກິດຂອງສອງປະເທດ

16:12 | 23/10/2020

ຍສໝ - ກອງປະຊຸມໄດ້ແບ່ງອອກເປັນ 4 ພາກ, ລວມທັງປະຊຸມວາລະ ກ່ຽວກັບກາລະໂອກາດສຳລັບບັນດານັກລົງທຶນອິນເດຍຢູ່ຫວຽດນາມ ແລະ ກໍ່ຄືກາລະໂອກາດໃຫ້ນັກລົງທຶນຫວຽດນາມຢູ່ອິນເດຍ.

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ ຫວຽດນາມ ແລະ ອິນເດຍ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືສົ່ງອອກກະສິກຳ
ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືກັບລັດຖະສະພາ ອິນເດຍ

ຕາມສຳນັກຂ່າວສານຫວຽດນາມຢູ່ນິວເດລີ, ໃນວັນທີ 21 ຕຸລາ, ຫ້ອງການການຄ້າອິນເດຍ (ICC) ໄດ້ຮ່ວມມືກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສູນສົ່ງເສີມການລົງທຶນພາກໃຕ້ (IPCS) ພາຍໃຕ້ກະຊວງການວາງແຜນ ແລະ ການລົງທືນເພື່ອຈັດກອງປະຊຸມຖ່າຍທອດສົດ “ເວທີປາໄສເຮັດທຸລະກິດລະຫວ່າງອິນເດຍ - ຫວຽດນາມ”.

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ
ທ່ານ ຟ້າມແຊັງເຈົ່າ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ. (ພາບ: TTXVN)

ກອງປະຊຸມເພື່ອແນໃສ່ອຳນວຍຄວາມສະດວກ ໃຫ້ບັນດາອົງການຈັດຕັ້ງ, ສະມາຄົມ, ນັກທຸລະກິດຂອງສອງປະເທດ ເພື່ອແລກປ່ຽນ ແລະ ເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນສອງຝ່າຍ, ປະກອບສ່ວນສ້າງຕ່ອງໂສ້ການສະໜອງທີ່ປອດໄພ ແລະ ເຊື່ອຖື ທີ່ໄດ້ສາມາດຢືນໝັ້ນຄົງ ຕໍ່ໜ້າຄວາມສ່ຽງຂອງການລົບກວນໃນອະນາຄົດ.

ກ່າວຄຳເຫັນທີ່ເວທີປາໄສດັ່ງກ່າວ, ທ່ານນາງ Riva Ganguly Das - ຮອງລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ຢືນຢັນວ່າ ອິນເດຍ ແລະ ຫວຽດນາມມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງ ແລະ ການເຊື່ອມໂຍງຍຸດທະສາດໃນຫຼາຍບັນຫາທົ່ວໂລກ ແລະ ພາກພື້ນ.

ຫວຽດນາມ ແມ່ນເສົາຄ້ຳສຳຄັນຂອງອິນເດຍ ໃນ “ນະໂຍບາຍການປະຕິບັດທິດຕາເວັນອອກ” ແລະ ແມ່ນຄູ່ຮ່ວມມືທີ່ສຳ ຄັນໃນ “ຂໍ້ລິເລີ່ມອິນໂດ - ປາຊີຟິກ” ເຊິ່ງບົນພື້ນຖານອີງໃສ່ຄຸນຄ່າ ແລະ ຜົນປະໂຫຍດລວມ ໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ທ່ານນາງ Riva Ganguly Das ໃຫ້ຮູ້ວ່າ, ສຳລັບອິນເດຍ, ຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 18 ຂອງໂລກ ແລະ ເປັນອັນດັບທີ 4 ຂອງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ແລະ ທ່ານນາງຮອງລັດຖະມົນຕີການຕ່າງປະເທດອິນເດຍ ຢືນຢັນວ່າສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືໃນຂົງເຂດໂຮງແຮມ, ສາທາລະນະສຸກ, ການຢາ, ການພັດທະນາພື້ນຖານໂຄງລ່າງ, ພະລັງງານ, ການບໍລິການ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບໍ່ແຮ່, ກະສິກຳ…

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ
ທ່ານນາງ Riva Ganguly Das - ຮອງລັດຖະມົນຕີການຕ່າງປະເທດອິນເດຍ. (ພາບ: TTXVN)

ສ່ວນຝ່າຍຫວຽດນາມ, ທ່ານ ຟ້າມແຊັງເຈົ່າ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໃຫ້ຮູ້ວ່າ: “ເວທີປາໄສວິສາຫະກິດອິນເດຍ - ຫວຽດນາມ” ໃນວັນທີ 21 ຕຸລາ ແມ່ນມີຄວາມຈຳເປັນສຳຄັນ ເພື່ອຊຸກຍູ້ການຮ່ວມມືດຳເນີນທຸລະກິດ ລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດການຄ້າ ແລະ ການລົງທືນ.

ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົ່າ ໄດ້ປາດຖະໜາວ່າ ດ້ວຍການເຂົ້າຮ່ວມຂອງບັນດາອົງການທີ່ມີໜ້າທີ່ອິນເດຍ ແລະ ຫວຽດນາມໃນກອງປະຊຸມ, ເວທີປາໄສຄັ້ງນີ້ ຈະນຳມາເຊິ່ງໝາກຜົນຕົວຈິງຫຼາຍຢ່າງ, ຊ່ວຍແຈ້ງຂ່າວ ແລະ ເຊື່ອມຕໍ່ບັນດາວິສາຫະກິດຂອງສອງປະເທດ. ທ່ານເອກອັກຄະລັດຖະທູດ ກໍ່ໃຫ້ຮູ້ວ່າ, ຕາມບາງອົງການຈັດຕັ້ງການທະນາຄານສາກົນ, ການຄ້າຫວຽດນາມ - ອິນເດຍ ອາດຈະເພີ່ມຂຶ້ນ 1,1 ຕື້ USD / ປີ.

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ ຫວຽດນາມ-ອິນເດຍ ຮ່ວມມືໃນລະບົບສະໜອງຫຼັງພະຍາດໂຄວິດ-19

ຫວຽດນາມ-ອິນເດຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຍູ້ແຮງການຮ່ວມມືພັດທະນາການຄ້າໃນຫຼາຍຂົງເຂດ, ພິເສດແມ່ນເຕັກນິກ, ເຄື່ອງຈັກຮັບໃຊ້ການຜະລິດ ແລະເຂົ້າຮ່ວມບັນດາລະບົບສະໜອງໃນທົ່ວໂລກຫຼັງພະຍາດໂຄວິດ-19.

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ

ຍ​ສໝ - ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ເວທ ປາໄສເຮ ດທ ລະກ ດອ ນເດຍ ຫວຽດນາມ ໄດ ເຊ ອມຕ ບ ນດາວ ສາຫະກ ດຂອງສອງປະເທດ ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຄຳຮຸ່ງ

302 Found

Found

The document has moved here.