ຊາວໜຸ່ມທີ່ປະສົບກັບຫຍຸ້ງຍາກຂອງ ເກິນເທີ ໄດ້ປະກອບທັກສະ, ໜູນຊ່ວຍເພື່ອເລີ່ມດຳເນີນທຸລະກິດ

15:29 | 16/11/2023

ຍສໝ - ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຫາກໍ່ຕົກລົງອະນຸມັດຜ່ານໂຄງການ “ທັກສະເພື່ອປະສົບຜົນສຳເລັດ” ໄດ້ອຸປະຖຳໂດຍອົງການ Save the Children International (SCI).

ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ ເກິນເທີ ຍູ້ແຮງການຮ່ວມມືຮອບດ້ານກັບແຂວງ ຈຳປາສັກ, ສປປ ລາວ
Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ Agritechnica Asia Live 2022 ຈະ​ຈັດ​ຂຶ້ນ​ຢູ່​ ເກິນເທີ ແຕ່​ວັນ​ທີ 24 ຫາ 26 ສິງຫາ

ໂຄງການ​ມີ​ຍອດ​ຈຳນວນ​ທຶນ: 146.575 USD, ​ເທົ່າ​ກັບ 3.444.510.000 ດົ່ງ, ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ເດືອນພະຈິກ 2023 ຫາ​ເດືອນ​ພະຈິກ 2025.

ຊາວໜຸ່ມທີ່ປະສົບກັບຫຍຸ້ງຍາກຂອງ ເກິນເທີ ໄດ້ປະກອບທັກສະ, ໜູນຊ່ວຍເພື່ອເລີ່ມດຳເນີນທຸລະກິດ
ບັນດາ​ຜູ້ເຂົ້າ​ຮ່ວມການແຂ່ງຂັນ​​

ບັນດາບ້ວງຊ່ວຍເຫຼືອດັ່ງກ່າວຈະຖືກນໍາໃຊ້ສໍາລັບກິດຈະກໍາດັ່ງຕໍ່ໄປນີ້: ການສໍາຫຼວດຄວາມຕ້ອງການ, ການແນະນໍາການເຂົ້າຮ່ວມບັນດາຊຸດຮຽນອອນໄລ ກ່ຽວກັບທັກສະອາລົມ; ​ພ້ອມ​ກັບປະກອບ​ທັກ​ສະ​ບັນດາວິຊາອາຊີບ, ທັກ​ສະ​ສີຂຽວ, ທັກ​ສະຈິນຕະນາການພັດທະນາ​, ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ສັງຄົມ​ໃຫ້​ຊາວ​ໜຸ່ມ LGBT+ ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ເກີນ​ເທີ.

ຊາວໜຸ່ມ LGBT+ ຢ່າງໜ້ອຍ 50 ຄົນຈະໄດ້ຮັບການຊ່ວຍເຫຼືອຝຶກອົບຮົມວິຊາຊີບ ແລະ ການແນະນໍາວຽກເຮັດງານທຳ; ຢ່າງໜ້ອຍຈະມີ 4 ການແຂ່ງຂັນປະດິດສ້າງຊາວໜຸ່ມເລີ່ມຕົ້ນທຸລະກິດໄດ້ຖືກຈັດຕັ້ງດ້ວຍການເຂົ້າຮ່ວມຂອງຊາວໜຸ່ມ LGBT+ ຢ່າງໜ້ອຍ 100 ຄົນ. ບັນດາຊາວຫນຸ່ມຈະໄດ້ຮັບການຝຶກອົບຮົມ, ແນະນຳຂອງບັນດານັກຊ່ຽວຊານ, ນັກທຸລະກິດ, ແນະນຳເພື່ອເຮັດໃຫ້ການປະດິດສ້າງ, ພັດທະນາທັກສະການເລີ່ມດຳເນີນງານທຸລະກິດໄດ້ສົມບູນແບບ. ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ໜ້ອຍ 40 ຂໍ້ລິເລີ່ມເລີ່ມ​ດຳ​ເນີນ​ທຸລະ​ກິດ, 15 ຂໍ້ລິເລີ່ມເລີ່ມດຳເນີນທຸລະ​ກິດ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ...

ສູນ​ວຽກ​ງານ​ສັງຄົມ​ນະຄອນ ​ເກີນ​ເທີ ຈະ​ຮັບຜິດຊອບໃນການ​ຜັນ​ຂະຫຍາຍ, ປະຕິບັດບ້ວງເງິນຊ່ວຍ​ເຫຼືອໃຫ້ຖືກຕາມຄວາມຄືບໜ້າ, ມີ​ປະສິດທິ​ຜົນ; ປະສານ​ສົມທົບ​ກັບ​ອົງການ SCI ແລະ ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ເພື່ອ​ຜັນ​ຂະຫຍາຍ​ບ້ວງ​ເງິນຊ່ວຍ​ເຫຼືອໃຫ້ຖືກຕ້ອງ​ຕາມ​ລະບຽບ​ການ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.