ຍສໝ - ໃນໂຄງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ໂດຍສູນກາງສະມາຄົມສະຫະພັນຊາວໜຸ່ມຫວຽດນາມ ສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ຈັດຕັ້ງ, ບັນດາແພດໜຸ່ມຫວຽດນາມ ໄດ້ກວດກາ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຢາຍຢາໃຫ້ປະຊາຊົນແຂວງ ຜົ້ງສາລີ ໂດຍບໍ່ເສຍຄ່າ.
ຍສໝ - ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຕິດພັນ, ວຽກງານການທູດມີໜ້າທີ່ປັບປຸງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ.
ຍສໝ - ພາຍຫຼັງກວ່າ 1 ເດືອນແຫ່ງການເປີດຕົວ, ລາງວັນ “ຄວາມມັກແບບຍືນຍົງ” ໄດ້ດຶງດູດບັນດາໄວໜຸ່ມທີ່ມີພອນສະຫວັນເຂົ້າຮ່ວມ. ແຕ່ລະຄົນລ້ວນແຕ່ແມ່ນເລື່ອງເລົ່າກ່ຽວກັບການເດີນທາງຮໍ່າຮຽນ, ຄົ້ນຄວ້າ ແລະ ສ້າງແຮງບັນດານໃຈທີ່ເຕັມໄປດ້ວຍອາລົມຈິດ ແລະຄວາມພາກພູມໃຈ, ຢືນຢັນຄວາມປາຖະໜາອັນແຮງກ້າທີ່ຈະປະກອບສ່ວນ ແລະ ຈິດໃຈທີ່ຍືນຍົງຂອງລຸ້ນໜຸ່ມຫວຽດນາມ.
ຍສໝ - ຫວຽດນາມ ຍົກເວັ້ນວີຊາໃຫ້ພົນລະເມືອງ 12 ປະເທດ, ກຳນົດເວລາອາໄສຢູ່ຊົ່ວຄາວ 45 ວັນ ນັບແຕ່ວັນເຂົ້າເມືອງ.
ຍສໝ - ຕອນເຊົ້າວັນທີ 6 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະມາຄົມອາດີດນັກຮົບທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ປະຈຳລາວ ຈາກທະຫານເຂດ 4 ສົມທົບກັບຜູ້ຕາງໜ້າວັດ ເຟີດຕິກ ນະຄອນຫຼວງວຽງຈັນ, ສະມາຄົມວິສາຫະກິດຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ໄປຢື້ຢາມຖາມຂ່າວແລະ ມອບຂອງຂວັນ 40 ພູດ ລວມມູນຄ່າ 40 ລ້ານກີບ (ປະມານ 1.800 USD) ໃຫ້ແກ່ທະຫານເຈັບປ່ວຍທີ່ເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ອະດີດນັກຮົບຂອງລາວ ທີ່ພວມປິ່ນປົວຢູ່ບາງພະແນກຂຶ້ນກັບໂຮງໝໍສູນກາງກອງທັບ 103 ລາວ.
ຍສໝ - ວັດທະນະທໍາແມ່ນພື້ນຖານທາງຈິດໃຈ, ກຳລັງຜັກດັນ ແລະ ເປົ້າຫມາຍຂອງການພັດທະນາ. ໃນຊຸມປີມໍ່ໆມານີ້, ອານຢາງ ໄດ້ຜັນຂະຫຍາຍບັນດາແຜນນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ ແລະ ສິລະປະ ຢ່າງຕັ້ງໜ້າ, ພ້ອມກັນນັ້ນ ກໍ່ເພີ່ມທະວີການແກ້ໄຂເພື່ອອະນຸລັກ ແລະ ເສີມຂະຫຍາຍທ່າແຮງ, ຄຸນລັກສະນະລັກສະນະພິເສດທາງວັດທະນະທຳຂອງ ອານຢາງ.
ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ຍສໝ - ວັນທີ 27 ກຸມພາ, ຢູ່ ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ລົງນາມໃນສັນຍາແລກປ່ຽນເພື່ອຜັນຂະຫຍາຍຂໍ້ລິເລີ່ມ “ຍົກສູງກຳລັງຄວາມສາມາດໜູນຊ່ວຍນະວັດຕະກໍາຂອງສູນນະວັດຕະກຳແຫ່ງຊາດ”. ໂຄງການດັ່ງກ່າວມີຍອດຈຳນວນທຶນລົງທຶນ 51 ຕື້ດົ່ງ, ນອນໃນທຶນຊ່ວຍເຫຼືອລ້າ ODA ໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳ.
ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.
ຍສໝ - ວັນທີ 22 ທັນວາ 2024, ກົມການເມືອງໄດ້ອອກມະຕິເລກທີ 57 ກ່ຽວກັບການບຸກທະລຸດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ. ເປັນຄັ້ງທຳອິດ, ບັນດາຂົງເຂດເຫຼົ່ານີ້ໄດ້ຮັບການຈັດຕັ້ງຢູ່ໃນຖານະ “ບາດກ້າວບຸກທະລຸສຳຄັນແຖງໜ້າ”, ເປັນກຳລັງແຮງຕົ້ນຕໍໃນການພັດທະນາກຳລັງຜະລິດທີ່ທັນສະໄໝ, ການພົວພັນດ້ານການຜະລິດທີ່ສົມບູນແບບ, ປ່ຽນແປງໃໝ່ແບບວິທີການປົກຄອງປະເທດຊາດ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຄວາມສ່ຽງທີ່ຈະຕົກຕ່ຳຖອຍຫຼັງ, ນຳປະເທດຊາດກ້າວເຂົ້າສູ່ການພັດທະນາ ແລະ ວັດທະນາຖາວອນໃນສັງກາດໃໝ່.
ຍສໝ - ທ່ານ ນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ຂະບວນການສັບຊ້ອນກົງຈັກແຫ່ງລັດຄືນໃໝ່ບໍ່ໄດ້ກະທົບເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ
ຂໍແນະນໍາບົດຂຽນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ດ້ວຍຫົວຂໍ້ວ່າ: “ຈັດຕັ້ງກອງປະຊຸມໃຫຍ່ຂອງອົງຄະນະພັກທຸກຂັ້ນ ອາຍຸການ 2025-2030 ເປັນຢ່າງດີ”.
ຍສໝ - Festival ອາຊີບເກືອ ຫວຽດນາມ - ບາກລຽວ ປີ 2025 “ການເດີນທາງ 100 ປີແຫ່ງອາຊີບເກືອ - ຊີວິດຂອງມະນຸດ” ດ້ວຍຫົວຂໍ້ “ຍົກສູງຄຸນຄ່າເມັດເກືອຂອງຫວຽດນາມ” (Festival) ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາກລຽວ ດຳເນີນຢູ່ ບາກລຽວ ນັບແຕ່ວັນທີ 6 – 8 ມີນາ ຢ່າງເປັນທາງການ.
ຍສໝ - ວັນທີ 8 ກຸມພາ, ກຸ່ມບັນດາອົງການພັກ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມນະຄອນດ່ານັງ ຈັດຕັ້ງພິທີປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2025 ຢູ່ທາງສາມແຍກ ຫງວຽນຟານວິງ ແລະທາງຮວ່າງຊາ (ຕາແສງທ້ໍກວາງ, ເມືອງເຊີນຈ່າ, ນະຄອນດ່ານັງ).
ຍສໝ - ບັນດາລາຍການສະແດງສິລະປະ ແລະສາລະຄະດີຂອງລາຍການໄດ້ຢັ້ງຢືນວ່າ: ພາຍໃຕ້ການນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ ແລະປະທານໂຮ່ຈີມິນ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນງານອັນສະຫງ່າອົງອາດ.
ຍສໝ - ການນຳແຂວງ ຮືງອຽນ ໃຫ້ຮູ້ວ່າ ນັບແຕ່ປີ 2022 ມາຮອດປະຈຸບັນ, ທົ່ວແຂວງໄດ້ປູກຕົ້ນໄມ້ກວ່າ 126.000 ຕົ້ນ
ຍສໝ - ຕອນບ່າຍວັນທີ 4 ກຸມພາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຮັບຟັງການ ລາຍງານ, ປະກອບຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍການກໍານົດພາລະບົດບາດ, ໜ້າທີ່, ສິດ ແລະອົງປະກອບການຈັດຕັ້ງຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ (ກະຊວງໃໝ່ພາຍຫຼັງໂຮມກະຊວງຊັບພະຍາກອນ ແລະສິ່ງແວດລ້ອມກັບກະຊວງກະສິກໍາ ແລະພັດທະນາຊົນນະບົດເຂົ້າກັນ).
ຍສໝ - ເນື່ອງໃນໂອກາດປີໃໝ່ 2025, ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນເນື້ອໃນສໍາພາດ:
ຍສໝ - ແນະນຳ ແລະ ຈໍາໜ່າຍປຶ້ມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ວັນທີ 3 ກຸມພາ, ກະຊວງຕຳຫຼວດ ໄດ້ເປັນປະທານ ແລະ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງພິທີແນະນຳ, ຈໍາໜ່າຍປຶ້ມ “ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ - ສະຫງ່າລາສີຖານະຕຳຫຼວດປະຕິວັດ” ຂອງທ່ານ ພົນເອກ, ສຈ.ປອ ໂຕເລີມ - ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ໂຮ່ຈີມິນ.
ຍສໝ - ຕອນຄໍ່າວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025), ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ, ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມຮັບຊົມລາຍການສະແດງສິລະປະພິເສດຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຊົມເຊີຍປະເທດປ່ຽນແປງໃໝ່ ດ້ວຍຫົວຂໍ້ວ່າ “95 ປີ - ແສງສະຫວ່າງເຍືອງທາງ”.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025) ແລະປີໃໝ່ປະຈໍາຊາດ ປີມະເສັງ 2025, ຕອນຫົວຄ່ຳວັນທີ 3 ກຸມພາ, ລັດຖະບານ ໄດ້ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ແບ່ງປັນປະສົບການ ແລະ ຍົກອອກບັນດາຄຳແນະນຳ ເພື່ອ C4IR ແລະ ສູນການເງິນສາກົນນະຄອນ ໂຮ່ຈີມິນ ເລັ່ງຄວາມໄວ ແລະ ພັດທະນາບາດກ້າວບຸກທະລຸ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້: “ຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ”.
ຍສໝ - ຕາມ Brand Finance, ຄູນຄ່າເຄື່ອງໝາຍການຄ້າ (ຍີ່ຫໍ້) ຂອງຫວຽດນາມ ໃນປີ 2024 ຈບັນລຸ 507 ຕື້ USD, ຢືນຢູ່ອັນດັບທີ 32 ໃນຈຳນວນ 193 ປະເທດທີ່ໄດ້ຕີລາຄາ, ເພີ່ມຂັ້ນໜຶ່ງກ່ຽວກັບອັນດັບ ແລະ ເພີ່ມ 2% ກ່ຽວກັບຄູນຄ່າເມື່ອທຽບໃສ່ປີ 2023. ບັນດາຕົວເລກຊີ້ບອກທີ່ໜ້າປະທັບໃຈດັ່ງກ່າວໄດ້ມາຈາກຄວາມພະຍາຍາມຂອງລັດຖະບານ ໃນການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການນຳເຂົ້າ ແລະ ສົ່ງອອກ, ໜູນຊ່ວຍການພັດທະນາຍີ່ຫໍ້ຜະລິດຕະພັນ ແລະ ຄວາມຕັດສິນໃຈຂອງວິສາຫະກິດ.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງງານວາງສະແດງສາກົນປ້ອງກັນຊາດ ຫວຽດນາມ ປີ 2024 ແມ່ນບັນດາຜະລິດຕະພັນອາວຸດຍຸດໂທປະກອນການທະຫານທັນສະໄໝໂດຍຫວຽດນາມ ຜະລິດທີ່ແນະນຳຢູ່ງານວາງສະແດງ.
ຍສໝ - ໃນປີ 2024, ນະຄອນ ໂຮ່ຈິມິນ ພວມຄ່ອຍໆກັບຄືນສູ່ວົງໂຄຈອນພັດທະນາຂອງຕົນ ເມື່ອຕົວເລກສະແດງການເຕີບໂຕບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ການຜັນຂະຫຍາຍກົນໄກສະເພາະພວມຊ່ວຍໃຫ້ນະຄອນແກ້ໄຂບັນດາສິ່ງກີດຂວາງ, ລຸລ່ວງບັນດາແຫຼ່ງກຳລັງພັດທະນາ, ສືບຕໍ່ຢືນຢັນຖານະເປັນໃຈກາງເສດຖະກິດໃຫຍ່ຂອງທົ່ວປະເທດ.
ຍສໝ -
ເນື່ອງໃນໂອກາດສົ່ງ້າຍປີເກົ່າ ຕ້ອຍຮັບປີໃໝ່ປະຈຳຊາດປີມະເສັງ 2025, ທ່ານປະທານປະເທດ ເລືອງເກື່ອງ ໃນນາມການນຳພັກ ແລະ ລັດ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມມາຍັງພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ແະຊາຊົນຢູ່ຕ່າງປະເທດ.
ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງໂລກໃນການຍາດແຍ່ງກາລະໂອກາດເຂົ້າຮ່ວມຕ່ອງໂສ້ການສະໜອງທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຈາກນັ້ນສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ພື້ນຖານເສດຖະກິດ.
ປີ 2024 ໄດ້ດໍາເນີນບັນດາເຫດການພິເສດ, ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຕ່ພາຍໃຕ້ການນຳພາຂອງພັກ, ດ້ວຍຄວາມມານະພະຍາຍາມ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວລະບົບການເມືອງ, ທົ່ວປວງຊົນ, ທົ່ວກອງທັບ, ຫວຽດນາມ ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງ.