ຫວຽດນາມ ແລະ ອາຊຽນ ຊຸກຍູ້ການພັດທະນາສັງຄົມທີ່ຖືເອົາປະຊາຊົນເປັນໃຈກາງ

10:16 | 07/10/2026

ຍສໝ - ວັນທີ 6/10, ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ (ສະຫະລັດອາເມລິກາ), ທ່ານ ໂດ໊ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກທິດທາງການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສະຫວັດດີການສັງຄົມ ແລະ ຍົກສູງຄວາມສາມາດໃນການເຂົ້າເຖິງບັນດາການບໍລິການທີ່ຈຳເປັນ ໃນວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການທີ 3, ສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 81.

AMM-59: ຫວຽດນາມ ສືບຕໍ່ຢັ້ງຢືນອິດທິພົນ ແລະ ບົດບາດ ຢູ່ທີ່ ອາຊຽນ (ASEAN) ຫວຽດນາມ ແລະ ອາຊຽນ ສືບຕໍ່ຂຽນເລື່ອງລາວແຫ່ງຄວາມສຳເລັດ ຕະຫຼອດ 31 ປີ

ກ່າວຄຳປາໄສໃນວາລະປຶກສາຫາລືກ່ຽວກັບການພັດທະນາສັງຄົມຂອງຄະນະກຳມະການວ່າດ້ວຍບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ (ຄະນະກຳມະການທີ 3), ທ່ານ ໂດ໊ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ໃນຖານະຜູ້ຕາງໜ້າສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ ໃນປີທຳອິດຂອງການປະຕິບັດວິໄສທັດອາຊຽນ 2045, ສະມາຄົມພວມມຸ່ງໄປສູ່ຮູບແບບການພັດທະນາສັງຄົມທີ່ກວມລວມທຸກດ້ານ ແລະ ມີການເຊື່ອມໂຍງຢ່າງແໜ້ນແຟ້ນຫຼາຍຂຶ້ນ.

ຫວຽດນາມ ແລະ ອາຊຽນ ຊຸກຍູ້ການພັດທະນາສັງຄົມທີ່ຖືເອົາປະຊາຊົນເປັນໃຈກາງ
ທ່ານ ໂດ໊ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ກ່າວຄຳປາໄສໃນວາລະປຶກສາຫາລື. (ພາບ: ຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ)

ຕາມນັ້ນ, ອາຊຽນສຸມໃສ່ປັບປຸງລະບົບສະຫວັດດີການສັງຄົມ, ຫຼຸດຜ່ອນຊ່ອງຫວ່າງດິຈິຕອນ, ເປັນເຈົ້າການຮັບມືກັບທ່າອ່ຽງປະຊາກອນສູງອາຍຸ, ຊຸກຍູ້ການປະກອບສ່ວນຂອງຊາວໜຸ່ມ ແລະ ເປີດກວ້າງໂອກາດໃຫ້ຄົນພິການເຂົ້າຮ່ວມໃນຊີວິດສັງຄົມ.

ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ອາຊຽນຈະສືບຕໍ່ເພີ່ມທະວີການປະສານສົມທົບກັບສະຫະປະຊາຊາດ ຜ່ານແຜນປະຕິບັດງານອາຊຽນ - ສະຫະປະຊາຊາດ ໄລຍະ 2026 - 2030. ຈຸດສຸມຂອງການຮ່ວມມືແມ່ນການຫັນບັນດາຄຳໝັ້ນສັນຍາດ້ານການພັດທະນາສັງຄົມໃຫ້ກາຍເປັນຜົນສຳເລັດທີ່ຍືນຍົງ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ, ໂດຍສະເພາະບັນດາກຸ່ມທີ່ມີຄວາມສ່ຽງສູງ.

ໃນວາລະປຶກສາຫາລືດັ່ງກ່າວ, ເມື່ອກ່າວຄຳປາໄສໃນຖານະຜູ້ຕາງໜ້າຫວຽດນາມ, ທ່ານ ໂດ໊ຮຸ່ງຫວຽດ, ເອກອັກຄະລັດຖະທູດ ໄດ້ຢືນຢັນວ່າ ນະໂຍບາຍການພັດທະນາທີ່ໝັ້ນຄົງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເອົາປະຊາຊົນເປັນໃຈກາງສະເໝີ, ສົມທົບການເຕີບໂຕທາງເສດຖະກິດກັບການຮັບປະກັນສະຫວັດດີການ ແລະ ການປັບປຸງຄຸນນະພາບຂອງບັນດາການບໍລິການສັງຄົມ.

ເມື່ອກ່າວເຖິງບັນດາຜົນສຳເລັດທີ່ບັນລຸໄດ້, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ອັດຕາຄວາມທຸກຍາກຫຼາຍມິຕິຂອງຫວຽດນາມ ຫຼຸດລົງເຫຼືອປະມານ 1,3% ໃນປີ 2025, ໃນຂະນະທີ່ອັດຕາການຄຸ້ມຄອງຂອງປະກັນສຸຂະພາບສູງກວ່າ 95%. ນະໂຍບາຍຍົກເວັ້ນຄ່າຮຽນໄດ້ຮັບການປະຕິບັດສຳລັບການສຶກສາພາກລັດ ຕັ້ງແຕ່ຂັ້ນອະນຸບານຈົນເຖິງຈົບຊັ້ນມັດທະຍົມຕອນປາຍ; ກິດຈະກຳກວດສຸຂະພາບເປັນໄລຍະໂດຍບໍ່ເສຍຄ່າ ກໍພວມໄດ້ຮັບການຜັນຂະຫຍາຍໃນຂອບເຂດທົ່ວປະເທດ.

ນອກຈາກນັ້ນ, ຫວຽດນາມພວມຊຸກຍູ້ການຫັນປ່ຽນດິຈິຕອນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນສາມາດເຂົ້າເຖິງບັນດາການບໍລິການສັງຄົມໄດ້ຢ່າງສະດວກຫຼາຍຂຶ້ນ, ພ້ອມທັງຄ່ອຍໆຫຼຸດຜ່ອນຄວາມແຕກຕ່າງລະຫວ່າງບັນດາທ້ອງຖິ່ນ ແລະ ກຸ່ມປະຊາກອນຕ່າງໆ.

ຫວຽດນາມ ມຸ່ງໄປສູ່ Top 3 ອາຊຽນ ກ່ຽວກັບກຳລັງແຮງອ່ອນ ຫວຽດນາມ ມຸ່ງໄປສູ່ Top 3 ອາຊຽນ ກ່ຽວກັບກຳລັງແຮງອ່ອນ
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມໃນຂໍ້ຕົກລົງສະບັບເລກທີ 1306/QĐ-TTg ອະນຸມັດຍຸດທະສາດວັດທະນະທຳຕ່າງປະເທດ ຮອດປີ 2030, ວິໄສທັດ ຮອດປີ 2045. ຍຸດທະສາດໄດ້ວາງເປົ້າໝາຍເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມ, ຍົກສູງກຳລັງແຮງອ່ອນ (Soft Power) ຂອງຊາດ, ເພີ່ມທະວີການໂຄສະນາພາບພົດປະເທດຊາດ, ຄົນຫວຽດນາມ ອອກສູ່ໂລກ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນທາງດ້ານວັດທະນະທຳ.
ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ ຄວາມເຕີບໃຫຍ່ຂະຫຍາຍຕົວຂອງ ຫວຽດນາມ ຕິດພັນກັບການພັດທະນາຂອງ ອາຊຽນ
ຍສໝ - ເນື່ອງໃນໂອກາດ ກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM 59) ຢູ່ທີ່ ຟີລິບປິນ, ທ່ານ ເຈີນດຶກບິ່ງ, ຫົວໜ້າກົມອາຊຽນ, ເອກອັກຄະລັດຖະທູດ ໄດ້ແບ່ງປັນກັບ ຫນັງສືພິມ TG&VN (ໂລກ ແລະ ຫວຽດນາມ) ກ່ຽວກັບຄວາມໝາຍຂອງກອງປະຊຸມ ແລະ ການເຂົ້າຮ່ວມຂອງ ຫວຽດນາມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ