ຫັນເອກະລັກວັດທະນະທຳໃຫ້ກາຍເປັນແຫຼ່ງພະລັງໃນການພັດທະນາຂອງຮ່າໂນ້ຍ

15:06 | 08/10/2026

ຍສໝ - ການວາງແຜນຜັງນະຄອນຫຼວງດ້ວຍວິໄສທັດ 100 ປີ ບໍ່ພຽງແຕ່ກຳນົດຮູບໂສມຂອງຕົວເມືອງ, ໂຄງລ່າງ ຫຼື ບັນດາສູນກາງການພັດທະນາໃໝ່ເທົ່ານັ້ນ, ແຕ່ຍັງວາງຄວາມຮຽກຮ້ອງຕ້ອງການໃນການຮັກສາຄວາມຊົງຈຳ, ອະນຸລັກເອກະລັກວັດທະນະທຳ ແລະ ສ້າງບັນດາພື້ນທີ່ດຳລົງຊີວິດທີ່ອຸດົມດ້ວຍຄຸນຄ່າມະນຸດສະທຳ. ເມື່ອວັດທະນະທຳຖືກຖືວ່າເປັນແຫຼ່ງພະລັງພາຍໃນ, ຮ່າໂນ້ຍຈຳເປັນຕ້ອງທັງປົກປ້ອງບັນດາຄຸນຄ່າທີ່ໄດ້ສ້າງເອກະລັກຂອງທັງລອງ - ຮ່າໂນ້ຍ, ທັງສ້າງເງື່ອນໄຂໃຫ້ຄຸນຄ່າເຫຼົ່ານັ້ນສືບຕໍ່ດຳລົງຢູ່ ແລະ ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາ.

ເພື່ອນມິດສາກົນ ຄົ້ນຫາ ເອກະລັກວັດທະນະທຳ ຫວຽດນາມ ຢູ່ ນະຄອນຫຼວງ ຮ່າໂນ້ຍ ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ

ຈາກການອະນຸລັກ ສູ່ການລົງທຶນຄືນໃຫ້ແກ່ວັດທະນະທຳ

“ການວາງແຜນຜັງວັດທະນະທຳ” ບໍ່ພຽງແຕ່ໝາຍເຖິງການວາງແຜນກິດຈະກຳສິລະປະ ຫຼື ການກໍ່ສ້າງສະຖາບັນວັດທະນະທຳເພີ່ມເຕີມເທົ່ານັ້ນ. ແຕ່ຍັງແມ່ນການຈັດວາງບັນດາພື້ນທີ່ທີ່ສາມາດຫຼໍ່ລ້ຽງຄວາມຊົງຈຳ, ຮັກສາເອກະລັກ ແລະ ກຳນົດວິຖີຊີວິດຂອງຊຸມຊົນ.

ລານກວ້າງທີ່ມີພື້ນທີ່ພຽງພໍໃຫ້ປະຊາຊົນພົບປະກັນ, ທາງຍ່າງທີ່ສະດວກສຳລັບຜູ້ສູງອາຍຸ, ສວນສາທາລະນະໃຫ້ເດັກນ້ອຍຫຼິ້ນ, ຫຼື ຖະໜົນຄົນຍ່າງທີ່ສິລະປະພື້ນເມືອງສາມາດປາກົດຢູ່ທ່າມກາງຊີວິດປະຈຳວັນ... ລ້ວນແຕ່ສາມາດກາຍເປັນສ່ວນໜຶ່ງຂອງການວາງແຜນຜັງວັດທະນະທຳ. ເພາະວ່າ ພື້ນທີ່ຕົວເມືອງບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການດຳລົງຊີວິດ, ແຕ່ຍັງສົ່ງຜົນໂດຍກົງຕໍ່ວິທີການດຳລົງຊີວິດ ແລະ ການປະພຶດຕໍ່ກັນຂອງຜູ້ຄົນ.

ສຳລັບຮ່າໂນ້ຍ, ຄວາມຮຽກຮ້ອງຕ້ອງການນີ້ຍິ່ງປາກົດຢ່າງຈະແຈ້ງ ເມື່ອນະຄອນເລີ່ມເຂົ້າສູ່ຂະບວນການສ້າງວິໄສທັດການພັດທະນາທີ່ຍາວນານເຖິງ 100 ປີ. ໃນໄລຍະເວລາດັ່ງກ່າວ, ຮູບໂສມຂອງຕົວເມືອງອາດປ່ຽນແປງຫຼາຍຄັ້ງ ດ້ວຍບັນດາເຂດຖະໜົນໃໝ່, ເສັ້ນທາງໃໝ່ ແລະ ສູນກາງການພັດທະນາໃໝ່.

ແຕ່ທ່າມກາງການປ່ຽນແປງເຫຼົ່ານັ້ນ, ສິ່ງທີ່ສ້າງໃຫ້ຮ່າໂນ້ຍມີເອກະລັກຈົນສາມາດຈື່ຈຳໄດ້ ບໍ່ພຽງແຕ່ຢູ່ທີ່ບັນດາສິ່ງກໍ່ສ້າງທີ່ເປັນສັນຍະລັກ. ແຕ່ຍັງແມ່ນໂຄງສ້າງພື້ນທີ່, ຈັງຫວະຊີວິດ, ພູມທັດ, ຄວາມຊົງຈຳ ແລະ ວິທີທີ່ຜູ້ຄົນປະພຶດຕໍ່ກັນພາຍໃນນະຄອນ.

ແຜນຜັງລວມນະຄອນຫຼວງດ້ວຍວິໄສທັດ 100 ປີ ໄດ້ຈັດວາງມະນຸດ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຊີ, ໂຄງລ່າງ ແລະ ສິ່ງແວດລ້ອມ ໃຫ້ຢູ່ໃນລະບົບລວມອັນໜຶ່ງດຽວ. ແນວທາງນີ້ສະແດງໃຫ້ເຫັນວ່າ ການພັດທະນາຕົວເມືອງບໍ່ສາມາດວັດແທກດ້ວຍຄວາມໄວໃນການກໍ່ສ້າງ ຫຼື ຂະໜາດຂອງໂຄງລ່າງພຽງຢ່າງດຽວ.

ຫັນເອກະລັກວັດທະນະທຳໃຫ້ກາຍເປັນແຫຼ່ງພະລັງໃນການພັດທະນາຂອງຮ່າໂນ້ຍ
“ມໍລະດົກອາລະຍະທຳ - ເອກະລັກ - ຄວາມສ້າງສັນ” ໄດ້ຖືກກຳນົດໃຫ້ເປັນຄຸນຄ່າຫຼັກ, ແຫຼ່ງພະລັງພາຍໃນ ແລະ ກຳລັງແຮງທາງດ້ານຈິດໃຈຂອງນະຄອນຫຼວງ.

ສຳລັບຮ່າໂນ້ຍ, ວັດທະນະທຳກ່ອນອື່ນໝົດແມ່ນບັນດາຄຸນຄ່າທີ່ໄດ້ສະສົມຜ່ານປະຫວັດສາດຫຼາຍກວ່າໜຶ່ງພັນປີ, ນັບແຕ່ຄວາມຊົງຈຳຂອງຕົວເມືອງ, ມໍລະດົກທາງວັດຖຸ ແລະ ອະວັດຖຸ ໄປຈົນເຖິງພື້ນທີ່ບ້ານ, ຖະໜົນ, ໜອງນ້ຳ, ຫໍບູຊາປະຈຳບ້ານ, ວັດວາອາຮາມ, ໝູ່ບ້ານຫັດຖະກຳ ແລະ ວິທີປະພຶດທີ່ຖ່າຍທອດຜ່ານຫຼາຍຮຸ່ນຄົນ.

ບັນດາຄຸນຄ່າເຫຼົ່ານັ້ນບໍ່ຄວນຖືກເບິ່ງວ່າເປັນພຽງສິ່ງທີ່ຕ້ອງຮັກສາໄວ້, ແຕ່ຍັງສາມາດກາຍເປັນແຫຼ່ງພະລັງໃນການຍົກສູງຄວາມດຶງດູດ, ຄຸນນະພາບຊີວິດ ແລະ ຄວາມສາມາດພັດທະນາຂອງນະຄອນ.

ທ່ານ ຮສ.ປອ. ບຸ່ຍຮວ່າຍເຊີນ ເຫັນວ່າ: “ຈຸດທີ່ໜ້າສົນໃຈຂອງແຜນຜັງລວມນະຄອນຫຼວງ ແມ່ນວັດທະນະທຳໄດ້ຖືກຈັດວາງໃນຖານະເປັນແຫຼ່ງພະລັງຂອງການພັດທະນາ, ແທນທີ່ຈະຖືກເບິ່ງວ່າເປັນພຽງຂົງເຂດໜຶ່ງທີ່ຕ້ອງລົງທຶນ ຫຼື ເປັນພຽງຊັ້ນປະດັບຕົກແຕ່ງໃຫ້ແກ່ຕົວເມືອງ”.

ການເບິ່ງວັດທະນະທຳເປັນແຫຼ່ງພະລັງ ຍັງຮຽກຮ້ອງໃຫ້ປ່ຽນແປງວິທີເຂົ້າຫາວຽກງານອະນຸລັກ. ມໍລະດົກບໍ່ສາມາດດຳລົງຢູ່ພຽງແຕ່ໃນເອກະສານ, ປ້າຍຊື່ ຫຼື ບັນດາສິ່ງກໍ່ສ້າງທີ່ໄດ້ບູລະນະແລ້ວ, ແຕ່ຈຳເປັນຕ້ອງສືບຕໍ່ປາກົດຢູ່ໃນຊີວິດຕົວເມືອງ.

“ໃນວິໄສທັດ 100 ປີ, ຂ້າພະເຈົ້າເຫັນວ່າ ຮ່າໂນ້ຍຈຳເປັນຕ້ອງຫັນຈາກແນວຄິດຮັກສາມໍລະດົກ ໄປສູ່ການເຮັດໃຫ້ມໍລະດົກສືບຕໍ່ມີຊີວິດຊີວາ, ຈາກການອະນຸລັກແຕ່ລະຈຸດ ໄປສູ່ການອະນຸລັກລະບົບນິເວດວັດທະນະທຳ, ຈາກການຂຸດຄົ້ນນຳໃຊ້ວັດທະນະທຳ ໄປສູ່ການລົງທຶນຄືນໃຫ້ແກ່ວັດທະນະທຳ”, ທ່ານ ຮສ.ປອ. ບຸ່ຍຮວ່າຍເຊີນ ໃຫ້ຮູ້.

ຫັນເປັນທັນສະໄໝ ແຕ່ຍັງຮັກສາ “ເອກະລັກ” ໄວ້ຢ່າງຈະແຈ້ງ

ຮ່າໂນ້ຍຈະສືບຕໍ່ພັດທະນາດ້ວຍບັນດາເຂດຕົວເມືອງ, ສູນກາງການເຕີບໂຕ ແລະ ລະບົບໂຄງລ່າງໃໝ່ ເພື່ອຕອບສະໜອງຂະໜາດປະຊາກອນ ກໍຄືຄວາມຕ້ອງການພັດທະນາທີ່ນັບມື້ນັບເພີ່ມຂຶ້ນ. ແນວໃດກໍຕາມ, ການຫັນເປັນທັນສະໄໝບໍ່ໄດ້ໝາຍຄວາມວ່າ ຈະປ່ຽນຮ່າໂນ້ຍໃຫ້ກາຍເປັນຕົວເມືອງທີ່ສາມາດພົບເຫັນໄດ້ຢູ່ທຸກແຫ່ງ.

ນະຄອນໃດທີ່ຍິ່ງເຊື່ອມໂຍງຢ່າງເລິກເຊິ່ງ ກໍຍິ່ງຈຳເປັນຕ້ອງມີເອກະລັກທີ່ຈະແຈ້ງ. ຮ່າໂນ້ຍມີຂໍ້ໄດ້ປຽບຈາກຄວາມເລິກເຊິ່ງທາງປະຫວັດສາດ, ລະບົບມໍລະດົກທີ່ອຸດົມສົມບູນ ແລະ ບັນດາພື້ນທີ່ທີ່ໄດ້ກາຍເປັນຄວາມຊົງຈຳຮ່ວມຂອງຫຼາຍຮຸ່ນຄົນ.

“ປາຣີ, ກຽວໂຕ, ໂຊລ ຫຼື ສິງກະໂປ ລ້ວນແຕ່ເປັນນະຄອນທັນສະໄໝ, ແຕ່ແຕ່ລະນະຄອນລ້ວນມີ ‘ເອກະລັກ’ ທີ່ຈະແຈ້ງ. ຮ່າໂນ້ຍກໍເຊັ່ນດຽວກັນ, ການຫັນເປັນທັນສະໄໝຈະປະສົບຜົນສຳເລັດຢ່າງແທ້ຈິງ ກໍຕໍ່ເມື່ອຜູ້ຄົນທີ່ເດີນຜ່ານນະຄອນຍັງສາມາດຮັບຮູ້ໄດ້ວ່ານີ້ແມ່ນຮ່າໂນ້ຍ, ບໍ່ພຽງແຕ່ຜ່ານບັນດາໂບຮານສະຖານທີ່ມີຊື່ສຽງ ແຕ່ຍັງຜ່ານໂຄງສ້າງພື້ນທີ່, ຈັງຫວະຊີວິດ, ຄວາມຊົງຈຳ, ວິທີປະພຶດ ແລະ ປະສົບການທາງວັດທະນະທຳທີ່ເປັນເອກະລັກ”, ທ່ານ ຮສ.ປອ. ບຸ່ຍຮວ່າຍເຊີນ ເນັ້ນໜັກ.

ສິ່ງນີ້ໄດ້ວາງຄວາມຮຽກຮ້ອງຕ້ອງການໃຫ້ປົກປ້ອງບັນດາເຂດແກນກາງທີ່ເປັນເອກະລັກຂອງນະຄອນ. ໜອງເກືອມ, ເຂດຖະໜົນເກົ່າ 36 ສາຍ, ເຂດຖະໜົນເກົ່າແກ່, ໜອງໄຕ, ບັນດາບ້ານບູຮານ, ໝູ່ບ້ານຫັດຖະກຳ, ຫໍບູຊາປະຈຳບ້ານ, ວັດວາອາຮາມ, ໂບຮານສະຖານ ແລະ ລະບົບພື້ນທີ່ແຫຼ່ງນ້ຳ ລ້ວນແຕ່ເປັນຊັ້ນຄວາມຊົງຈຳທີ່ຍາກຈະທົດແທນໄດ້.

ນະຄອນໜຶ່ງສາມາດກໍ່ສ້າງອາຄານເພີ່ມ ຫຼື ເປີດເສັ້ນທາງໃໝ່ເພີ່ມໄດ້, ແຕ່ບໍ່ສາມາດສ້າງຄືນພື້ນທີ່ປະຫວັດສາດທີ່ສູນເສຍໄປແລ້ວໃຫ້ກັບຄືນມາໄດ້ຢ່າງຄົບຖ້ວນ.

“ກ່ອນອື່ນໝົດ ແມ່ນຕ້ອງປົກປ້ອງຢ່າງເຂັ້ມງວດບັນດາເຂດແກນກາງທີ່ເປັນເອກະລັກ ແລະ ຊັ້ນພູມທັດປະຫວັດສາດ ເຊັ່ນ ໜອງເກືອມ, ເຂດຖະໜົນເກົ່າ 36 ສາຍ, ເຂດຖະໜົນເກົ່າແກ່, ໜອງໄຕ, ພ້ອມກັບບັນດາບ້ານບູຮານ, ໝູ່ບ້ານຫັດຖະກຳ, ໂບຮານສະຖານ, ຫໍບູຊາປະຈຳບ້ານ, ວັດວາອາຮາມ ແລະ ລະບົບພື້ນທີ່ແຫຼ່ງນ້ຳ. ບໍ່ສາມາດປ່ອຍໃຫ້ລາຄາທີ່ດິນ ຫຼື ຜົນປະໂຫຍດໄລຍະສັ້ນ ເປັນຕົວກຳນົດຊະຕາກຳຂອງບັນດາຊັບສິນວັດທະນະທຳທີ່ບໍ່ສາມາດສ້າງຄືນໄດ້”, ທ່ານ ຮສ.ປອ. ບຸ່ຍຮວ່າຍເຊີນ ກ່າວ.

ແນວໃດກໍຕາມ, ການອະນຸລັກບໍ່ໄດ້ໝາຍເຖິງການຢຸດຕົວເມືອງໃຫ້ຢູ່ກັບທີ່. ຮ່າໂນ້ຍທີ່ອີງໃສ່ພຽງແຕ່ຄວາມຊົງຈຳ ຈະຍາກທີ່ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງອະນາຄົດ. ນະຄອນຍັງຄົງຕ້ອງການບັນດາເຂດຕົວເມືອງໃໝ່, ພື້ນທີ່ດຳລົງຊີວິດໃໝ່ ແລະ ວິທີການພັດທະນາໃໝ່, ແຕ່ບັນດາພື້ນທີ່ເຫຼົ່ານັ້ນຈຳເປັນຕ້ອງສ້າງເອກະລັກສະເພາະຂອງຕົນ ແທນທີ່ຈະລອກແບບບັນດາຮູບແບບສະຖາປັດຕະຍະກຳທີ່ຂາດຈຸດເດັ່ນ.

ພ້ອມກັນນັ້ນ, ປະຊາຊົນຈຳເປັນຕ້ອງຖືກຈັດວາງໃຫ້ຢູ່ໃຈກາງຂອງທັງຂະບວນການອະນຸລັກ ແລະ ພັດທະນາ. ເມື່ອຊາວເມືອງຍ້າຍອອກຈາກບັນດາເຂດຖະໜົນປະຫວັດສາດ, ຫຼື ບັນດາພື້ນທີ່ທີ່ເຄີຍຜູກພັນກັບຊີວິດຊຸມຊົນ ເຫຼືອພຽງແຕ່ເພື່ອຮັບໃຊ້ການທ່ຽວຊົມ, ເອກະລັກວັດທະນະທຳກໍມີຄວາມສ່ຽງທີ່ຈະຖືກຫຼຸດເຫຼືອເປັນພຽງຮູບລັກພາຍນອກ.

“ຖ້າຊາວເມືອງຖືກຜັກດັນອອກຈາກພື້ນທີ່ມໍລະດົກ, ຖ້າເຂດຖະໜົນເກົ່າເຫຼືອພຽງແຕ່ເປັນເວທີການທ່ອງທ່ຽວ, ກໍອາດຈະຮັກສາຮູບລັກສະຖາປັດຕະຍະກຳໄວ້ໄດ້ ແຕ່ພັດສູນເສຍຊີວິດວັດທະນະທຳ”, ທ່ານ ຮສ.ປອ. ບຸ່ຍຮວ່າຍເຊີນ ໃຫ້ຂໍ້ສັງເກດ.

ນີ້ແມ່ນໜຶ່ງໃນບັນຫາທີ່ຫຍຸ້ງຍາກຂອງຮ່າໂນ້ຍໃນຂະບວນການພັດທະນາ. ການອະນຸລັກສິ່ງກໍ່ສ້າງໜຶ່ງອາດເລີ່ມຕົ້ນຈາກໂຄງການໜຶ່ງ, ແຕ່ການອະນຸລັກຊີວິດຂອງເຂດຖະໜົນທັງໝົດ ຈຳເປັນຕ້ອງມີການເຂົ້າຮ່ວມຂອງຊຸມຊົນ - ຜູ້ທີ່ດຳລົງຊີວິດ, ເຮັດວຽກ, ຄ້າຂາຍ, ຕິດຕໍ່ພົວພັນ ແລະ ສ້າງຈັງຫວະຊີວິດປະຈຳວັນຢູ່ທີ່ນັ້ນໂດຍກົງ.

ດັ່ງນັ້ນ, ການວາງແຜນຜັງວັດທະນະທຳບໍ່ຈຳເປັນຕ້ອງເລີ່ມຈາກບັນດາສິ່ງກໍ່ສ້າງຂະໜາດໃຫຍ່. ອາດເປັນພື້ນທີ່ສາທາລະນະທີ່ກວ້າງພຽງພໍ, ບັນດາຖະໜົນທີ່ສະດວກສຳລັບຄົນຍ່າງ, ສວນສາທາລະນະສຳລັບເດັກນ້ອຍ, ແຖວຕົ້ນໄມ້, ໜອງນ້ຳ ຫຼື ສະຖານທີ່ທີ່ປະຊາຊົນສາມາດພົບປະ ແລະ ແບ່ງປັນກັນ.

ນະຄອນທີ່ໜ້າຢູ່ອາໄສ ບໍ່ພຽງແຕ່ຖືກສ້າງຂຶ້ນດ້ວຍບັນດາສິ່ງກໍ່ສ້າງທີ່ສວຍງາມ, ແຕ່ຍັງດ້ວຍຄວາມສາມາດໃນການສ້າງພື້ນທີ່ໃຫ້ຜູ້ຄົນໄດ້ພົບປະ, ເຊື່ອມຕໍ່ ແລະ ສ້າງຄວາມຊົງຈຳຮ່ວມກັນ.

ຫັນເອກະລັກວັດທະນະທຳໃຫ້ກາຍເປັນແຫຼ່ງພະລັງໃນການພັດທະນາຂອງຮ່າໂນ້ຍ
ດອກໄມ້ໄຟສ່ອງແສງສະຫວ່າງໄສເໜືອພະລາຊະວັງທັງລອງ ໃນຄ່ຳຄືນພິທີປິດງານບຸນວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ II ປີ 2026.

ດັ່ງນັ້ນ, ວິໄສທັດ 100 ປີ ບໍ່ພຽງແຕ່ວາງຄຳຖາມວ່າ ຮ່າໂນ້ຍຈະຂະຫຍາຍໄປເຖິງໃສ, ຈະມີເຂດຕົວເມືອງໃໝ່ຈັກແຫ່ງ ຫຼື ຈະມີເສັ້ນທາງໂຄງລ່າງທັນສະໄໝໃດແດ່ທີ່ຈະຖືກສ້າງຂຶ້ນ. ສິ່ງທີ່ສຳຄັນກວ່າ ແມ່ນການກຳນົດວ່າ ຮ່າໂນ້ຍຕ້ອງການກາຍເປັນນະຄອນແບບໃດ.

ມະຕິເລກທີ 02-NQ/TW ໄດ້ກຳນົດໃຫ້ວັດທະນະທຳຢູ່ໃນຕຳແໜ່ງໃຈກາງຂອງຍຸດທະສາດພັດທະນາເສດຖະກິດ - ສັງຄົມ, ໂດຍຖືເອົາ “ມໍລະດົກອາລະຍະທຳ - ເອກະລັກ - ຄວາມສ້າງສັນ” ເປັນຄຸນຄ່າຫຼັກ, ແຫຼ່ງພະລັງພາຍໃນ ແລະ ກຳລັງແຮງທາງດ້ານຈິດໃຈຂອງນະຄອນຫຼວງ.

ຖ້າວັດທະນະທຳຖືກຖືວ່າເປັນໜຶ່ງໃນມາດຕະຖານວັດແທກການພັດທະນາ, ແຕ່ລະໂຄງການໃຫຍ່ໃນອະນາຄົດ ບໍ່ພຽງແຕ່ຕ້ອງຕອບຄຳຖາມກ່ຽວກັບປະສິດທິຜົນທາງເສດຖະກິດ ຫຼື ໂຄງລ່າງ, ແຕ່ຍັງຕ້ອງພິຈາລະນາວ່າ ໂຄງການນັ້ນຈະຊ່ວຍເພີ່ມຄວາມອຸດົມສົມບູນໃຫ້ແກ່ເອກະລັກຮ່າໂນ້ຍ, ຍົກສູງຄຸນນະພາບຊີວິດ ແລະ ເປີດກວ້າງພື້ນທີ່ສ້າງສັນໃຫ້ປະຊາຊົນໄດ້ຫຼືບໍ່.

ຮ່າໂນ້ຍມີພື້ນຖານອາລະຍະທຳທີ່ຍາວນານກວ່າໜຶ່ງພັນປີ, ແຕ່ຮູບໂສມໃນອະນາຄົດຈະຂຶ້ນກັບວິທີທີ່ຄົນຮຸ່ນປັດຈຸບັນປະພຶດຕໍ່ມໍລະດົກ, ຊຸມຊົນ ແລະ ພື້ນທີ່ຕົວເມືອງທີ່ຕົນກຳລັງດຳລົງຊີວິດຢູ່. ການຕັດສິນໃຈທີ່ຖືກຕ້ອງໃນການວາງແຜນຜັງມື້ນີ້ ສາມາດສ້າງສະພາບແວດລ້ອມການດຳລົງຊີວິດທີ່ດີໃຫ້ແກ່ຫຼາຍຮຸ່ນຄົນໃນອະນາຄົດ.

ດັ່ງນັ້ນ, ຮ່າໂນ້ຍໃນອີກ 100 ປີຂ້າງໜ້າ ບໍ່ພຽງແຕ່ຕ້ອງທັນສະໄໝຫຼາຍຂຶ້ນ, ແຕ່ຍັງຕ້ອງມີຄວາມຊົງຈຳທີ່ເລິກເຊິ່ງຫຼາຍຂຶ້ນ, ມີເອກະລັກທີ່ອຸດົມສົມບູນຫຼາຍຂຶ້ນ ແລະ ເປີດກວ້າງພື້ນທີ່ສຳລັບຜູ້ຄົນຫຼາຍຂຶ້ນ.

ໃນທິດທາງການພັດທະນານະຄອນຫຼວງ, ນະຄອນສືບຕໍ່ຈັດວາງ “ມໍລະດົກອາລະຍະທຳ - ເອກະລັກ - ຄວາມສ້າງສັນ” ໃຫ້ຢູ່ໃນຕຳແໜ່ງໃຈກາງ, ຖືວ່ານີ້ແມ່ນບັນດາຄຸນຄ່າຫຼັກ, ແຫຼ່ງພະລັງພາຍໃນທີ່ປະກອບສ່ວນສ້າງຄວາມໜັກແໜ້ນ, ສະຕິປັນຍາ ແລະ ພະລັງການກ້າວຂຶ້ນຂອງຮ່າໂນ້ຍ.

ບົນພື້ນຖານນັ້ນ, ຮ່າໂນ້ຍພວມຫັນບັນດາແນວທາງ ແລະ ນະໂຍບາຍໃຫ້ເປັນຮູບປະທຳ ຜ່ານບັນດາສິ່ງກໍ່ສ້າງ, ໂຄງການ ແລະ ວຽກງານທີ່ມີບົດບາດຂັບເຄື່ອນ ເພື່ອສົ່ງເສີມຄຸນຄ່າມໍລະດົກອາລະຍະທຳ, ເອກະລັກ ແລະ ພະລັງຄວາມສ້າງສັນ, ມຸ່ງໄປສູ່ເປົ້າໝາຍສ້າງນະຄອນຫຼວງທີ່ມີອາລະຍະທຳ, ທັນສະໄໝ, ຮັ່ງມີ ແລະ ສວຍງາມໃນຍຸກໃໝ່.

ດົນຕີ Sufi ເຊື່ອມຕໍ່ວັດທະນະທຳຫວຽດນາມ - ປາກິດສະຖານ ດົນຕີ Sufi ເຊື່ອມຕໍ່ວັດທະນະທຳຫວຽດນາມ - ປາກິດສະຖານ
ຍສໝ - ສຽງເພງ Sufi ທີ່ເຕັມໄປດ້ວຍເອກະລັກຂອງປາກິດສະຖານ ໄດ້ດັງຂຶ້ນຢູ່ຮ່າໂນ້ຍ ໃນໂຄງການ “Saakin Live in Hanoi: A Musical Journey of Sufi Heritage”, ເປີດກວ້າງພື້ນທີ່ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ເຊື່ອມຕໍ່ວັດທະນະທຳລະຫວ່າງປະຊາຊົນຫວຽດນາມ ແລະ ປາກິດສະຖານ.
ການທູດວັດທະນະທຳເປີດກວ້າງແຫຼ່ງພະລັງເພື່ອພັດທະນາປະເທດ ການທູດວັດທະນະທຳເປີດກວ້າງແຫຼ່ງພະລັງເພື່ອພັດທະນາປະເທດ
ຍສໝ - ໃນສະພາບການທີ່ການແຂ່ງຂັນນັບມື້ນັບອີງໃສ່ຄວາມຮູ້, ເຕັກໂນໂລຊີ, ຂໍ້ມູນ, ແບຣນ ແລະ ຄວາມສາມາດໃນການເຊື່ອມຕໍ່, ການທູດວັດທະນະທຳບໍ່ພຽງແຕ່ຢຸດຢູ່ການໂຄສະນາພາບລັກ ຫຼື ການແລກປ່ຽນສາກົນເທົ່ານັ້ນ. ຖ້າຫາກໄດ້ຮັບການຈັດຕັ້ງບົນພື້ນຖານການບໍລິຫານທີ່ທັນສະໄໝ, ຂໍ້ມູນ, ວິທະຍາສາດ - ເຕັກໂນໂລຊີ ແລະ ຜົນປະໂຫຍດຂອງຊາດ, ການທູດວັດທະນະທຳສາມາດກາຍເປັນກົນໄກໜຶ່ງໃນການເຊື່ອມຕໍ່, ຫັນປ່ຽນບັນດາແຫຼ່ງພະລັງພາຍໃນ ແລະ ສາກົນໃຫ້ກາຍເປັນແຮງຂັບເຄື່ອນການພັດທະນາ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ