ການຫັນປ່ຽນຄວບຄູ່ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕແບບຍືນຍົງ

14:42 | 08/10/2026

ຍສໝ - ໃນສະພາບການທີ່ຫວຽດນາມມຸ່ງໄປສູ່ເປົ້າໝາຍການເຕີບໂຕສອງຕົວເລກ, ການຫັນປ່ຽນດິຈິຕອນ ແລະ ການຫັນປ່ຽນສີຂຽວ ພວມກາຍເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ເພື່ອໃຫ້ວິສາຫະກິດຍົກສູງຜະລິດຕະພາບ, ຄວາມສາມາດແຂ່ງຂັນ ແລະ ຄວາມສາມາດຕ້ານທານ. ບັນຫາທີ່ວາງອອກແມ່ນ ການຫັນບັນດາຄຳໝັ້ນສັນຍາກ່ຽວກັບການຫັນປ່ຽນ ໃຫ້ກາຍເປັນໂຄງການ, ແຫຼ່ງພະລັງ ແລະ ຜົນສຳເລັດທີ່ເປັນຮູບປະທຳໃນການຜະລິດ ແລະ ການບໍລິຫານ.

ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ ດານັງ ສະເໜີ Catalyste+ ເປີດກວ້າງການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ
ການຫັນປ່ຽນຄວບຄູ່ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕແບບຍືນຍົງ
ການສົ່ງອອກພວມມີສັນຍານຟື້ນຕົວໃນທາງບວກ, ແຕ່ບັນດາວິສາຫະກິດຈຳເປັນຕ້ອງເລັ່ງລັດການຫັນປ່ຽນດິຈິຕອນ ແລະ ການຫັນປ່ຽນສີຂຽວ ເພື່ອຍົກສູງຄວາມສາມາດແຂ່ງຂັນ.

ແກ້ໄຂຈຸດອຸດຕັນ ເພື່ອໃຫ້ວິສາຫະກິດຫັນປ່ຽນຢ່າງແທ້ຈິງ

ມະຕິເລກທີ 19-NQ/TW ລົງວັນທີ 28/7/2026 ຂອງກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ວ່າດ້ວຍການປ່ຽນໃໝ່ຮູບແບບການພັດທະນາຫວຽດນາມ ໄດ້ວາງຄວາມຮຽກຮ້ອງຕ້ອງການໃຫ້ຫັນປ່ຽນຢ່າງແຂງແຮງ ຈາກການເຕີບໂຕທີ່ອີງໃສ່ທຶນ, ແຮງງານ, ຊັບພະຍາກອນ ແລະ ການຮັບຈ້າງຜະລິດເປັນຕົ້ນຕໍ ໄປສູ່ການເຕີບໂຕທີ່ອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ຜະລິດຕະພາບແຮງງານສູງ.

ມະຕິວາງເປົ້າໝາຍຮອດປີ 2035 ໃຫ້ສ້າງຮູບແບບເສດຖະກິດທີ່ມີປະສິດທິຜົນສູງ, ສ້າງສັນ, ສີຂຽວ, ເປັນເຈົ້າຕົນເອງ, ກວມລວມ ແລະ ເຊື່ອມໂຍງສາກົນ; ບັນດາວິສາຫະກິດຫວຽດນາມເຕີບໃຫຍ່ເຂັ້ມແຂງ, ມີຄວາມສາມາດເປັນເຈົ້າການດ້ານເຕັກໂນໂລຊີ, ຄອງຕຳແໜ່ງສຳຄັນໃນບັນດາຂະແໜງ, ຕ່ອງໂສ້ມູນຄ່າ ແລະ ລະບົບນິເວດການພັດທະນາທີ່ທັນສະໄໝ.

ທິດທາງນີ້ໄດ້ຈັດວາງວິສາຫະກິດໃຫ້ຢູ່ໃຈກາງຂອງຂະບວນການປ່ຽນໃໝ່ຮູບແບບການພັດທະນາ. ຖ້າວິທີການຜະລິດ, ການບໍລິຫານ ແລະ ການສ້າງມູນຄ່າພາຍໃນວິສາຫະກິດບໍ່ປ່ຽນແປງ, ບັນດາແຮງຂັບເຄື່ອນໃໝ່ຈາກວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນຄວບຄູ່ ກໍຈະຍາກທີ່ຈະຖືກຫັນໃຫ້ກາຍເປັນຜະລິດຕະພາບ ແລະ ຄວາມສາມາດແຂ່ງຂັນ.

ກ່າວຄຳປາໄສທີ່ເວທີປາໄສວິສາຫະກິດພັດທະນາແບບຍືນຍົງຫວຽດນາມ 2026 (VCSF), ທ່ານ ສຈ.ປອ. ຫງວຽນຊວນຖັງ, ປະທານສະພາທິດສະດີສູນກາງ ເຫັນວ່າ ການປ່ຽນແປງຂອງຮູບແບບການພັດທະນາວິສາຫະກິດ ສະທ້ອນໃຫ້ເຫັນການປ່ຽນແປງຂອງຮູບແບບການພັດທະນາເສດຖະກິດຂອງປະເທດ. ຄຸນນະພາບຂອງຮູບແບບການພັດທະນາຈຳເປັນຕ້ອງໄດ້ຮັບການກວດພິສູດດ້ວຍຜົນສຳເລັດຕົວຈິງຢູ່ບັນດາວິສາຫະກິດ.

ຕາມທ່ານ ຫງວຽນຊວນຖັງ ແລ້ວ, ວິສາຫະກິດຢາກເຕີບໃຫຍ່ເຂັ້ມແຂງຕ້ອງປ່ຽນໃໝ່, ຢາກກ້າວໄປໄດ້ໄກຕ້ອງສ້າງສັນ ແລະ ຢາກພັດທະນາແບບຍືນຍົງຕ້ອງປ່ຽນໃໝ່ຕົນເອງຢ່າງຕໍ່ເນື່ອງ. ດັ່ງນັ້ນ, ການປ່ຽນໃໝ່ຮູບແບບການພັດທະນາເສດຖະກິດ ຕ້ອງໄດ້ຫັນເປັນຮູບປະທຳດ້ວຍການປ່ຽນໃໝ່ຮູບແບບການພັດທະນາວິສາຫະກິດ; ພ້ອມກັນນັ້ນ ລະບົບກົນໄກ ແລະ ລະບຽບການກໍຕ້ອງສ້າງເງື່ອນໄຂໃຫ້ແກ່ວິທີການໃໝ່ໆ.

ຈາກນັ້ນ, ຈຳເປັນຕ້ອງເປີດກວ້າງພື້ນທີ່ທົດລອງທີ່ມີການຄວບຄຸມໃຫ້ແກ່ວິສາຫະກິດ; ຈຳແນກຄວາມສ່ຽງໃນການຄົ້ນຄວ້າ, ຄວາມລົ້ມເຫຼວໃນທຸລະກິດ ອອກຈາກການກະທຳສໍ້ໂກງ ແລະ ການລະເມີດກົດໝາຍ; ພ້ອມທັງຍອມຮັບບັນດາຄວາມສ່ຽງທີ່ສົມເຫດສົມຜົນ ແລະ ຍາກຈະຫຼີກລ້ຽງໄດ້ໃນຂະບວນການປ່ຽນໃໝ່. ມາດຕະຖານວັດແທກຂອງລະບົບກົນໄກທີ່ສ້າງສັນການພັດທະນາ ແມ່ນຄວາມສາມາດສ້າງໂອກາດພັດທະນາທີ່ແທ້ຈິງໃຫ້ແກ່ວິສາຫະກິດ.

ສະພາບຕົວຈິງສະແດງໃຫ້ເຫັນວ່າ ວິສາຫະກິດຫວຽດນາມຫຼາຍແຫ່ງພວມຫັນປ່ຽນໄປສູ່ທິດທາງທີ່ເປັນສີຂຽວຫຼາຍຂຶ້ນ ແລະ ນຳໃຊ້ດິຈິຕອນຢ່າງເລິກເຊິ່ງຫຼາຍຂຶ້ນ. ບັນດາວິສາຫະກິດໃຫຍ່, ວິສາຫະກິດສົ່ງອອກ ແລະ ວິສາຫະກິດທີ່ເຂົ້າຮ່ວມຕ່ອງໂສ້ສະໜອງທົ່ວໂລກ ໄດ້ເປັນເຈົ້າການລົງທຶນຍົກລະດັບສາຍການຜະລິດອັດຕະໂນມັດ, ການບໍລິຫານພະລັງງານ, ການຕິດຕາມກວດສອບແຫຼ່ງທີ່ມາ, ການວັດແທກການປ່ອຍມົນລະພິດ ແລະ ການເປີດເຜີຍຂໍ້ມູນຕາມບັນດາມາດຕະຖານດ້ານສິ່ງແວດລ້ອມ - ສັງຄົມ - ການບໍລິຫານ (ESG).

ແນວໃດກໍຕາມ, ຄວາມໄວຂອງການຫັນປ່ຽນຍັງມີຄວາມແຕກຕ່າງກັນ. ວິສາຫະກິດຂະໜາດນ້ອຍຫຼາຍແຫ່ງຍັງກັງວົນຕໍ່ຄ່າໃຊ້ຈ່າຍ, ປະເມີນປະສິດທິຜົນໄດ້ຍາກ ແລະ ຍັງບໍ່ເຫັນຜົນປະໂຫຍດໃນໄລຍະສັ້ນຢ່າງຈະແຈ້ງ. ຂໍ້ຈຳກັດດ້ານການເງິນ, ເຕັກໂນໂລຊີ, ການບໍລິຫານ ແລະ ບຸກຄະລາກອນ ກໍເຮັດໃຫ້ວິສາຫະກິດຈຳນວນບໍ່ໜ້ອຍປະສົບຄວາມຫຍຸ້ງຍາກໃນການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນ ກ່ຽວກັບສິ່ງແວດລ້ອມ, ການຕິດຕາມກວດສອບແຫຼ່ງທີ່ມາ ແລະ ມາດຕະຖານສາກົນ.

ເຖິງແມ່ນວ່າໄດ້ມີຄຳໝັ້ນສັນຍາຫຼາຍປະການກ່ຽວກັບການຫັນເປັນສີຂຽວ ແລະ ການຫັນເປັນດິຈິຕອນ, ແຕ່ວິສາຫະກິດຈຳນວນໜຶ່ງຍັງບໍ່ທັນກຳນົດໄດ້ຢ່າງຈະແຈ້ງວ່າ ຕ້ອງປ່ຽນແປງຢູ່ຈຸດໃດ, ລົງທຶນເທົ່າໃດ ແລະ ວັດແທກປະສິດທິຜົນແນວໃດ. ດັ່ງນັ້ນ, ການຫັນປ່ຽນຄວບຄູ່ຢູ່ບາງວິສາຫະກິດຈຶ່ງຍັງບໍ່ທັນລົງເລິກຢ່າງແທ້ຈິງ.

ຈາກຄຳໝັ້ນສັນຍາ ສູ່ຄວາມສາມາດປະຕິບັດຕົວຈິງ

ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນປັດຈຸບັນ ແມ່ນການຫັນຈາກແນວຄິດທີ່ເນັ້ນຄຳໝັ້ນສັນຍາ ໄປສູ່ຄວາມສາມາດປະຕິບັດຕົວຈິງ. ເພື່ອເຂົ້າເຖິງບັນດາແຫຼ່ງພະລັງທີ່ຮັບໃຊ້ການຫັນປ່ຽນ, ວິສາຫະກິດຈຳເປັນຕ້ອງມີຍຸດທະສາດທີ່ຈະແຈ້ງ, ເປົ້າໝາຍທີ່ເປັນຮູບປະທຳ, ຂໍ້ມູນທີ່ໜ້າເຊື່ອຖື, ແຜນການເງິນ ແລະ ຄວາມສາມາດພິສູດປະສິດທິຜົນ.

ຕາມທ່ານ ເລຮວ່າງມິງ, ຜູ້ອຳນວຍການບໍລິຫານຝ່າຍການຜະລິດ ບໍລິສັດຮ່ວມຮຸ້ນນົມຫວຽດນາມ (Vinamilk) ແລ້ວ, ວິສາຫະກິດບໍ່ຈຳເປັນຕ້ອງເລີ່ມຕົ້ນດ້ວຍບັນດາໂຄງການຂະໜາດໃຫຍ່. ການກວດນັບປະລິມານການປ່ອຍອາຍແກັສ, ການໃຊ້ພະລັງງານໃຫ້ມີປະສິດທິພາບສູງສຸດ, ການເລືອກເຕັກໂນໂລຊີທີ່ເໝາະສົມ ແລະ ການປັບວິທີດຳເນີນງານ ສາມາດເປັນບັນດາບາດກ້າວທຳອິດໄດ້.

ຕາມແນວທາງນີ້, ການພັດທະນາແບບຍືນຍົງບໍ່ຈຳເປັນຕ້ອງເລີ່ມຈາກຄຳປະກາດອັນຍິ່ງໃຫຍ່ ແຕ່ເລີ່ມຈາກບັນດາການປ່ຽນແປງທີ່ສາມາດເຫັນໄດ້ໃນແຕ່ລະໂຮງງານ, ສາຍການຜະລິດ ແລະ ຂັ້ນຕອນການບໍລິຫານ. ສິ່ງສຳຄັນແມ່ນ ຜົນສຳເລັດຕ້ອງສາມາດວັດແທກ, ກວດພິສູດໄດ້ ແລະ ສາມາດຂະຫຍາຍຜົນໄດ້.

ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ Nestlé ຫວຽດນາມ ເຫັນວ່າ ການພັດທະນາແບບຍືນຍົງຈະມີຄວາມແທ້ຈິງ ກໍຕໍ່ເມື່ອເຊື່ອມຕິດກັບຜົນປະໂຫຍດຂອງແຕ່ລະຂໍ້ຕໍ່ໃນຕ່ອງໂສ້ມູນຄ່າ; ການຫັນປ່ຽນສີຂຽວທັງເປັນຄວາມຮັບຜິດຊອບ, ທັງເປັນໂອກາດໃນການຍົກສູງຄວາມສາມາດແຂ່ງຂັນ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕໄລຍະຍາວ.

ຢູ່ເຂດໄຕຫງວຽນ, ຜ່ານໂຄງການ NESCAFÉ Plan, Nestlé ໄດ້ຮ່ວມເດີນທາງກັບຊາວກະສິກອນໃນການປັບປຸງວິທີການປູກຝັງ, ສະໜັບສະໜູນແນວພັນ, ການຫົດນ້ຳແບບປະຢັດ ແລະ ນຳໃຊ້ມາດຕະຖານ 4C. ມາຮອດປັດຈຸບັນ, ມີຫຼາຍກວ່າ 23 ພັນຄອບຄົວໄດ້ນຳໃຊ້, ຜ່ານນັ້ນຊ່ວຍປະຢັດນ້ຳຫົດ 40-60% ແລະ ຫຼຸດປະມານ 20% ຂອງປະລິມານຝຸ່ນ ແລະ ຢາປ້ອງກັນພືດ.

ຈາກຄວາມຮຽກຮ້ອງຕ້ອງການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຂະບວນການຫັນປ່ຽນໄດ້ຖືກເຊື່ອມຕິດກັບຜະລິດຕະພາບ, ຄຸນນະພາບ ແລະ ການດຳລົງຊີວິດຂອງຜູ້ຜະລິດ. ຮູບແບບນີ້ສະແດງໃຫ້ເຫັນວ່າ ການຫັນປ່ຽນຈະສາມາດສ້າງຜົນແຜ່ຂະຫຍາຍໄດ້ ກໍຕໍ່ເມື່ອຖືກຜັນຂະຫຍາຍຕະຫຼອດທັງຕ່ອງໂສ້.

ບັນດາວິສາຫະກິດທີ່ຢູ່ຕົ້ນຕ່ອງໂສ້ ຈຳເປັນຕ້ອງແບ່ງປັນມາດຕະຖານ, ຂໍ້ມູນ, ເຕັກໂນໂລຊີ ແລະ ປະສົບການກັບບັນດາຄູ່ຮ່ວມ, ໂດຍສະເພາະວິສາຫະກິດຂະໜາດກາງ ແລະ ນ້ອຍ.

ທ່ານ ຫງວຽນກວາງວິງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ປະທານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ (VBCSD) ເຫັນວ່າ ເພື່ອໃຫ້ການຫັນປ່ຽນຄວບຄູ່ເຂົ້າສູ່ການປະຕິບັດຢ່າງແທ້ຈິງ, ລັດຈຳເປັນຕ້ອງສືບຕໍ່ປັບປຸງລະບົບກົນໄກ ແລະ ລະບຽບການ, ໂຄງລ່າງພະລັງງານ, ໂຄງລ່າງດິຈິຕອນ ແລະ ຂໍ້ມູນ, ກົນໄກທົດລອງ ພ້ອມທັງບັນດາເຄື່ອງມືທາງການເງິນທີ່ເໝາະສົມ.

ບັນດາວິສາຫະກິດກໍຕ້ອງເປັນເຈົ້າການຍົກສູງຄວາມສາມາດ, ໂດຍເລີ່ມຈາກການວັດແທກປະລິມານການສິ້ນເປືອງ, ການສ້າງມາດຕະຖານຂໍ້ມູນ, ການປັບປຸງຂະບວນການ ແລະ ການເລືອກເຕັກໂນໂລຊີທີ່ເໝາະສົມ.

ບັນດາສະຖາບັນການເງິນຈຳເປັນຕ້ອງປະເມີນໂຄງການຫັນປ່ຽນໂດຍອີງໃສ່ຄວາມສາມາດສ້າງກະແສເງິນສົດ ແລະ ຄວາມສາມາດແຂ່ງຂັນໃນໄລຍະຍາວ, ແທນທີ່ຈະອີງໃສ່ພຽງແຕ່ຊັບສິນຄ້ຳປະກັນ.

ການຫັນປ່ຽນຄວບຄູ່ຈະມີຄວາມໝາຍຢ່າງແທ້ຈິງ ກໍຕໍ່ເມື່ອສາມາດປ່ຽນແປງຄວາມສາມາດຂອງວິສາຫະກິດ. ເມື່ອບັນດາຄວາມຮຽກຮ້ອງຕ້ອງການດ້ານການຫັນເປັນສີຂຽວ ແລະ ການຫັນເປັນດິຈິຕອນ ໄດ້ຖືກຫັນເປັນຮູບປະທຳດ້ວຍບັນດາການປ່ຽນແປງໃນການຜະລິດ ແລະ ການບໍລິຫານ, ການຫັນປ່ຽນຄວບຄູ່ຈຶ່ງຈະສາມາດກາຍເປັນແຮງຂັບເຄື່ອນໃໝ່ຂອງການເຕີບໂຕ ແລະ ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ.

ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ການຫັນປ່ຽນດິຈິຕອນ ເປີດກວ້າງໂອກາດການຂະຫຍາຍຕົວ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ
ຍສໝ - ບາງທັດສະນະຢູ່ເທິງເຄືອຂ່າຍອິນເຕີເນັດ ໄດ້ສວຍໂອກາດນຳໃຊ້ຄວາມຫຍຸ້ງຍາກ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອໃຫ້ທັດສະນະວ່າ ການຫັນປ່ຽນດິຈິຕອນ ພວມເຮັດໃຫ້ໄລຍະຫ່າງການຂະຫຍາຍຕົວເພີ່ມຂຶ້ນ, ພໍ່ແມ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນ ຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ຕົວຈິງການຜັນຂະຫຍາຍ, ບັນດາການຮັບຮູ້ນັ້ນ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນຢ່າງຖືກຕ້ອງ ເຖິງທາດແທ້ຂອງວິວັດທະນາການຂະຫຍາຍຕົວຢ່າງຮອບດ້ານ ທີ່ ຫວຽດນາມ ພວມສະແຫວງຫາ.
ຫວຽດນາມ - ລາວ ເປີດກວ້າງຂອບເຂດການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ AI ຫວຽດນາມ - ລາວ ເປີດກວ້າງຂອບເຂດການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ AI
ຍສໝ - ຈາກບັນດາປະສົບການຕົວຈິງ, ຫວຽດນາມ ແລະ ລາວ ເປີດກວ້າງທິດທາງການຮ່ວມມືໃໝ່ໃນການພັດທະນາເຕັກໂນໂລຊີ, ຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງວິສາຫະກິດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ