ເສດຖະກິດນະຄອນຫຼວງຮ່າໂນ້ຍເລັ່ງລັດການພັດທະນາ ມຸ່ງສູ່ເປົ້າໝາຍການເຕີບໂຕສອງຕົວເລກ

10:23 | 07/10/2026

ຍສໝ - ໃນໄຕມາດ III ປີ 2026, ຍອດຜະລິດຕະພັນລວມໃນທ້ອງຖິ່ນ (GRDP) ຂອງຮ່າໂນ້ຍ ເຕີບໂຕ 10,02%, ເປັນຄັ້ງທຳອິດໃນປີທີ່ບັນລຸອັດຕາການເຕີບໂຕສອງໃນໄຕມາດ III ປີ 2026, ຍອດຜະລິດຕະພັນລວມໃນທ້ອງຖິ່ນ (GRDP) ຂອງຮ່າໂນ້ຍ ເຕີບໂຕ 10,02%, ເປັນຄັ້ງທຳອິດໃນປີທີ່ບັນລຸອັດຕາການເຕີບໂຕສອງຕົວເລກ. ຜົນສຳເລັດນີ້ໄດ້ສ້າງແຮງຜັກດັນເພີ່ມເຕີມໃຫ້ນະຄອນເລັ່ງລັດການພັດທະນາໃນໄຕມາດ IV, ມຸ່ງສູ່ເປົ້າໝາຍການເຕີບໂຕຕະຫຼອດປີໃຫ້ບັນລຸ 11% ຂຶ້ນໄປ.. ຜົນສຳເລັດນີ້ໄດ້ສ້າງແຮງຜັກດັນເພີ່ມເຕີມໃຫ້ນະຄອນເລັ່ງລັດການພັດທະນາໃນໄຕມາດ IV, ມຸ່ງສູ່ເປົ້າໝາຍການເຕີບໂຕຕະຫຼອດປີໃຫ້ບັນລຸ 11% ຂຶ້ນໄປ.

APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027 ຫວຽດນາມ - ຍີ່ປຸ່ນ ມຸ່ງສູ່ການຮ່ວມມືຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ານເຕັກໂນໂລຊີ, ເສດຖະກິດ ແລະ ຊັບພະຍາກອນມະນຸດ

ຕອນບ່າຍວັນທີ 5 ຕຸລາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດການຖະແຫຼງຂ່າວເພື່ອແຈ້ງສະພາບການເສດຖະກິດ - ສັງຄົມ ໄຕມາດ III ປີ 2026. ທ່ານ ຫງວຽນ ຕຽນ ທຽດ, ຫົວໜ້າຫ້ອງການ ແລະ ໂຄສົກຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ປີ 2026 ແມ່ນປີທຳອິດຂອງການປະຕິບັດບັນດາເປົ້າໝາຍ ແລະ ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 2026-2030, ມີຄວາມໝາຍສຳຄັນໃນການສ້າງພື້ນຖານໃຫ້ນະຄອນຫຼວງກ້າວເຂົ້າສູ່ໄລຍະການເຕີບໂຕຢ່າງໄວວາ ແລະ ຍືນຍົງ.

ຫຼາຍແຮງຂັບເຄື່ອນການເຕີບໂຕສືບຕໍ່ສົ່ງຜົນ

ຕາມບົດລາຍງານຂອງຄະນະກຳມະການປະຊາຊົນນະຄອນ, ໃນ 9 ເດືອນຕົ້ນປີ, GRDP ເພີ່ມຂຶ້ນ 8,85%, ສູງກວ່າລະດັບການເຕີບໂຕ 7,92% ຂອງໄລຍະດຽວກັນໃນປີ 2025. ໃນນັ້ນ, ຂະແໜງບໍລິການເພີ່ມຂຶ້ນ 9,14%, ອຸດສາຫະກຳ - ກໍ່ສ້າງ ເພີ່ມຂຶ້ນ 8,8%; ສະເພາະຂະແໜງກໍ່ສ້າງເພີ່ມຂຶ້ນ 10,89%.

ຂະແໜງບໍລິການສືບຕໍ່ເປັນເສົາຄ້ຳທີ່ໃຫຍ່ທີ່ສຸດຂອງເສດຖະກິດ, ປະກອບສ່ວນຫຼາຍກວ່າ 6 ຈຸດເປີເຊັນເຂົ້າໃນການເຕີບໂຕໃນ 9 ເດືອນ. ຍອດມູນຄ່າຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການບໍລິໂພກ ບັນລຸ 810,9 ພັນຕື້ດົ່ງ, ເພີ່ມຂຶ້ນ 15,6% ທຽບກັບໄລຍະດຽວກັນ. ການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວປະມານ 27,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,2%; ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 6,67 ລ້ານເທື່ອຄົນ, ເພີ່ມຂຶ້ນ 22%.

ເສດຖະກິດນະຄອນຫຼວງຮ່າໂນ້ຍເລັ່ງລັດການພັດທະນາ ມຸ່ງສູ່ເປົ້າໝາຍການເຕີບໂຕສອງຕົວເລກ
ທ່ານ ຫງວຽນ ກົງ ແອັງ, ຮອງຫົວໜ້າພະແນກຍຸຕິທຳ ໃຫ້ຂໍ້ມູນໃນການຖະແຫຼງຂ່າວ. (ພາບ: T.L)

ການລົງທຶນ ແລະ ການກໍ່ສ້າງກໍໄດ້ເລັ່ງລັດເຊັ່ນກັນ. ຍອດທຶນລົງທຶນທົ່ວສັງຄົມໃນ 9 ເດືອນບັນລຸ 451,4 ພັນຕື້ດົ່ງ, ເພີ່ມຂຶ້ນ 19% ທຽບກັບໄລຍະດຽວກັນ. ຍອດສະສົມການເບີກຈ່າຍທຶນຮອດວັນທີ 30 ກັນຍາ ບັນລຸ 115.574 ຕື້ດົ່ງ, ເທົ່າກັບ 96,32% ຂອງແຜນການທີ່ນາຍົກລັດຖະມົນຕີມອບໝາຍ.

ໂຄງລ່າງພື້ນຖານດ້ານຄົມມະນາຄົມ ແລະ ຕົວເມືອງ ສືບຕໍ່ຖືກກຳນົດເປັນໜຶ່ງໃນແຮງຂັບເຄື່ອນທີ່ສຳຄັນ. ນະຄອນພວມສ້າງແຜນຜັງ 125 ສະບັບໃນລະດັບຕ່າງໆ, ຕິດຕາມ ແລະ ກະຕຸ້ນການປະຕິບັດບົດບັນທຶກຄວາມເຂົ້າໃຈ 50 ສະບັບກ່ຽວກັບການສົ່ງເສີມການລົງທຶນ ແລະ ເລັ່ງລັດ 84 ໂຄງການໂຄງລ່າງພື້ນຖານຍຸດທະສາດ ດ້ວຍມູນຄ່າລວມ 330.458 ຕື້ດົ່ງ.

ເຖິງຢ່າງໃດກໍຕາມ, ຮ່າໂນ້ຍຍັງປະເຊີນກັບຫຼາຍຄວາມຫຍຸ້ງຍາກ. ຈຳນວນວິສາຫະກິດທີ່ຢຸດກິດຈະການຊົ່ວຄາວ ແລະ ຍຸບເລີກກິດຈະການ ຍັງຢູ່ໃນລະດັບສູງ, ຄື 26,1 ພັນ ແລະ 10,6 ພັນວິສາຫະກິດ ຕາມລຳດັບ. ສິນຄ້າຄົງຄັງຂອງຂະແໜງປຸງແຕ່ງ ແລະ ຜະລິດ ໃນທ້າຍເດືອນກັນຍາເພີ່ມຂຶ້ນ 26,5%; ການສົ່ງອອກຍັງບໍ່ບັນລຸຕາມຄາດໝາຍ ເນື່ອງຈາກສິນຄ້າຫຼັກບາງກຸ່ມຍັງຫຼຸດລົງ. ດັດຊະນີລາຄາຜູ້ບໍລິໂພກ (CPI) ສະເລ່ຍ 9 ເດືອນເພີ່ມຂຶ້ນ 4,91%, ສ້າງແຮງກົດດັນເພີ່ມເຕີມຕໍ່ຕົ້ນທຶນການຜະລິດ ແລະ ກຳລັງຊື້.

ເພື່ອບັນລຸເປົ້າໝາຍ GRDP ຕະຫຼອດປີໃຫ້ສູງກວ່າ 11%, ມູນຄ່າເພີ່ມທີ່ຕ້ອງສ້າງຂຶ້ນໃນໄຕມາດ IV ຈະຕ້ອງມີຂະໜາດໃຫຍ່ຫຼາຍ. ດັ່ງນັ້ນ, ນະຄອນຈຶ່ງກຳນົດຈຸດສຸມໃນ 3 ເດືອນທ້າຍປີ ແມ່ນສູ້ຊົນບັນລຸເປົ້າໝາຍການເຕີບໂຕ GRDP ຕະຫຼອດປີໃຫ້ໄດ້ “ສອງຕົວເລກ”.

ສຸມໃສ່ແກ້ໄຂຈຸດອຸດຕັນ ແລະ ສ້າງແຫຼ່ງກຳລັງເພີ່ມເຕີມ

ບົນພື້ນຖານຜົນສຳເລັດໃນໄຕມາດ III, ຮ່າໂນ້ຍຈະທົບທວນຄືນສ່ວນການເຕີບໂຕທີ່ຍັງຂາດ, ກຳນົດມູນຄ່າເພີ່ມທີ່ຕ້ອງສ້າງຂຶ້ນໃນໄຕມາດ IV ແລະ ແບ່ງສະຖານະການຕາມ 3 ທາງເລືອກ ຄື ລະດັບສູງ, ປານກາງ ແລະ ຕ່ຳ ລົງໄປຫາແຕ່ລະພະແນກ, ຄະນະ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາຕາແສງ, ຄຸ້ມ.

ການລົງທຶນພາກລັດ, ການກໍ່ສ້າງ ແລະ ບັນດາໂຄງການສຳຄັນ ຖືກກຳນົດເປັນແຮງຂັບເຄື່ອນທີ່ສາມາດຄວບຄຸມໄດ້ຢ່າງເປັນຝ່າຍລິເລີ່ມຫຼາຍທີ່ສຸດ. ນະຄອນຈະສືບຕໍ່ກວດກາຄວາມຄືບໜ້າການເບີກຈ່າຍທຶນຂອງແຕ່ລະເຈົ້າຂອງການລົງທຶນ ແລະ ແຕ່ລະໂຄງການ; ສຸມໃສ່ແກ້ໄຂຈຸດອຸດຕັນດ້ານການປົດປ່ອຍໜ້າດິນ, ທີ່ດິນ, ຂັ້ນຕອນການລົງທຶນ, ແຫຼ່ງວັດສະດຸ ແລະ ການຈັດຕັ້ງກໍ່ສ້າງ.

ເສດຖະກິດນະຄອນຫຼວງຮ່າໂນ້ຍເລັ່ງລັດການພັດທະນາ ມຸ່ງສູ່ເປົ້າໝາຍການເຕີບໂຕສອງຕົວເລກ
ຕາມຄະນະກຳມະການປະຊາຊົນນະຄອນ, ໃນ 9 ເດືອນຕົ້ນປີ 2026, GRDP ເພີ່ມຂຶ້ນ 8,85%, ສູງກວ່າລະດັບການເຕີບໂຕ 7,92% ຂອງໄລຍະດຽວກັນໃນປີ 2025. (ພາບ: T.L)

ບັນດາໂຄງການຄົມມະນາຄົມ, ທາງລົດໄຟໃນເມືອງ, ຂົວຂ້າມແມ່ນ້ຳຮົ່ງ, ໂຄງການປ້ອງກັນນ້ຳຖ້ວມ ແລະ ໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ ຈະໄດ້ຮັບການເລັ່ງລັດຄວາມຄືບໜ້າ. ພ້ອມກັນນັ້ນ, ນະຄອນຍັງຈະສົ່ງເສີມການລົງທຶນພາກເອກະຊົນ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ເລັ່ງລັດບັນດາໂຄງການທີ່ໄດ້ຮັບຄວາມເຫັນຊອບໃນຫຼັກການ ຫຼື ມີຄຳໝັ້ນສັນຍາລົງທຶນແລ້ວ.

ສຳລັບການຜະລິດອຸດສາຫະກຳ, ການສົ່ງອອກ ແລະ ການຊ່ວຍເຫຼືອວິສາຫະກິດ, ນະຄອນຈະເຮັດວຽກໂດຍກົງກັບບັນດາວິສາຫະກິດທີ່ມີຄວາມສາມາດເພີ່ມກຳລັງການຜະລິດໃນໄຕມາດ IV ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານສິນເຊື່ອ, ທີ່ດິນ, ວັດຖຸດິບ, ພະລັງງານ, ແຮງງານ, ລະບົບຂົນສົ່ງ (logistics) ແລະ ຂັ້ນຕອນການລົງທຶນ.

ຄຽງຄູ່ກັບບັນດາມາດຕະການຊຸກຍູ້ການເຕີບໂຕ, ຮ່າໂນ້ຍຍັງສືບຕໍ່ປັບປຸງລະບົບກົດໝາຍ ຄຽງຄູ່ກັບການປະຕິບັດກົດໝາຍນະຄອນຫຼວງ ເລກທີ 02/2026/QH16.

ທ່ານ ຫງວຽນ ກົງ ແອັງ, ຮອງຫົວໜ້າພະແນກຍຸຕິທຳຮ່າໂນ້ຍ ໃຫ້ຮູ້ວ່າ ໃນໄຕມາດ III, ພະແນກຍຸຕິທຳໄດ້ປະເມີນ 105 ສຳນວນ, ເຂົ້າຮ່ວມໃຫ້ຄຳເຫັນຕໍ່ 353 ຮ່າງ ແລະ ສຳນວນເອກະສານ. ນະຄອນໄດ້ປະກາດໃຊ້ເອກະສານນິຕິກຳ 127 ສະບັບ, ລວມມີ 68 ມະຕິຂອງສະພາປະຊາຊົນນະຄອນ ແລະ 59 ຂໍ້ຕົກລົງຂອງຄະນະກຳມະການປະຊາຊົນນະຄອນ.

ມາຮອດປັດຈຸບັນ, ສະພາປະຊາຊົນນະຄອນໄດ້ປະກາດໃຊ້ມະຕິທີ່ເປັນເອກະສານນິຕິກຳແລ້ວ 60/64 ສະບັບ; ຄະນະກຳມະການປະຊາຊົນນະຄອນໄດ້ປະກາດໃຊ້ຂໍ້ຕົກລົງ 16/26 ສະບັບ ເພື່ອກຳນົດລາຍລະອຽດການປະຕິບັດກົດໝາຍນະຄອນຫຼວງ. ບັນດາກຸ່ມນະໂຍບາຍໄດ້ສຸມໃສ່ການດຶງດູດນັກລົງທຶນຍຸດທະສາດ, ຊ່ວຍເຫຼືອວິສາຫະກິດພາກເສດຖະກິດເອກະຊົນ, ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ, ພັດທະນາເຂດເຕັກໂນໂລຊີສູງ, ຂຸດຄົ້ນນຳໃຊ້ພື້ນທີ່ໃຕ້ດິນ, ນ່ານຟ້າລະດັບຕ່ຳ, ເສດຖະກິດກາງຄືນ, ຊັບພະຍາກອນມະນຸດຄຸນນະພາບສູງ, ວັດທະນະທຳ, ການສຶກສາ ແລະ ສະຫວັດດີການສັງຄົມ.

ສິ່ງທີ່ໜ້າສົນໃຈແມ່ນ ນະຄອນພວມສ້າງຊຸດກົດລະບຽບມາດຕະຖານກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ປັນຍາປະດິດໃນຂອບເຂດຮ່າໂນ້ຍ; ພ້ອມກັນນັ້ນ ກໍພວມສ້າງບັນດາຂໍ້ກຳນົດເພື່ອຮັບໃຊ້ການປັບປຸງ, ຕົບແຕ່ງ, ສ້າງຕົວເມືອງຄືນໃໝ່ ແລະ ພັດທະນາທີ່ຢູ່ອາໄສເພື່ອຮັບໃຊ້ເປົ້າໝາຍສະຫວັດດີການສັງຄົມ.

ຕາມທ່ານ ຫງວຽນ ກົງ ແອັງ, ໃນເວລາຕໍ່ໜ້າ ຮ່າໂນ້ຍຈະສືບຕໍ່ປັບປຸງບັນດາເອກະສານທີ່ຍັງເຫຼືອໃຫ້ສຳເລັດ ເພື່ອປະຕິບັດກົດໝາຍນະຄອນຫຼວງຢ່າງຄົບຖ້ວນ, ທົບທວນລະບົບເອກະສານເພື່ອຮັບປະກັນຄວາມເປັນເອກະພາບ, ສອດຄ່ອງກັນ ແລະ ເໝາະສົມກັບສະພາບຕົວຈິງ. ນະຄອນຮຽກຮ້ອງໃຫ້ເພີ່ມທະວີລະບຽບວິໄນ, ຄວາມເຂັ້ມງວດ ແລະ ຄວາມຮັບຜິດຊອບໃນການປະຕິບັດ, ຕາມທິດນຳ “ເປົ້າໝາຍຈະແຈ້ງ, ໜ້າທີ່ຈະແຈ້ງ, ອົງການຮັບຜິດຊອບຫຼັກຈະແຈ້ງ, ຄວາມຄືບໜ້າຈະແຈ້ງ, ຜົນສຳເລັດສຸດທ້າຍຈະແຈ້ງ”, ເຊື່ອມໂຍງຄວາມຮັບຜິດຊອບຂອງຜູ້ນຳກັບຜົນການປະຕິບັດ.

ຈາກລະດັບການເຕີບໂຕ 10,02% ໃນໄຕມາດ III, ຮ່າໂນ້ຍພວມກ້າວເຂົ້າສູ່ໄລຍະເລັ່ງລັດສຸດທ້າຍ ດ້ວຍຄວາມຕ້ອງການຮັກສາບັນດາແຮງຂັບເຄື່ອນທີ່ມີຢູ່, ພ້ອມທັງແກ້ໄຂບັນດາຈຸດອຸດຕັນ ເພື່ອສ້າງມູນຄ່າການເຕີບໂຕເພີ່ມເຕີມໃນໄຕມາດສຸດທ້າຍຂອງປີ.

ຫວຽດນາມ ແລະ EFTA ລົງນາມສັນຍາການຄ້າເສລີ, ຂະຫຍາຍໂອກາດການຮ່ວມມືທາງເສດຖະກິດ ຫວຽດນາມ ແລະ EFTA ລົງນາມສັນຍາການຄ້າເສລີ, ຂະຫຍາຍໂອກາດການຮ່ວມມືທາງເສດຖະກິດ
ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເປັນສັກຂີພິຍານໃນພິທີລົງນາມສັນຍາການຄ້າເສລີລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ເປັນຂີດໝາຍແຫ່ງບາດກ້າວພັດທະນາທີ່ສຳຄັນໃນສາຍພົວພັນການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.
ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ
ຍສໝ - ຫວຽດນາມ ແລະ ລາວ ເຫັນດີເລັ່ງລັດການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນບັນດາໂຄງການເຊື່ອມໂຍງທາງຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສູ້ຊົນໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດໂດຍໄວ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ