ຫວຽດນາມ ໜູນຊ່ວຍ ລັດຖະບານ ແລະ ປະຊາຊົນລາວ ຮັບມືກັບໂລກລະບາດ ໂຄວິດ - 19

19:25 | 07/04/2020

ຍສໝ - ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.    

ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19 ອ​າ​ຊຽນຍົກ​ສູງ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19 ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19
ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19
ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.(ພາບ: ກວາງຮ໋ຽວ)

ບົນຈິດໃຈນັ້ນ, ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ພາຍໃຕ້ການອະນຸຍາດຂອງ ທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ, ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ. ລາວ ໄດ້ມອບອຸປະກອນການແພດ ດ້ວຍມູນຄ່າຫຼາຍກ່ວາ 7 ຕື້ ດົ່ງ ສຳລັບຜູ້ຕາງໜ້າຂອງລັດຖະບານລາວ. ນີ້ແມ່ນຂອງຂວັນຈາກລັດຖະບານ ແລະ ປະຊາຊົນຫວຽດນາມ ເພື່ອຊ່ວຍເຫຼືອ ລັດຖະບານ ແລະ ປະຊາຊົນລາວ ໃນການຮັບມືກັບໂລກລະບາດ ໂຄວິດ - 19.

ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ຜ້າອັດປາກ 330.000 ອັນ, ຊຸດກັນພະຍາດ 1.000 ຊຸດ, ເຄື່ອງຈັກທີ່ຈຳເປັນ 3 ເຄື່ອງ ແລະ ອຸປະກອນການແພດອື່ນໆ. ເຄື່ອງຊ່ວຍເຫລືອດັ່ງກ່າວມີມູນຄ່າ 1 ແສນໂດລາສະຫະລັດ, ຈາກກະຊວງສາທາລະນະສຸກ 5 ຕື້ດົງ ແລະ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມຈຳນວນ 250 ລ້ານດົ່ງ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ. ລາວ ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ. ລາວ.

ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານ ຫງວຽນບ່າຮຸ່ງ ປາດຖະໜາ ວ່າການຊ່ວຍເຫຼືອເບື້ອງຕົ້ນໃນຄັ້ງນີ້ຈະໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອປະຊາຊົນລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນໂດຍໄວ. ທ່ານ ຫງວຽນບ່າຮຸ່ງ ຢືນຢັນວ່າໃນໄລຍະຈະມາເຖິງ, ບັນດາກະຊວງ, ທ້ອງຖິ່ນຕ່າງໆຂອງຫວຽດນາມຈະສືບຕໍ່ສະໜັບສະໜູນ ລາວ ດ້ວຍຫຼາຍມາດຕະການສະເພາະ.

ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ, ທ່ານ ສົມດີ ດວງດີ ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາາຊົນຫວຽດນາມ ກໍ່ຄືກະຊວງສາທາລະນະ​ສຸກ ​ແລະ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ສສ ຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນການແພດທີ່ໄດຮັບການຊ່ວຍເຫຼືອໃນເທື່ອນີ້ຈະນຳໃຊ້ເຂົ້າໃນວຽກງານການສະກັດກັ້ນ ແລະ ກັນການລະບາດຂອງໂຄວິດ - 19 ຢູ່ ສປປ. ລາວໃຫ້ມີປະສິດທິຜົນສູງ.

ກ່ອນໜ້ານັ້ນ, ໃນຕອນບ່າຍຂອງວັນທີ 26 ມີນາ 2020, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ສສ. ລາວ ທອງລຸນ ສີສຸລິດ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ໃນການຮັບມືກັບໂລກລະບາດ ໂຄວິດ - 19.

ໃນການໂອ້ລົມສົນທະນາທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ເນັ້ນໜັກເຖິງການສົມທົບ ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດໃນສະພາບເກີດໂລກລະບາດໂຄວິດ - 19 ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ.

ທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານລາວ ໃນການຜັນຂະຫຍາຍບັນດາມາດຕະການສະກັດກັ້ນໂລກລະບາດໂຄວິດ - 19; ພ້ອມທັງເນັ້ນໜັກວ່າ ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍລັດຖະບານ ລາວ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 1 ແສນໂດລາສະຫະລັດ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງດ້ານສາທາລະນະສຸກໄປໜູນຊ່ວຍລາວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19 ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມິນ ຕັ້ງ​ໜ້າ​ແບ່ງ​ປັນ​ປະ​ສົບ​ການ ແລະ ​ໜູນຊ່ວຍ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.

ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19 ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ

ຍສໝ - ຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ.

ຫວຽດນາມ ໜ ນຊ ວຍ ລ ດຖະບານ ແລະ ປະຊາຊ ນລາວ ຮ ບມ ກ ບໂລກລະບາດ ໂຄວ ດ 19 ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດພາຍໃນ ແລະ ຕ່າງປະເທດ

ເມື່ອບໍ່ດົນມານີ້, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ ໄດ້ດໍາເນີນລາຍການເວທີປາໄສນັກທຸລະກິດ ຫວຽດນາມ 2019 ດ້ວຍຫົວຂໍ້ “ຫວຽດນາມ 2045 - ຄວາມມຸ່ງຫວັງທີ່ເຂັ້ມແຂງແຮງກ້າ ແລະພາລະກໍາຂອງນັກທຸລະກິດ”.

ໄຊພອນ

ເຫດການ
302 Found

Found

The document has moved here.