ຄະນະຜູ້ແທນກອງທັບປະຊາຊົນລາວ ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ

06:03 | 31/12/2019

ຍສໝ - ໃນຕອນທ້າຍຂອງເດືອນທັນວາ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນ ລາວ ນຳໂດຍ ທ່ານ ພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ, ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.

ຄະນະຜູ້ແທນກອງທັບປະຊາຊົນລາວ ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ

ກຸ່ມນັກຂ່າວໜັງສືພິມກອງທັບປະຊາຊົນລາວ ເບິ່ງຮູບຈຳລອງແຜ່ແຜນທີ່ ບັ້ນຮົບດ້ຽນບຽນຝູ. (ພາບ: qdnd.vn)

ໃນຕອນທ້າຍຂອງເດືອນທັນວາ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນ ລາວ ນຳໂດຍ ທ່ານ ພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ, ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ. ພ້ອມດ້ວຍຄະນະເຂົ້າຮ່ວມ ມີບັນດາສະຫາຍທີ່ຕາງໜ້າພະແນກການ ທີ່ເຮັດວຽກໃນໜັງສືພິມກອງທັບປະຊາຊົນລາວ ແລະ ຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນ.

ຢູ່ທີ່ນີ້, ໜັງສືພິມກອງທັບປະຊາຊົນລາວ ໄດ້ແນະນໍາບັນດາວັດຖຸພັນທີ່ວາງສະແດງຢູ່ຫໍພິພິທະພັນ, ໃນນັ້ນມີບັນດາວັດຖຸພັນອັນລ້ຳຄ່າຫລາຍຢ່າງ, ພິເສດແມ່ນ 4 ຊັບສົມບັດແຫ່ງຊາດ, ໃນນັ້ນມີ: ເຮືອບິນ MIG 21 ໝາຍເລກ 4324, ເຮືອບິນ MIG 21 ໝາຍເລກ 5121, ແຜນກຳນົດ “ການຕັດສິນໃຈບັ້ນຮົບໂຮ່ຈີມິນ, ລົດຕັງ T54B ເລກ 843...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.