ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

13:30 | 04/12/2020

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ໃນ​ບັນ​ດາຂົງ​ເຂດທັງ​ໝົດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ.

ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ
ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ
ທ່ານລັດຖະມົນຕີ ໂຕເລິມ ຕ້ອນຮັບຄະນະຜູ້ແທນອົງການຕຳຫຼວດແຫ່ງຊາດ ສ.ເກົາຫຼີ (ພາບ: VOV)

ຕອນເຊົ້າວັນທີ 03 ທັນວາ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນອົງການຕຳຫຼວດແຫ່ງຊາດສາ​ທາ​ລະ​ນະ​ລັດ​ເກົາຫຼີ ຢ່າງເປັນທາງການ ໂດຍທ່ານ Kim Chang Yong, ຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສາ​ທາ​ລະ​ນະ​ລັດ​ເກົາຫຼີ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ໃນ​ບັນ​ດາຂົງ​ເຂດທັງ​ໝົດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ.ທ່ານລັດຖະມົນຕີ ໂຕເລິມ ກໍ່ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ອົງການຕຳຫຼວດແຫ່ງຊາດສາ​ທາ​ລະ​ນະ​ລັດ​ເກົາຫຼີຈະນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີ ໃຫ້ພັດທະນາຢ່າງໝັ້ນຄົງ, ຍາວນານ.

ສ່ວນທ່ານ Kim Chang Yong, ຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສາ​ທາ​ລະ​ນະ​ລັດ​ເກົາຫຼີ ເຊື່ອໝັ້ນວ່າ, ດ້ວຍການຮ່ວມມືຂອງ 2 ຝ່າຍໃນບັນດາຂົງເຂດຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ, ການຮ່ວມມືບຳລຸງສ້າງ… ຈະມີບັນດາບາດກ້າວພັດທະນາໃໝ່, ປະກອບສ່ວນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ທ່ານຜູ້ບັນຊາການ Kim Chang Yong ກໍ່ຢັ້ງ​ຢືນ​ວ່າ​ຈະ​ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ເກົາຫຼີ ແລະ ຫວຽດ​ນາມ ເວົ້າ​ລວມ, ລະ​ຫວ່າງ ອົງ​ການ​ຕຳ​ຫຼວດ​ແຫ່ງ​ຊາດສາ​ທາ​ລະ​ນະ​ລັດ​ເກົາຫຼີ ແລະ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ເວົ້າ​ສະ​ເພາະ​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ມອບຜ້າບັງປາກ 5,000 ຜືນ ໃຫ້ ຊາວຫວຽດນາມ ຢູ່ ສ. ເກົາຫຼີ

ຍສໝ - ໂດຍຜ່ານການສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ວັນທີ 31 ມີນາ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ສົ່ງມອບຜ້າບັງປາກ 5,000 ຜືນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ. ເກົາຫຼີ.

ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ ເອກອັກຄະລັດຖະທູດ ສ.ເຊັກໂກ ໄດ້ຂອບໃຈຫວຽດນາມໄດ້ສ້າງເງື່ອນໄຂສະດວກຈັດຖ້ຽວບິນຂົນສົ່ງພົນລະເມືອງ ສ.ເຊັກໂກ ແລະ ອີຢູ 300 ຄົນກັບຄືນເມືອປະເທດ

ຍສໝ - ທ່ານເອກອັກຄະລັດຖະທູດ ສ.ເຊັກໂກ Viteslav Grepl ໄດ້ຂອບໃຈຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກ ຈັດຖ້ຽວບິນ ຂົນສົ່ງພົນລະເມືອງ ສ.ເຊັກໂກ ແລະ ອີຢູ 300 ຄົນກັບຄືນເມືອປະເທດໃນວັນທີ 25 ມີນາ 2020 ຜ່ານມາ.

ຫວຽດນາມ ແລະ ສ ເກ າຫ ເພ ມທະວ ການຮ ວມມ ດ ານປ ອງກ ນຄວາມສະຫງ ບ ການເປີດຕົວສະຖານທີ່ໃໝ່ຂອງສະຫະສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ

ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ເຊີອູນ (ປະເທດ ສ.ເກົາຫຼີ), ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງສ້າງຕັ້ງ ສາຂາສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ ເຂດ Gyeonggi ເອີ້ນຫຍໍ້ວ່າ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.