ການເປີດຕົວສະຖານທີ່ໃໝ່ຂອງສະຫະສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ

18:53 | 23/12/2019

ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ເຊີອູນ (ປະເທດ ສ.ເກົາຫຼີ), ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງສ້າງຕັ້ງ ສາຂາສະມາຄົມ ນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ ເຂດ Gyeonggi ເອີ້ນຫຍໍ້ວ່າ ສາຂາສະມາຄົມ Gyeonggi - ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ການລົງທຶນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ.

ພິທີເປີດຕົວ ສາຂາສະມາຄົມໃໝ່ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ເຈິນຫ໋າຍລິງ ປະທານ ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໃຫ້ຮູ້ວ່າ ເປົ້າໝາຍລວມຂອງສະຫະສະມາຄົມບໍ່ພຽງແຕ່ແນໃສ່ຍູ້ແຮງການສົ່ງເສີມລົງທຶນລະຫວ່ງບັນດາວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີເທົ່ານັ້ນ ແຕ່ຍັງເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຢີ, ກໍ່ຄືນຳໃຊ້ມາດຕະຖານເຕັກໂນໂລຢີຂອງ ສ.ເກົາຫຼີເຂົ້າບັນດາຜະລິດຕະພັນກະເສດຂອງ ຫວຽດນາມ, ເພື່ອແນໃສ່ຮັບປະກັນເງື່ອນໄຂ ນຳເອົາຜະລິດຕະພັນກະເສດຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ ແລະ ບັນດາຕະຫຼາດອື່ນໆອີກ.

ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ປາດຖະໜາວ່າ ໃນໄລຍະຈະມາເຖິງຈະເປີດກ້ວາງເຄືອຂ່າຍ ສາຂາສະມາຄົມໃນທົ່ວ ສ.ເກົາຫຼີ ພ້ອມທັງຄາດວ່າຈະເປີດຕົວບັນດາ ສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ ໃນເດືອນ ມັງກອນ - ກຸມພາ ປີ 2020.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.