ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ

17:03 | 27/11/2020

ຍ​ສ​ໝ - ທ່ານ Park Noh Won ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ.ເກົາຫຼີ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​​ການ​ເປີດລະ​ດັບ​ໃຫຍ່, ການ​ພັດ​ທະ​ນາ​ມີ​ສະ​ຖຽນ​ລະ​ພາບ, ເຂົ້າ​ຮ່ວມຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ FTA…

ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ
ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ
ທ່ານ ເຈິ່ນ​ຕ໊ວນ​ແອັງ ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ກ່າວ​ສ​ຄຳ​ເຫັນການ​ໂອ້​ລົມ​ສົນ​ທະ​ນາ (ພາບ: Bnew)​

ຕອນ​ບ່າຍ​ວັ​ນ​ທີ 26 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກຳ ແລະ ການ​ຄ້າ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ດຳ​ເນີນ​ການ​ແລກ​ປ່ຽນ​ມາດ​ຕະ​ການ​ຊຸກ​ຍູ້​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ສາ​ມາດ​ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົ​ບ​ງາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ, ທ່ານ ເຈິ່ນ​ຕ໊ວນ​ແອັງ ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໃຫ້​ຮູ້​ວ່າ, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ການ​ເດີນ​ທາງ​ໄປ​ມາ, ເຂົ້າ​ເມືອງ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ແຕ່​ສອງ​ປະ​ເທດ​ຍັງ​ປະ​ສົມ​ຜົນ​ສຳ​ເລັດ​ໃນ​ການ​ນຳ​ນັກ​ຊ່ຽວ​ຊານ​ສ.ເກົາຫຼີ ກ່​ວາ 10.000 ຄົນ ໄປ​ຮັບ​ໃຊ້​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ. ນີ້​ແມ່ນ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວທີ່​ເປັນ​ປົກ​ກ​ປະ​ຕ​ິ​ຂອງ​ບັນ​ດາ​ໂຮງ​ງານ, ວິ​ສາ​ຫະ​ກິດ FDI ສ.ເກົາຫຼີ ຢູ່ ຫວຽດ​ນາມ.

ເມື່ອແບ່ງ​ປັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ Park Noh Won ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ.ເກົາຫຼີ ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​​ການ​ເປີດລະ​ດັບ​ໃຫຍ່, ການ​ພັດ​ທະ​ນາ​ມີ​ສະ​ຖຽນ​ລະ​ພາບ, ເຂົ້າ​ຮ່ວມຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ FTA… ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ ສ.ເກົາຫຼີ​ ຮູ້​ສຶກ​ອຸ່ນ​ອຽງ​ໃຈ​ເມື່ອ​ມາ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທີ​່​ພວມ​ດຳ​ເນີນ​ໄປ​ຢ່າງ​ສັບ​ສົນ, ຜົນ​ສະ​ທ້ອນ​ຂອງ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ຄວນ​ເຊື່ອມ​ຕໍ່​, ແລກ​ປ່ຽນເປັນ​ປະ​ຈຳ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລ​ະ​ກິດ, ລົງ​ທຶນ​ໃຫ້ຫຼາຍ​ກ່​ວາ​ອີກ.

ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ.ລາວ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ

ໃນວັນທີ 19 ພະຈິກ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາ ຂອງທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ເນື່ອງໃນໂອກາດ ສຳເລັດໜ້າທີ່ ...

ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ດ​່າ​ນັ້ງ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ຊ ກ ຍ ການ ຮ ວມ ມ ລະ ຫວ າງ ຫວຽດ ນາມ ແລະ ສ ເກ າຫ ທ່ານ Park Byeong-Seug ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ຍ​ສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີ ພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.