ສປຊ ມອບຫຼຽນກາໃຫ້ທະຫານໝວກເບເລສີຟ້າຫວຽດນາມ 184 ທ່ານ

15:57 | 16/07/2026

ຍສໝ - ກອງກຳລັງຮັກສາຄວາມສະຫງົບຊົ່ວຄາວຂອງອົງການສະຫະປະຊາຊາດປະຈຳເຂດອາບີເອ (UNISFA) ໄດ້ມອບຫຼຽນກາຮັກສາສັນຕິພາບຂອງສະຫະປະຊາຊາດໃຫ້ແກ່ພະນັກງານ ແລະ ນາຍທະຫານຫວຽດນາມ 184 ທ່ານ ຈາກກອງວິສະວະກຳເລກທີ 4 ແລະ ບັນດານາຍທະຫານທີ່ປະຕິບັດໜ້າທີ່ເປັນລາຍບຸກຄົນ. ຫຼຽນກາດັ່ງກ່າວເປັນການຍົກຍ້ອງຄວາມອຸທິດຕົນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມເປັນມືອາຊີບຂອງກຳລັງຫວຽດນາມ ໃນການປະຕິບັດພາລະກິດຢູ່ເຂດອາບີເອ.

ຄະນະ​ຜູ້​ແທນ​ນັກຮົບ​ອາສາ​ສະໝັກເກົ່າ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຈຳປາ​ສັກ
ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ
ສປຊ ມອບຫຼຽນກາໃຫ້ທະຫານໝວກເບເລສີຟ້າຫວຽດນາມ 184 ທ່ານ
ບັນດານັກຮົບໝວກເບເລສີຟ້າ ຫວຽດນາມ ໄດ້ຮັບກຽດເຂົ້າຮ່ວມຮັບຫຼຽນກາ ຈາກອົງການສະຫະປະຊາຊາດ.

ພິທີມອບຫຼຽນກາມີທ່ານພົນຈັດຕະວາ Ganesh Kumar Shrestha, ຜູ້ບັນຊາການກຳລັງທະຫານ ແລະ ຮັກສາການຫົວໜ້າກອງກຳລັງ UNISFA; ຜູ້ຕາງໜ້າອຳນາດການປົກຄອງເຂດບໍລິຫານພິເສດອາບີເອ; ຄະນະບັນຊາການບັນດາກົມກອງສາກົນ ແລະ ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພັນເອກ ຟາມ ເຕິນ ຟອງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ເຂົ້າຮ່ວມ. ກ່າວທີ່ພິທີ, ທ່ານພົນຈັດຕະວາ Ganesh Kumar Shrestha ເນັ້ນວ່າ ຫຼຽນກາບໍ່ພຽງແຕ່ເປັນການຍົກຍ້ອງຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ, ແຕ່ຍັງຢັ້ງຢືນເຖິງການອຸທິດຕົນຢ່າງແທ້ຈິງຂອງກຳລັງຫວຽດນາມ. ທ່ານຕີລາຄາສູງຜົນງານການປັບປຸງຈຸດສັນຈອນທີ່ອັນຕະລາຍໃຫ້ເປັນໂຄງລ່າງພື້ນຖານທີ່ປອດໄພ, ລວມທັງຂົວ Banton, ແລະ ການຮັກສາເສັ້ນທາງຄົມມະນາຄົມຫຼັກເກືອບ 100 ກິໂລແມັດໃຫ້ສັນຈອນໄດ້ສະດວກ ແມ່ນແຕ່ໃນສະພາບການທີ່ຫຍຸ້ງຍາກ. ທ່ານຍັງຍົກຍ້ອງບັນດາທະຫານຫວຽດນາມວ່າເປັນ “ທູດແບບຢ່າງ” ທີ່ຊ່ວຍສ້າງຄວາມໄວ້ວາງໃຈລະຫວ່າງຊຸມຊົນທ້ອງຖິ່ນກັບສະຫະປະຊາຊາດ.

ທ່ານພັນເອກ ຟາມ ເຕິນ ຟອງ ໄດ້ສະແດງຄວາມພາກພູມໃຈຕໍ່ການຍອມຮັບຂອງສະຫະປະຊາຊາດ, ຊົມເຊີຍຜົນງານຂອງກອງວິສະວະກຳເລກທີ 4 ແລະ ບັນດານາຍທະຫານທີ່ປະຕິບັດໜ້າທີ່ເປັນລາຍບຸກຄົນ. ທ່ານຢືນຢັນວ່າ ຫຼຽນກາເປັນການຍົກຍ້ອງບົດບາດ, ຄວາມອົດທົນ ແລະ ຄວາມເປັນມືອາຊີບຂອງກຳລັງຫວຽດນາມ, ພ້ອມສະແດງຄວາມເຊື່ອໝັ້ນວ່າ ບັນດານາຍທະຫານຈະສືບຕໍ່ຮັກສາຄຸນທາດ ແລະ ພາບພົດອັນດີງາມຂອງ “ທະຫານລຸງໂຮ່”, ສຳເລັດພາລະກິດທີ່ເຫຼືອຢູ່ຢ່າງດີເລີດ. ທ່ານຍັງໄດ້ຂອບໃຈຄະນະນຳ UNISFA ທີ່ຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ກຳລັງຫວຽດນາມຕະຫຼອດມາ.

ນອກຈາກການປະຕິບັດໜ້າທີ່ດ້ານວິສະວະກຳ ແລະ ຮັບປະກັນໂຄງລ່າງພື້ນຖານຄົມມະນາຄົມແລ້ວ, ກອງວິສະວະກຳເລກທີ 4 ຍັງໄດ້ດຳເນີນຫຼາຍກິດຈະກຳປະສານງານ ແລະ ຊ່ວຍເຫຼືອປະຊາຊົນ (CIMIC), ເຊັ່ນ ການກວດ ແລະ ປິ່ນປົວພະຍາດ, ສ້ອມແປງໂຮງຮຽນ ແລະ ຜະລິດໂຕະຕັ່ງໃຫ້ນັກຮຽນ. ກິດຈະກຳເຫຼົ່ານີ້ໄດ້ສ້າງພາບພົດອັນໃກ້ຊິດຂອງທະຫານໝວກເບເລສີຟ້າຫວຽດນາມ, ປະກອບສ່ວນຮັກສາສະຖຽນລະພາບ ແລະ ເສີມສ້າງຄວາມໄວ້ວາງໃຈກັບປະຊາຊົນເຂດອາບີເອ.

ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ

ຍສໝ - ນັ້ນ​ແມ່ນ​ໝາກຜົນ​ທີ່ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ບັນລຸ​ໄດ້​ໃນ​ໄລຍະ 30 ປີຜ່ານມາ.

ນຳອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 12 ອັດຖິຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ ກັບຄືນ​ສູ່​ບ້ານເກີດເມືອງນອນ ນຳອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 12 ອັດຖິຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ ກັບຄືນ​ສູ່​ບ້ານເກີດເມືອງນອນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 18 ມິຖຸນາ​, , ຢູ່​ແຂວງ​ອຸດົມ​ໄຊ (ພາກ​ເໜືອ​ຂອງ​ລາວ), ​ໄດ້​ດຳເນີນພິທີ​ມອບຮັບ, ໄວ້ອາໄລ ແລະ ສົ່ງອັດຖິ​ນັກຮົບອາສາສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ກັບ​ຄືນ​ປະ​ເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ