ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ

08:59 | 21/06/2024

ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ຊຸດກັບເມື່ອບ້ານເກີດເມືອງນອນ

ນຳອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 12 ອັດຖິຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ ກັບຄືນ​ສູ່​ບ້ານເກີດເມືອງນອນ
ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ວັນທີ 17 ມິຖຸນາ, ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ໄດ້ດຳເນີນຢູ່ແຂວງ ອຸດົມໄຊ, ທາງທິດເໜືອລາວ. ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ແມ່ນໜຶ່ງໃນ 8 ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ປະຕິບັດໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາວ.

ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ

ໃນ 30 ປີຜ່ານມາ, ທາງກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ສາມາດຄົ້ນຫາ, ທ້ອນໂຮມໄດ້ 1.835 ອັດຖິ, ໃນນັ້ນມີ 387 ອັດຖິ ໄດ້ຮັບການລະບຸຢັ້ງຢືນຊື່ ແລະນາມສະກຸມ, ມອບໃຫ້ 25 ແຂວງ, ນະຄອນໃນທົ່ວປະເທດຫວຽດນາມ.

ຢູ່ພິທີ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຮູ້ບູນຄູນຕໍ່ການເສຍສະຫຼະຊີວິດຂອງບັນດາທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໃນພາລະກິດແຫ່ງການປະຕິວັດສາກົນອັນສູງສົ່ງ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ ພ້ອມກັບທະຫານ ແລະປະຊາຊົນລາວ ຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ແກ່ປະຊາຊົນລາວ ບັນດາເຜົ່າ.

ທ່ານ ອ່ອນແກ້ວ ສະເໜີອຳນາດການປົກຄອງ ແລະປະຊາຊົນ 6 ແຂວງທາງທິດເໜືອລາວ ຖືວຽກງານຄົ້ນຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງແຕ່ລະຄົນ ເພື່ອແນໃສ່ຄົ້ນຫາ, ປັບປຸງຂໍ້ມູນ ແລະ ທ້ອນໂຮມ, ນຳສົ່ງອັດຖິທີ່ຍັງເຫຼືອຢູ່ລາວ ຢ່າງຄົບຖ້ວນໂດຍໄວ.

​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

ຍສໝ - ຢູ່​ແຂວງ ດົ່ງ​ນາຍ, ປະຈຸ​ບັນ ມີ​ຊາວ​ຕ່າງປະ​ເທດປະມານ 32.000 ​ຄົນ ທີ່ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ປະ​ເທດ, ເຂດແຄວ້ນໃນ​ທົ່ວ​ໂລກ ​ແລະ ເກືອບ 18.000 ​ຄອບຄົວຍາດພີ່ນ້ອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ​ແຂວງ​ກໍ່​ແມ່ນ​ບ່ອນທີ່ເຕົ້າໂຮມນັກ​ສຶກສາ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ພ້ອມ​ກັບ​ຄົນ​ງານ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ໃນ​ອາຊີບ​ຕ່າງໆ.

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ

ຍສໝ - “ວຽກ​ງານ​ສິດທິ​ມະນຸດ​ຂອງ​ແຂວງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ປະຕິບັດ​ບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ, ຊົນ​ເຜົ່າ - ສາສະໜາ, ປະກັນ​ສັງຄົມ, ຮັບປະກັນ​ຊີວິດ ​ແລະ ຄວາມ​ປອດ​ໄພ​ດ້ານ​ສິດທິ​ມະນຸດ​ຂອງ​ປະຊາຊົນ. ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ສືບ​ຕໍ່​ປັບປຸງ, ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ​ເພື່ອ​ລົບ​ລ້າງ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ​ໃຫ້​ແກ່​ວິ​ສາ​ຫະກິດ. ປະກັນ​ສັງຄົມ​ໄດ້​ຮັບ​ການ​ດູ​ແລ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ.” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ໂຮ່ກວາງ​ບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ...

ບູນມີ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.