ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49

14:33 | 18/11/2026

ຍສໝ - ຕອນບ່າຍວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງດຳເນີນວຽກງານເປັນເວລາ 3 ວັນ. ຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ຍົກອອກຫຼາຍຂໍ້ສະເໜີ ແລະ ຂໍ້ລິເລີ່ມທີ່ເປັນຮູບປະທຳ, ປະກອບສ່ວນເສີມສ້າງຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ຍົກສູງບົດບາດໃຈກາງຂອງອາຊຽນ.

ສິນຄ້າຫວຽດນາມຊອກຫາໂອກາດເຂົ້າສູ່ຕະຫຼາດບຸນກາຣີ ສະຫະປະຊາຊາດຕີລາຄາສູງຕໍ່ບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ

ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ແລະ ບັນດາການນຳ, ຄະນະຜູ້ແທນຂັ້ນສູງຂອງປະເທດອາຊຽນ ແລະ ປະເທດຄູ່ຮ່ວມມື ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນພິທີດັ່ງກ່າວ, ຟີລິບປິນໄດ້ສົ່ງມອບຕຳແໜ່ງປະທານອາຊຽນປີ 2027 ໃຫ້ແກ່ສິງກະໂປຢ່າງເປັນທາງການ.

ພາຍຫຼັງດຳເນີນວຽກງານຢ່າງຮີບດ່ວນເປັນເວລາ 3 ວັນ ດ້ວຍຫຼາຍກວ່າ 20 ກິດຈະກຳ, ບັນດາກອງປະຊຸມໄດ້ສິ້ນສຸດລົງຢ່າງສຳເລັດຜົນ, ບັນລຸຫຼາຍຜົນສຳເລັດທີ່ສຳຄັນ.

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49
ບັນຍາກາດພິທີປິດກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ໃນຂອບເຂດກອງປະຊຸມ, ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເຂົ້າຮ່ວມການປຶກສາຫາລືຢ່າງຕັ້ງໜ້າ, ສະແດງເຈດຕະນາດີ ແລະ ການສະໜັບສະໜູນຕໍ່ຟີລິບປິນໃນຖານະປະເທດປະທານ. ຫວຽດນາມໄດ້ຍົກອອກຫຼາຍຂໍ້ສະເໜີ ແລະ ຂໍ້ລິເລີ່ມທີ່ເປັນຮູບປະທຳ, ມີຄວາມໝາຍທາງຍຸດທະສາດ, ປະກອບສ່ວນກຳນົດທິດທາງການຮ່ວມມືຂອງອາຊຽນໃນໄລຍະຕໍ່ໄປ.

ໂດຍສະເພາະ, ຫວຽດນາມສືບຕໍ່ສົ່ງເສີມບົດບາດໃນການຊຸກຍູ້ການຮ່ວມມືອະນຸພາກພື້ນ, ຫຼຸດຜ່ອນຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດສະມາຊິກ.

ບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຖານະຂອງຫວຽດນາມ, ພ້ອມທັງສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດ ແລະ ແນວໂນ້ມການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນສະພາບການທີ່ເສດຖະກິດໂລກຍັງປະເຊີນກັບຫຼາຍຄວາມຫຍຸ້ງຍາກ.

ຢູ່ນອກຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ມີການພົບປະສອງຝ່າຍກັບການນຳຂອງຫຼາຍປະເທດ ແລະ ຄູ່ຮ່ວມມືຂອງອາຊຽນ. ບັນດາກິດຈະກຳເຫຼົ່ານີ້ໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ, ຂະຫຍາຍໂອກາດການຮ່ວມມືຢ່າງເປັນຮູບປະທຳລະຫວ່າງຫວຽດນາມກັບບັນດາປະເທດໃນພາກພື້ນ ແລະ ຄູ່ຮ່ວມມື.

ຜ່ານບັນດາກິດຈະກຳໃນກອງປະຊຸມ, ຫວຽດນາມສືບຕໍ່ຢືນຢັນບົດບາດຂອງປະເທດສະມາຊິກທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ພັດທະນາສາຍພົວພັນການຕ່າງປະເທດ ແລະ ເສີມສ້າງບົດບາດໃຈກາງຂອງອາຊຽນ, ມຸ່ງໄປສູ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ສານອວຍພອນເນື່ອງໃນໂອກາດ 76 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ ສານອວຍພອນເນື່ອງໃນໂອກາດ 76 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ
ຍສໝ - ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ (17/11/1950 - 17/11/2026), ທ່ານ ຟານ ແອງ ເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາຮຸ່ນພະນັກງານທີ່ປະຕິບັດວຽກງານການຕ່າງປະເທດປະຊາຊົນຢູ່ສູນກາງ ແລະ ທ້ອງຖິ່ນ.
ຊາວໜຸ່ມເຊື່ອມໂຍງສາກົນດ້ວຍຄວາມກ້າແກ່ນ ແລະ ການກະທຳ ຊາວໜຸ່ມເຊື່ອມໂຍງສາກົນດ້ວຍຄວາມກ້າແກ່ນ ແລະ ການກະທຳ
ຍສໝ - ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດການສົນທະນາພາຍໃຕ້ຫົວຂໍ້ “ມະຫາສາມັກຄີໃນຍຸກໃໝ່: ຊາວໜຸ່ມກັບການເຊື່ອມໂຍງສາກົນ” ເພື່ອແລກປ່ຽນບັນດາວິທີແກ້ໄຂໃນການຍົກສູງຄວາມສາມາດເຊື່ອມໂຍງສາກົນຂອງຄົນຮຸ່ນໜຸ່ມ, ສົ່ງເສີມແຫຼ່ງກຳລັງປັນຍາຊົນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ແລະ ຊຸກຍູ້ບັນດາກິດຈະກຳຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງປະເທດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ