ຫວຽດນາມສະໜັບສະໜູນຕິມໍແລັດສະເຕເຊື່ອມໂຍງເຂົ້າກັບອາຊຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງ

15:39 | 18/11/2026

ຍສໝ - ວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນປະສົບການ, ສະໜັບສະໜູນຕິມໍແລັດສະເຕໃນການປະຕິບັດບັນດາຄຳໝັ້ນສັນຍາພາຍໃນອາຊຽນ ແລະ ກະກຽມຮັບຕຳແໜ່ງປະທານອາຊຽນໃນປີ 2029.

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ນັກຮຽນຈຳປາສັກເຜີຍແຜ່ຄວາມຮັກຕໍ່ພາສາຫວຽດນາມ

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະພາລະຫວ່າງປະເທດອາຊຽນຄັ້ງທີ 47 (AIPA-47), ທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Maria Fernanda Lay, ປະທານສະພາແຫ່ງຊາດຕິມໍແລັດສະເຕ.

ໃນການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທງ ເໝິ້ນ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະທ່ານນາງ Maria Fernanda Lay ອີກຄັ້ງ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ຕິມໍແລັດສະເຕບັນລຸໄດ້ ພາຍຫຼັງເຂົ້າເປັນສະມາຊິກອາຊຽນຄົບ 1 ປີ.

ຫວຽດນາມສະໜັບສະໜູນຕິມໍແລັດສະເຕເຊື່ອມໂຍງເຂົ້າກັບອາຊຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງ
ທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ໃນການພົບປະກັບທ່ານນາງ Maria Fernanda Lay, ປະທານສະພາແຫ່ງຊາດຕິມໍແລັດສະເຕ.

ທ່ານປະທານສະພາແຫ່ງຊາດຍັງໄດ້ສະແດງຄວາມຊົມເຊີຍຕໍ່ການທີ່ຄະນະບໍລິຫານງານ AIPA ໄດ້ເຫັນດີເປັນເອກະສັນກັນໃນການສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ ເພື່ອພິຈາລະນາຮັບຮອງມະຕິຮັບສະພາແຫ່ງຊາດຕິມໍແລັດສະເຕເຂົ້າເປັນສະມາຊິກທາງການລຳດັບທີ 11 ຂອງ AIPA.

ໂດຍຕີລາຄາສູງຕໍ່ບັນດາການປ່ຽນແປງໃນທາງບວກຂອງສາຍພົວພັນຫວຽດນາມ - ຕິມໍແລັດສະເຕ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທງ ເໝິ້ນ ໄດ້ທວນຄືນຜົນສຳເລັດຂອງການຢ້ຽມຢາມຫວຽດນາມຂອງທ່ານ Kay Rala Xanana Gusmão, ນາຍົກລັດຖະມົນຕີຕິມໍແລັດສະເຕ ໃນເດືອນມິຖຸນາ 2026 ແລະ ການພົບປະລະຫວ່າງທ່ານ ໂຕ ເລິມ, ເລຂາທິການໃຫຍ່ພັກ, ປະທານປະເທດຫວຽດນາມ ກັບທ່ານ José Ramos-Horta, ປະທານາທິບໍດີຕິມໍແລັດສະເຕ ໃນເດືອນກັນຍາ 2026.

ເພື່ອມຸ່ງໄປສູ່ການລະນຶກ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ຕິມໍແລັດສະເຕ ໃນປີ 2027, ທ່ານປະທານສະພາແຫ່ງຊາດໄດ້ສະເໜີໃຫ້ສອງປະເທດຈັດກອງປະຊຸມຄັ້ງທຳອິດຂອງຄະນະກຳມະການປະສົມໂດຍໄວ, ພ້ອມທັງຂະຫຍາຍການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກຳ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ໂທລະຄົມມະນາຄົມ ແລະ ການສຶກສາ - ຝຶກອົບຮົມ.

ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທງ ເໝິ້ນ ຫວັງວ່າ ຕິມໍແລັດສະເຕຈະສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ວິສາຫະກິດຫວຽດນາມດຳເນີນກິດຈະກຳການລົງທຶນ ແລະ ທຸລະກິດຢູ່ປະເທດນີ້.

ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ຫວຽດນາມພ້ອມແລ້ວທີ່ຈະສະໜອງເຂົ້າສານໃຫ້ແກ່ຕິມໍແລັດສະເຕ, ສືບຕໍ່ຮ່ວມເດີນທາງ, ແບ່ງປັນປະສົບການ ແລະ ສະໜັບສະໜູນປະເທດເພື່ອນມິດໃນການປະຕິບັດບັນດາຄຳໝັ້ນສັນຍາພາຍໃນອາຊຽນ ກໍຄືການກະກຽມຮັບບົດບາດປະທານອາຊຽນໃນປີ 2029.

ໂດຍກ່າວເຖິງການຮ່ວມມືພາກພື້ນ, ທ່ານປະທານສະພາແຫ່ງຊາດໄດ້ສະເໜີໃຫ້ຫວຽດນາມ ແລະ ຕິມໍແລັດສະເຕເພີ່ມທະວີການປະສານສົມທົບ, ສະໜັບສະໜູນທັດສະນະຮ່ວມຂອງອາຊຽນ, ພ້ອມທັງຍຶດໝັ້ນໃນການແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍມາດຕະການສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ທາງດ້ານຕິມໍແລັດສະເຕ, ທ່ານນາງ Maria Fernanda Lay, ປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈິ່ນ ແທງ ເໝິ້ນ.

ທ່ານນາງໄດ້ຂອບໃຈຫວຽດນາມທີ່ໄດ້ສະໜັບສະໜູນຕິມໍແລັດສະເຕຢ່າງສະເໝີມາ ໃນຂະບວນການເຊື່ອມໂຍງເຂົ້າກັບພາກພື້ນ, ການເຂົ້າຮ່ວມ AIPA ກໍຄືການຊ່ວຍເຫຼືອປະເທດນີ້ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃນສະພາບການທີ່ຂະແໜງກະສິກຳຍັງປະເຊີນກັບຫຼາຍຄວາມຫຍຸ້ງຍາກ.

ທ່ານນາງ Maria Fernanda Lay ໃຫ້ຮູ້ວ່າ ສະພາແຫ່ງຊາດຕິມໍແລັດສະເຕໄດ້ວາງແຜນຮັບຮອງມະຕິເພື່ອໃຫ້ສັດຕະຍາບັນຕໍ່ສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາລະຫວ່າງສອງປະເທດ. ພ້ອມກັນນັ້ນ, ສະພາແຫ່ງຊາດຕິມໍແລັດສະເຕຈະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍດ້ານການຄ້າ ແລະ ການລົງທຶນ.

ການນຳທັງສອງທ່ານເຫັນດີເປັນເອກະພາບກັນວ່າ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດຕິມໍແລັດສະເຕ, ຜ່ານນັ້ນເສີມສ້າງສາຍພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ສິນຄ້າຫວຽດນາມຊອກຫາໂອກາດເຂົ້າສູ່ຕະຫຼາດບຸນກາຣີ ສິນຄ້າຫວຽດນາມຊອກຫາໂອກາດເຂົ້າສູ່ຕະຫຼາດບຸນກາຣີ
ຍສໝ - ແຕ່ວັນທີ 11-14 ພະຈິກ, ສະຖານທູດຫວຽດນາມ ແລະ ຫ້ອງການການຄ້າຫວຽດນາມປະຈຳບຸນກາຣີ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າສາກົນ Interfood & Drink 2026 ຢູ່ນະຄອນຫຼວງ Sofia, ແນະນຳບັນດາຜະລິດຕະພັນອາຫານ ແລະ ເຄື່ອງດື່ມຂອງຫວຽດນາມໃຫ້ແກ່ບັນດາຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍ, ເພື່ອມຸ່ງໄປສູ່ການຂະຫຍາຍຕະຫຼາດຢູ່ບຸນກາຣີ ແລະ ພາກພື້ນເອີຣົບຕາເວັນອອກສຽງໃຕ້.
ສະຫະປະຊາຊາດຕີລາຄາສູງຕໍ່ບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ ສະຫະປະຊາຊາດຕີລາຄາສູງຕໍ່ບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ
ຍສໝ - ວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ António Guterres, ເລຂາໃຫຍ່ສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ວິໄສທັດຍຸດທະສາດຂອງການນຳພັກ ແລະ ລັດຫວຽດນາມ, ພ້ອມທັງບົດບາດໃນການເຊື່ອມຕໍ່ ແລະ ບັນດາການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ