ນຳອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 12 ອັດຖິຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ ກັບຄືນ​ສູ່​ບ້ານເກີດເມືອງນອນ

08:17 | 20/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 18 ມິຖຸນາ​, , ຢູ່​ແຂວງ​ອຸດົມ​ໄຊ (ພາກ​ເໜືອ​ຂອງ​ລາວ), ​ໄດ້​ດຳເນີນພິທີ​ມອບຮັບ, ໄວ້ອາໄລ ແລະ ສົ່ງອັດຖິ​ນັກຮົບອາສາສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ກັບ​ຄືນ​ປະ​ເທດ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ
ພະນັກງານ ແຂວງ ຫຼວງນ້ຳທາ (ລາວ) ຈຳນວນ 175 ຄົນ ໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ຫົວໜ້າຕຳຫຼວດແຂວງ​ອຸດົມ​ໄຊ, ທ່ານ ພົນຈັດຕະວາ ສີ​ວອນ ​ໄຊ​ຍະ​ວົງ ຢືນຢັນ​ວ່າ ການ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ບັນດານັກຮົບອາສາສະໝັກ ແລະ ນັກ​ຊ່ຽວຊານ​ການ​ທະຫານ​ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ບັນດາ​ເຜົ່າ​ ລາວ ​ໃຫ້ໄດ້​ຮັບ​ຄວາມເສລີພາບ, ປະເທດລາວ ໄດ້​ຮັບການ​ປົດ​ປ່ອຍ​ ແລະ ສາທາລະນະລັດ ປະຊາທິປະໄຕ ປະ​ຊາ​ຊົນ​ລາວ ໄດ້ຮັບການສ້າງຕັ້ງຂຶ້ນ...

ນຳອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 12 ອັດຖິຢູ່ 6 ​ແຂວງ​ພາກ​ເໜືອ​ຂອງ​ລາວ​ ກັບຄືນ​ສູ່​ບ້ານເກີດເມືອງນອນ

ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ລາວ ໄປສົ່ງອັດຖິ​ບັນດານັກຮົບ​ວິລະ​ຊົນທີ່​ເສຍ​ສະຫຼະ​ຊີ​ວິດເພື່ອຊາດ ກັບ​ຄືນ​ເມືອ​ບ້ານເກີດເມືອງນອນ (ພາບ: VOV).

ທ່ານ ພົນຈັດຕະວາ ສີ​ວອນ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະສືບຕໍ່​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ປັບປຸງ, ເພີ່ມພູນຄູນສ້າງ, ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ ນັບ​ມື້​ນັບ​ແໜ້ນ​ແຟ້ນ.

ຫົວໜ້າ​ຄະນະ​ຊີ້​ນຳ 515 ທະຫານ​ເຂດ 2 - ທ່ານ ພົນຈັດຕະວາ ຫງວຽນ​ຮົ່ງ​ທ໋າ​ຍ ​ໃຫ້​ຮູ້​ວ່າ ການປະຕິບັດ​ແຜນນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ, ​ໃນ​ເດືອນ ມີຖຸນາ 1994, ໜ່ວຍ​ຊອກ​ຫາ, ທ້ອນໂຮມອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດທະຫານ​ເຂດ 2 ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນເພື່ອເຮັດໜ້າທີ່ຊອກຫາ, ຝັງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງພາກເໜືອຂອງລາວຄື: ອຸດົມໄຊ, ໄຊຍະບູລີ, ຫຼວງນ້ຳທາ, ຫຼວງພະບາງ, ບໍ່ແກ້ວ ແລະ ຜົ້ງສາລີ. ມາ​ຮອດ​ປະຈຸ​ບັນ, ໜ່ວຍທ້ອນໂຮມໄດ້ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອຊາດ 1.836 ອັດຖິນຳກັບຄືນບ້ານເກີດ ແລະ ມອບ​ໃຫ້ 25 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ຫວຽດນາມ, ​ໃນ​ນັ້ນ​ມີອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດເພື່ອ​ຊາດ 387 ອັດຖິທີ່ສາມາດລະບຸຊື່ແລະນາມສະກຸນ.

ສະເພາະແຕ່ສອງໄລຍະລະດູແລ້ງ 2023 – 2024, ໜ່ວຍປະຕິບັດງານພິເສດທະຫານເຂດ 2 ໄດ້ຄົ້ນຫາ ແລະ ຝັງອັດຖິໄດ້ 12 ອັດຖິ ຢູ່ເມືອງງອຍ, ແຂວງຫຼວງພະບາງ.

ທ່ານ ພົນຈັດຕະວາ ຫງວຽນ​ຮົ່ງ​ທ໋າ​ຍ ຢັ້ງຢືນວ່າ ດ້ວຍຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ທົດແທນບຸນຄຸນ​ຂອງປະຊາຊົນ ຫວຽດນາມ, ດ້ວຍ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ລາວ, ວຽກງານຊອກຫາອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທີ່​ພິທີ, ບັນດາ​ຄະນະ​ຜູ້​ແທນ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ເພື່ອ​ລະນຶກ​ເຖິງຄຸນງາມຄວາມດີຂອງນັກຮົບອາສາສະໝັກ ແລະ ນັກ​ຊ່ຽວຊານ​ ​ຫວຽດນາມ 12 ຄົນທີ່​ເສຍສະຫຼະ​ຊີວິດເມື່ອເຮັດໜ້າທີ່ສາກົນຢູ່ ລາວ. ພາຍຫຼັງພິທີໄວ້ອາໄລ, ພະນັກງານ, ນັກຮົບ, ນັກຮຽນ ແລະ ປະຊາຊົນແຂວງອຸດົມໄຊ ເປັນຈໍານວນຫຼວງຫຼາຍກໍ່ໄດ້ເຕົ້າໂຮມກັນຢູ່ສອງຟາກທາງເພື່ອໄປສົ່ງອັດຖິນັກຮົບອາສາສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ 12 ຄົນທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນສູ່ບ້ານເກີດເມືອງນອນ.

ຕາມ​ແຜນການ​ແລ້ວ, ພິທີ​ໄວ້ອາໄລ ແລະ ເຮັດພິທີທາງສາສະໜາໃຫ້ນັກຮົບ​ເສຍສະຫຼະ​ຊີວິດເພື່ອ​ຊາດ 12 ຄົນ​ ໄດ້ດຳ​ເນີນ​ໃນ​ວັນ​ທີ 19 ມິຖຸນານີ້ ຢູ່ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ຕົງ​ຄາວ (​ແຂວງ ດ້ຽນບຽນ).

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ

ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).

​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

ຍສໝ - ຢູ່​ແຂວງ ດົ່ງ​ນາຍ, ປະຈຸ​ບັນ ມີ​ຊາວ​ຕ່າງປະ​ເທດປະມານ 32.000 ​ຄົນ ທີ່ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ປະ​ເທດ, ເຂດແຄວ້ນໃນ​ທົ່ວ​ໂລກ ​ແລະ ເກືອບ 18.000 ​ຄອບຄົວຍາດພີ່ນ້ອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ​ແຂວງ​ກໍ່​ແມ່ນ​ບ່ອນທີ່ເຕົ້າໂຮມນັກ​ສຶກສາ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ພ້ອມ​ກັບ​ຄົນ​ງານ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ໃນ​ອາຊີບ​ຕ່າງໆ.

ມິງດຶກ

ທ່ານອາດຈະມັກ

302 Found

Found

The document has moved here.