ນັກຮຽນຈຳປາສັກເຜີຍແຜ່ຄວາມຮັກຕໍ່ພາສາຫວຽດນາມ

15:04 | 18/11/2026

ຍສໝ - ວັນທີ 17 ພະຈິກ, ຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ (ລາວ), ໄດ້ຈັດໂຄງການ “ນ້ອງຮັກພາສາຫວຽດນາມ” ດ້ວຍຫຼາຍກິດຈະກຳຮຽນຮູ້ປະຫວັດສາດ, ວັດທະນະທຳ ແລະ ສະແດງຄວາມສາມາດພິເສດ. ໂຄງການໄດ້ປະກອບສ່ວນຊຸກຍູ້ໃຫ້ນັກຮຽນຮັກສາພາສາຫວຽດນາມ, ລະນຶກເຖິງຮາກເຫງົ້າຂອງຕົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວ.

ລາວກາຍ ເກັບກູ້ຊາກກະດູກນັກຮົບພລີຊີບໄດ້ 110 ຊຸດ ດ່ານັງ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກທີ່ຊ່ວຍເຫຼືອການປະຕິວັດລາວ

ໂຄງການດັ່ງກ່າວຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ປະສານສົມທົບກັບສະມາຄົມຊາວຫວຽດນາມແຂວງຈຳປາສັກ ແລະ ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ.

ເຂົ້າຮ່ວມໂຄງການມີທ່ານນາງ ຕ້າ ເຟືອງ ຢຸງ, ກົງສຸນໃຫຍ່ຫວຽດນາມປະຈຳປາກເຊ; ທ່ານ ສຸພະສິດ ພາວິໄຊ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ; ທ່ານ ພູທະເດດ ນ້ອຍອັນຊະນະ, ຮອງຫົວໜ້າພະແນກການຕ່າງປະເທດ ແຂວງຈຳປາສັກ; ທ່ານ ດົ່ງ ກົງ ຢຸງ, ປະທານສະມາຄົມຊາວຫວຽດນາມແຂວງຈຳປາສັກ; ທ່ານນາງ ລະຄອນຄຳ ສົນທະລາດ, ຜູ້ອຳນວຍການໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ, ພ້ອມດ້ວຍຜູ້ຕາງໜ້າຄະນະບໍລິຫານງານສະມາຄົມຊາວຫວຽດນາມແຂວງຈຳປາສັກ, ພະນັກງານສະຖານກົງສຸນໃຫຍ່, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນ.

ນັກຮຽນຈຳປາສັກເຜີຍແຜ່ຄວາມຮັກຕໍ່ພາສາຫວຽດນາມ
ບັນດານັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ ສະແດງລາຍການຟ້ອນໝວກໃບລານ ໃນໂຄງການ “ນ້ອງຮັກພາສາຫວຽດນາມ”.

ກ່າວເປີດໂຄງການ, ທ່ານນາງ ຕ້າ ເຟືອງ ຢຸງ, ກົງສຸນໃຫຍ່ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຂອງໂຄງການໃນໂອກາດລະນຶກ 51 ປີແຫ່ງວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ວັນວັດທະນະທຳຫວຽດນາມ (24 ພະຈິກ).

ທ່ານນາງກົງສຸນໃຫຍ່ສະແດງຄວາມເຊື່ອໝັ້ນວ່າ ກິດຈະກຳດັ່ງກ່າວຈະຊ່ວຍໃຫ້ນັກຮຽນເຂົ້າໃຈເລິກເຊິ່ງຍິ່ງຂຶ້ນກ່ຽວກັບປະຫວັດສາດ, ວັດທະນະທຳຂອງຫວຽດນາມ ແລະ ລາວ ກໍຄືສາຍພົວພັນພິເສດລະຫວ່າງສອງຊາດ. ທ່ານນາງຫວັງວ່າ ໂຄງການຈະປຸກລະດົມຄວາມຮັກ ແລະ ຄວາມມັກໃນການຮຽນພາສາຫວຽດນາມ, ພ້ອມທັງຊຸກຍູ້ໃຫ້ນັກຮຽນແຕ່ລະຄົນກາຍເປັນທູດນ້ອຍທີ່ເຜີຍແຜ່ຄວາມຮັກຕໍ່ພາສາຫວຽດນາມ ແລະ ມິດຕະພາບຫວຽດນາມ - ລາວ ໃນຄອບຄົວ, ໂຮງຮຽນ ແລະ ຊຸມຊົນ.

ໂດຍຮັບຮູ້ເຖິງຄວາມພະຍາຍາມຂອງສະມາຄົມຊາວຫວຽດນາມແຂວງຈຳປາສັກ ແລະ ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ ໃນວຽກງານການສຶກສາໄລຍະຜ່ານມາ, ທ່ານນາງ ຕ້າ ເຟືອງ ຢຸງ ໄດ້ສະເໜີໃຫ້ທັງສອງພາກສ່ວນສືບຕໍ່ຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດນາມ. ໃນນັ້ນ, ຄວນເອົາໃຈໃສ່ປ່ຽນແປງໃໝ່ວິທີການສິດສອນໃນທິດທາງເພີ່ມທະວີການພົວພັນໂຕ້ຕອບ, ຈັດບັນດາກິດຈະກຳນອກຫຼັກສູດ ແລະ ຮັກສາການຈັດໂຄງການ “ນ້ອງຮັກພາສາຫວຽດນາມ” ເປັນປະຈຳທຸກປີ.

ໃນໂຄງການ, ທ່ານ ດົ່ງ ກົງ ຢຸງ, ປະທານສະມາຄົມຊາວຫວຽດນາມແຂວງຈຳປາສັກ ໄດ້ສົ່ງຄຳຂອບໃຈເຖິງບັນດາພະແນກການ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ພ້ອມທັງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ທີ່ໄດ້ໃຫ້ຄວາມສົນໃຈ, ຮ່ວມເດີນທາງ ແລະ ປະສານສົມທົບກັບສະມາຄົມຢ່າງສະເໝີມາ ໃນການສະໜັບສະໜູນວຽກງານການສອນ ແລະ ການຮຽນຢູ່ໂຮງຮຽນ.

ການສະໜັບສະໜູນດັ່ງກ່າວຍັງໄດ້ສະແດງອອກຜ່ານການຈັດບັນດາໂຄງການການສຶກສາ, ການແລກປ່ຽນວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ສຳລັບນັກຮຽນ.

ຕາມທ່ານ ດົ່ງ ກົງ ຢຸງ, ບັນດາກິດຈະກຳເຊັ່ນໂຄງການ “ນ້ອງຮັກພາສາຫວຽດນາມ” ບໍ່ພຽງແຕ່ສ້າງເວທີທີ່ມີປະໂຫຍດ, ສ້າງແຮງຈູງໃຈໃຫ້ນັກຮຽນຮຽນຮູ້ ແລະ ນຳໃຊ້ພາສາຫວຽດນາມເທົ່ານັ້ນ, ແຕ່ຍັງປະກອບສ່ວນຮັກສາພາສາແມ່, ບຳລຸງລ້ຽງຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ, ພ້ອມທັງຍົກສູງຈິດສຳນຶກໃນການອະນຸລັກເອກະລັກວັດທະນະທຳຂອງຊາດໃນຄົນຮຸ່ນໜຸ່ມ.

ຈຸດເດັ່ນຂອງໂຄງການແມ່ນການແຂ່ງຂັນທີ່ມີ 3 ທີມເຂົ້າຮ່ວມ ຄື “ລາກຮົ່ງ”, “ຂົວແຫ່ງມິດຕະພາບ” ແລະ “ທາດພູ”, ເປັນຕົວແທນໃຫ້ນັກຮຽນຊັ້ນປີທີ 6, 7 ແລະ 8.

ບັນດາທີມໄດ້ຜ່ານການແຂ່ງຂັນ 3 ພາກສ່ວນຕາມລຳດັບ ຄື ການທັກທາຍ - ແນະນຳຕົວ, ຄວາມຮູ້ - ຕອບຄຳຖາມແບບເລືອກຕອບ ແລະ ຄວາມສາມາດພິເສດ. ການແຂ່ງຂັນແຕ່ລະພາກສ່ວນເປັນໂອກາດໃຫ້ນັກຮຽນສະແດງຄວາມສາມາດໃນການນຳໃຊ້ພາສາຫວຽດນາມ, ຄວາມຮູ້ກ່ຽວກັບສອງປະເທດ ກໍຄືຄວາມເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວ.

ໂດຍສະເພາະ, ພາກສ່ວນແນະນຳຕົວຂອງທີມລາກຮົ່ງ ໄດ້ສ້າງຄວາມປະທັບໃຈ ແລະ ຄວາມຊາບຊຶ້ງໃຈໃຫ້ແກ່ຜູ້ເຂົ້າຮ່ວມ ດ້ວຍຄຳເວົ້າທີ່ວ່າ: “ພວກນ້ອງພາກພູມໃຈທີ່ໄດ້ເປັນລູກຫຼານຂອງກະສັດຮຸ່ງ. ພວກນ້ອງໄດ້ນຳເອົາສາຍເລືອດລາກຮົ່ງທີ່ກຳລັງໄຫຼວຽນຢູ່ໃນຫົວໃຈຂອງຕົນມາທີ່ນີ້, ນຳເອົາມິດຕະພາບຫວຽດນາມ - ລາວ ທີ່ຈະໝັ້ນຄົງຍືນຍົງຕະຫຼອດໄປມາສູ່ທຸກຄົນ”.

ຕະຫຼອດການແຂ່ງຂັນ, ບັນດາທີມໄດ້ສະແດງຈິດໃຈມຸ່ງໝັ້ນ, ການກະກຽມຢ່າງຈິງຈັງ ແລະ ຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳຫວຽດນາມ, ລາວ ພ້ອມທັງສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງປະເທດ. ບັນດາການນຳສະເໜີໄດ້ຮັບການຕອບຮັບ ແລະ ສຽງເຊຍຢ່າງຟົດຟື້ນຈາກຜູ້ຊົມ.

ສະຫຼັບກັບບັນດາພາກສ່ວນການແຂ່ງຂັນ ແມ່ນລາຍການສິລະປະວັນນະຄະດີທີ່ສະແດງໂດຍນັກຮຽນຂອງໂຮງຮຽນ, ປະກອບສ່ວນສ້າງບັນຍາກາດທີ່ມ່ວນຊື່ນ, ຟົດຟື້ນ ແລະ ໄດ້ຮັບຄວາມຊົມເຊີຍຈາກບັນດາຜູ້ແທນ, ຄູອາຈານ ແລະ ນັກຮຽນ.

ໃນຕອນທ້າຍຂອງໂຄງການ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1, ທີ 2 ແລະ ທີ 3 ເພື່ອຮັບຮູ້ຄວາມພະຍາຍາມ ແລະ ຈິດໃຈການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາທີມແຂ່ງຂັນ.

ຜ່ານບັນດາກິດຈະກຳຮຽນຮູ້ຄວາມຮູ້ ແລະ ແລກປ່ຽນວັດທະນະທຳ, ໂຄງການ “ນ້ອງຮັກພາສາຫວຽດນາມ” ໄດ້ປະກອບສ່ວນປຸກລະດົມຄວາມຮັກ ແລະ ຄວາມມັກໃນການຮຽນຮູ້, ນຳໃຊ້ ແລະ ຮັກສາພາສາຫວຽດນາມໃນຄົນຮຸ່ນໜຸ່ມ, ພ້ອມທັງບຳລຸງລ້ຽງຄວາມຮັກຄວາມຜູກພັນຕໍ່ບ້ານເກີດເມືອງນອນ ແລະ ຮາກເຫງົ້າຂອງຕົນ.

ນີ້ຍັງເປັນກິດຈະກຳທີ່ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນນັກຮົບພລີຊີບຢູ່ແຂວງເງະອານ
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ.
ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມືທາງຍຸດທະສາດ
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ