ສະຫະປະຊາຊາດຕີລາຄາສູງຕໍ່ບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ

14:23 | 18/11/2026

ຍສໝ - ວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ António Guterres, ເລຂາໃຫຍ່ສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ວິໄສທັດຍຸດທະສາດຂອງການນຳພັກ ແລະ ລັດຫວຽດນາມ, ພ້ອມທັງບົດບາດໃນການເຊື່ອມຕໍ່ ແລະ ບັນດາການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ ສະຫະປະຊາຊາດ ຢືນຢັນ ຫວຽດນາມ ແມ່ນຄູ່ຮ່ວມມືແບບຢ່າງ, ຍູ້ແຮງການຊ່ວຍເຫຼືອການພັດທະນາແບບຍືນຍົງ
ສະຫະປະຊາຊາດຕີລາຄາສູງຕໍ່ບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ
ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໃນການພົບປະແລກປ່ຽນສອງຝ່າຍກັບທ່ານ António Guterres, ເລຂາໃຫຍ່ສະຫະປະຊາຊາດ.

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງຄວາມເຄົາລົບ ແລະ ຕີລາຄາສູງຕໍ່ບັນດາການປະກອບສ່ວນ ແລະ ຜົນງານອັນໂດດເດັ່ນຂອງທ່ານ António Guterres ຕະຫຼອດສອງສະໄໝທີ່ດຳລົງຕຳແໜ່ງເລຂາທິການໃຫຍ່ ສປຊ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ ແລະ ການຮ່ວມເດີນທາງທີ່ທ່ານເລຂາທິການໃຫຍ່ມີຕໍ່ຫວຽດນາມໃນໄລຍະຜ່ານມາ.

ໂດຍຢືນຢັນວ່າ ສປຊ ແມ່ນຄູ່ຮ່ວມຍຸດທະສາດທີ່ສຳຄັນຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະເໜີໃຫ້ສອງຝ່າຍປະສານສົມທົບຈັດບັນດາກິດຈະກຳທີ່ເປັນຮູບປະທຳ ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກ ສປຊ (1977-2027), ໂດຍຮັບປະກັນໃຫ້ສົມກັບລະດັບ ແລະ ຄວາມສຳຄັນຂອງສາຍພົວພັນລະຫວ່າງຫວຽດນາມກັບອົງການດັ່ງກ່າວ.

ທາງດ້ານ ສປຊ, ທ່ານ António Guterres ໄດ້ສະແດງຄວາມຊື່ນຊົມຕໍ່ບັນດາຜົນສຳເລັດໃນການພັດທະນາຂອງຫວຽດນາມ, ພ້ອມທັງຕີລາຄາສູງຕໍ່ວິໄສທັດຍຸດທະສາດຂອງການນຳພັກ ແລະ ລັດຫວຽດນາມ, ຊົມເຊີຍບົດບາດຂົວເຊື່ອມຕໍ່ຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງ ສປຊ ກັບພາກພື້ນ, ພ້ອມທັງຮັບຮູ້ບັນດາການປະກອບສ່ວນຂອງຫວຽດນາມທີ່ນັບມື້ນັບເປັນເຈົ້າການ ແລະ ເປັນຮູບປະທຳ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ເພີ່ມທະວີການຮ່ວມມື.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ
ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.
ສປຊ ມອບຫຼຽນກາໃຫ້ທະຫານໝວກເບເລສີຟ້າຫວຽດນາມ 184 ທ່ານ ສປຊ ມອບຫຼຽນກາໃຫ້ທະຫານໝວກເບເລສີຟ້າຫວຽດນາມ 184 ທ່ານ
ຍສໝ - ກອງກຳລັງຮັກສາຄວາມສະຫງົບຊົ່ວຄາວຂອງອົງການສະຫະປະຊາຊາດປະຈຳເຂດອາບີເອ (UNISFA) ໄດ້ມອບຫຼຽນກາຮັກສາສັນຕິພາບຂອງສະຫະປະຊາຊາດໃຫ້ແກ່ພະນັກງານ ແລະ ນາຍທະຫານຫວຽດນາມ 184 ທ່ານ ຈາກກອງວິສະວະກຳເລກທີ 4 ແລະ ບັນດານາຍທະຫານທີ່ປະຕິບັດໜ້າທີ່ເປັນລາຍບຸກຄົນ. ຫຼຽນກາດັ່ງກ່າວເປັນການຍົກຍ້ອງຄວາມອຸທິດຕົນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມເປັນມືອາຊີບຂອງກຳລັງຫວຽດນາມ ໃນການປະຕິບັດພາລະກິດຢູ່ເຂດອາບີເອ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ