ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

07:45 | 28/09/2019

ຍສໝ - ວັນທີ 27 ກັນຍາ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ ເນື່ອງໃນໂອກາດທ່ານ ທອງສະຫວັນ ພົມວິຫານ ຝາກຄຳລາກ່ອນ ໃນຕອນສິ້ນສຸດອາຍຸປະຈຳການເຮັດວຽກ.

ໃນການຕ້ອນຮັບ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ທ່ານ ຫງວຽນດຶກຈຸງ ໄດ້ຕີລາຄາສູງການສະໜັບສະໜູນ ຂອງທ່ານເອກອັກຄະລັດຖະທູດ ຕໍ່ຄວາມມານະພະຍາຍາມຂອງນະຄອນຮ່າໂນ້ຍໃນການເປີດ​ກ້​ວາງ​ການ​ພົວ​ພັນ​ກັບບັນ​ດາ​ທ້ອງ​ຖິ່ນ​ຂອງ ລາວ; ພ້ອມກັນນັ້ນ, ທ່ານ ຫງວຽນດຶກຈຸງ ຍັງກ່າວວ່າຈະສືບຕໍ່ຊຸກຍູ້ບັນດາກິດຈະກຳຕ່າງໆ ທີ່ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາ ຈະປະຕິບັດ.

ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ແລະ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ທ່ານ ຫງວຽນດຶກຈຸງ ໃນການຕ້ອນຮັບ. (ພາບ: vietnamplus.vn)

ທ່ານ ຫງວຽນດຶກຈຸງ ຊີ້ິ້ແຈ້ງວ່າ: ບັນດາການເຄື່ອນໄຫວນັ້ນໄດ້ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວຄືດັ່ງຄວາມຫວັງຂອງ ປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ, ພ້ອມທັງປາດຖະໜາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ເປັນຂົວເຊື່ອມຕໍ່ໃນການເສີມສ້າງການພົວພັນມິດຕະພາບລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວ.

ສ່ວນທ່ານ ທອງສະຫວັນ ພົມວິຫານ ໄດ້ຂອບໃຈອຳນາດການປົກຄອງນະຄອນຮ່າໂນ້ຍໄດ້ຊ່ວຍເຫຼືອ, ສະຖານທູດມີບັນດາການເຄື່ອນໄຫວໃນໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນລະຫວ່າງລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຖະໜົງແກ່ນ.

ຄາດວ່າໃນຕົ້ນປີ 2020, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ຈະນຳ ໜ້າ ຄະນະຜູ້ແທນນະຄອນຮ່າໂນ້ຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ (ລາວ); ແລະ ແຕ່ປີ 2020, ນະຄອນຫຼວງຮ່າໂນ້ຍຈະໃຫ້ທຶນການສຶກສາ ຈຳນວນຫຼາຍສິບທຶນໃຫ້ນັກສຶກສາລາວທີ່ຮຽນຢູ່ມະຫາວິທະຍາໄລຕ່າງໆໃນນະຄອນຫຼວງຮ່າໂນ້ຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.