ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ

14:31 | 10/04/2024

ຍສໝ - ວັນທີ 6 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້ລົງນາມໃນຂໍ້ຕົກລົງເລກທີ 285/QD-TTg ຮັບຮອງເອົາແຜນການປະຕິບັດສັນຍາວ່າດ້ວຍການໜູນຊ່ວຍດ້ານຍຸຕິທຳໃນຂົງເຂດຄະດີແພ່ງລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ

ການ​ອະນຸມັດ​ແມ່ນ​ເພື່ອເປັນເຈົ້າການໃນການຜັນ​ຂະຫຍາຍປະຕິບັດຢ່າງ​ມີປະສິດທິຜົນສັນຍາ​ວ່າ​ດ້ວຍ​ການ​ໜູນຊ່ວຍດ້ານຍຸຕິທຳໃນຂົງເຂດຄະດີແພ່ງລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຊ່ວຍ​ໃຫ້​ອົງການ​ດຳ​ເນີນຄະດີແກ້​ໄຂ​ຄະດີແພ່ງທີ່ມີປັດໄຈຕ່າງປະເທດເປັນຢ່າງດີ; ຍົກສູງປະສິດທິຜົນການ​ຮ່ວມ​ມືໃນຂົງເຂດການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ສອງ​ປະ​ເທດ; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ຄະດີແພ່ງ, ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ຕາມ​ມະຕິ​, ໄຕ​ມາດ​ທີ II/2024 ກະຊວງ​ຍຸຕິ​ທຳ​ຈະ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ບົ່ງຕົວ ​ແລະ ​ແຈ້ງ​ໃຫ້​ພະນັກງານ​ປະສານປະຕິບັດ​ສັນຍາ.

ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ

ກອງ​ປະ​ຊຸມ​ຍຸ​ຕິ​ທຳບັນດາ​ບັນ​ດາ​ແຂວງ​ທີ່ມີ​ເສັ້ນ​ຊາຍ​ແດນ​ລວມ ​ຫວຽດ​ນາມ - ລາວ ເປີດກ້ວາງ ຄັ້ງ​ທີ 5 ຢູ່​ແຂວງ ເງ້​ອານ ໃນ​ເດືອນ ສິງຫາ 2022. (ພາບ: ປະ​ຊາ​ຊົນ)

ນອກຈາກນັ້ນ, ກະຊວງ​ຍຸຕິ​ທຳ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ສານ​ປະຊາຊົນ​ສູງ​ສຸດ ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ສັນຍາ, ເຝິກອົບຮົມ, ບຳລຸງ ເພື່ອເຫັນດີເປັນເອກະພາບ ​ແລະຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ​ທີ່ເຮັດປະຕິບັດງານໜຸ່ມຊ່ວຍດ້ານຍຸຕິທຳ​ຢູ່ບັນດາສານ, ອົງການປະຕິບັດຄຳຕັດສິນໂທດຄະດີແພ່ງກ່ຽວກັບສັນຍາ. ໜ້າທີ່ນີ້ໄດ້ຖືກປະຕິບັດໃນແຕ່ລະປີ.

ກ່ຽວ​ກັບ​ການຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍດ້ານຍຸຕິທຳ,​ ໃນ​ແຕ່ລະ​ປີ, ກະຊວງ​ຍຸຕິ​ທຳ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ສານປະຊາຊົນສູງສຸດ ເພື່ອປະຕິບັດບັນດາໜ້າທີ່ຄຶ ສ້າງບັນດາແບບຟອມ, ເອກະສານມອບສິດດ້ານຍຸຕິທຳ; ຍົກລະດັບລະບົບຮາກຖານຂໍ້ມູນຕິດຕາມ, ຄຸ້ມຄອງເອກະສານຮຽກຮ້ອງການໜູນຊ່ວຍດ້ານຍຸຕິທຳ ເພື່ອຮັບໃຊ້ວຽກງານລາຍງານ, ສະຖິຕິກ່ຽວກັບສະພາບການປະຕິບັດ; ​ໄດ້​ຮັບ, ແກ້ໄຂ ແລະ ປະຕິບັດບັນດາຄຳຮຽກຮ້ອງທີ່ໄດ້ມອບສິດຂອງອົງການທີ່ມີ​ສິດອຳນາດຂອງ​ ລາວ ທີ່​ສົ່ງ​ມາ ຫວຽດນາມ; ​ໄດ້​ຮັບ, ແກ້ໄຂ ແລະ ປະຕິບັດບັນດາຄຳຮຽກຮ້ອງທີ່ມອບສິດຂອງອົງການທີ່ມີ​ສິດອຳນາດຂອງ​ ຫວຽດນາມ ທີ່​ສົ່ງ​ມາ ລາວ; ​ໄດ້​ຮັບ, ສົມທົບແກ້ໄຂ ແລະ ປະຕິບັດບັນດາຄຳຮຽກຮ້ອງໜູນຊ່ວຍດ້ານຍຸຕິທຳຄະດີແພ່ງ​ຂອງ​ສອງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ​ເປັນ​ປະທານ, ສົມທົບ​ກັບ​ກະຊວງ​ຍຸຕິ​ທຳ, ສານ​ປະຊາຊົນ​ສູງ​ສຸດ ປະຕິບັດ​ໜ້າທີ່ຂໍ້ມູນ​ໃຫ້​ບັນດາອົງການ​ທີ່​ກ່ຽວຂ້ອງກ່ຽວ​ກັບ​ຂອບ​ເຂດ​ບບັນດາເອກະສານໂດຍອົງການທີ່ມີ​ສິດອຳນາດອງ​ສອງ​ປະ​ເທດ, ຢືນຢັນການຍົກເວັ້ນການຢັ້ງຢືນກົງສຸນຖືກຕ້ອງຕາມກົດໝາຍຕາມຂໍ້ 12 ຂອງສັນຍາ.

ໃນທຸກໆ 3 ປີຕໍ່ເທື່ອ, ຕາມມະຕິຕົກລົງຂອງສັນຍາ, ກະຊວງຍຸຕິທໍາຈະເປັນປະທານ, ສົມທົບກັບກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ ເພື່ອດໍາເນີນການຕີລາຄາສະພາບການປະຕິບັດສັນຍາ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງຍຸຕິທຳ ເປັນອົງການປະສານ, ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງ ໃນການຈັດຕັ້ງການປະຕິບັດແຜນການນີ້; ລາຍງານຕໍ່ທ່ານນາຍົກລັດຖະມົນຕີຕາມການຮຽກຮ້ອງ.

ມິງດຶກ

ເຫດການ
302 Found

Found

The document has moved here.