ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.

ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່

ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່

ຍສໝ - ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່ ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ທີ່ສວນສາທາລະນະທ່າເຮືອ ນິງກ່ຽວ (Ninh Kiều), ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີ (Cần Thơ) ໄດ້ປະສານງານຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ຈັດຕັ້ງພິທີໄຂສັບປະດາວັດທະນະທຳການທ່ອງທ່ຽວ ນະຄອນ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ໄຕໂດ ເຕັ້ມໄປດ້ວຍສີສັນລະດູຮ້ອນ". ກິດຈະກຳດັ່ງກ່າວ ແມ່ນມີລັກສະນະເອກະລັກອັນພົ້ນເດັ່ນຂອງເຂດແມ່ນ້ຳລຳເຊ ພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ), ຊຶ່ງໄດ້ຮັບຄວາມມຸ່ງຫວັງວ່າ ຈະກາຍເປັນຈຸດສຸມອັນສໍາຄັນໃຫ້ແກ່ກິດຈະກຳການທ່ອງທ່ຽວຂອງນະຄອນ ...

ເລີມດົ່ງ ປລຸກຕື່ນຂຸມຄຳມໍລະດົກ ເພື່ອພັດທະນາເສດຖະກິດ, ດຶງດູດການທ່ອງທ່ຽວ

ເລີມດົ່ງ ປລຸກຕື່ນຂຸມຄຳມໍລະດົກ ເພື່ອພັດທະນາເສດຖະກິດ, ດຶງດູດການທ່ອງທ່ຽວ

ຍສໝ - ເລີມດົ່ງ ພວມຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025-2035 ໂດຍຈຸດສຸມແມ່ນການອະນຸລັກຮັກສາມໍລະດົກ, ສ້າງສາຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ການຫັນເປັນດິຈິຕອນ.

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ

ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?

Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ

Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ

ຍສໝ - ສາຍການບິນ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ (TAT) ຫາກໍໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດ ແນໃສ່ຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳສາກົນ.

ເຫ້ວ ຊຸກຍູ້ການຫັນປ່ຽນເປັນດິຈິຕອນ, ຍົກສູງປະສົບການຂອງນັກທ່ອງທ່ຽວ

ເຫ້ວ ຊຸກຍູ້ການຫັນປ່ຽນເປັນດິຈິຕອນ, ຍົກສູງປະສົບການຂອງນັກທ່ອງທ່ຽວ

ຍສໝ - ວັນທີ 11 ມິຖຸນາ, ສະຖາບັນຄົ້ນຄວ້າ ແລະ ພັດທະນານະຄອນ ເຫ້ວ ແລະ ພະແນກກໍ່ສ້າງ ໄດ້ປະສານງານກັນຈັດຕັ້ງກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ການປະຍຸກໃຊ້ການປະຕິຮູບປະດິດສ້າງ ເຂົ້າໃສ່ວຽກງານການໂຄສະນາການທ່ອງທ່ຽວ ແລະ ມໍລະດົກ ເຫ້ວ”.

ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ

ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ

ຍສໝ - ເຊົ້າວັນທີ 6/6, ທ່ານ ຟ້າມຮົ່ງໄທ (Phạm Hồng Thái) - ຜູ້ນຳອຳນວຍການຄະນະຄຸ້ມຄອງອຸທະຍານແຫ່ງຊາດ ຟອງຍາ - ແກບັງ ໃຫ້ຊາບວ່າ, ພາຍໃດຂອບເຂດວາລະກອງປະຊຸມຄັ້ງທີ 38 ຂອງສະພາປະສານງານສາກົນ ແຜນງານມະນຸດ ແລະ ຊີວະມົນທົນ (MAB) ຂອງ UNESCO ເຊິ່ງຈັດຂຶ້ນໃນວັນທີ 5/6 ຢູ່ທີ່ Hernandarias (ສາທາລະນະລັດ ປາຣາກວາຍ), ອຸທະຍານແຫ່ງຊາດ ຟອງຍາ - ແກບັງ ແມ່ນໄດ້ຮັບການຮັບຮອງຢ່າງເປັນທາງການຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ.

ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ

ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ

ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ "ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ" ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.

ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC

ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC

ຍສໝ - ຈາກບັນດາຖ້ຽວລົດຂ້າມແດນ ທີ່ເຊື່ອມຕໍ່ ແຂວງກວາງຈິ (ຫວຽດນາມ) ກັບ ສະຫວັນນະເຂດ, ວຽງຈັນ ແລະ ທ່າແຂກ (ລາວ), ມຸກດາຫານ, ນະຄອນພະນົມ ຫຼື ອຸດອນທານີ (ໄທ), ເສັ້ນທາງເດີນທ່ຽວໃໝ່ ຂອງການທ່ອງທ່ຽວພາກພື້ນ ພວມຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC) – ເສັ້ນທາງເຊື່ອມຕໍ່ທະລຸອາຊີ ທີ່ຕັດຜ່ານ ຫວຽດນາມ, ລາວ, ໄທ ແລະ ມຽນມາ ບໍ່ພຽງແຕ່ແມ່ນແກນກາງແຫ່ງການຄ້າອັນສຳຄັນເທົ່ານັ້ນ ແຕ່ຍັງເປີດໂອກາດໃນການຮ່ວມສຳພັນ ເພື່ອພັດທະນາການທ່ອງທ່ຽວ ລະຫວ່າງ ບັນດາປະເທດໃນພາກພື້ນ. ໃນເສັ້ນທາງເດີນທ່ຽວດັ່ງກ່າວນັ້ນ, ແຂວງກວາງຈິ ພວມໄດ້ຮັບການຄາດຫວັງວ່າ ຈະກາຍເປັນຈຸດເຊື່ອມຕໍ່ ...

Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ

Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ

ຍສໝ - Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ ງານມະຫາກຳວິສາຂະບູຊາ (Vesak) ພຸດທະສັກກະລາດ 2570 - ຄຣິດຕະສັກກະລາດ 2026 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 ພຶດສະພາ - 1 ມິຖຸນາ ປີ 2026 ຢູ່ທີ່ ດາລາດ (Đà Lạt), ແຂວງ ເລິມດົ່ງ (Lâm Đồng) ຈະມີຂອບເຂດບັນດາກິດຈະກຳທາງດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ສະຫວັດດິການສັງຄົມ ທີ່ປ່ຽມລົ້ນໄປດ້ວຍຈິດໃຈມະນຸດສະທຳອັນເລິກເຊິ່ງ. ຄະນະກຳມະການຈັດງານ ຈະມອບຂອງຂວັນເປັນເຄື່ອງອຸປະໂພກບໍລິໂພກຈຳນວນ 1.000 ຊຸດ ແລະ ...

ເທສະການໝູ່ບ້ານ ເຢືອງໂນ້ - ສະຖານທີ່ທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ສຶກສາຮ່ຳຮຽນໃນໄວເຍົາ

ເທສະການໝູ່ບ້ານ ເຢືອງໂນ້ - ສະຖານທີ່ທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ສຶກສາຮ່ຳຮຽນໃນໄວເຍົາ

ຍສໝ - ເພື່ອນັບຕ້ອນ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026), ໃນຄ່ຳຄືນວັນທີ 14 ພຶດສະພາ, ຢູ່ທີ່ແຂວງ ເຢືອງໂນ້, ພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້ ໄດ້ຈັດເທສະການໝູ່ບ້ານ ເຢືອງໂນ້ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ເຢືອງໂນ້ - ເສັ້ນທາງເດືອນພຶດສະພາ".

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ຍສໝ - ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາປີນີ້, ການເຄື່ອນໄຫວທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປຢ່າງຄຶກຄື້ນ, ບັນທຶກໃຫ້ເຫັນການຟື້ນຕົວຢ່າງຕັ້ງໜ້າ ແລະ ມີການເຕີບໂຕພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນ. ໃນໄລຍະ 9 ວັນ, ນັບແຕ່ວັນທີ 25 ເມສາ ຫາທ້າຍວັນທີ 3 ພຶດສະພາ, ນັກທ່ອງທ່ຽວສາກົນທີ່ມາ ນະຄອນ ຄາດວ່າບັນລຸ 190.000 ເທື່ອຄົນ; ນັກທ່ອງທ່ຽວພາຍໃນປະເທດມີປະມານ 1,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວ ຄາດວ່າບັນລຸ 8.700 ຕື້ດົ່ງ.

ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ

ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ

ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ.

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ຍສໝ - ເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານ ປີ 2026 ແມ່ນໂອກາດເພື່ອຫວນຄືນເຖິງເອກະລັກທາງວັດທະນະທຳທີ່ໂດດເດັ່ນຂອງ ຫວຽດນາມ - ນັ້ນແມ່ນອາຫານຂ້າງທາງ. ນັບແຕ່ຫາບຂາຍເຄື່ອງເລາະຕາມຖະໜົນ ໄປຈົນເຖິງບັນດາເຂດຖະໜົນອາຫານທີ່ຄຶກຄື້ນ, ບັນດາເຍື່ອງອາຫານແບບປະຊາຊົນ ໄດ້ປະກອບສ່ວນສ້າງເປັນເອກະລັກທາງວັດທະນະທຳຂອງຕົວເມືອງ, ທັງກາຍເປັນຈຸດດຶງດູດນັກທ່ອງທ່ຽວສາກົນ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ

ຍສໝ - ໃນບັນຍາກາດແຫ່ງຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນທີ່ມຸ່ງໄປສູ່ຕົ້ນກຳເນີດຂອງຊາດ, ໃນຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ປີມະເມຍ), ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ, ດ້ວຍບັນດາຮີດຄອງປະເພນີອັນດີງາມ ແລະ ກິດຈະກຳທາງດ້ານວັດທະນະທຳທີ່ເປັນເອກະລັກ. ເຫດການດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄຸນສົມບັດ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ" ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການສຶກສາອົບຮົມ, ເຜີຍແຜ່ຄວາມພາກພູມໃຈກ່ຽວກັບປະຫວັດສາດ ແລະ ເອກະລັກວັດທະນະທຳຂອງ ຫວຽດນາມ ໃຫ້ແກ່ຄົນລຸ້ນຫຼັງໃນປັດຈຸບັນ.

ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026

ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026

ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້.

ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026

ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026

ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.

ຂະຫຍາຍ

ຂະຫຍາຍ "ທ້ອງຟ້າ" ຕ້ອນຮັບນັກທ່ອງທ່ຽວສາກົນ, ບຸກທະລຸໄລຍະສູງສຸດໃນລະດູຮ້ອນປີ 2026

ຍສໝ - ນັບແຕ່ເດືອນເມສາ 2026, ນະຄອນ ດານັງ ໄດ້ຟື້ນຟູ ແລະ ຂະຫຍາຍບັນດາສາຍການບິນສາກົນຈາກ ລັດເຊຍ ແລະ ເຂດປະຊາຄົມບັນດາປະເທດເອກະລາດ (CIS) ຢ່າງເປັນທາງການ, ສ້າງແຮງຜັກດັນທີ່ສຳຄັນເພື່ອຊຸກຍູ້ການຟື້ນຕົວ ແລະ ການເຕີບໂຕຂອງຂະແໜງທ່ອງທ່ຽວ. ດ້ວຍບັນດາໂຄງການກະຕຸ້ນຄວາມຕ້ອງການຢ່າງຫຼວງຫຼາຍ, ບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ແລະ ຍຸດທະສາດການພັດທະນາແບບຄົບຊຸດ, ນະຄອນແຄມທະເລພາກກາງແຫ່ງນີ້ ພວມມຸ່ງໄປສູ່ເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ເກືອບ 20 ລ້ານເທື່ອຄົນໃນປີ 2026, ຢືນຢັນບົດບາດເປັນຈຸດໝາຍປາຍທາງຊັ້ນນຳຂອງພາກພື້ນ.

ຮ່າໂນ້ຍ ຕິດອັນດັບທີ 25 ໃນບັນດານະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ

ຮ່າໂນ້ຍ ຕິດອັນດັບທີ 25 ໃນບັນດານະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ

ຍສໝ - ຮ່າໂນ້ຍ - ສະຖານທີ່ແຫ່ງການປະສານສົມທົບລະຫວ່າງຄວາມເກົ່າແກ່ທີ່ສະຫງ່າງາມ ແລະ ຈັງຫວະຊີວິດທີ່ທັນສະໄໝ ຫາກໍ່ໄດ້ຮັບການຈັດອັນດັບຈາກວາລະສານ Time Out (ອັງກິດ) ໃຫ້ຢູ່ອັນດັບທີ 25 ໃນບັນຊີລາຍຊື່ 50 ນະຄອນທີ່ມີຄວາມໜ້າສົນໃຈທີ່ສຸດໃນໂລກ ເພື່ອດຳລົງຊີວິດ ແລະ ຄົ້ນຫາໃນປີ 2026, ຜ່ານນັ້ນກໍ່ສືບຕໍ່ຢືນຢັນເຖິງແຮງດຶງດູດທີ່ນັບມື້ນັບເພີ່ມຂຶ້ນຂອງນະຄອນຫຼວງ ຫວຽດນາມ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.

ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ

ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ

ຍສໝ - ງານວາງສະແດງການທ່ອງທ່ຽວ ແລະ ການພັກຜ່ອນ ຄັ້ງທີ 29 ໄດ້ດຳເນີນໄປຢ່າງຟົດຟື້ນໃນໄລຍະສອງວັນພັກທ້າຍອາທິດທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ສະຖານທູດຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ວິສາຫະກິດການທ່ອງທ່ຽວ, ສາຍການບິນ ພ້ອມດ້ວຍຫຼາຍພາກສ່ວນສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະ ສາກົນ.

VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ

VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ງານມະຫາກຳການທ່ອງທ່ຽວສາກົນ VITM 2026 ໄດ້ປິດລົງ, ອັດສາກ 4 ວັນແຫ່ງການເຄື່ອນໄຫວຢ່າງຄຶກຄື້ນ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ ກ່ຽວກັບການສົ່ງເສີມ, ການເຊື່ອມຕໍ່ຕະຫຼາດ ແລະ ການກຳນົດທິດທາງທ່າອ່ຽງການພັດທະນາໃໝ່ຂອງຂະແໜງການທ່ອງທ່ຽວ.

ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ

ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ

ຍສໝ - ທຸກໆປີໃນເດືອນສາມຕາມປະຕິທິນຈັນທະຄະຕິ, ກະແສມວນຊົນຈາກທຸກສາລະທິດຂອງປະເທດຊາດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຕ່າງກໍ່ພາກັນມຸ່ງໜ້າສູ່ເຂດປູຊະນີຍະສະຖານປະຫວັດສາດ ວັດຮຸ່ງ, ເຊິ່ງເປັນສະຖານທີ່ເຕົ້າໂຮມຈິດວິນຍານອັນສັກສິດຂອງຊາດ ຫວຽດນາມ.

ມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ມາທ່ຽວຊົມ ແລະ ທົດລອງປະສົບການຢູ່ VITM 2026

ມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ມາທ່ຽວຊົມ ແລະ ທົດລອງປະສົບການຢູ່ VITM 2026

ຍສໝ - ໃນວັນທີ 12 ເມສາ, ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM 2026 ໄດ້ອັດລົງຢ່າງເປັນທາງການ. ພາຍຫຼັງການຈັດຕັ້ງມາເປັນເວລາ 4 ວັນ (9-12/4/2026), ຄາດຄະເນວ່າມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ໄດ້ເຂົ້າມາທ່ຽວຊົມ, ທົດລອງປະສົບການ ແລະ ຊື້ເຄື່ອງຢູ່ພາຍໃນງານ. ຕາມການສຳຫຼວດແບບໄວ ຈາກບັນດາຫົວໜ່ວຍທີ່ເຂົ້າຮ່ວມງານຕະຫຼາດນັດ, ລາຍຮັບຈາກການຂາຍຜະລິດຕະພັນການທ່ອງທ່ຽວ ບັນລຸໄດ້ຫຼາຍກວ່າ 195 ຕື້ດົ່ງ; 95% ຂອງບັນດາວິສາຫະກິດ ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ໃນການເຂົ້າຮ່ວມງານ, ໃນນັ້ນມີ 8,2% ແມ່ນບັນລຸເກີນຄາດໝາຍ; ແລະ ຫຼາຍກວ່າ 92% ມີຄວາມເພິ່ງພໍໃຈຕໍ່ກັບບັນດາກິດຈະກຳຕ່າງໆພາຍໃນງານຕະຫຼາດນັດຄັ້ງນີ້.

ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ

ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ

ຍສໝ - ໃນວັນທີ 9 ເມສາ ນີ້, ຢູ່ຮ່າໂນ້ຍ, ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີໄຂແຜນງານ ເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ (B2B). ນີ້ແມ່ນເຫດການທີ່ສຳຄັນ ໃນບັນດາກິດຈະກຳຂອງ ງານຕະຫຼາດນັດການທ່ອງທ່ຽວສາກົນ VITM 2026 - ງານຕະຫຼາດນັດການທ່ອງທ່ຽວສາກົນ ຄັ້ງທີ 15 ໂດຍແມ່ນ ສະມາຄົມການທ່ອງທ່ຽວ ຫວຽດນາມ ເປັນຜູ້ຈັດຕັ້ງຂຶ້ນ.

ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ

ຍູ້ແຮງການໂຄສະນາ ແລະ ພັດທະນາການທ່ອງທ່ຽວເຂດເຂດທົ່ງພຽງແມ່ນ້ຳຂອງ

ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ.

“ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ

“ເຊື່ອມໂຍງມໍລະດົກ, ແຜ່ຂະຫຍາຍເອກະລັກ” – ສ້າງຜະລິດຕະພັນການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງພາກສ່ວນ

ຍສໝ - ຮຶງອຽນ – ນິງບິ່ງ – ກ່າເມົາ ແມ່ນບັນດາແຂວງທີ່ມີທ່າແຮງ ແລະ ຂໍ້ໄດ້ປຽບທີ່ອຸດົມສົມບູນ ທາງດ້ານຊັບພະຍາກອນການທ່ອງທ່ຽວ ດ້ວຍປູຊະນີຍະສະຖານທາງດ້ານປະຫວັດສາດ – ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ. ສະຖານທີ່ເຫຼົ່ານີ້ ແມ່ນບ່ອນລວມຕົວຂອງຫຼາຍຮູບແບບການທ່ອງທ່ຽວທີ່ດຶງດູດໃຈ ເຊັ່ນ: ການທ່ອງທ່ຽວທາງດ້ານວັດທະນະທຳ – ປະຫວັດສາດ, ການທ່ອງທ່ຽວທາງດ້ານຈິດວິນຍານ, ການທ່ອງທ່ຽວແບບອະນຸລັກທຳມະຊາດ, ການທ່ອງທ່ຽວແບບທົດລອງ ແລະ ຄົ້ນຫາທຳມະຊາດ, ສ້າງເປັນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປະກອບສ່ວນເຂົ້າໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.

ການທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ ຍັງຄົງຮັກສາທ່າເຕີບໂຕທີ່ໜ້າປະທັບໃຈ.

ການທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ ຍັງຄົງຮັກສາທ່າເຕີບໂຕທີ່ໜ້າປະທັບໃຈ.

ຍສໝ - ສ.ເກົາຫຼີ ຍັງຄົງເປັນໜຶ່ງໃນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການສົ່ງເສີມການແລກປ່ຽນວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດຢ່າງເລິກເຊິ່ງ ແລະ ກວ້າງຂວາງຂຶ້ນເລື້ອຍໆ.

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ຍສໝ - ດ້ວຍຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ, ແຂວງກວາງນິງ ພວມຜັນຂະຫຍາຍມະຕິເລກທີ 80-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ ຜ່ານການກະທຳຕົວຈິງ. ການຫັນປ່ຽນລາຍການສິລະປະຂະໜາດໃຫຍ່ (concert) ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ບໍ່ພຽງແຕ່ເປັນວິທີແກ້ໄຂທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງເປັນບາດກ້າວທີ່ໜັກແໜ້ນເພື່ອຢືນຢັນຖານະຂອງແຂວງໃນຖານະເປັນສູນກາງອຸດສາຫະກຳວັດທະນະທຳ ຕິດພັນກັບມໍລະດົກ.

|< < 1 2 3 4 5 > >|