![]() |
| ທ່ານ ຫວູເຖ໋ບິ່ງ, ປະທານສະມາຄົມການທ່ອງທ່ຽວ ຫວຽດນາມ ແລະ ທ່ານນາງ ກາວທິຫງອກລານ, ຮອງປະທານປະຈຳການ ສະມາຄົມການທ່ອງທ່ຽວ ຫວຽດນາມ ມອບຫຼຽນກາທີ່ລະນຶກໃຫ້ແກ່ບັນດາຫົວໜ່ວຍ - ພາບ: VGP/ມິງທື |
ກ່າວຄຳປາໄສປິດງານ, ທ່ານ ຫງວຽນຮົ່ງຫາຍ, ຮອງປະທານສະມາຄົມການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM 2026 ພາຍໃຕ້ຫົວຂໍ້ "ການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ - ຍົກລະດັບການທ່ອງທ່ຽວ ຫວຽດນາມ" ໄດ້ຢືນຢັນທິດທາງການເຄື່ອນໄຫວພື້ນຖານຂອງບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ແມ່ນສີຂຽວ, ຍືນຍົງ - ຄຸນນະພາບ - ເຕັກໂນໂລຊີທີ່ທັນສະໄໝ.
ດ້ວຍຮູບແບບການຈັດຕັ້ງທີ່ເປັນລະບົບ ແລະ ມີຄວາມເປັນມືອາຊີບ, ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ 2026 ໄດ້ດຶງດູດການເຂົ້າຮ່ວມຂອງບັນດາອົງການຄຸ້ມຄອງ, ອົງການຊຸກຍູ້ການທ່ອງທ່ຽວ ແລະ ວິສາຫະກິດທ່ອງທ່ຽວຈາກ 31 ແຂວງ, ນະຄອນຂອງ ຫວຽດນາມ, 20 ປະເທດ ແລະ ເຂດແຄ້ວນ, ໂດຍມີວິສາຫະກິດກວ່າ 600 ແຫ່ງ ມາຕັ້ງບູດວາງສະແດງພາຍໃນງານ.
ມີຫຼາຍກວ່າ 100 ອົງການສື່ມວນຊົນ ແລະ ໜັງສືພິມ ໄດ້ເຂົ້າຮ່ວມ ແລະ ສົ່ງຂ່າວ. ເປັນພິເສດ, ງານຕະຫຼາດນັດໄດ້ຜັນຂະຫຍາຍແຜນງານເຊື່ອມຕໍ່ການຄ້າ B2B ໃນວັນທີ 09 ເມສາ 2026 ໂດຍມີການເຂົ້າຮ່ວມຂອງຜູ້ຊື້ (buyer) ເກືອບ 500 ທ່ານ, ໃນນັ້ນມີບໍລິສັດທ່ອງທ່ຽວ 125 ແຫ່ງ ຈາກບັນດາປະເທດທີ່ແມ່ນຕະຫຼາດຈຸດສຸມຂອງ ຫວຽດນາມ ແລະ ວິສາຫະກິດທ່ອງທ່ຽວ ຫວຽດນາມ ກວ່າ 300 ແຫ່ງ.
ພາຍຫຼັງການຈັດຕັ້ງເປັນເວລາ 4 ວັນ, ຄາດຄະເນວ່າມີນັກທ່ອງທ່ຽວຫຼາຍກວ່າ 90 ພັນເທື່ອຄົນ ໄດ້ເຂົ້າມາທ່ຽວຊົມ, ທົດລອງປະສົບການ ແລະ ຊື້ເຄື່ອງຢູ່ພາຍໃນງານ. VITM 2026 ໄດ້ສະແດງໃຫ້ເຫັນວ່າ ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສອງທິດທາງຍຸດທະສາດການພັດທະນາປະເທດຊາດຢ່າງເຂັ້ມງວດ ຄື: ການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ, ເພື່ອແນໃສ່ສ້າງຄຸນຄ່າໃໝ່ໃຫ້ແກ່ຂະແໜງການທ່ອງທ່ຽວ, ຫັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ກາຍເປັນກຳລັງຊຸກຍູ້ທີ່ສຳຄັນໃນການພັດທະນາການທ່ອງທ່ຽວ ຫວຽດນາມ.
ງານຕະຫຼາດນັດໄດ້ດຶງດູດວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ ເກືອບ 4.500 ແຫ່ງ ເຂົ້າຮ່ວມ ແລະ ເຮັດວຽກພາຍໃນງານ, ໂດຍມີການນັດໝາຍ, ພົບປະ ແລະ ແລກປ່ຽນການຮ່ວມມືກວ່າ 25.000 ຄັ້ງ; ມີປະມານ 15.000 ທົວ (tour) ແລະ ຜະລິດຕະພັນການທ່ອງທ່ຽວຫຼຸດລາຄາ ໄດ້ຖືກນຳສະເໜີໃນເຫດການຄັ້ງນີ້. VITM 2026 ສືບຕໍ່ຢືນຢັນເປັນເຫດການຊຸກຍູ້ການທ່ອງທ່ຽວຊັ້ນນຳຂອງການທ່ອງທ່ຽວ ຫວຽດນາມ ແລະ ແມ່ນງານບຸນປະຈຳປີຂອງບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ.
ໃນຂອບເຂດງານຕະຫຼາດນັດ, ໄດ້ມີ 18 ເຫດການ, ກອງປະຊຸມ, ສຳມະນາ, ການຖແລງຂ່າວ ແລະ ກິດຈະກຳຊຸກຍູ້ການທ່ອງທ່ຽວຖືກຈັດຂຶ້ນ, ລວມມີກິດຈະກຳພົບປະລະຫວ່າງວິສາຫະກິດ ກັບ ວິສາຫະກິດ, ວິສາຫະກິດ ກັບ ນັກທ່ອງທ່ຽວ ແລະ ການເຄື່ອນໄຫວຂອງບັນດາອົງການຊຸກຍູ້ການທ່ອງທ່ຽວ ຫວຽດນາມ ແລະ ສາກົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາການທ່ອງທ່ຽວ ຫວຽດນາມ.
![]() |
| “ການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ - ຍົກລະດັບການທ່ອງທ່ຽວ ຫວຽດນາມ” ແມ່ນຫົວຂໍ້ຂອງ VITM 2026 - ພາບ: VGP |
ຈຸດສຸມຂອງບັນດາເຫດການວິຊາສະເພາະຢູ່ VITM 2026 ແມ່ນການເສວນາພາຍໃຕ້ຫົວຂໍ້ "ການທ່ອງທ່ຽວ ຫວຽດນາມ - ການປະຍຸກໃຊ້ AI ເພື່ອການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ" ເຊິ່ງຈັດຕັ້ງໂດຍສະມາຄົມການທ່ອງທ່ຽວ ຫວຽດນາມ. ການສຳມະນາ ໄດ້ດຶງດູດຄວາມສົນໃຈຈາກຜູ້ຕາງໜ້າບັນດາອົງການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ, ບັນດານັກຄົ້ນຄວ້າ, ຊ່ຽວຊານດ້ານການທ່ອງທ່ຽວທັງພາຍໃນ ແລະ ສາກົນ, ການນຳບັນດາວິສາຫະກິດທ່ອງທ່ຽວ, ອົງການຄຸ້ມຄອງແຫຼ່ງທ່ອງທ່ຽວ... ເພື່ອແນໃສ່ແລກປ່ຽນບົດຮຽນທັງພາຍໃນ ແລະ ສາກົນ ກ່ຽວກັບການຫັນເປັນດີຈີຕອນ ແລະ ການປະຍຸກໃຊ້ AI, ຫັນບັນດາຂໍ້ລິເລີ່ມໃຫ້ປະກົດຜົນເປັນຈິງ, ຂະຫຍາຍຕະຫຼາດການທ່ອງທ່ຽວ, ພັດທະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ບົນພື້ນຖານການປະຍຸກໃຊ້ບັນດາຜົນສຳເລັດຂອງການຫັນເປັນດີຈີຕອນ ແລະ AI ຢູ່ ຫວຽດນາມ.
ໃນງານຕະຫຼາດນັດຄັ້ງນີ້, ສະມາຄົມການທ່ອງທ່ຽວ ຫວຽດນາມ ຍັງໄດ້ຈັດພິທີຍ້ອງຍໍສັນລະເສີນບັນດາອົງການຈັດຕັ້ງ, ວິສາຫະກິດທ່ອງທ່ຽວ ແລະ ບຸກຄົນດີເດັ່ນໃນປີ 2025. ສະມາຄົມການທ່ອງທ່ຽວ ຫວຽດນາມ ໄດ້ມອບຂັນລາງວັນ ແລະ ໃບຢັ້ງຢືນຍ້ອງຍໍໃນ 19 ລາຍການ ດ້ວຍ 221 ລາງວັນ, ໃນນັ້ນມີ 141 ກົມກອງ ແລະ 80 ບຸກຄົນ.
ງານຕະຫຼາດນັດສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມເດີນທາງຈາກບັນດາອົງການຈັດຕັ້ງ ແລະ ຫົວໜ່ວຍຕ່າງໆ ເຊັ່ນ: ລັດວິສາຫະກິດການບິນ ຫວຽດນາມ, ສະໂມສອນນັກຂ່າວການທ່ອງທ່ຽວ ຫວຽດນາມ, TikTok, ຄະນະການທ່ອງທ່ຽວ - ມະຫາວິທະຍາໄລເປີດຮ່າໂນ້ຍ, ໂດຍສະເພາະແມ່ນການເຂົ້າຮ່ວມໂດຍກົງຂອງບັນດາອົງການຊຸກຍູ້ການທ່ອງທ່ຽວ, ປະຊາຄົມວິສາຫະກິດທ່ອງທ່ຽວ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ຢູ່ໃນງານຕະຫຼາດນັດ.
ໃນໄລຍະ 4 ວັນຂອງງານຕະຫຼາດນັດ, ໄດ້ບັນທຶກຕົວເລກການເຂົ້າຊົມ ແລະ ມີປະຕິສຳພັນກ່ຽວກັບງານຕະຫຼາດນັດກວ່າ 33 ລ້ານເທື່ອຄັ້ງ ໃນແພລັດຟອມ TikTok; ມີສື່ມວນຊົນ ແລະ ສະຖານີໂທລະພາບສູນກາງ ແລະ ທ້ອງຖິ່ນຫຼາຍຮ້ອຍແຫ່ງໄດ້ສົ່ງຂ່າວກ່ຽວກັບເຫດການ, ປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານໂຄສະນາເຜີຍແຜ່ຂອງງານຕະຫຼາດນັດ.
ຕາມການສຳຫຼວດແບບໄວຈາກບັນດາຫົວໜ່ວຍທີ່ເຂົ້າຮ່ວມງານຕະຫຼາດນັດ, ລາຍຮັບຈາກການຂາຍຜະລິດຕະພັນການທ່ອງທ່ຽວບັນລຸໄດ້ຫຼາຍກວ່າ 195 ຕື້ດົ່ງ; 95% ຂອງບັນດາວິສາຫະກິດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ໃນການເຂົ້າຮ່ວມງານ, ໃນນັ້ນມີ 8,2% ແມ່ນບັນລຸເກີນຄາດໝາຍ; ແລະ ຫຼາຍກວ່າ 92% ມີຄວາມເພິ່ງພໍໃຈຕໍ່ກັບບັນດາກິດຈະກຳຕ່າງໆພາຍໃນງານຕະຫຼາດນັດ.
| ພົບປະກັບນັກສຶກສາລາວ ທີ່ແຂວງແທງຮວາ ໃນໂອກາດບຸນປີໃໝ່ 2026 ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງແທງຮວ່າ ໄດ້ຈັດງານພົບປະກັບນັກສຶກສາລາວ 184 ຄົນທີ່ກຳລັງຮຽນຢູ່ໃນແຂວງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດປີ 2026. ເຫດການນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງແຂວງໃນການເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ. |
| ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026: ເຊື່ອມຕໍ່ຄວາມຮູ້, ກຳນົດອະນາຄົດ ຍສໝ - ໃນບັນຍາກາດທີ່ຄຶກຄື້ນຂອງເດືອນຊາວໜຸ່ມ 2026, ເຊິ່ງມຸ່ງໄປສູ່ການສະເຫຼີມສະຫຼອງຄົບຮອບ 95 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ, ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026, ດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຮູ້ - ກໍ່ສ້າງອະນາຄົດ” ໄດ້ຈັດຂຶ້ນທີ່ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka. |

