ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ

10:40 | 14/04/2026

ຍສໝ - ທຸກໆປີໃນເດືອນສາມຕາມປະຕິທິນຈັນທະຄະຕິ, ກະແສມວນຊົນຈາກທຸກສາລະທິດຂອງປະເທດຊາດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຕ່າງກໍ່ພາກັນມຸ່ງໜ້າສູ່ເຂດປູຊະນີຍະສະຖານປະຫວັດສາດ ວັດຮຸ່ງ, ເຊິ່ງເປັນສະຖານທີ່ເຕົ້າໂຮມຈິດວິນຍານອັນສັກສິດຂອງຊາດ ຫວຽດນາມ.

ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ
ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026
ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ
ຄະນະຖວາຍທູບທຽນເລີ່ມເດີນທາງຂຶ້ນພູເຫງີຍລິງ (Nghia Linh) ໃນພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີ 2025. ພາບ: ກວ໋ກແຄ໋ງ (Quoc Khanh)/VNA

ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງບໍ່ພຽງແຕ່ແມ່ນວັນບຸນໃຫຍ່ທີ່ສຳຄັນ ມີຄວາມໝາຍເພື່ອລະນຶກເຖິງຄຸນງາມຄວາມດີໃນການສ້າງຕັ້ງປະເທດຊາດ ຂອງບັນດາເຈົ້າຊີວິດຮຸ່ງເທົ່ານັ້ນ, ແຕ່ຍັງແມ່ນສາຍໃຍເຊື່ອມຕໍ່ຊຸມຊົນຊາວ ຫວຽດນາມ ຢູ່ທົ່ວໂລກ - ເຊິ່ງແມ່ນບ່ອນທີ່ ອະດີດ, ປັດຈຸບັນ ແລະ ອະນາຄົດ ໄດ້ປະສານສົມທົບກັນ ໃນຂົງເຂດວັດທະນະທຳທາງດ້ານຈິດວິນຍານທີ່ພິເສດຂອງ ວັດຮຸ່ງ.

ເດືອນສາມອັນສັກສິດ - ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ

ຮ່ວມເດີນທາງໄປກັບຍຸກສະໄໝແຫ່ງການບຸກທະລຸຂອງຊາດ, ໃນເມື່ອໄລຍະທາງພູມສາດເບິ່ງຄືວ່າໄດ້ຖືກຫຍັບເຂົ້າໃກ້ກັນຍ້ອນ ເຕັກໂນໂລຢີ ແລະ ການແລກປ່ຽນລະຫວ່າງປະເທດ, ຄຸນຄ່າຂອງ “ທີ່ເພິ່ງທາງໃຈ” ເຊັ່ນ: ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ - ເທສະການວັດຮຸ່ງ ແຮງກາຍເປັນສິ່ງທີ່ເລິກເຊິ່ງກວ່າເກົ່າ. ຈາກວັດຮຸ່ງອັນສັກສິດ, ກະແສແຫຼ່ງກຳເນີດນັ້ນພວມແຜ່ຂະຫຍາຍຢ່າງແຂງແຮງ, ເຊື່ອມຕໍ່ຫຼາຍລ້ານຫົວໃຈຊາວ ຫວຽດນາມ, ບໍ່ວ່າຈະຢູ່ພາຍໃນປະເທດ ຫຼື ຢູ່ຕ່າງປະເທດ ກໍ່ຍັງມີຄວາມຄິດຮອດບ້ານເກີດເມືອງນອນ, ໄດ້ມາຖວາຍທູບທຽນອັນຫອມຫວນຕໍ່ບັນພະບຸລຸດ ເພື່ອສະແດງຄວາມເຄົາລົບຮັກຕໍ່ດວງວິນຍານຂອງບັນດາເຈົ້າຊີວິດຮຸ່ງ.

ທ່ານລືອງຊວນທິ້ງ, ຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ສາທາລະນະລັດ ເຊັກ ໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ, ເຖິງວ່າຈະບໍ່ໄດ້ກັບຄືນບ້ານເກີດມາເປັນເວລາດົນນານແລ້ວ ແຕ່ທຸກໆຄັ້ງທີ່ຮອດເດືອນສາມຕາມປະຕິທິນຈັນທະຄະຕິ, ໃນໃຈຂອງທ່ານກໍ່ເຕັມໄປດ້ວຍຄວາມຄິດຮອດຮາກເຫງົ້າ, ຄິດຮອດວັນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ. ເປັນຄັ້ງທຳອິດທີ່ໄດ້ຂຶ້ນໄປວັດຮຸ່ງເພື່ອຖວາຍທູບທຽນ, ທ່ານເຫັນວ່າບໍ່ມີບ່ອນໃດທີ່ມີຮີດຄອງວັດທະນະທຳທີ່ຈົບງາມ ແລະ ສັກສິດຄືແນວນີ້, ເປັນຄວາມງາມແຫ່ງການຮູ້ບຸນຄຸນຕໍ່ບັນພະບຸລຸດ ທີ່ໄດ້ຮັບການຮັກສາໄວ້ຕະຫຼອດຫຼາຍເຊັ່ນຄົນ.

“ສຳລັບຄົນຮຸ່ນໜຸ່ມ, ໂດຍສະເພາະແມ່ນພວກຫຼານທີ່ໃຫຍ່ຂຶ້ນຢູ່ຕ່າງປະເທດ, ໂອກາດທີ່ຈະໄດ້ເຂົ້າເຖິງຄຸນຄ່າຮີດຄອງປະເພນີໂດຍກົງແມ່ນມີໜ້ອຍຫຼາຍ. ດັ່ງນັ້ນ, ທຸກໆຄັ້ງທີ່ໄດ້ກັບຄືນມາວັດຮຸ່ງ, ຂ້າພະເຈົ້າລ້ວນແຕ່ພະຍາຍາມອະທິບາຍໃຫ້ລູກໆເຂົ້າໃຈກ່ຽວກັບຄວາມໝາຍອັນເລິກເຊິ່ງຂອງວັນໄຫວ້ບູຊາບັນພະບຸລຸດ, ເພື່ອໃຫ້ພວກຫຼານມີຄວາມພາກພູມໃຈ ແລະ ຈື່ຈຳສະເໝີວ່າຕົນເອງແມ່ນຄົນ ຫວຽດນາມ”, ທ່ານທິ້ງ ໄດ້ແບ່ງປັນຕື່ມ.

ໃນຊຸມປີຜ່ານມາ, ວຽກງານເຊື່ອມຕໍ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ, ໂດຍສະເພາະແມ່ນຜ່ານບັນດາການເຄື່ອນໄຫວມຸ່ງໜ້າສູ່ການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໄດ້ຖືກແຂວງ ຝູເທາະ ຜັນຂະຫຍາຍຢ່າງມີແບບແຜນ ແລະ ມີປະສິດທິຜົນ.

ທ່ານຫງວຽນດັກຖຸຍ, ເຈົ້າກົມການຕ່າງປະເທດແຂວງ ຝູເທາະ ໃຫ້ຮູ້ວ່າ, ແຂວງໄດ້ເປັນເຈົ້າການປະສານງານກັບບັນດາກະຊວງ, ຂະແໜງການສູນກາງ, ບັນດາອົງການຕົວແທນການທູດ ແລະ ຫຼາຍອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຄະນະພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ມາກາບໄຫວ້ບູຊາຢູ່ ວັດຮຸ່ງ. ພຽງແຕ່ໄລ່ໃນຊຸມປີມໍ່ໆມານີ້, ກໍ່ມີພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຫຼາຍຮ້ອຍເທື່ອຄົນ ຈາກຫຼາຍປະເທດໃນທົ່ວໂລກໄດ້ຮັບການເຊື່ອມຕໍ່, ກັບຄືນສູ່ດິນແດນບັນພະບຸລຸດ, ຖວາຍທູບທຽນຮູ້ບຸນຄຸນຕໍ່ບັນພະບຸລຸດ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທາງດ້ານຈິດວິນຍານເທົ່ານັ້ນ, ແຕ່ຍັງປະກອບສ່ວນຮັດແໜ້ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ. ການຮັກສາ ແລະ ເປີດກວ້າງບັນດາການເຄື່ອນໄຫວໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ບໍ່ພຽງແຕ່ຢຸດຢູ່ທີ່ພິທີຖວາຍທູບທຽນເທົ່ານັ້ນ ແຕ່ຍັງລວມມີບັນດາແຜນງານແລກປ່ຽນວັດທະນະທຳ, ທັດສະນະສຶກສາ, ຊອກຮູ້ປະຫວັດສາດ, ຜ່ານນັ້ນກໍ່ຊ່ວຍໃຫ້ຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ມີຄວາມຜູກພັນກັບບ້ານເກີດເມືອງນອນຕື່ມອີກ.

ໂດຍສະເພາະ, ໃນສະພາບການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ, ວຽກງານໂຄສະນາຄວາມເຊື່ອຖືບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ເຊິ່ງແມ່ນມໍລະດົກວັດທະນະທຳນາມມະທຳ ຕົວແທນຂອງມວນມະນຸດ ອອກສູ່ໂລກ ກໍ່ໄດ້ຖືກແຂວງເອົາໃຈໃສ່ເປັນພິເສດ. ຜ່ານບັນດາການເຄື່ອນໄຫວການທູດວັດທະນະທຳ, ພາບລັກຂອງ ວັດຮຸ່ງ ແລະ ການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ພວມຄ່ອຍໆກາຍເປັນສັນຍະລັກສະເພາະຂອງວັດທະນະທຳ ຫວຽດນາມ ໃນເວທີສາກົນ.

ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ຫຼາຍຄົນ ພາຍຫຼັງທີ່ໄດ້ເຂົ້າຮ່ວມເທສະການແລ້ວ ກໍ່ໄດ້ກາຍເປັນ “ຂົວຕໍ່” ທີ່ຕັ້ງໜ້າ, ແນະນຳກ່ຽວກັບຄຸນຄ່າວັດທະນະທຳຂອງຊາດ ໃຫ້ແກ່ເພື່ອນມິດສາກົນ. ນີ້ແມ່ນຫຼັກຖານອັນຈະແຈ້ງໃຫ້ແກ່ພະລັງແຫ່ງການແຜ່ຂະຫຍາຍທີ່ຍືນຍົງ ຂອງມໍລະດົກວັດທະນະທຳທີ່ເຕັມໄປດ້ວຍເອກະລັກຂອງ ຫວຽດນາມ.

ປົກປັກຮັກສາເອກະລັກ - ແຜ່ຂະຫຍາຍຄຸນຄ່າ

ບໍ່ພຽງແຕ່ແມ່ນໂອກາດເພື່ອລະນຶກເຖິງບັນພະບຸລຸດເທົ່ານັ້ນ, ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຍັງແມ່ນເວທີເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຮີດຄອງປະເພນີ. ຢູ່ວັດຮຸ່ງ, ບັນດາພິທີກຳ ເຊັ່ນ: ການຖວາຍທູບທຽນ, ການແຫ່ຄານຫາມ, ພິທີເຊັ່ນໄຫວ້ ໄດ້ຖືກຈັດຂຶ້ນຢ່າງສະຫງ່າຜ່າເຜີຍ, ຖືກຕ້ອງຕາມແບບແຜນພິທີການ, ໄດ້ຈຳລອງຊີວິດແຫ່ງຄວາມເຊື່ອຖືໃນສະໄໝເຈົ້າຊີວິດຮຸ່ງ ຄືນໃໝ່ຢ່າງມີຊີວິດຊີວາ.

ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງ ເຊັ່ນ: ການຮ້ອງເພງຊວານ (Hat Xoan), ການຕີກອງທອງ, ການປະກວດຫໍ່ເຂົ້າຕົ້ມ (Banh Chung), ຕຳເຂົ້າໜົມຢີ (Banh Giay)… ກໍ່ໄດ້ດຶງດູດນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ບັນດາຄຸນຄ່າທີ່ເບິ່ງຄືວ່າຄົງຕົວຢູ່ແຕ່ໃນອະດີດ ນັ້ນ ໃນປັດຈຸບັນໄດ້ “ຟື້ນຄືນຊີວິດ” ໃນຂົງເຂດເທສະການ, ປະກອບສ່ວນເຮັດໃຫ້ປະສົບການຂອງປະຊາຊົນ ແລະ ນັກທ່ອງທ່ຽວມີຄວາມອຸດົມສົມບູນຕື່ມອີກ.

ຕາມທ່ານນັກຄົ້ນຄວ້າວັດທະນະທຳພື້ນເມືອງແຂວງ ຝູເທາະ ຟ້າມບ໋າກຽມ, ແມ່ນຫາໄດ້ຍາກທີ່ປະເທດໃດໃນໂລກ ຈະມີວັນໄຫວ້ບູຊາຮ່ວມກັນສຳລັບທົ່ວປວງຊົນທັງຊາດຄືກັບ ຫວຽດນາມ. ສິ່ງນີ້ເອງທີ່ໄດ້ສ້າງຄວາມແຕກຕ່າງ, ຢືນຢັນບົດບາດພິເສດຂອງ ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໃນຊີວິດທາງດ້ານຈິດວິນຍານຂອງຊາວ ຫວຽດນາມ.

ໃນສະພາບການໂລກາພິວັດ, ເມື່ອບັນດາຄຸນຄ່າວັດທະນະທຳຮີດຄອງປະເພນີພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ການຮັກສາ ແລະ ເສີມຂະຫຍາຍບັນດາເທສະການ ເຊັ່ນ: ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແຮງມີຄວາມຈຳເປັນກວ່າເກົ່າ. ນີ້ບໍ່ພຽງແຕ່ແມ່ນວິທີເພື່ອອະນຸລັກຮັກສາມໍລະດົກເທົ່ານັ້ນ, ແຕ່ຍັງແມ່ນພື້ນຖານເພື່ອສ້າງສາເອກະລັກວັດທະນະທຳແຫ່ງຊາດໃນຍຸກສະໄໝໃໝ່.

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ. ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.

ຍສໝ - ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ກຳລັງຮຽນ ແລະ ດຳລົງຊີວິດຢູ່ເມືອງ ເມວເບີນ ປະເທດອົດສະຕາລີ ໄດ້ລະດົມແຫຼ່ງທຶນເພື່ອກໍ່ສ້າງໂຮງຮຽນ ຫ້ວຍເມົາ ໃນຕາແສງຈຽງຊິງ ແຂວງດ້ຽນບຽນ ດ້ວຍມູນຄ່າທັງໝົດປະມານ 1 ຕື້ດົ່ງ. ໂຄງການນີ້ປະກອບສ່ວນເຂົ້າໃນການປັບປຸງເງື່ອນໄຂການຮຽນຮູ້ໃຫ້ແກ່ເດັກນ້ອຍໃນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຊຸກຍູ້ການພົວພັນທາງການທູດລະຫວ່າງປະຊາຊົນຫວຽດນາມ ແລະ ອົດສະຕາລີ.

ສານຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນບຸນປີໃໝ່ລາວ ສານຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນບຸນປີໃໝ່ລາວ

ຍສໝ - ໃນສານອວຍພອນບຸນປີໃໝ່ລາວ ພສ 2569, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈກັນຊຸກຍູ້ການພັດທະນາແບບຍືນຍົງ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ