ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026

12:23 | 21/04/2026

ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.

ຂະຫຍາຍ "ທ້ອງຟ້າ" ຕ້ອນຮັບນັກທ່ອງທ່ຽວສາກົນ, ບຸກທະລຸໄລຍະສູງສຸດໃນລະດູຮ້ອນປີ 2026
VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ

ລາຍການດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນດ້ວຍຂະໜາດປະມານ 100 ຮ້ານວາງສະແດງສິນຄ້າ, ເຕົ້າໂຮມເອົາເກືອບ 60 ວິສາຫະກິດ ແລະ ສະຖານທີ່ການຜະລິດ ທີ່ມາຈາກຫຼາຍແຂວງ ແລະ ນະຄອນໃນທົ່ວປະເທດ ເຊັ່ນ: ຮຶງອຽນ (HungYen), ຫາຍຟ່ອງ (HaiPhong), ກວາງນິງ (QuangNinh), ບັກນິງ (BacNinh), ນິງບິ່ງ (NinhBinh), ແທັງຮວ້າ (ThanhHoa), ລາວກາຍ (LaoCai), ເຊີນລາ (SonLa), ເງ້ອານ (NgheAn), ກວາງນາມ (QuangNam), ແຄັງຮວ້າ (KhanhHoa)... ບັນດາຮ້ານວາງສະແດງສິນຄ້າໄດ້ຮັບການຈັດສັນເປັນຫຼາຍ ພື້ນທີ່ ຕາມຫົວຂໍ້ສະເພາະ ເຊິ່ງລວມມີ: ວາງສະແດງຜະລິດຕະພັນການຄ້າທີ່ໂດດເດັ່ນ; ແນະນຳ ແລະ ໂຄສະນາຜະລິດຕະພັນ OCOP; ວາງສະແດງຜະລິດຕະພັນຫັດຖະກຳປະດິດສ້າງ, ໝູ່ບ້ານອາຊີບປະເພນີ ຕິດພັນກັບການຕົກແຕ່ງສາກຈຳລອງ ແລະ ເຂດຖ່າຍຮູບ (check-in) ເພື່ອຮັບໃຊ້ໃຫ້ນັກທ່ອງທ່ຽວ.

ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026
ທ່ານ ຫງວຽນເທ້ຫຽບ, ຮອງຜູ້ນຳໄຈພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ກ່າວຄຳເຫັນໃນລາຍການ. (ພາບ: baotintuc.vn)

ຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນ ແລະ ຜະລິດຕະພັນໝູ່ບ້ານອາຊີບທີ່ມີຊື່ສຽງຫຼາຍຢ່າງ ໄດ້ຮັບການແນະນຳໃນລາຍການ ເຊັ່ນ: ຜົນຜະລິດກະສິກຳເຂດພາກເໜືອເບື້ອງຕະເວັນຕົກ, ຢໍຈ໋າ ເອື້ອກເລ້ (UocLe), ນ້ຳປາ ບາລ່າງ (BaLang), ເຂົ້າໝົ້ານ້ອຍ ລ່າງວ່ອງ (LangVong), ຈ໋າປາມຶກ ກວາງນິງ (QuangNinh), ທູບຫອມ ດົງເຈືອງ (DongTruong) (ດານັງ); ບັນດາຜະລິດຕະພັນ OCOP ເຊັ່ນ: ນົມ ບາວີ (BaVi), ເຂົ້າປຸ້ນແຫ້ງ ລ່າງໂຊ (LangSo), ຊາບົວ ເຕ້ໂຮ່ (TayHo)... ຄຽງຄູ່ກັນນັ້ນ ແມ່ນບັນດາຜະລິດຕະພັນຫັດຖະກຳປະດິດສ້າງທີ່ເປັນເອກະລັກ ເຊັ່ນ: ເຄື່ອງປະດັບຫອຍ ຈວຽນໝີ (ChuyenMy), ແພໄໝ ວັນຟຸກ (VanPhuc), ເຄື່ອງປັ້ນດິນເຜົາ ບາດຈ່າງ (BatTrang), ເຄື່ອງຈັກສານຫວາຍ ແລະ ໄມ້ໄຜ່ ຟູວິງ (PhuVinh) ພ້ອມກັບສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນຫຼາຍຊະນິດທີ່ມີແຫຼ່ງທີ່ມາຢ່າງຊັດເຈນ.

ຈຸດເດັ່ນຂອງລາຍການແມ່ນການເຊື່ອມໂຍງຢ່າງແໜ້ນແຟ້ນກັບ ງານບຸນວັດໄທ – ເຊິ່ງແມ່ນງານບຸນປະເພນີທີ່ເປັນເອກະລັກ ຈັດຂຶ້ນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັດໄທ (ChuaThay), ເພື່ອລະນຶກເຖິງພະອາຈານ ຕື້ດ້າວແຫ້ງ (TuDaoHanh), ຜູ້ທີ່ມີຄຸນງາມຄວາມດີໃນການປິ່ນປົວພະຍາດໃຫ້ປະຊາຊົນ ແລະ ໄດ້ຖືກຖືວ່າເປັນຕົ້ນກຳເນີດຂອງສິລະປະການສະແດງຫຸ່ນກະບອກນ້ຳ. ງານບຸນມັກຈະຈັດຂຶ້ນແຕ່ວັນທີ 5 ຫາ ວັນທີ 7 (ຫຼື ວັນທີ 8) ເດືອນ 3 ຕາມປະຕິທິນຈັນທະຄະຕິຂອງທຸກໆປີ, ໂດຍມີການປະສົມປະສານຢ່າງກົມກຽວລະຫວ່າງພິທີກຳທາງຄວາມເຊື່ອ ແລະ ກິດຈະກຳວັດທະນະທຳພື້ນເມືອງ.

ທ່ານ ຫງວຽນເທ້ຫຽບ, ຮອງຜູ້ນຳໄຈພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ໃຫ້ຮູ້ວ່າ, ລາຍການນີ້ແມ່ນໜຶ່ງໃນບັນດາຕ່ອງໂສ້ 28 ກິດຈະກຳ ທີ່ໄດ້ຮັບການຜັນຂະຫຍາຍຢູ່ 27 ຕາແສງ ໃນທົ່ວຂອບເຂດນະຄອນຫຼວງ. ໂດຍຜ່ານນັ້ນ, ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດຊົນນະບົດ, ສະໜັບສະໜູນວິສາຫະກິດ ແລະ ສະຫະກອນໃນການຂະຫຍາຍຕະຫຼາດເທົ່ານັ້ນ, ແຕ່ຍັງປະກອບສ່ວນຂຸດຄົ້ນທ່າແຮງ ແລະ ຈຸດແຂງທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນຢ່າງມີປະສິດທິຜົນ; ໂຄສະນາພາບພົດຂອງຜູ້ຄົນ, ຜະລິດຕະພັນ ແລະ ວັດທະນະທຳຂອງແຕ່ລະເຂດແຄວ້ນ ໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຢ່າງກວ້າງຂວາງ.

ຕາມທ່ານ ຫງວຽນເທ້ຫຽບ ແລ້ວ, ພື້ນທີ່ ວາງສະແດງໄດ້ນຳມາເຊິ່ງປະສົບການທີ່ອຸດົມສົມບູນ, ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ທັງໄດ້ທ່ຽວຊົມ, ຊື້ເຄື່ອງ, ທັງໄດ້ສຳຜັດຢ່າງຊັດເຈນເຖິງຄຸນຄ່າອັນດີເລີດ ທີ່ກັ່ນຕອງມາຈາກການປະດິດສ້າງ ແລະ ຄວາມທຸ່ມເທຂອງບັນດານາຍຊ່າງ ແລະ ວິສາຫະກິດ. ນີ້ຍັງແມ່ນໂອກາດເພື່ອໃຫ້ບັນດາພາກສ່ວນການຜະລິດກຳໄດ້ຄວາມມັກຮັກຂອງຜູ້ບໍລິໂພກ, ຍົກສູງຄຸນນະພາບ, ປັບປຸງຮູບແບບສິນຄ້າ, ສ້າງຍີ່ຫໍ້, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ.

ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026
ໂຄສະນາເຜີຍແຜ່ຈຸດເດັ່ນຂອງໝູ່ບ້ານອາຊີບ ໃນສັບປະດາວັດທະນະທຳ – ທ່ອງທ່ຽວ ວັດໄທ (Chùa Thầy) 2026

ປະຊາຊົນໄປທ່ຽວຊົມ ແລະ ຊື້ເຄື່ອງຢູ່ຕາມບັນດາຮ້ານວາງສະແດງສິນຄ້າ. (ພາບ: baotintuc.vn)

ບໍ່ພຽງແຕ່ຢຸດຢູ່ທີ່ກິດຈະກຳສົ່ງເສີມການຄ້າເທົ່ານັ້ນ, ລາຍການຍັງປະກອບສ່ວນໂຄສະນາວັດທະນະທຳ ແລະ ທ່າແຮງດ້ານການທ່ອງທ່ຽວຂອງທ້ອງຖິ່ນ ຜ່ານບັນດາກິດຈະກຳທີ່ເປັນເອກະລັກ ເຊັ່ນ: ການສະແດງຫຸ່ນກະບອກນ້ຳຢູ່ສາລາການ້ຳ, ການແຫ່ຄານຫາມ, ການປ້ຳມວຍ, ການຂີ່ສະໂພ, ການຫຼິ້ນໝາກຮຸກຄົນ... ນັກທ່ອງທ່ຽວຍັງມີໂອກາດໄດ້ຮັບຊົມລາຍການສະແດງພື້ນທີ່ຕົວຈິງ “ຈຸດເດັ່ນແຫ່ງພາກເໜືອ” (Tinh hoa Bac Bo), ທ່ຽວຊົມທັດສະນີຍະພາບພູ ຊ່າຍເຊີນ (SaiSon) ແລະ ສຳຜັດກັບພື້ນທີ່ອາຫານທີ່ອຸດົມສົມບູນ.

ການປະສົມປະສານຢ່າງກົມກຽວລະຫວ່າງການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ສ້າງເປັນຈຸດເດັ່ນໃຫ້ແກ່ກິດຈະກຳ, ປະກອບສ່ວນຊຸກຍູ້ການບໍລິໂພກຜະລິດຕະພັນ, ໂຄສະນາພາບພົດຂອງທ້ອງຖິ່ນ, ພ້ອມທັງສ້າງກຳລັງຊຸກຍູ້ເພີ່ມຕື່ມໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ສຳລັບເຂດຊານເມືອງຂອງ ຮ່າໂນ້ຍ.

ສັບປະດາວັດທະນະທຳ – ທ່ອງທ່ຽວ ແລະ ພື້ນທີ່ ໂຄສະນາຜະລິດຕະພັນພິເສດໝູ່ບ້ານອາຊີບ ຢູ່ ວັດໄທ ຈະດຳເນີນໄປຈົນຮອດທ້າຍວັນທີ 24 ເມສາ 2026 (ກົງກັບວັນທີ 8 ເດືອນ 3 ຕາມປະຕິທິນຈັນທະຄະຕິ).

ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືລະອຽດ ໃນບັນດາຂົງເຂດຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຕັດສິນໃຈເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ບັນດາຕົວເລກສະຖິຕິໃໝ່.

ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026 ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026

ຍສໝ - ໃນຂະນະທີ່ການທ່ອງທ່ຽວທົ່ວໂລກກຳລັງໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທາງພູມິສາດການເມືອງ, ຂະແໜງການທ່ອງທ່ຽວຂອງຫວຽດນາມຍັງສືບຕໍ່ສະແດງໃຫ້ເຫັນການເຕີບໂຕໃນທາງບວກ.

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ