ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ

15:38 | 26/04/2026

ຍສໝ - ໃນບັນຍາກາດແຫ່ງຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນທີ່ມຸ່ງໄປສູ່ຕົ້ນກຳເນີດຂອງຊາດ, ໃນຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ປີມະເມຍ), ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ, ດ້ວຍບັນດາຮີດຄອງປະເພນີອັນດີງາມ ແລະ ກິດຈະກຳທາງດ້ານວັດທະນະທຳທີ່ເປັນເອກະລັກ. ເຫດການດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄຸນສົມບັດ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ" ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການສຶກສາອົບຮົມ, ເຜີຍແຜ່ຄວາມພາກພູມໃຈກ່ຽວກັບປະຫວັດສາດ ແລະ ເອກະລັກວັດທະນະທຳຂອງ ຫວຽດນາມ ໃຫ້ແກ່ຄົນລຸ້ນຫຼັງໃນປັດຈຸບັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ
ວັນ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ: ຈາກ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ກົກ​ເຄົ້າ​ເຫງົ້າ​ກໍ​ ໄປສູ່​ນ້ຳ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ຕອນເຊົ້າວັນທີ 26 ເມສາ, ຢູ່ຫໍບູຊາລະນຶກເຖິງບັນພະບຸລຸດເຈົ້າຊີວິດຮຸ່ງ (ສວນສາທາລະນະປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນ ໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີມະເມຍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວ ໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ຕິດຕາມຮັບຊົມຜ່ານບັນດາຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງຖ່າຍທອດສົດ, ພ້ອມກັນມຸ່ງໄປສູ່ຕົ້ນກຳເນີດຂອງຊາດ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ຂະບວນແຫ່ເຄື່ອງສັກກາລະບູຊາ, ຈຸດທູບທຽນ ແລະ ວາງກະຕ່າດອກໄມ້ ເພື່ອລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ
ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ຄະນະຜູ້ແທນການນຳນະຄອນ ໂຮ່ຈີມິນ ແຫ່ງຄວາມເຄົາລົບຮັກ ຈຸດທູບທຽນລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ - ພາບ: TTXVN

ພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍບັນດາຮີດຄອງປະເພນີດັ່ງເດີມ ເປັນຕົ້ນແມ່ນ: ການສະແດງເຄື່ອງດົນຕີພື້ນເມືອງ, ຂະບວນແຫ່ເຄື່ອງສັກກາລະບູຊາ, ໄປຖະຫວາຍທູບທຽນ ແລະ ວາງກະຕ່າດອກໄມ້ ເພື່ອລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ. ພາຍຫຼັງສິ້ນສຸດພິທີການທາງການ, ບັນດາການນຳນະຄອນ ໄດ້ສືບຕໍ່ປະຕິບັດພິທີໄປຖະຫວາຍທູບທຽນ ແລະ ວາງກະຕ່າດອກໄມ້ ເພື່ອລະນຶກເຖິງທ່ານນາຍພົນ ຫງວຽນຫືວແກ້ງ ຕາມຮີດຄອງປະເພນີບູຮານ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ພ້ອມກັບຫຼາຍກິດຈະກຳ ໄດ້ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ - ພາບ: TTXVN

ຄຽງຄູ່ກັບພິທີການ, ຍັງມີຫຼາຍກິດຈະກຳບຸນປາງມ່ວນຊື່ນໄດ້ຈັດຂຶ້ນຢ່າງຟົດຟື້ນ, ສ້າງບັນຍາກາດແຫ່ງຄວາມສາມັກຄີໃນຊຸມຊົນ. ທີ່ພົ້ນເດັ່ນແມ່ນງານປະກວດ “ຫໍ່ - ຕົ້ມເຂົ້າຕົມບັ້ນ” ເພື່ອໄປຖະຫວາຍການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຄັ້ງທີ VIII ໂດຍມີປະມານ 200 ທິມເຂົ້າຮ່ວມ; ຄ້າຍພັກແບບມູນເຊື້ອ “ພາກພູມໃຈເຊື້ອສາຍຕຽນຮົ່ງ” ຄັ້ງທີ XVII ເຊິ່ງເຕົ້າໂຮມເອົາປະມານ 60 ຫົວໜ່ວຍສະມາຊິກຊາວໜຸ່ມ ໃນລະຫວ່າງວັນທີ 26 ແລະ 27 ເມສາ.

ຢູ່ບໍລິເວນເດີ່ນກວ້າງຕໍ່ໜ້າຫໍບູຊາ, ບັນດາລາຍການສະແດງສິລະປະ, ມວຍພື້ນເມືອງ, ໂວວີນາມ (Vovinam), ການຟ້ອນມັງກອນ, ຕີກອງສະຫຼອງບຸນ... ກໍໄດ້ຈັດຂຶ້ນເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ນອກຈາກນັ້ນ ຍັງມີບັນດາກິດຈະກຳຢ່າງຕໍ່ເນື່ອງ ເຊັ່ນ: ງານວາງສະແດງປຶ້ມ, ຮ້ານວັດທະນະທຳພື້ນເມືອງ, ສະຖານທີ່ບໍລິການອາຫານເຈຟຣີ, ການວາງສະແດງຮູບພາບພາຍໃຕ້ຫົວຂໍ້ “ທິດໃຕ້ຫວນຄືນສູ່ຕົ້ນກຳເນີດຂອງຊາດ”, ປະກອບສ່ວນເຂົ້າໃນການເຜີຍແຜ່ຄຸນຄ່າວັດທະນະທຳແບບມູນເຊື້ອ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ກິດຈະກຳລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢູ່ເຂດຫໍບູຊາເຈົ້າຊີວິດຮຸ່ງ (ຫໍພິພິທະພັນປະຫວັດສາດ ນະຄອນ ໂຮ່ຈີມິນ) - ພາບ: TTXVN

ນອກຈາກສະຖານທີ່ຈັດງານຕົ້ນຕໍແລ້ວ, ບັນດາກິດຈະກຳລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຍັງໄດ້ຈັດຂຶ້ນຢູ່ຫຼາຍແຫ່ງໃນທົ່ວຕົວເມືອງ ເຊັ່ນ: ຫໍພິພິທະພັນປະຫວັດສາດ ນະຄອນ ໂຮ່ຈີມິນ, ສວນວັດທະນະທຳ ດຳແຊນ ແລະ ເຂດທ່ອງທ່ຽວ ຊວຍຕຽນ... ອັນໄດ້ປະກອບສ່ວນເຂົ້າໃນການເຜີຍແຜ່ຈິດໃຈ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ", ເພີ່ມພູນຄູນສ້າງສະຕິຄວາມສາມັກຄີໃນຊຸມຊົນ ແລະ ຄວາມພາກພູມໃຈຂອງຊາດ ໃນຊີວິດການເປັນຢູ່ຂອງສັງຄົມ.

ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີໃນການສ້າງສາປະເທດຊາດ ຂອງບັນດາບັນພະບຸລຸດ

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ທ່ານ ເຈິ່ນຈີ໋ກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ຈຸດທູບທຽນລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ - ພາບ: TTXVN

ວັນທີ 26 ເມສາ, ຢູ່ຫໍບູຊາເຈົ້າຊີວິດຮຸ່ງ ສັງກັດຫໍພິພິທະພັນແຂວງ ວິງລອງ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ວິງລອງ ໄດ້ຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ. ລາຍການໄດ້ຈັດຂຶ້ນດ້ວຍບັນດາຮີດຄອງປະເພນີດັ່ງເດີມ ເປັນຕົ້ນແມ່ນ: ພິທີເຊັ່ນໄຫວ້, ຖະຫວາຍເຄື່ອງສັກກາລະບູຊາ, ອ່ານບົດຄຳປາໄສໄຫວ້ວອນ ແລະ ໄປຖະຫວາຍທູບທຽນລະນຶກເຖິງ, ສະແດງໃຫ້ເຫັນເຖິງຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີໃນການສ້າງສາປະເທດຊາດ ຂອງບັນດາບັນພະບຸລຸດ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ປະຊາຊົນໄປຖະຫວາຍທູບທຽນລະນຶກເຖິງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ - ພາບ: TTXVN

ວິງລອງ ແມ່ນໜຶ່ງໃນບັນດາທ້ອງຖິ່ນຈຳນວນໜ້ອຍ ຢູ່ເຂດທົ່ງພຽງແມ່ນ້ຳຂອງທີ່ມີແທ່ນບູຊາການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ບັນດາຜູ້ມີຄຸນງາມຄວາມດີໃນສະໄໝເຈົ້າຊີວິດຮຸ່ງ. ພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແມ່ນກິດຈະກຳທີ່ທາງແຂວງຈັດຂຶ້ນເປັນປະຈຳທຸກໆປີ ເພື່ອສະແດງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທັງເປັນການສຶກສາອົບຮົມມູນເຊື້ອ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ", ເພີ່ມພູນຄູນສ້າງຄວາມຮັກຊາດ, ສະຕິໃນການຮັກສາເອກະລັກວັດທະນະທຳຂອງຊາດໃຫ້ແກ່ຄົນລຸ້ນຫຼັງ, ຜ່ານນັ້ນກໍປະກອບສ່ວນເຂົ້າໃນການສ້າງເປັນຮີດຄອງການດຳລົງຊີວິດທາງດ້ານວັດທະນະທຳທີ່ມຸ່ງໄປສູ່ຕົ້ນກຳເນີດຂອງຊາດ.

ເນື່ອງໃນໂອກາດນີ້, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ວິງລອງ ໄດ້ຈັດບັນດາກິດຈະກຳທີ່ອຸດົມສົມບູນຢູ່ຫໍພິພິທະພັນແຂວງ, ໂດຍມີການປະສົມປະສານຢ່າງກົມກຽວລະຫວ່າງພິທີການ ແລະ ບຸນປາງ ເພື່ອດຶງດູດປະຊາຊົນທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ທີ່ພົ້ນເດັ່ນແມ່ນການວາງສະແດງພາຍໃຕ້ຫົວຂໍ້ “ສະໄໝເຈົ້າຊີວິດຮຸ່ງ ຜ່ານເອກະສານຮູບພາບ”, ເຂດວາງສະແດງປຶ້ມກ່ຽວກັບປະຫວັດສາດ, ວັດທະນະທຳຂອງຊາດຜ່ານບັນດາສະໄໝ, ພ້ອມກັບບັນດາລາຍການສິລະປະ ເຊັ່ນ: ງິ້ວໄກ່ເລືອງ “ບຶກໂງນໂດ ດ່າຍຫວຽດ”, ລະຄອນຕຸກກະຕານ້ຳ… ນອກຈາກນັ້ນ, ຍັງມີຫຼາຍກິດຈະກຳທົດລອງ ແລະ ການສຶກສາ ໂດຍບັນດາຮາກຖານການສຶກສາສົມທົບກັນຈັດຂຶ້ນ ເຊິ່ງໄດ້ປະກອບສ່ວນເຜີຍແຜ່ຄວາມໝາຍຂອງວັນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢ່າງກວ້າງຂວາງ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍເອກະລັກວັດທະນະທຳແບບມູນເຊື້ອ.

ປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍພັນຄົນເຂົ້າຮ່ວມການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢູ່ ດາຫຼາດ

ໃນວັນທີ 26 ເມສາ ເຊັ່ນດຽວກັນ, ຄະນະກຳມະການປະຊາຊົນແຂວງ ລຳດົ່ງ ໄດ້ຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢູ່ຫໍບູຊາ ເອົາລັກ (ສັງກັດເຂດທ່ອງທ່ຽວຕາດ ເພຣນ, ແຂວງ ຊວນຮຶືອງ - ດາລັດ) ໂດຍມີການເຂົ້າຮ່ວມຂອງປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍພັນຄົນ.

ນັບແຕ່ເຊົ້າຕື່ມ, ປະຊາຊົນ ແລະ ແຂກທ່ອງທ່ຽວຢ່າງຫຼວງຫຼາຍໄດ້ມາຮ່ວມໜ້າເພື່ອເຂົ້າຮ່ວມຂະບວນແຫ່ເຄື່ອງສັກກາລະບູຊາ ເພື່ອໄຫວ້ບູຊາບັນພະບຸລຸດ ຈາກຫໍບູຊາຊັ້ນກາງ ຂຶ້ນສູ່ຫໍບູຊາຊັ້ນເທິງ ຢູ່ເຂດທ່ອງທ່ຽວຕາດ ເພຣນ. ຄະນະຈັດຕັ້ງໄດ້ທົບທວນຄືນມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ຈົດຈຳຄຸນງາມຄວາມດີໃນການສ້າງສາປະເທດຊາດຂອງບັນດາສະໄໝເຈົ້າຊີວິດຮຸ່ງ ແລະ ການພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສີວິໄລມາຈົນເຖິງປັດຈຸບັນ. ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນວ່າ ຄວາມເຊື່ອຖືບູຊາບັນດາເຈົ້າຊີວິດຮຸ່ງ ໄດ້ກາຍເປັນເອກະລັກວັດທະນະທຳ, ຄຸນສົມບັດແບບມູນເຊື້ອຂອງຄົນ ຫວຽດນາມ, ເພື່ອສະແດງຄວາມຮູ້ບຸນຄຸນຂອງຄົນລຸ້ນຫຼັງຕໍ່ກັບຄຸນງາມຄວາມດີຂອງບັນພະບຸລຸດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຕະຫຼອດໄລຍະຫຼາຍພັນປີທີ່ຜ່ານມາ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ນັບແຕ່ເຊົ້າຕື່ມ, ປະຊາຊົນ ແລະ ແຂກທ່ອງທ່ຽວຢ່າງຫຼວງຫຼາຍ ໄດ້ມາຮ່ວມໜ້າເພື່ອເຂົ້າຮ່ວມການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຢູ່ຫໍບູຊາ ເອົາລັກ ຂອງເຂດທ່ອງທ່ຽວຕາດ ເພຣນ (ແຂວງ ຊວນຮຶືອງ - ດາລັດ) - ພາບ: TTXVN

ພາຍຫຼັງສິ້ນສຸດພິທີການ, ບຸນປາງໄດ້ດຳເນີນໄປດ້ວຍຫຼາຍກິດຈະກຳທີ່ຟົດຟື້ນ ເຊັ່ນ: ການສະແດງສິລະປະພື້ນເມືອງ, ການຫຼິ້ນເກມພື້ນເມືອງ, ຕະຫຼາດນັດຂອງຕ້ອນບ້ານນາ, ການແຂ່ງຂັນໝາກຮຸກ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍໄດ້ເປີດຕົວສະຖານທີ່ແນະນຳສິລະປະການດື່ມຊາ ຫວຽດນາມ; ສະຖານທີ່ຂຽນຕົວໜັງສືສວຍງາມ ແລະ ວາງສະແດງຮູບແຕ້ມພື້ນເມືອງ ຫວຽດນາມ ເຊິ່ງດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ເພື່ອຈັດຕັ້ງການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ໃຫ້ມີຄວາມຮຽບຮ້ອຍ ແລະ ອອກມາຢ່າງດີເດັ່ນ, ໃນວັນທີ 25 ເມສາ, ແຂວງ ລຳດົ່ງ ກໍໄດ້ຈັດງານປະກວດຕົບແຕ່ງພາເຄື່ອງສັກກາລະບູຊາ, ປັກດອກໄມ້, ຕົບແຕ່ງກະຕ່າດອກໄມ້ ເພື່ອໄປຖະຫວາຍທູບທຽນລະນຶກເຖິງບັນດາເຈົ້າຊີວິດຮຸ່ງ ໂດຍມີຫຼາຍຫົວໜ່ວຍ ແລະ ທ້ອງຖິ່ນໃນທົ່ວແຂວງເຂົ້າຮ່ວມຊີງໄຊ. ເຫດການດັ່ງກ່າວໄດ້ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍເຂົ້າຮ່ວມຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບມູນເຊື້ອການໄປຖະຫວາຍທູບທຽນລະນຶກເຖິງບັນດາເຈົ້າຊີວິດຮຸ່ງ.

ຢູ່ທີ່ນະຄອນ ເກິ່ນເທີ, ຫໍບູຊາເຈົ້າຊີວິດຮຸ່ງ ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນຍິ່ງ, ແມ່ນສັນຍະລັກແຫ່ງພະລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນຈຸດເຕົ້າໂຮມທາງດ້ານວັດທະນະທຳທາງຈິດວິນຍານ, ເຊື່ອມຕໍ່ຄວາມສັກສິດກັບຫໍບູຊາຮຸ່ງ ຢູ່ດິນແດນບັນພະບຸລຸດ ຄືດັ່ງສາຍເລືອດແຫ່ງຕົ້ນກຳເນີດ ພາກໃຕ້ - ພາກເໜືອ ຄືເຮືອນດຽວກັນ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມຕ້ອງການທາງດ້ານຄວາມເຊື່ອຖືບູຊາບັນພະບຸລຸດຂອງບັນດາລູກຫຼານຜູ້ທີ່ມີຄວາມກະຕັນຍູ, ແມ່ນກິດຈະກຳເຊື່ອມຕໍ່ຕາໜ່າງບັນດາປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ, ສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງເຂດທົ່ງພຽງແມ່ນ້ຳຂອງ, ຮັບໃຊ້ຄວາມຕ້ອງການໃນການຮ່ຳຮຽນ ແລະ ຢ້ຽມຊົມຂອງແຂກທ່ອງທ່ຽວ. ນັບຕັ້ງແຕ່ກິດຈະກຳນີ້ໄດ້ເປີດນຳໃຊ້ໃນປີ 2022 ເປັນຕົ້ນມາ, ໃນແຕ່ລະປີ, ຫໍບູຊາເຈົ້າຊີວິດຮຸ່ງ ໄດ້ຕ້ອນຮັບແຂກຫຼາຍແສນເທື່ອຄົນມາສັກກາລະບູຊາ, ໄປຖະຫວາຍທູບທຽນ ແລະ ລະນຶກເຖິງ.

ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ
ບາງພິທີການໃນການໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ທີ່ເຕັມໄປດ້ວຍຄວາມສະຫງ່າຜ່າເຜີຍ - ພາບ: TTXVN

ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ຫໍບູຊາເຈົ້າຊີວິດຮຸ່ງ ນະຄອນ ເກິ່ນເທີ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ແລະ ປະຊາຊົນນະຄອນ ເກິ່ນເທີ ໄດ້ຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີ 2026 ຢ່າງສົມກຽດ.

ເລີ່ມຕົ້ນພິທີແມ່ນພິທີການປ່ອຍທຸງໃຫຍ່ຫ້າສີ, ເຊິ່ງເປັນສັນຍະລັກແຫ່ງຈິດໃຈຄວາມສາມັກຄີ ແລະ ມຸ່ງໄປສູ່ຕົ້ນກຳເນີດຂອງປະຊາຊົນພາກໃຕ້, ສ້າງຈຸດເດັ່ນໃຫ້ແກ່ປູຊະນີຍະສະຖານຫໍບູຊາເຈົ້າຊີວິດຮຸ່ງ ໃນວັນພິທີໄຫວ້ບູຊາບັນພະບຸລຸດ.

ພາຍຫຼັງພິທີປ່ອຍທຸງໃຫຍ່, ໃນບັນຍາກາດອັນສະຫງ່າຜ່າເຜີຍ, ດ້ວຍທຸກນ້ຳໃຈແຫ່ງຄວາມຮູ້ບຸນຄຸນ ແລະ ເຄົາລົບຮັກ, ບັນດາຜູ້ແທນ ແລະ ປະຊາຊົນນະຄອນ ໄດ້ໄປຖະຫວາຍເຄື່ອງສັກກາລະບູຊາ ລວມມີ: ດອກໄມ້ສົດ, ພາເຂົ້າໜຽວ, ສ່ຽງເຂົ້າຕົມບັ້ນ 18 ຫໍ່, ເຂົ້າຕົມຢ່າຍ 18 ຫໍ່ ເຊິ່ງເປັນສັນຍະລັກໃຫ້ແກ່ເຈົ້າຊີວິດຮຸ່ງ 18 ສະໄໝ; ສ່ຽງໝາກໄມ້ຫ້າຢ່າງຂອງພາກໃຕ້; ເຄື່ອງສັກກາລະບູຊາຂອງບັນດາທ້ອງຖິ່ນ, ໄປຖະຫວາຍທູບທຽນລະນຶກເຖິງບັນດາເຈົ້າຊີວິດຮຸ່ງ - ບັນດາບັນພະບຸລຸດທີ່ມີຄຸນງາມຄວາມດີໃນການສ້າງຕັ້ງລັດທຳອິດຂອງປະເທດ ຫວຽດນາມ.

ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຄຽງຄູ່ກັບບັນດາທ້ອງຖິ່ນໃນທົ່ວປະເທດ, ແຂວງ ດັກລັກ ໄດ້ຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີ 2026 ຢ່າງສົມກຽດ ຢູ່ປູຊະນີຍະສະຖານປະຫວັດສາດແຫ່ງຊາດ ດີງລາກຢາວ, ເມືອງ ບວນມາທວດ.

ດ້ວຍນ້ຳໃຈແຫ່ງຄວາມເຄົາລົບຮັກ, ຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ 18 ສະໄໝ, ປະຊາຊົນບັນດາເຜົ່າໃນແຂວງ ດັກລັກ ໃຫ້ຄຳໝັ້ນສັນຍາຈະສືບທອດມູນເຊື້ອມະຫາສາມັກຄີ, ຮ່ວມແຮງຮ່ວມໃຈຊຸກຍູ້ການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ ແລະ ເຕັມໄປດ້ວຍເອກະລັກຂອງຊາດ.

ພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີ 2026 ໄດ້ຈັດຂຶ້ນໂດຍແຂວງ ດັກລັກ ຢ່າງສົມກຽດ ເຊິ່ງລວມມີເນື້ອໃນຕ່າງໆ ເຊັ່ນ: ການຟ້ອນສິງໂຕ-ມັງກອນ; ການສະແດງຫໍ່ເຂົ້າຕົມບັ້ນ, ຕຳເຂົ້າຕົມຢ່າຍ ເພື່ອໄປຖະຫວາຍບູຊາບັນດາເຈົ້າຊີວິດຮຸ່ງ; ພິທີຕຽນເຖື່ອງ (ພິທີແຈ້ງຕໍ່ເທວະດາ); ການສະແດງຂຽນຕົວໜັງສືສວຍງາມ; ການສະແດງວັດທະນະທຳຄ້ອງ; ການຕີກອງ ແລະ ຕີຄ້ອງເປີດພິທີ; ທີມນາງລະຄອນປະຕິບັດພິທີເຊັ່ນໄຫວ້ແບບມູນເຊື້ອ; ດຳເນີນການໄປຖະຫວາຍເຄື່ອງສັກກາລະບູຊາ, ໄປຖະຫວາຍທູບທຽນ, ວາງດອກໄມ້ລະນຶກເຖິງບັນດາເຈົ້າຊີວິດຮຸ່ງ; ລາຍງານຜົນງານ ແລະ ອ່ານບົດຄຳປາໄສທົບທວນຄືນປະຫວັດສາດອັນສະຫງ່າລາສີຂອງບັນດາເຈົ້າຊີວິດຮຸ່ງ ໃນສະໄໝສ້າງສາປະເທດຊາດ, ປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ສ່ວນບຸນປາງລວມມີ: ການສະແດງລຳແຈ່ວ, ລຳກວານຫໍ້; ການວາງສະແດງ ແລະ ແນະນຳອາຫານ...

ໃນຊ່ວງເວລາອັນສັກສິດ, ດ້ວຍນ້ຳໃຈແຫ່ງຄວາມເຄົາລົບຮັກ, ຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ 18 ສະໄໝ ທີ່ໄດ້ສືບທອດກັນມາໃນການບຸກເບີກສ້າງສາແຜ່ນດິນ ແລະ ບັນດາບັນພະບຸລຸດທີ່ບໍ່ຫວງແຫນເລືອດເນື້ອເພື່ອຕີໄລ່ສັດຕູຜູ້ຮຸກຮານ, ປົກປັກຮັກສາຜືນແຜ່ນດິນ ເພື່ອໃຫ້ລູກຫຼານສ້າງສາປະເທດ ຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ, ການນຳແຂວງ ດັກລັກ ໄດ້ອ່ານບົດຄຳປາໄສໄປຖະຫວາຍແດ່ບັນດາເຈົ້າຊີວິດຮຸ່ງ ແລະ ດວງວິນຍານຂອງບັນດາບັນພະບຸລຸດ ກ່ຽວກັບບັນດາຜົນສຳເລັດອັນໃຫຍ່ຫຼວງທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນທົ່ວແຂວງ ດັກລັກ ຍາດມາໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາປະເທດຊາດ; ອວຍພອນໃຫ້ປະເທດຊາດຮຸ່ງເຮືອງສີວິໄລ, ບ້ານເມືອງມີຄວາມສະຫງົບສຸກ, ປວງປະຊາທຸກຖ້ວນໜ້າຢູ່ເຢັນເປັນສຸກ ແລະ ຄົງຕົວຕະຫຼອດກາລະນານ.

ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ

ຍສໝ - ຕາມສະຖານີຂ່າວ Yonhap, ທຳເນຽບສີນ້ຳເງິນ ໄດ້ຕີລາຄາວ່າ ການຢ້ຽມຢາມລັດຖະກິດ ທີ່ຫວຽດນາມ ຂອງປະທານາທິບໍດີ ເກົາຫຼີໃຕ້ Lee Jae Myung ທີ່ນອນໃນຂອບເຂດ "ການທູດສຸດຍອດແບບຕໍ່ເນື່ອງ" ກັບ ອາຊຽນ ໄດ້ກາຍເປັນຂີດໝາຍທີ່ສຳຄັນ ເພື່ອ "ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດໃນທຸກຂົງເຂດ ນັບແຕ່ການເມືອງ, ເສດຖະກິດ ຈົນເຖິງວັດທະນະທຳ ມີຄວາມສົມບູນແບບ".

ເສັ້ນທາງແຫ່ງຄວາມພາກພຽນໃນການປົດ ເສັ້ນທາງແຫ່ງຄວາມພາກພຽນໃນການປົດ "ບັດເຫຼືອງ" IUU ຈາກຖ້ຽວເຮືອຫາປາທີ່ອອກສູ່ທະເລ

ຍສໝ - ຢູ່ທີ່ "ດ່ານໜ້າ" ເກາະ ລີເຊີນ, ແຂວງ ກວາງຫງາຍ, ການຕໍ່ສູ້ຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍາລັງຖືກຈັດຕັ້ງປະຕິບັດດ້ວຍວິທີການທີ່ອົດທົນ ແລະ ໃກ້ຊິດກັບປະຊາຊົນ ຂອງສະຖານີຕຳຫຼວດທະເລ ເລກ 2. ນັບຕັ້ງແຕ່ການລາດຕະເວນ, ການລົງໄປຫາ "ແຕ່ລະລໍາເຮືອ, ແຕ່ລະທ່າເຮືອ", ກໍາລັງເຈົ້າໜ້າທີ່ກໍາລັງຄ່ອຍໆປ່ຽນແປງຈິດສໍານຶກຂອງຊາວປະມົງ, ປະກອບສ່ວນເຂົ້າໃນການປົດ ...

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ