ຍີ່ປຸ່ນ ມອບລະບົບຂໍ້ມູນຂ່າວສານການລາຍງານ ໃຫ້ແກ່ຫວຽດນາມ

12:00 | 23/03/2021

ຍສໝ - ຫ້ອງການລັດຖະບານ ໄດ້ປະສານສົມທົບຢ່າງໃກ້ຊິດກັບສະຖານທູດຍີ່ປຸ່ນ ໃນການຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການຕ່າງໆ ເພື່ອໃຫ້ສາມາດໄດ້ຮັບອຸປະກອນສ່ວນພື້ນຖານ ຂອງລະບົບຂໍ້ມູນຂ່າວສານລາຍງານລັດຖະບານ ມາຈາກປະເທດຍີ່ປຸ່ນ.

ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ ຍີ່ປຸ່ນໃຫ້ການຊ່ວຍເຫລືອ ໂຄງການວຽກງານສົ່ງເສີມການ ມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ
ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ

ໃນຕອນບ່າຍວັນທີ 17 ມີນາ, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ສົມທົບກັບສະຖານທູດຍີ່ປຸ່ນ ຈັດພິທີມອບອຸປະກອນສ່ວນພື້ນຖານ ລະບົບຂໍ້ມູນຂ່າວສານຂອງລັດຖະບານ ໂດຍການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ.

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢູ້ງ ໃຫ້ຮູ້ວ່າ, ໃນວັນທີ 9 ມັງກອນ 2020, ຫ້ອງວ່າການລັດຖະບານ ແລະ ສະຖານທູດຍີ່ປຸ່ນປະຈຳຫວຽດນາມ ໄດ້ລົງນາມໃນບົດບັນທຶກແລກປ່ຽນລະຫວ່າງສອງລັດຖະບານ ກ່ຽວກັບໂຄງການ “ສະໜອງອຸປະກອນສ່ວນພື້ນຖານລະບົບຂໍ້ມູນຂ່າວສານລາຍງານຂອງລັດຖະບານ". ນີ້ແມ່ນເອກະສານຮ່ວມມືທີ່ສຳຄັນສະແດງໃຫ້ເຫັນຄວາມມານະພະຍາຍາມ, ຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມປາດຖະໜາຢາກຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຂອງການກໍ່ສ້າງລັດຖະບານເຕັກໂນໂລຢີຢູ່ຫວຽດນາມ.

ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢູ້ງ ແລະ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio. (ພາບ: TTXVN)

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢູ້ງ ກໍ່ໄດ້ຍົກອອກ 4 ລະບົບສຳຄັນຂອງ ລັດຖະບານດີຈີຕອນ ແລະ ເວທີທີ່ຫ້ອງວ່າການລັດຖະບານໄດ້ດຳເນີນງານ; ຢືນຢັນວ່າອຸປະກອນເຕັກນິກທີ່ທັນສະໄໝນີ້ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ຈະປະກອບສ່ວນປັບປຸງລະບົບຂໍ້ມູນຂ່າວສານລາຍງານຂອງລັດຖະບານ, ລະບົບຂໍ້ມູນຂ່າວສານແຫ່ງຊາດ, ທິດທາງ ແລະ ການບໍລິຫານຂອງລັດຖະບານ ແລະ ນາຍົກລັດຖະມົນຕີເພື່ອແນໃສ່ເຮັດໃຫ້ລະບອບການລາຍງານງ່າຍດາຍ, ເພື່ອຍົກສູງປະສິດທິຜົນຂອງການຕັດສິນໃຈຂອງລັດຖະບານ ແລະ ນາຍົກລັດຖະມົນຕີຫວຽດນາມ.

ສວ່ນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio ໄດ້ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ, ພ້ອມກັບການສະໜັບສະໜູນຂອງປະເທດຍີ່ປຸ່ນ, ຫວຽດນາມຈະບັນລຸໝາກຜົນທີ່ດີຍິ່ງກວ່າເກົ່າ ໃນການສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.

ທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ກໍ່ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດເມື່ອລັດຖະບານຍີ່ປຸ່ນໄດ້ສະໜອງຊຸດອຸປະກອນສ່ວນພື້ນຖານ; ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກ: “ໃນໄລຍະພາຍຫຼັງ COVID-19, ວິສາຫະກິດຍີ່ປຸ່ນຫຼາຍແຫ່ງ ພວມເລືອກເຟັ້ນຫວຽດນາມເປັນສະຖານທີ່ລົງທຶນໃໝ່, ສະນັ້ນຊ່ວຍເປີດກວ້າງຄວາມສາມາດຂອງສອງປະເທດໃນການຮ່ວມມືໃນຂົງເຂດດີຈີຕອນ."

ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021

ຍສໝ - ພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາເສດຖະກິດທີ່ເຄີຍມີ ແລະ ຈະມີລະດັບເຕີບໂຕສູງໃນໂລກ.

ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ໄດ້ເຮັດບັດ ແລະ ສົ່ງຄຳອວຍພອນປີໃໝ່ປະຈໍາຊາດຫວຽດນາມ

ຍສໝ - ໜ້າ Facebook ຂອງສະຖານທູດຍີ່ປຸ່ນປະຈຳຫວຽດນາມ ຫາກໍ່ປະກາດບັດອວຍພອນປີໃໝ່ປະຈໍາຊາດທີ່ໜ້າປະທັບໃຈ.

ຍ ປ ນ ມອບລະບ ບຂ ມ ນຂ າວສານການລາຍງານ ໃຫ ແກ ຫວຽດນາມ ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການ ເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGPs).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.