ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ

09:09 | 28/03/2021

ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ.

ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ
ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ
ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ (ພາບ: kpl)

ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ລັດຖບານຍີ່ປຸ່ນ ໄດ້ປະກອບສ່ວນ ທຶນຊ່ວຍເຫລືອ 180 ລ້ານເຢັນ (ປະມານ 15,9 ຕື້ກວ່າກີບ) ເພື່ອບັນເທົາຜົນກະທົບຈາກເຫດການຝົນຕົກໜັກ ແລະ ນໍ້າຖ້ວມ ໃນເດືອນຕຸລາ ປີ 2020 ຜ່ານມາ ທີ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆ ຢູ່ພາກໃຕ້ ຂອງ ສປປ ລາວ ໂດຍຜ່ານອົງການອາຫານໂລກປະຈຳລາວ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ຫ້ອງການອົງການອາຫານໂລກປະຈຳ ລາວ, ມີທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ທາເກວະກະ ເຄໂຊ ໄດ້ກ່າວວ່າ: ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຂຶ້ນ ຍ້ອນໄພພິບັດທໍາມະຊາດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ໂດຍຜ່ານໂຄງການນີ້, ລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ໄດ້ຍື່ນມືເຂົ້າຊ່ວຍຊຸມຊົນ ແລະ ປະຊາຊົນ ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ ດ້ວຍການຮ່ວມມືກັບອົງການອາຫານໂລກ. ພວກເຮົາສະໜັບສະໜູນການເຕີບໃຫຍ່ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອຮັບປະກັນຄວາມຍືນຍົງຂອງຊັບພະຍາ ກອນທໍາມະຊາດ ແລະ ມີຄວາມສາມາດ ໃນການປະເຊີນໜ້າ ແລະ ຂ້າມຜ່ານສິ່ງຕ່າງໆດັ່ງກ່າວ ໂດຍສະເພາະ ໄພພິບັດທາງທໍາມະຊາດ.

ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ. ດ້ວຍການປະກອບສ່ວນຂອງປະຊາຊົນຍີ່ປຸ່ນນີ້, ໃນໄລຍະ 2 ປີ ຂ້າງໜ້າ ອົງການອາຫານໂລກ ຈະໄດ້ຊື້ເຂົ້າສານຈໍານວນ 1.115 ໂຕນ ເຊິ່ງຈະມີຜູ້ໄດ້ຮັບຜົນປະໂຫຍດ ຈໍານວນ 35.000 ຄົນ ໃນ 65 ຊຸມຊົນ ທີ່ຢູ່ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ເພື່ອເປັນການຊ່ວຍເຫລືອ ໃນຄວາມພະຍາຍາມຟື້ນຟູ ແລະ ສ້າງຄວາມສາມາດ ໃນການປະເຊີນ ແລະ ຂ້າມຜ່ານສິ່ງທ້າທາຍຕ່າງໆ ດ້ວຍຕົວພວກເຂົາເອງ ໃນໄລຍະຍາວໃຫ້ແກ່ຊຸມຊົນເຫລົ່ານີ້.

ທ່ານ ກ່າວຕື່ມວ່າ: ອົງການອາຫານໂລກ ຍັງຈະໃຫ້ການສະໜັບສະໜູນ ໃນການຟື້ນຟູໂຄງສ້າງພື້ນຖານພາກກະສິກໍາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ດ້ວຍການແລກປ່ຽນກັບແຮງງານຂອງພວກເຂົາ, ປະຊາຊົນຈະໄດ້ຮັບເຂົ້າ ແລະ ການຊ່ວຍເຫລືອ ເພື່ອກໍ່ສ້າງ ຫລື ສ້ອມແປງໂຄງສ້າງພື້ນຖານລວມຂອງຊຸມຊົນ ໄດ້ແກ່ພື້ນທີ່ການຜະລິດກະສິກໍາ, ຄອງຊົນລະປະທານ ແລະ ທາງລະ ບາຍນໍ້າ, ຖະໜົນຫົນທາງ ແລະ ໂຄງສ້າງພື້ນຖານອື່ນໆ ຂອງຊຸມຊົນ. ເຊິ່ງສິ່ງຕ່າງໆເຫລົ່ານີ້ ຈະຊ່ວຍໃຫ້ຊຸມຊົນມີໂອກາດ ທີ່ຈະໄດ້ຮັບຜົນຜະລິດທີ່ດີຂຶ້ນ, ສາມາດປັບຕົວ ແລະ ຂ້າມຜ່ານສິ່ງທ້າທາຍ ແລະ ອັນຕະລາຍຕ່າງໆທີ່ກ່ຽວຂ້ອງກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ. ພ້ອມກັນນີ້, ອົງການອາຫານໂລກ ຍັງຈະໄດ້ຊ່ວຍການຝຶກອົບຮົມ ເພື່ອຊ່ວຍຊຸມຊົນຮູ້ຈັກບໍລິຫານໂຄງສ້າງເຫລົ່ານີ້, ເພື່ອເພີ່ມລາຍຮັບ ແລະ ກຽມພ້ອມສໍາລັບເຫດການທີ່ບໍ່ຄາດຄິດໃນອານາຄົດ.

ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

ຍ​ສ​ໝ - ວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ...

ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ຍ ປ ນ ໃຫ ທ ນຊ ວຍເຫລ ອ ຟ ນຟ ຊ ວ ດການເປ ນຢ ຫລ ງນ າຖ ວມ ຢ ພາກໃຕ ຂອງລາວ ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

ໃນວັນທີ 22 ກຸມພາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ມີກອງປະຊຸມສະຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 ແລະ ຫາລືທິດທາງວຽກງານປະຈໍາປີ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະ ຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ.

kpl.gov.la/

ເຫດການ
302 Found

Found

The document has moved here.