ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021

11:05 | 30/03/2021

ຍສໝ - ພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາເສດຖະກິດທີ່ເຄີຍມີ ແລະ ຈະມີລະດັບເຕີບໂຕສູງໃນໂລກ.

ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021 ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ
ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021 WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ

ບົດຂຽນທີ່ມີຫົວຂໍ້ວ່າ “ເອົາຊະນະການແຜ່ລະບາດຂອງພະຍາດ COVID-19, ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ພັດທະນາຢ່າງສົມບູນ”, ທີ່ໄດ້ລົງພິມໃນວາລະສານຄົ້ນຄວ້າ Security Anpo, ສະບັບເລກທີ 267, ລົງໃນເດືອນມັງກອນປີ 2021, ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກຜູ້ອ່ານຍີ່ປຸ່ນ.

ໃນບົດຂຽນ ໄດ້ພິນິດໄສວ່າ ໂລກລະບາດ COVID-19 ກຳລັງສົ່ງຜົນກະທົບຮ້າຍແຮງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດໃນໂລກ, ເຮັດໃຫ້ຫຼາຍປະເທດມີການເຕີບໂຕທາງເສດຖະກິດທີ່ບໍ່ດີ. ແຕ່ພື້ນຖານເສດຖະກິດຫວຽດນາມ ໃນປີ 2020 ບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈດ້ວຍ 2,91% ແລະ ໃນປີ 2021 ຄາດຄະເນວ່າຈະຢູ່ໃນລະດັບສູງ, ກາຍເປັນຈຸດເດັ່ນຂອງພື້ນຖານເສດຖະກິດໂລກ.

ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021
ວາລະສານຍີ່ປຸ່ນ ໄດ້ພິນິດໄສວ່າ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021. (ພາບ: baoquocte)

ບົດຂຽນທີ່ ໄດ້ກ່າວສາມເຫດຜົນຕົ້ນຕໍສຳລັບຜົນສຳເລັດ ໃນການປ້ອງກັນ ແລະ ຕ້ານກັບການລະບາດ COVID-19 ຢູ່ຫວຽດນາມ ເປັນຕົ້ນຄື: ຄວາມເຊື່ອໝັ້ນຕໍ່ແນວທາງຂອງລັດຖະບານຫວຽດນາມ; ປະຊາຊົນປະຕິບັດຕາມຄຳຮຽກຮ້ອງ ແລະ ຄຳແນະນຳຂອງລັດຖະບານ ທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ; ທົ່ວປວງຊົນທັງໝົດລ້ວນແຕ່ມີຄວາມເປັນສາມັກຄີກັນ, ຮັບຮູ້ຢ່າງເຕັມສ່ວນກ່ຽວກັບຄວາມອັນຕະລາຍຂອງໂລກລະບາດ.

ດ້ວຍຜົນສຳເລັດໃນການຄວບຄຸມໂລກລະບາດ COVID-19, ຫວຽດນາມ ໄດ້ແນະນຳຫຼາຍນະໂຍບາຍ ແລະ ມາດຕະການທີ່ມີປະສິດຕິຜົນເພື່ອເຮັດໃຫ້ພື້ນຖານເສດຖະກິດ ມີການຟື້ນຕົວ.

ໃນປີ 2021, ຫວຽດນາມ ຍັງໄດ້ສະເໜີອອກຄາດໝາຍ 12 ຂໍ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ…ທີ່ໄດ້ກ່າວເຖິງໃນຮ່າງພັດທະນາເສດຖະກິດ - ສັງຄົມປີ 2021 ເຊິ່ງທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນນັ້ນ, ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍແມ່ນຫຼາຍກ່ວາ 6%, ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 3.700 ໂດລາສະຫະລັດ.

ບົດຂຽນໃຫ້ຮູ້ວ່າ, ມີການຄາດຄະເນຫຼາຍຢ່າງກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2021. ບັນດານັກຊ່ຽວຊານ ແລະອົງການຈັດຕັ້ງເສດຖະກິດທີ່ມີຊື່ສຽງອື່ນໆໃນໂລກ ລ້ວນແຕ່ມີແງ່ຫວັງກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ ຈະໄດ້ບັນລຸໄດ້ຢ່າງໜ້ອຍ 6% ໃນຊຸມປີຕໍ່ໜ້າ.

ຫວຽດນາມ ຍັງຄົງແມ່ນສະຖານທີ່ໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກນັກລົງທຶນຕ່າງປະເທດ. ຄຽງຄູ່ກັບການລົງນາມໃນສັນຍາສາກົນຫຼາຍສະບັບ, ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ. ນັກລົງທຶນຫຼາຍຄົນຈາກອາເມລິກາ, ຍີ່ປຸ່ນ, ເກົາຫຼີໃຕ້...ກໍ່ໄດ້ສະແດງຄວາມປາດຖະໜາຢາກກ້າວໄປສູ່ຕະຫຼາດຫວຽດນາມ, ມີວິສາຫະກິດຫຼາຍແຫ່ງມີແຜນຈະເລີ່ມດໍາເນີນທຸລະກິດຢູ່ຫວຽດນາມ.

ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021 ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ປະສົບຜົນສໍາເລັດທີ່ສຸດກ່ຽວກັບໂລກລະບາດ

ນັກເສດຖະກິດຫຼາຍຄົນມີຄວາມປະເອີບໃຈວ່າການເຕີບໂຕຂອງເສດຖະກິດຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນປີ 2021.

ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021 ນາຍົກລັດຖະມົນຕີຫວຽດນາມ: ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ

ຍສໝ - ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ.

ວາລະສານຍ ປ ນ ພ ນຖານເສດຖະກ ດຫວຽດນາມ ຈະເຕ ບໂຕ 6 ໃນປ 2021 ປະເທດລາວ ໄດ້ຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020

ຍສໝ - ເຖິງວ່າເສດຖະກິດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການເຕີບໂຕເສດຖະກິດຂອງລາວ ຍັງຢູ່ໃນລະດັບ 3,3%.

ເຫດການ
302 Found

Found

The document has moved here.