ຍສໝ - ໃນງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026, ຜູ້ຕາງໜ້າຊາວໜຸ່ມລາວໄດ້ສະເໜີໃຫ້ສຶກສາການສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ ເພື່ອລະດົມແຫຼ່ງຊັບພະຍາກອນມາຊ່ວຍເຫຼືອຊຸມຊົນ, ພັດທະນາອາຊີບການຫາລ້ຽງຊີບ ແລະ ສ້າງເຂດຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແຕ່ວັນທີ 8-11 ພະຈິກ 2026 ຄາດວ່າຈະສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ, ໂດຍສະເພາະໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ຄວາມໝັ້ນຄົງທາງເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ຍສໝ - ວັນທີ 5 ພະຈິກ ຢູ່ວຽງຈັນ, ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານທິດສະດີ, ແບ່ງປັນປະສົບການການພັດທະນາ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງພັກ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານນິຕິບັນຍັດ, ການຫັນປ່ຽນດິຈິຕອນ, ການສ້າງສະພາແຫ່ງຊາດເອເລັກໂຕຣນິກ ແລະ ການປະສານສົມທົບຈັດບັນດາກິດຈະກຳລະນຶກໃນປີ 2027.
ຍສໝ - ໃນເວທີປາໄສ IRIFF 2026, ທ່ານ ຫວູ ຫາຍ ກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມືສາກົນຮ່ວມກັນກຳນົດບຸລິມະສິດການຄົ້ນຄວ້າ, ປະກອບສ່ວນທຶນຮອນ, ແບ່ງປັນໂຄງລ່າງພື້ນຖານ ແລະ ຄວາມຊ່ຽວຊານ, ມຸ່ງສູ່ບັນດາໂຄງການຄົ້ນຄວ້າຮ່ວມທີ່ສາມາດນຳໄປປະຍຸກໃຊ້ໃນພາກປະຕິບັດໄດ້.
ຍສໝ - ວັນທີ 5 ພະຈິກ ທີ່ດີລີ, ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕິມໍແລັດສະເຕ ແລະ ທ່ານນາງ Dulce de Jesus Soares, ລັດຖະມົນຕີກະຊວງສຶກສາທິການ ຕິມໍແລັດສະເຕ ໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຈັດຕັ້ງຫ້ອງຮຽນທາງໄກ, ໂດຍນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປະສົບການດ້ານການສຶກສາໃນເຂດຊາຍແດນຂອງຫວຽດນາມ ເພື່ອຂະຫຍາຍໂອກາດການຮຽນຮູ້ໃຫ້ແກ່ເດັກນ້ອຍ.
ຍສໝ - ໃນໄລຍະປີ 2021-2025, ແຂວງຝູເຖາະໄດ້ມອບທຶນການສຶກສາເຕັມຈຳນວນຫຼາຍກວ່າ 800 ທຶນໃຫ້ແກ່ນັກສຶກສາລາວ, ພ້ອມທັງຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານຫຼາຍແຫ່ງຢູ່ລາວ. ແຂວງຍັງສືບຕໍ່ໃຫ້ບູລິມະສິດແກ່ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ເສດຖະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບບັນດາທ້ອງຖິ່ນຂອງລາວ.
ຍສໝ - ວັນທີ 3 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ອົງການແນວໂຮມຂອງສອງປະເທດເພີ່ມທະວີການແລກປ່ຽນປະສົບການໃນວຽກງານຂົນຂວາຍປະຊາຊົນ, ສ້າງຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວປວງຊົນໃນຊາດ ແລະ ປະສານສົມທົບກັນຈັດບັນດາກິດຈະກຳໃນປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2027.
ຍສໝ - ດ້ວຍ 300 ໂຄງການລົງທຶນ ແລະ ຍອດທຶນຈົດທະບຽນສະສົມບັນລຸ 7,04 ຕື້ໂດລາສະຫະລັດ, ຫວຽດນາມຍັງຄົງເປັນໜຶ່ງໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ລາວ. ການຮ່ວມມືດ້ານເສດຖະກິດ ຄຽງຄູ່ກັບສາຍພົວພັນລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນພິເສດຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຂຶ້ນ.
ຍສໝ - ວັນທີ 2 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ກິດຈະກຳຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ຈະຖືກບັນຈຸເຂົ້າໃນໂຄງການຈັດກິດຈະກຳລະນຶກລະດັບຊາດໃນປີ 2027, ເນື່ອງໃນໂອກາດສອງຂີດໝາຍສຳຄັນຂອງສາຍພົວພັນສອງຝ່າຍ.
ຍສໝ - ວັນທີ 31/10, ສະຖານທູດຫວຽດນາມປະຈຳເມັກຊິໂກ ໄດ້ຈັດການພົບປະກັບສື່ມວນຊົນທ້ອງຖິ່ນ, ເພື່ອແນະນຳບັນດາຜົນສຳເລັດໃນ 40 ປີແຫ່ງການປ່ຽນແປງໃໝ່, ທິດທາງການພັດທະນາປະເທດ ແລະ ແລກປ່ຽນກ່ຽວກັບບັນດານະໂຍບາຍ ແລະ ປະສົບການຕົວຈິງຂອງຫວຽດນາມ.
ຍສໝ - ໃນກອງປະຊຸມພົບປະອິນໂດເນເຊຍ ປີ 2026 ທີ່ຈັດຂຶ້ນວັນທີ 30/10, ກວ໋າງນິງ ໄດ້ເຊີນຊວນບັນດາວິສາຫະກິດອິນໂດເນເຊຍ ຮ່ວມມື ແລະ ລົງທຶນໃນ 4 ຂົງເຂດຈຸດສຸມ ປະກອບມີ ອຸດສາຫະກຳ, ເສດຖະກິດດິຈິຕອນ, ເສດຖະກິດທາງທະເລ ແລະ ການທ່ອງທ່ຽວ, ແນໃສ່ສ້າງບັນດາໂຄງການທີ່ເປັນຮູບປະທຳ, ນຳມາເຊິ່ງປະສິດທິຜົນອັນແທ້ຈິງ ແລະ ຍືນຍົງ.
ຍສໝ - ວັນທີ 31/10, ນັກສຶກສາລາວ ແລະ ກຳປູເຈຍ ທີ່ກຳລັງສຶກສາຢູ່ນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມລາຍການສຳຜັດປະສົບການດ້ານກະສິກຳ, ໝູ່ບ້ານຫັດຖະກຳ ແລະ ວັດທະນະທຳ ຢູ່ຕາແສງບິ່ງມີ້, ຜ່ານນັ້ນໄດ້ຮຽນຮູ້ວິຖີຊີວິດຊົນນະບົດຫວຽດນາມ, ພ້ອມທັງເສີມສ້າງຄວາມຜູກພັນກັບບັນດາຄອບຄົວທີ່ຮັບອຸປະຖຳ.
ຍສໝ - ວັນທີ 30/10, ຢູ່ບາງກອກ (ໄທ), ຜົນງານວັນນະຄະດີສອງເລື່ອງຄື “ຂອບໃຈຜູ້ໃຫຍ່” ແລະ “ກາເຟກັບໂທນີ” ໄດ້ເປີດຕົວຕໍ່ຜູ້ອ່ານຜ່ານສະບັບແປເປັນພາສາໄທ, ປະກອບສ່ວນຊຸກຍູ້ການແລກປ່ຽນວັນນະຄະດີ ແລະ ເສີມສ້າງຄວາມເຂົ້າໃຈດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ ເນື່ອງໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ.
ຍສໝ - ວັນທີ 30/10, ຢູ່ຮ່າໂນ້ຍ, ສະຖານທູດກູບາໄດ້ຈັດພິທີລະນຶກຄົບຮອບ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງຄະນະຜູ້ແທນຂັ້ນສູງກູບາ (29/10/1966), ເພື່ອຫວນຄືນຂີດໝາຍປະຫວັດສາດທີ່ສະແດງເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນອັນພິເສດຂອງກູບາຕໍ່ປະຊາຊົນຫວຽດນາມໃນຊຸມປີແຫ່ງສົງຄາມ.ຶ
ຍສໝ - ຕອນບ່າຍວັນທີ 2 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ ຕາມຄຳເຊີນຂອງທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ແລະ ພັນລະຍາ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.
ຍສໝ - ເນື່ອງໃນໂອກາດບຸນຊ່ວງເຮືອປະເພນີຂອງປະຊາຊົນບັນດາເຜົ່າລາວ, ທ່ານ ຫງວຽນ ວັນ ຢຸງ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳສະຫວັນນະເຂດ ໄດ້ເຂົ້າຮ່ວມບັນດາກິດຈະກຳງານບຸນຢູ່ສອງແຂວງ ຄື ບໍລິຄຳໄຊ ແລະ ສະຫວັນນະເຂດ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 27/10, ທີ່ນະຄອນຫຼວງອັດສະຕານາ, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳກາຊັກສະຖານ ໄດ້ຈັດພິທີລະນຶກຄົບຮອບ 81 ປີ ວັນຊາດຫວຽດນາມ (2/9/1945 - 2/9/2026), ຢືນຢັນເຖິງມິດຕະພາບອັນດັ້ງເດີມ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ເວທີປາໄສປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026 ໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ພັດທະນາປັນຍາປະດິດ (AI), ໂຄງລ່າງພື້ນຖານຂໍ້ມູນ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ມຸ່ງໄປສູ່ການເປັນເຈົ້າຂອງເຕັກໂນໂລຊີ, ການນຳຜະລິດຕະພັນອອກສູ່ຕະຫຼາດໃນເຊີງການຄ້າ ແລະ ການຂະຫຍາຍຕະຫຼາດ.
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ແອັດສະປາຍ ນະຄອນຮ່າໂນ້ຍ ໄດ້ຈັດໂຄງການພົບປະມິດຕະພາບເນື່ອງໃນໂອກາດວັນຊາດແອັດສະປາຍ (12/10), ພ້ອມທັງເປີດຕົວສອງສາຂາສະມາຄົມໃໝ່ ເພື່ອຂະຫຍາຍເຄືອຂ່າຍການຕ່າງປະເທດປະຊາຊົນ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ຕອນຄ່ຳວັນທີ 28/10, ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດຍີ່ປຸ່ນໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນໃຫ້ແກ່ສຳນັກພິມ Kim Đồng, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການໂຄສະນາເຜີຍແຜ່ວັດທະນະທຳຍີ່ປຸ່ນ, ຊຸກຍູ້ການແລກປ່ຽນ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 28/10/2026, ສະມາຄົມສົ່ງເສີມການພັດທະນາຮູບເງົາຫວຽດນາມ (VFDA) ໄດ້ເປີດບູດວາງສະແດງຮູບເງົາຫວຽດນາມ ທີ່ຕະຫຼາດເນື້ອຫາ TIFFCOM 2026 ໃນນະຄອນໂຕກຽວ (ຍີ່ປຸ່ນ), ເພື່ອແນະນຳບັນດາໂຄງການຮູບເງົາ, ສະຖານທີ່ຖ່າຍທຳ ແລະ ໂອກາດການຮ່ວມມືຜະລິດ ແລະ ຈັດຈຳໜ່າຍຮູບເງົາກັບຄູ່ຮ່ວມມືສາກົນ.
ຍສໝ - ວັນທີ 27/10, ສື່ມວນຊົນເມັກຊິໂກຫຼາຍສຳນັກໄດ້ລາຍງານຂ່າວກ່ຽວກັບພິທີເປີດຕົວຜົນງານບູລະນະປັບປຸງຮູບປັ້ນປະທານໂຮ່ຈີມິນ ທີ່ນະຄອນ Acapulco, ລັດ Guerrero, ໂດຍເນັ້ນໜັກເຖິງຄວາມໝາຍທາງສັນຍະລັກຂອງຜົນງານດັ່ງກ່າວຕໍ່ມິດຕະພາບ ແລະ ຄຸນຄ່າຮ່ວມກັນລະຫວ່າງສອງຊາດ.
ຍສໝ - ວັນທີ 28/10, ທ່ານ ຫວູ ຢຸຍ ລອງ, ເອກອັກຄະລັດຖະທູດຫວຽດນາມປະຈຳອານເຊຣີ ໄດ້ພົບປະເຮັດວຽກກັບທ່ານ Kamel Eddine Kerbouche, ເຈົ້າແຂວງ Constantine ເພື່ອຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ເຊື່ອມຕໍ່ບັນດາວິສາຫະກິດ ແລະ ຂະຫຍາຍສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ.
ຍສໝ - ຜ່ານບັນດາກິດຈະກຳລະນຶກເຖິງບຸນຄຸນຂອງວິລະຊົນຜູ້ເສຍສະຫຼະຊີວິດ, ການເບິ່ງແຍງດູແລເພື່ອນຮ່ວມຮົບ, ການຊ່ວຍເຫຼືອອະດີດນັກຮົບລາວ, ການກັບຄືນໄປຢ້ຽມຢາມສະໜາມຮົບເກົ່າ ແລະ ການຊ່ວຍເຫຼືອນັກຮຽນໃນເຂດທຸລະກັນດານ, ບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມທີ່ເຄີຍປະຕິບັດໜ້າທີ່ຢູ່ລາວ ແລະ ປັດຈຸບັນຢູ່ຮ່າໂນ້ຍ ຍັງຄົງສືບຕໍ່ທະນຸບຳລຸງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ໃນສອງວັນທີ 25-26/10, ທ່ານ ດິງ ຮວ່າງ ລິງ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ ໄດ້ເດີນທາງໄປປະຕິບັດວຽກງານຢູ່ແຂວງນະຄອນພະນົມ (ພາກຕາເວັນອອກສຽງເໜືອຂອງໄທ), ໂດຍສຸມໃສ່ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ແລະ ເພີ່ມທະວີການແລກປ່ຽນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 26/10/2026, ທີ່ຮ່າໂນ້ຍ, ສູນຢັ້ງຢືນທາງເອເລັກໂຕຣນິກແຫ່ງຊາດຫວຽດນາມ (NEAC) ແລະ ສູນອິນເຕີເນັດແຫ່ງຊາດລາວ (LANIC) ໄດ້ແລກປ່ຽນປະສົບການດ້ານການພັດທະນາລາຍເຊັນດິຈິຕອນ, ການປັບປຸງນະໂຍບາຍກ່ຽວກັບການບໍລິການທີ່ໜ້າເຊື່ອຖື ແລະ ການສຶກສາຄົ້ນຄວ້າກົນໄກການຮັບຮູ້ເຊິ່ງກັນ ແລະ ກັນ, ເພື່ອມຸ່ງໄປສູ່ການສ້າງຄວາມສະດວກໃຫ້ແກ່ທຸລະກຳທາງເອເລັກໂຕຣນິກຂ້າມຊາຍແດນ.
ຍສໝ - ວັນທີ 27/10, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ແລະ ທ່ານ Omran Sharaf, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດສະຫະລັດອາຣັບເອມິເຣດ (UAE) ຮັບຜິດຊອບດ້ານວິທະຍາສາດ ແລະ ເຕັກໂນໂລຊີຂັ້ນສູງ ໄດ້ຮ່ວມກັນເປັນປະທານການປຶກສາຫາລືທາງການເມືອງຄັ້ງທີ 3, ໂດຍເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເຕັກໂນໂລຊີ, ພະລັງງານ ແລະ ການລົງທຶນລະຫວ່າງສອງປະເທດ.
ຍສໝ - ໃນໂຄງການແລກປ່ຽນລະຫວ່າງໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຫງວຽນ ຊຽວ (ຮ່າໂນ້ຍ) ກັບໂຮງຮຽນມັດທະຍົມຕອນປາຍ Galileo Galilei (Siena, ອີຕາລີ), ທ່ານ Marco Della Seta, ເອກອັກຄະລັດຖະທູດອີຕາລີປະຈຳຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ໃນການເພີ່ມທະວີຄວາມເຂົ້າໃຈ, ເຊື່ອມໂຍງຄົນຮຸ່ນໜຸ່ມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 27/10, ທີ່ຕາແສງ ຫງູ໊ຮ່າງເຊີນ (ດ່ານັງ), ກອງສຳມະນາສາກົນ “ປະສົບການສາກົນ ແລະ ທ່າແຮງພັດທະນາການທ່ອງທ່ຽວຮາລານຢູ່ດ່ານັງ” ໄດ້ຈັດຂຶ້ນ ແນໃສ່ຊອກຫາວິທີແກ້ໄຂເພື່ອດຶງດູດນັກທ່ອງທ່ຽວຊາວມຸດສະລິມ, ຄ່ອຍໆສ້າງລະບົບນິເວດການບໍລິການຮາລານ ແລະ ຂະຫຍາຍຕະຫຼາດທ່ອງທ່ຽວສາກົນ.