| ຊຸກຍູ້ການເຊື່ອມໂຍງລະຫວ່າງອົງການນິຕິບັນຍັດຫວຽດນາມ - ເມັກຊິໂກ ສື່ມວນຊົນເມັກຊິໂກຍົກສູງຄຸນຄ່າສັນຍະລັກມິດຕະພາບຫວຽດນາມ - ເມັກຊິໂກ ທີ່ Acapulco |
ໃນການພົບປະພາຍໃຕ້ຫົວຂໍ້ “ຫວຽດນາມໃນຍຸກແຫ່ງການພັດທະນາໃໝ່”, ທ່ານ ຫງວຽນ ວັນ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳເມັກຊິໂກ ໄດ້ແນະນຳບັນດາຂີດໝາຍທາງປະຫວັດສາດ, ມູນເຊື້ອວັດທະນະທຳ ແລະ ຜົນສຳເລັດໃນການສ້າງສາ, ປົກປ້ອງ ແລະ ພັດທະນາປະເທດ.
ຕາມທ່ານເອກອັກຄະລັດຖະທູດ, ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ (1986-2026), ຫວຽດນາມໄດ້ປ່ຽນຈາກປະເທດທີ່ທຸກຍາກ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກສົງຄາມ ມາເປັນເສດຖະກິດທີ່ມີຄວາມເຄື່ອນໄຫວຢ່າງຄຶກຄັກ ແລະ ເຊື່ອມໂຍງກັບສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
![]() |
| ທ່ານ ຫງວຽນ ວັນ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳເມັກຊິໂກ ແລກປ່ຽນກັບຜູ້ຕາງໜ້າບັນດາອົງການຂ່າວ ແລະ ສື່ມວນຊົນທ້ອງຖິ່ນ. (ພາບ: ສຳນັກຂ່າວສານຫວຽດນາມ) |
ປີ 2025, GDP ຂອງຫວຽດນາມບັນລຸປະມານ 514,7 ຕື້ໂດລາສະຫະລັດ, ຢືນຢູ່ອັນດັບທີ 32 ຂອງໂລກ; ມູນຄ່າການນຳເຂົ້າ-ສົ່ງອອກບັນລຸ 930 ຕື້ໂດລາສະຫະລັດ, ຢືນຢູ່ອັນດັບທີ 15; ດຶງດູດທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍກວ່າ 38 ຕື້ໂດລາສະຫະລັດ. ອັດຕາຄວາມທຸກຍາກຫຼາຍມິຕິຫຼຸດລົງເຫຼືອຕ່ຳກວ່າ 1%, ດັດຊະນີການພັດທະນາມະນຸດ (HDI) ບັນລຸ 0,766 ແລະ ປະກັນສຸຂະພາບກວມເອົາຫຼາຍກວ່າ 90% ຂອງປະຊາກອນ.
ຫວຽດນາມວາງເປົ້າໝາຍຮອດປີ 2030 ກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງລະດັບສູງ; ຮອດປີ 2045 ກາຍເປັນປະເທດພັດທະນາແລ້ວທີ່ມີລາຍຮັບສູງ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຫວຽດນາມໃຫ້ບຸລິມະສິດແກ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເຕັກໂນໂລຊີສານເຄິ່ງຕົວນຳ ແລະ ປັນຍາປະດິດ (AI); ພ້ອມທັງສ້າງບາດກ້າວບຸກທະລຸດ້ານລະບຽບກົນໄກ, ຊັບພະຍາກອນມະນຸດຄຸນນະພາບສູງ ແລະ ໂຄງລ່າງ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດໄດ້ແນະນຳປຶ້ມ “ຄວາມປາຖະໜາສ້າງຫວຽດນາມໃຫ້ເຂັ້ມແຂງໃນຍຸກໃໝ່” ເຊິ່ງລວບລວມບັນດາບົດຂຽນ ແລະ ຄຳປາໄສຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ ແລະ ປະທານປະເທດ, ເພື່ອສະໜອງຂໍ້ມູນກ່ຽວກັບແນວຄິດ ແລະ ທິດທາງການພັດທະນາຂອງຫວຽດນາມ.
ໃນພາກສ່ວນການແລກປ່ຽນ, ສື່ມວນຊົນເມັກຊິໂກໄດ້ສົນໃຈຕໍ່ບັນດາປັດໄຈທີ່ສ້າງຜົນສຳເລັດໃນການປ່ຽນແປງໃໝ່, ຄວາມສາມາດໃນການຮັກສາການເຕີບໂຕຢ່າງວ່ອງໄວ, ກວມລວມ ແລະ ຍືນຍົງ ຕໍ່ໜ້າຄວາມທ້າທາຍຈາກການເພີ່ມຂຶ້ນຂອງປະຊາກອນສູງອາຍຸ ແລະ ບົດບາດຂອງຄົນຮຸ່ນໜຸ່ມ.
ບັນດານັກຂ່າວໄດ້ສຶກສາກ່ຽວກັບນະໂຍບາຍສະຫວັດດີການສັງຄົມ, ການຍົກເວັ້ນຄ່າຮຽນໃນໂຮງຮຽນລັດ, ການກວດສຸຂະພາບເປັນປະຈຳ ຫຼື ການກວດຄັດກອງສຸຂະພາບໂດຍບໍ່ເສຍຄ່ານັບແຕ່ປີ 2026; ການດຶງດູດທຶນ FDI, ບັນດາຂົງເຂດເສດຖະກິດບຸລິມະສິດ, ບົດບາດຂອງບັນດາອົງການມະຫາຊົນ ແລະ ກົນໄກການນຳພາຂອງພັກຄອມມູນິດຫວຽດນາມ.
ບັນດາເນື້ອໃນອື່ນໆ ປະກອບມີ ປະສົບການຕໍ່ສູ້ເພື່ອຍາດເອົາເອກະລາດ, ຄຸນຄ່າທາງການເມືອງ ແລະ ວັດທະນະທຳ, ການລະດົມພະລັງຄວາມສາມັກຄີຂອງປະຊາຊົນທົ່ວປະເທດ, ບົດບາດຂອງຫວຽດນາມໃນເວທີສາກົນ, ຄວາມໝາຍຂອງການລະນຶກຄົບຮອບ 100 ປີແຫ່ງການສ້າງຕັ້ງພັກໃນປີ 2030 ແລະ ການຮ່ວມມືຫວຽດນາມ - ເມັກຊິໂກ ໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນປະຊາຊົນ.
ການພົບປະຄັ້ງນີ້ໄດ້ປະກອບສ່ວນສະໜອງຂໍ້ມູນທາງການ, ຊ່ວຍໃຫ້ສື່ມວນຊົນເມັກຊິໂກເຂົ້າໃຈຊັດເຈນຍິ່ງຂຶ້ນກ່ຽວກັບຮູບແບບ ແລະ ປະສົບການການພັດທະນາຢ່າງເອກະລາດ, ເພິ່ງພາຕົນເອງ, ເປັນທຳ ແລະ ຍືນຍົງຂອງຫວຽດນາມ.
ຍສໝ - ວັນທີ 29 ທັນວານີ້, ລັດຖະບານເມັກຊິໂກ ໄດ້ເປີດສະຫຼອງສູນການແຈກຢາຍຢາແຫ່ງຊາດໃຫຍ່ທີ່ສຸດຂອງໂລກ ເພື່ອນຳເອົາຜະລິດຕະພັນການແພດໂດຍບໍ່ເສຍຄ່າໄປໃຫ້ເຖິງມືຄົນເຈັບພາຍໃນເວລາ 48 ຊົ່ວໂມງໃນທົ່ວປະເທດນີ້. |
ຍສໝ - ນັ້ນແມ່ນຂໍ້ມູນຂອງທ່ານເອກອັກຄະລັດຖະທູດ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín Munoz ໃນການພົບປະກັບທ່ານ ເຈີນສີແທັງ ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃນວັນທີ 8 ເມສາ ຢູ່ ຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ເພື່ອແນໃສ່ມຸ່ງໄປເຖິງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະຖານທູດ ເມັກຊິໂກ ປະຈຳ ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳທີ່ດີເດັ່ນໃນປີ 2025. |
ຄຳສີ
