| ອາຫານຫວຽດນາມເຊື່ອມໂຍງຊຸມຊົນຢູ່ ສ.ເກົາຫຼີ ສະຫະພັນກຳມະບານຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ |
ເວທີປາໄສ AI ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026 ຈັດຂຶ້ນໃນຂອບຂອງສັບປະດາດິຈິຕອນສາກົນຫວຽດນາມ, ເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການຄຸ້ມຄອງ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ, ຜ່ານນັ້ນຂະຫຍາຍການຮ່ວມມືສອງຝ່າຍໃນຂົງເຂດ AI ແລະ ເຕັກໂນໂລຊີດິຈິຕອນ.
ເຫດການນີ້ຈັດຂຶ້ນໂດຍການປະສານງານລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ສ.ເກົາຫຼີ (MSIT), ກະຊວງການຕ່າງປະເທດ ສ.ເກົາຫຼີ (MOFA), ອົງການສົ່ງເສີມອຸດສາຫະກຳເຕັກໂນໂລຊີຂໍ້ມູນແຫ່ງຊາດ ສ.ເກົາຫຼີ (NIPA) ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.
![]() |
| ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ AI ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026. |
ໃຫ້ບູລິມະສິດແກ່ການຄົ້ນຄວ້າຮ່ວມກັນ, ພັດທະນາໂຄງລ່າງພື້ນຖານ ແລະ ບຸກຄະລາກອນ AI
ກ່າວຄຳປາໄສໃນເວທີປາໄສ, ທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຫັນວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໄດ້ສ້າງພື້ນຖານອັນເອື້ອອຳນວຍໃຫ້ສອງປະເທດສືບຕໍ່ເຮັດໃຫ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ມີຄວາມເລິກເຊິ່ງຍິ່ງຂຶ້ນ.
ຕາມທ່ານຮອງລັດຖະມົນຕີແລ້ວ, AI ກຳລັງສົ່ງຜົນກະທົບຢ່າງກວ້າງຂວາງ ແລະ ເລິກເຊິ່ງຕໍ່ຮູບແບບການຜະລິດ, ກິດຈະກຳການບໍລິຫານຈັດການ ແລະ ກາຍເປັນປັດໄຈສຳຄັນຕໍ່ຂີດຄວາມສາມາດໃນການແຂ່ງຂັນຂອງຊາດ. ໃນສະພາບການດັ່ງກ່າວ, ການຮ່ວມມືດ້ານເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ຈຳເປັນຕ້ອງກ້າວເຂົ້າສູ່ໄລຍະໃໝ່, ໂດຍໃຫ້ຄວາມສຳຄັນກັບການຮ່ວມກັນຄົ້ນຄວ້າ, ພັດທະນາ ແລະ ສ້າງຄຸນຄ່າຮ່ວມກັນ.
ພາຍໃຕ້ຫົວຂໍ້ “ກ້າວຂ້າມການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ມຸ່ງສູ່ຍຸກແຫ່ງນະວັດຕະກຳ AI ສຳລັບທຸກຄົນ”, ເວທີປາໄສໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການນຳເອົາຜົນສຳເລັດດ້ານປັນຍາປະດິດເຂົ້າສູ່ການນຳໃຊ້ຕົວຈິງ, ສ້າງໂອກາດການພັດທະນາເພີ່ມຂຶ້ນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.
ຫວຽດນາມກຳນົດໃຫ້ AI ເປັນເຕັກໂນໂລຊີຍຸດທະສາດ, ມີບົດບາດຊຸກຍູ້ການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງຜະລິດຕະພາບ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ. ຄຽງຄູ່ກັບການຂະຫຍາຍການຮ່ວມມືສາກົນ, ຫວຽດນາມໃຫ້ຄວາມສຳຄັນກັບການຮັບເອົາຄວາມຮູ້, ເຕັກໂນໂລຊີ ແລະ ຊັບພະຍາກອນຈາກທົ່ວໂລກ ເພື່ອເສີມສ້າງຂີດຄວາມສາມາດພາຍໃນ, ຄ່ອຍໆເປັນເຈົ້າຂອງເຕັກໂນໂລຊີ ແລະ ເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນໃນຕ່ອງໂສ້ມູນຄ່າ AI ສາກົນ.
ບົນພື້ນຖານດັ່ງກ່າວ, ທ່ານຮອງລັດຖະມົນຕີ ເຈິ່ນ ຈຸງ ຕິ໊ງ ໄດ້ສະເໜີ 3 ຂົງເຂດການຮ່ວມມືບູລິມະສິດ.
ກ່ອນອື່ນໝົດ, ສອງປະເທດຈຳເປັນຕ້ອງເພີ່ມທະວີການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ AI, ໂດຍສະເພາະບັນດາໂມເດວ AI ພື້ນຖານ, ໂມເດວພາສາຂະໜາດໃຫຍ່ ແລະ ບັນດາວິທີແກ້ໄຂທີ່ຮັບໃຊ້ການຜະລິດ, ການດຳເນີນທຸລະກິດ ແລະ ການບໍລິການ. ບັນດາໂຄງການຮ່ວມມືຕ້ອງເຊື່ອມໂຍງກັບຄວາມຕ້ອງການຕົວຈິງ, ມຸ່ງໄປສູ່ການພັດທະນາຜະລິດຕະພັນທີ່ສາມາດນຳອອກສູ່ຕະຫຼາດໃນເຊີງການຄ້າ, ພ້ອມທັງຍົກສູງຂີດຄວາມສາມາດໃນການເປັນເຈົ້າຂອງເຕັກໂນໂລຊີ.
ຄຽງຄູ່ກັບການຄົ້ນຄວ້າ ແລະ ນຳໃຊ້, ສອງຝ່າຍຈຳເປັນຕ້ອງປະສານງານກັນໃນການສ້າງໂຄງລ່າງພື້ນຖານຂໍ້ມູນ, ຍົກສູງຂີດຄວາມສາມາດດ້ານການປະມວນຜົນ, ພັດທະນາໂຄງລ່າງພື້ນຖານສຳລັບການທົດລອງ ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າເພື່ອຮັບໃຊ້ AI. ການລົງທຶນ, ເຊື່ອມຕໍ່ ແລະ ນຳໃຊ້ຊັບພະຍາກອນເຫຼົ່ານີ້ຢ່າງມີປະສິດທິຜົນ ຈະຊ່ວຍໃຫ້ວິສາຫະກິດ ແລະ ອົງການຄົ້ນຄວ້າມີເງື່ອນໄຂເຂົ້າເຖິງໂຄງລ່າງພື້ນຖານເຕັກໂນໂລຊີຫຼາຍຂຶ້ນ.
ທິດທາງທີສາມແມ່ນການພັດທະນາຊັບພະຍາກອນມະນຸດ ຜ່ານບັນດາໂຄງການແລກປ່ຽນຊ່ຽວຊານ, ການຄົ້ນຄວ້າຮ່ວມກັນ, ການຝຶກອົບຮົມວິສະວະກອນ ແລະ ການຍົກສູງທັກສະການນຳໃຊ້ AI ໃຫ້ແກ່ຜູ້ອອກແຮງງານ. ກິດຈະກຳຝຶກອົບຮົມຕ້ອງເຊື່ອມໂຍງກັບການຄົ້ນຄວ້າ ແລະ ການນຳເຕັກໂນໂລຊີໄປປະຕິບັດໃຊ້ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງ.
ທ່ານຮອງລັດຖະມົນຕີ ເຈິ່ນ ຈຸງ ຕິ໊ງ ຍັງໄດ້ສະເໜີໃຫ້ວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ ເປັນເຈົ້າການກຳນົດຄວາມຕ້ອງການຮ່ວມມື, ເຊື່ອມຕໍ່ຄູ່ຮ່ວມມື ແລະ ລົງທຶນໃນບັນດາໂຄງການທີ່ເປັນຮູບປະທຳ. ຜ່ານນັ້ນ, ຜົນການຄົ້ນຄວ້າສາມາດຖືກຫັນເປັນຜະລິດຕະພັນ ແລະ ການບໍລິການທີ່ມີຂີດຄວາມສາມາດໃນການແຂ່ງຂັນ, ປະກອບສ່ວນຂະຫຍາຍຕະຫຼາດ ແລະ ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ສອງຝ່າຍ.
![]() |
| ທ່ານ ເຈິ່ນ ຈຸງ ຕິ໊ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳປາໄສໃນເວທີປາໄສ AI ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026. |
ຈາກການເຊື່ອມຕໍ່ດ້ານເຕັກໂນໂລຊີ ສູ່ການດຳເນີນໂຄງການຮ່ວມກັນ
ແລກປ່ຽນຄຳເຫັນໃນເວທີປາໄສ, ທ່ານ Kim Deuk-jung, ຮອງປະທານບໍລິຫານ NIPA ໄດ້ຕີລາຄາວ່າ ການຮ່ວມມືດ້ານເຕັກໂນໂລຊີດິຈິຕອນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໃນໄລຍະຜ່ານມາໄດ້ບັນລຸຜົນສຳເລັດໃນຫຼາຍຂົງເຂດ, ໂດຍສະເພາະດ້ານຊອບແວ ແລະ ເຕັກໂນໂລຊີຂໍ້ມູນ ແລະ ການສື່ສານ (ICT).
ຕາມທ່ານແລ້ວ, ໃນໄລຍະຕໍ່ໄປ, ສອງປະເທດຈຳເປັນຕ້ອງສືບຕໍ່ຂະຫຍາຍການຮ່ວມມືໄປສູ່ຂົງເຂດໃໝ່ໆ ລວມມີ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ, ໂຄງລ່າງພື້ນຖານຂໍ້ມູນ, ປັນຍາປະດິດ ແລະ ການຫັນປ່ຽນດິຈິຕອນ.
ທ່ານ Kim Deuk-jung ໄດ້ຕີລາຄາສູງຕໍ່ການທີ່ລັດຖະບານຫວຽດນາມປະກາດຍຸດທະສາດແຫ່ງຊາດສະບັບໃໝ່ກ່ຽວກັບ AI ໃນເດືອນສິງຫາ 2026. ທ່ານເຫັນວ່າ ການປະສົມປະສານຈຸດແຂງດ້ານເຕັກໂນໂລຊີ AI, ICT ແລະ ປະສົບການພັດທະນາອຸດສາຫະກຳຂອງ ສ.ເກົາຫຼີ ກັບວິໄສທັດດ້ານ AI, ລະບົບນິເວດອຸດສາຫະກຳທີ່ມີຄວາມຄ່ອງຕົວ ແລະ ທ່າແຮງຕະຫຼາດຂອງຫວຽດນາມ ຈະເປີດໂອກາດການຮ່ວມມືຫຼາຍດ້ານ ບົນພື້ນຖານການສົ່ງເສີມຈຸດແຂງທີ່ສາມາດເສີມໜູນກັນຂອງແຕ່ລະຝ່າຍ.
ເພື່ອຫັນບັນດາທິດທາງເຫຼົ່ານີ້ໃຫ້ເປັນຈິງ, ໃນເດືອນເມສາ 2026, NIPA ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບກົມອຸດສາຫະກຳເຕັກໂນໂລຊີຂໍ້ມູນ ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ.
ຄາດວ່າໃນປີ 2027, NIPA ຈະສ້າງຕັ້ງສູນນະວັດຕະກຳ AI ສ.ເກົາຫຼີ ຢູ່ຫວຽດນາມ ເພື່ອຊຸກຍູ້ບັນດາກິດຈະກຳຮ່ວມມືສອງຝ່າຍ.
ທ່ານ Kim Deuk-jung ໄດ້ສະແດງຄວາມຄາດຫວັງວ່າ ສາຍພົວພັນຮ່ວມມືດ້ານເຕັກໂນໂລຊີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ຈະພັດທະນາກ້າວຂ້າມການແລກປ່ຽນຜະລິດຕະພັນ ແລະ ການຖ່າຍທອດເຕັກໂນໂລຊີແບບທຳມະດາ, ມຸ່ງໄປສູ່ການຮ່ວມກັນຝຶກອົບຮົມຊັບພະຍາກອນມະນຸດ ແລະ ພັດທະນາເຕັກໂນໂລຊີໃໝ່ໆ.
ມີທັດສະນະຄືກັນ, ທ່ານນາງ Lee Miyon, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ ເຫັນວ່າ ສອງປະເທດຈຳເປັນຕ້ອງຍົກສູງຄຸນນະພາບການຮ່ວມມື, ຄ່ອຍໆຫັນຈາກຮູບແບບທີ່ອີງໃສ່ການຜະລິດແບບດັ້ງເດີມເປັນຫຼັກ ໄປສູ່ການສຸມໃສ່ບັນດາຂະແໜງອຸດສາຫະກຳທັນສະໄໝ, ໃນນັ້ນມີ AI ແລະ ເຕັກໂນໂລຊີດິຈິຕອນ.
ທ່ານນາງເອກອັກຄະລັດຖະທູດໄດ້ສະເໜີໃຫ້ເພີ່ມທະວີບັນດາໂຄງການຄົ້ນຄວ້າຮ່ວມກັນໃນຂົງເຂດ AI ແລະ ເຄິ່ງຊັກນຳໄຟຟ້າ, ພ້ອມທັງໃຫ້ຄວາມສຳຄັນກັບການຫັນຜົນການຄົ້ນຄວ້າໃຫ້ກາຍເປັນຜະລິດຕະພັນ ແລະ ການບໍລິການທີ່ເປັນຮູບປະທຳຂອງວິສາຫະກິດສອງປະເທດ.
ຕາມທ່ານນາງ Lee Miyon ແລ້ວ, ຊັບພະຍາກອນມະນຸດມີບົດບາດສຳຄັນໃນຂະບວນການຮ່ວມມືນີ້. ດັ່ງນັ້ນ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ ຈຳເປັນຕ້ອງປະສານງານກັນຢ່າງໃກ້ຊິດຍິ່ງຂຶ້ນໃນການຝຶກອົບຮົມບຸກຄະລາກອນຄຸນນະພາບສູງ, ປະສົມປະສານການຮຽນຮູ້ ແລະ ການຝຶກປະຕິບັດ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງວິສາຫະກິດ.
ໃນຂອບຂອງເວທີປາໄສ, ບັນດາກອງປະຊຸມສະເພາະຫົວຂໍ້ໄດ້ແລກປ່ຽນປະສົບການກ່ຽວກັບການພັດທະນາໂມເດວ AI ທີ່ສາມາດເພິ່ງພາຕົນເອງ, ການສ້າງໂຄງລ່າງພື້ນຖານຂໍ້ມູນ, ສູນຂໍ້ມູນ AI, ການຍົກສູງຂີດຄວາມສາມາດດ້ານການປະມວນຜົນ ແລະ ການພັດທະນາເຕັກໂນໂລຊີເຄິ່ງຊັກນຳໄຟຟ້າເພື່ອຮັບໃຊ້ AI.
ໂຄງການຍັງມີບັນດາກິດຈະກຳແນະນຳເຕັກໂນໂລຊີ, ເຊື່ອມຕໍ່ທາງການຄ້າ, ນຳສະເໜີໂຄງການເພື່ອລະດົມທຶນ ແລະ ແນະນຳບັນດາວິທີແກ້ໄຂດ້ານນະວັດຕະກຳ.
ຜ່ານການເຊື່ອມຕໍ່ບັນດາອົງການຄຸ້ມຄອງ, ອົງການສະໜັບສະໜູນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ປະຊາຄົມວິສາຫະກິດ, ເວທີປາໄສມຸ່ງໄປສູ່ການສ້າງບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ, ນຳເອົາເຕັກໂນໂລຊີເຂົ້າສູ່ການນຳໃຊ້ຕົວຈິງ, ພ້ອມທັງຄ່ອຍໆພັດທະນາລະບົບນິເວດ AI ແລະ ເຕັກໂນໂລຊີດິຈິຕອນຢູ່ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ວັນທີ 12/10, ທີ່ແຂວງຊຸງຊອງນາມໂດ (Chungnam), ສ.ເກົາຫຼີ, ສະມາຄົມຊາວຫວຽດນາມປະຈຳແຂວງ Chungnam ໄດ້ປະສານສົມທົບກັບບໍລິສັດ ONL Company Limited ຈັດໂຄງການມອບຂອງຂວັນ 700 ຊຸດ ລວມມູນຄ່າປະມານ 500 ລ້ານດົ່ງ, ພ້ອມທັງຊຸກຍູ້ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ບັນດາອົງການສັງຄົມ ເພື່ອເອົາໃຈໃສ່ດູແລຊີວິດການເປັນຢູ່ຂອງຊຸມຊົນຊາວຫວຽດນາມໃນທ້ອງຖິ່ນ. |
ຍສໝ - ໃນກອງສຳມະນາວິທະຍາສາດ “ການພັດທະນາ ແລະ ການຕັ້ງຖິ່ນຖານຂອງນັກສຶກສາຕ່າງປະເທດຢູ່ເຊອຸນ”, ບັນດາຊ່ຽວຊານ, ສະຖາບັນການສຶກສາ ແລະ ອົງການຊ່ວຍເຫຼືອຂອງນະຄອນເຊອຸນ (ສ.ເກົາຫຼີ) ໄດ້ປຶກສາຫາລືບັນດາວິທີແກ້ໄຂເພື່ອຊ່ວຍໃຫ້ນັກສຶກສາສາກົນ, ໃນນັ້ນມີນັກສຶກສາຫວຽດນາມ, ຍົກສູງລະດັບວິຊາຊີບ, ສະສົມປະສົບການ ແລະ ເປີດກວ້າງໂອກາດການເຮັດວຽກພາຍຫຼັງຮຽນຈົບ. |
ດວງດີ

