ຫວຽດນາມ - ກາຊັກສະຖານ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ

18:52 | 31/10/2026

ຍສໝ​ - ວັນທີ 27/10, ທີ່ນະຄອນຫຼວງອັດສະຕານາ, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳກາຊັກສະຖານ ໄດ້ຈັດພິທີລະນຶກຄົບຮອບ 81 ປີ ວັນຊາດຫວຽດນາມ (2/9/1945 - 2/9/2026), ຢືນຢັນເຖິງມິດຕະພາບອັນດັ້ງເດີມ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ ບົນພື້ນຖານສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ກາຊັກສະຖານພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ກັບຫວຽດນາມໃນການພັດທະນາສູນກາງການເງິນສາກົນ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ລະນຶກເຖິງບັນດາທະຫານກາຊັກສະຖານທີ່ເສຍຊີວິດ

ເຂົ້າຮ່ວມພິທີມີທ່ານນາງ Aizhan Bizhanova, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຄ້າ ແລະ ການເຊື່ອມໂຍງກາຊັກສະຖານ ໃນຖານະແຂກກິດຕິມະສັກ; ພ້ອມດ້ວຍຜູ້ແທນປະມານ 150 ທ່ານ ຈາກບັນດາອົງການຂອງປະເທດເຈົ້າພາບ, ຄະນະທູຕານຸທູດ, ວິສາຫະກິດ, ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມຢູ່ກາຊັກສະຖານ.

ກ່າວຄຳປາໄສໃນພິທີ, ທ່ານ ຫງວຽນ ແທງ ເລ, ເອກອັກຄະລັດຖະທູດຫວຽດນາມປະຈຳກາຊັກສະຖານ ໄດ້ຫວນຄືນເຖິງຂີດໝາຍປະຫວັດສາດວັນທີ 2/9/1945, ເມື່ອປະທານໂຮ່ຈີມິນ ອ່ານຖະແຫຼງການເອກະລາດ, ເປີດສັງກາດແຫ່ງເອກະລາດ ແລະ ເສລີພາບໃຫ້ແກ່ຊາດຫວຽດນາມ.

ຫວຽດນາມ - ກາຊັກສະຖານ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ
ທ່ານນາງ Aizhan Bizhanova, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຄ້າ ແລະ ການເຊື່ອມໂຍງກາຊັກສະຖານ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ພາຍຫຼັງ 81 ປີແຫ່ງການສ້າງສາ ແລະ ພັດທະນາປະເທດ ພ້ອມທັງ 40 ປີແຫ່ງການດຳເນີນພາລະກິດປ່ຽນໃໝ່, ຫວຽດນາມໄດ້ບັນລຸຜົນສຳເລັດສຳຄັນຫຼາຍດ້ານ ທັງດ້ານເສດຖະກິດ - ສັງຄົມ, ການເຊື່ອມໂຍງສາກົນ, ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຖານະບົດບາດໃນເວທີສາກົນ. ຫວຽດນາມສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫຼາກຫຼາຍຮູບແບບ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນ ແທງ ເລ ໄດ້ສະແດງຄວາມຊາບຊຶ້ງ ແລະ ເຫັນຄຸນຄ່າຕໍ່ການສະໜັບສະໜູນ ແລະ ການຮ່ວມມືທີ່ເພື່ອນມິດສາກົນ, ໂດຍສະເພາະບັນດາຮຸ່ນການນຳ ແລະ ປະຊາຊົນກາຊັກສະຖານ ໄດ້ມອບໃຫ້ຫວຽດນາມ.

ເມື່ອກ່າວເຖິງສາຍພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກວ່າ ການທີ່ຫວຽດນາມ ແລະ ກາຊັກສະຖານ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນໂອກາດການຢ້ຽມຢາມຂັ້ນລັດຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ທີ່ປະເທດກາຊັກສະຖານ ໃນເດືອນພຶດສະພາ 2025 ໄດ້ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ.

ບັນດາຂົງເຂດການຄ້າ, ການລົງທຶນ, ການບິນ ແລະ ການທ່ອງທ່ຽວ ສືບຕໍ່ມີການປ່ຽນແປງໃນທາງບວກ. ວິສາຫະກິດຫວຽດນາມນັບມື້ນັບມີບົດບາດ ແລະ ການປາກົດຕົວຢ່າງຊັດເຈນຢູ່ກາຊັກສະຖານ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາການຮ່ວມມືສອງຝ່າຍ.

ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ບົດບາດຂອງກາຊັກສະຖານໃນພາກພື້ນອາຊີກາງ, ພ້ອມສະໜັບສະໜູນກາຊັກສະຖານໃນການເພີ່ມທະວີການເຊື່ອມຕໍ່ກັບອາຊຽນ, ພ້ອມທັງປາຖະໜາໃຫ້ສອງປະເທດສົ່ງເສີມຈຸດແຂງທີ່ສາມາດເສີມໜູນກັນ, ຂະຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ກ່າວຄຳອວຍພອນໃນພິທີ, ທ່ານນາງ Aizhan Bizhanova, ຮອງລັດຖະມົນຕີຜູ້ທີໜຶ່ງ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ຢືນຢັນວ່າ ກາຊັກສະຖານໃຫ້ຄຸນຄ່າຕໍ່ມິດຕະພາບ, ຄວາມໄວ້ວາງໃຈ ແລະ ການເຄົາລົບເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ.

ທ່ານນາງໄດ້ຮັບຮູ້ເຖິງຜົນສຳເລັດການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ພ້ອມທັງເນັ້ນໜັກເຖິງທ່າແຮງການຮ່ວມມືໃນຂົງເຂດການປຸງແຕ່ງອາຫານ, ພະລັງງານ ແລະ ການທ່ອງທ່ຽວ. ການຂະຫຍາຍການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳ ກໍປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ໃນຂອບຂອງພິທີ, ບັນດາຜູ້ແທນໄດ້ຮັບຊົມ ແລະ ຮັບຟັງບົດເພງຂອງຫວຽດນາມ, ກາຊັກສະຖານ ແລະ ສາກົນ; ຊົມວິດີໂອແນະນຳປະເທດ, ປະຊາຊົນ ແລະ ທ່າແຮງການທ່ອງທ່ຽວຂອງຫວຽດນາມ ພ້ອມທັງລິ້ມລອງອາຫານພື້ນເມືອງ ເຊັ່ນ ເຝີ ແລະ ແນມຈືນ (ປໍເປີ໊ຍທອດ).

ຜ່ານບັນດາກິດຈະກຳແລກປ່ຽນວັດທະນະທຳ, ເຫດການນີ້ໄດ້ປະກອບສ່ວນແນະນຳພາບລັກຂອງຫວຽດນາມທີ່ມີເອກະລັກວັດທະນະທຳອັນອຸດົມສົມບູນ, ມີຄວາມຄ່ອງຕົວ ແລະ ເປັນມິດກັບແຂກຜູ້ມາຢ້ຽມຢາມ, ພ້ອມທັງສືບຕໍ່ທະນຸບຳລຸງມິດຕະພາບ ແລະ ຊຸກຍູ້ການຮ່ວມມືຫວຽດນາມ - ກາຊັກສະຖານ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ເສີມຂະຫຍາຍບົດບາດຂອງຂົວເຊື່ອມຕໍ່ມິດຕະພາບເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ ເສີມຂະຫຍາຍບົດບາດຂອງຂົວເຊື່ອມຕໍ່ມິດຕະພາບເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ
ຍສໝ - ໃນຕອນເຊົ້າວັນທີ 1 ກຸມພາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດກາຊັກສະຖານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ປະທານຄະນະບໍລິຫານງານສູນການເງິນສາກົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈຳກາຊັກສະຖານ.
ຫວຽດນາມ ແລະ ກາຊັກສະຖານ ສົ່ງເສີມການກໍ່ສ້າງແລວທາງເຊື່ອມຕໍ່ດ້ານເສດຖະກິດ ແລະ ການເງິນ ຫວຽດນາມ ແລະ ກາຊັກສະຖານ ສົ່ງເສີມການກໍ່ສ້າງແລວທາງເຊື່ອມຕໍ່ດ້ານເສດຖະກິດ ແລະ ການເງິນ
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ກາຊັກສະຖານ, ຕອນເຊົ້າວັນທີ 2 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໄດ້ດຳເນີນການສຳຫຼວດ ແລະ ແລກປ່ຽນປະສົບການຢູ່ສູນການເງິນສາກົນ Astana.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ