ຫວຽດນາມ - ຕິມໍແລັດສະເຕ ສຶກສາການທົດລອງຮູບແບບຫ້ອງຮຽນທາງໄກສຳລັບເດັກນ້ອຍໃນເຂດທຸລະກັນດານ

15:09 | 05/11/2026

ຍສໝ - ວັນທີ 5 ພະຈິກ ທີ່ດີລີ, ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ຕິມໍແລັດສະເຕ ແລະ ທ່ານນາງ Dulce de Jesus Soares, ລັດຖະມົນຕີກະຊວງສຶກສາທິການ ຕິມໍແລັດສະເຕ ໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຈັດຕັ້ງຫ້ອງຮຽນທາງໄກ, ໂດຍນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປະສົບການດ້ານການສຶກສາໃນເຂດຊາຍແດນຂອງຫວຽດນາມ ເພື່ອຂະຫຍາຍໂອກາດການຮຽນຮູ້ໃຫ້ແກ່ເດັກນ້ອຍ.

ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງທຶນມະນຸດ ຫວຽດນາມ – ຕິມໍແລັດສະເຕ ຊຸກຍູ້ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ

ຕິມໍແລັດສະເຕ ມີພູມສັນຖານເປັນພູຜາສະຫຼັບຊັບຊ້ອນ, ແບ່ງແຍກພື້ນທີ່ອອກຈາກກັນ, ໂດຍມີຫຼາຍຊຸມຊົນອາໄສຢູ່ຫ່າງໄກຈາກສູນກາງ. ຕາມທະນາຄານໂລກ, ປະມານ 35% ຂອງເນື້ອທີ່ປະເທດນີ້ຕັ້ງຢູ່ໃນລະດັບຄວາມສູງກວ່າ 1.000 ແມັດ. ສະພາບການຄົມມະນາຄົມທີ່ຫຍຸ້ງຍາກ, ໂດຍສະເພາະໃນລະດູຝົນ, ໄດ້ສ້າງອຸປະສັກຕໍ່ການກໍ່ສ້າງໂຮງຮຽນ, ການຈັດສັນຄູສອນ ແລະ ການຮັບປະກັນໂອກາດທາງການສຶກສາໃຫ້ແກ່ເດັກນ້ອຍ.

ໃນການພົບປະເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟ້າມ ບິ່ງ ດ່າມ ໄດ້ແບ່ງປັນປະສົບການຂອງຫວຽດນາມໃນການພັດທະນາການສຶກສາຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ. ທ່ານໄດ້ແນະນຳໂຄງການກໍ່ສ້າງໂຮງຮຽນສາມັນກິນນອນແບບຮຽນຮ່ວມລະດັບປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນ ຢູ່ບັນດາຕາແສງຊາຍແດນທາງບົກ, ໂດຍປະສົມປະສານການລົງທຶນດ້ານສິ່ງອຳນວຍຄວາມສະດວກກັບການລະດົມຊັບພະຍາກອນຈາກລັດ, ທ້ອງຖິ່ນ, ວິສາຫະກິດ ແລະ ຊຸມຊົນ.

ຫວຽດນາມ - ຕິມໍແລັດສະເຕ ສຶກສາການທົດລອງຮູບແບບຫ້ອງຮຽນທາງໄກສຳລັບເດັກນ້ອຍໃນເຂດທຸລະກັນດານ
ທ່ານ ຟ້າມ ບິ່ງ ດ່າມ, ເອກອັກຄະລັດຖະທູດຫວຽດນາມປະຈຳຕິມໍແລັດສະເຕ ໃນການພົບປະເຮັດວຽກກັບທ່ານນາງ Dulce de Jesus Soares, ລັດຖະມົນຕີກະຊວງສຶກສາທິການຕິມໍແລັດສະເຕ.

ທ່ານເອກອັກຄະລັດຖະທູດໄດ້ຍົກຕົວຢ່າງໂຮງຮຽນສາມັນກິນນອນແບບຮຽນຮ່ວມລະດັບປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນ ຊີປາຟິ່ນ, ແຂວງດ້ຽນບຽນ, ເພື່ອສະແດງເຖິງຄວາມພະຍາຍາມໃນການປັບປຸງເງື່ອນໄຂການຮຽນຮູ້ໃຫ້ແກ່ນັກຮຽນຢູ່ເຂດຊາຍແດນ.

ຈາກປະສົບການດັ່ງກ່າວ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການສ້າງຮູບແບບຫ້ອງຮຽນທາງໄກ, ເຊື່ອມຕໍ່ຄູສອນທີ່ມີຄວາມຊ່ຽວຊານກັບນັກຮຽນຢູ່ບັນດາໂຮງຮຽນໃນເຂດທຸລະກັນດານ ຜ່ານໂຄງລ່າງພື້ນຖານໂທລະຄົມ ແລະ ແພລດຟອມການສຶກສາດິຈິຕອນ. ຮູບແບບນີ້ສາມາດຊ່ວຍໃຫ້ຫຼາຍໂຮງຮຽນເຂົ້າເຖິງຄູສອນ ແລະ ສື່ການຮຽນການສອນຮ່ວມກັນ, ພ້ອມທັງສະໜັບສະໜູນການຍົກສູງຄວາມສາມາດຂອງຄູສອນທ້ອງຖິ່ນ.

ທ່ານເອກອັກຄະລັດຖະທູດ ຟ້າມ ບິ່ງ ດ່າມ ໄດ້ສະເໜີໃຫ້ລັດຖະບານຕິມໍແລັດສະເຕ ເປັນເຈົ້າພາບໃນການກຳນົດຄວາມຕ້ອງການ, ຄັດເລືອກພື້ນທີ່ ແລະ ປະສານງານການຈັດຕັ້ງປະຕິບັດ. ບັນດາຄູ່ຮ່ວມພັດທະນາຈະສະໜັບສະໜູນຊັບພະຍາກອນ; ບັນດາວິສາຫະກິດໂທລະຄົມ, ໃນນັ້ນມີ Telemor ຂອງຫວຽດນາມ, ເຂົ້າຮ່ວມສະໜອງໂຄງລ່າງພື້ນຖານ ແລະ ວິທີແກ້ໄຂດ້ານເຕັກໂນໂລຊີ; ສ່ວນຝ່າຍຫວຽດນາມຈະແບ່ງປັນຄວາມຊ່ຽວຊານ, ສື່ການຮຽນການສອນ ແລະ ເຕັກນິກ.

ທ່ານນາງລັດຖະມົນຕີ Dulce de Jesus Soares ໄດ້ຕີລາຄາສູງຕໍ່ປະສົບການຂອງຫວຽດນາມໃນການປະຕິຮູບ ແລະ ປ່ຽນແປງໃໝ່ດ້ານການສຶກສາ, ໂດຍສະເພາະໃນການບໍລິຫານໂຮງຮຽນ, ການກວດສອບ, ການປະເມີນຜົນ ແລະ ການນຳໃຊ້ເຕັກໂນໂລຊີ.

ທ່ານນາງລັດຖະມົນຕີໃຫ້ຮູ້ວ່າ ຕິມໍແລັດສະເຕ ຄາດວ່າຈະເລີ່ມສອນພາສາອັງກິດຕັ້ງແຕ່ຊັ້ນປີທີ 5 ແລະ ຊັ້ນປີທີ 6 ໃນປີ 2027, ແທນທີ່ຈະເລີ່ມຈາກຊັ້ນປີທີ 7 ຄືປັດຈຸບັນ, ແຕ່ກຳລັງຂາດແຄນຄູສອນ ແລະ ສື່ການຮຽນການສອນ. ດັ່ງນັ້ນ, ຫ້ອງຮຽນທາງໄກຈຶ່ງຖືກມອງວ່າເປັນທິດທາງການຮ່ວມມືທີ່ມີທ່າແຮງ.

ສອງຝ່າຍໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຄັດເລືອກໂຮງຮຽນຈຳນວນໜຶ່ງເພື່ອສຶກສາທົດລອງ, ໂດຍໃນໄລຍະຕົ້ນຈະສຳຫຼວດຄວາມຕ້ອງການ, ໂຄງລ່າງພື້ນຖານ ແລະ ເນື້ອໃນການສິດສອນ, ໃນນັ້ນລວມມີວິຊາພາສາອັງກິດ.

ກິດຈະກຳນີ້ປະກອບສ່ວນເຮັດໃຫ້ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມ - ຕິມໍແລັດສະເຕ ທີ່ໄດ້ລົງນາມໃນວັນທີ 9 ມິຖຸນາ 2026 ທີ່ຮ່າໂນ້ຍ ກາຍເປັນຮູບປະທຳ.

ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືໃຫ້ເປັນຮູບປະທຳ ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືໃຫ້ເປັນຮູບປະທຳ
ຍສໝ - ການແບ່ງປັນບົດຮຽນພັດທະນາ, ການກະກຽມຮັບບົດບາດປະທານອາຊຽນ ແລະ ການສ້າງໂອກາດໃຫ້ວິສາຫະກິດ ແມ່ນບັນດາປະເດັນສຳຄັນທີ່ຫວຽດນາມ ແລະ ຕິມໍແລັດສະເຕ ໄດ້ປຶກສາຫາລືຮ່ວມກັນຢູ່ນະຄອນຫຼວງ Dili ໃນວັນທີ 13 ກໍລະກົດ, ເພື່ອຊອກຫາທິດທາງຜັນຂະຫຍາຍການຮ່ວມມືສອງຝ່າຍໃຫ້ເກີດຜົນເປັນຮູບປະທຳ.
ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງທຶນມະນຸດ ຫວຽດນາມ - ຕິມໍແລັດສະເຕ ຂະຫຍາຍການຮ່ວມມືຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງທຶນມະນຸດ
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ນະຄອນຫຼວງ Dili, ທ່ານ ຟ່າມບິ່ງດາມ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ເລສເຕ ໄດ້ເຮັດວຽກກັບທ່ານ Mariano Assanami Sabino Lopes ຮອງນາຍົກລັດຖະມົນຕີ, ຣັດຖະມົນຕີປະສານງານວຽກງານສັງຄົມ, ທັງເປັນ ຣັດຖະມົນຕີກະຊວງພັດທະນາຊົນນະບົດ ແລະ ທີ່ຢູ່ອາໄສຊຸມຊົນ ຕິມໍແລັດສະເຕ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການເພີ່ມທະວີການຮ່ວມມື ພາຍໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊົນນະບົດ, ການຂຸດຄົ້ນຊັບພະຍາກອນທະເລຢ່າງຍືນຍົງ ແລະ ການກໍ່ສ້າງ/ຝຶກອົບຮົມແຫຼ່ງທຶນມະນຸດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ