| ຫວຽດນາມ - ລາວ ແລກປ່ຽນປະສົບການການພັດທະນາ ແລະ ການເຊື່ອມໂຍງສາກົນ ໃນກອງປະຊຸມສຳມະນາທິດສະດີຄັ້ງທີ XIII ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ໃນສອງວັນທີ 5-6 ພະຈິກ, ຢູ່ຮ່າໂນ້ຍ, ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ (NAFOSTED) ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດເວທີປາໄສຂະຫຍາຍການເຊື່ອມຕໍ່ຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງຫວຽດນາມກັບບັນດາປະເທດ (IRIFF 2026).
ເວທີປາໄສດັ່ງກ່າວດຳເນີນຂຶ້ນໃນສະພາບການທີ່ຫວຽດນາມພວມເລັ່ງລັດພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕາມຈິດໃຈຂອງມະຕິເລກທີ 57-NQ/TW. ການປະສານສົມທົບລະຫວ່າງອົງການຄຸ້ມຄອງ, ນັກວິທະຍາສາດ, ວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ ຖືກກຳນົດເປັນໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການສຳຄັນ ເພື່ອລະດົມຊັບພະຍາກອນ, ຍົກສູງຄວາມສາມາດດ້ານການຄົ້ນຄວ້າ ແລະ ນຳເອົາຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີເຂົ້າສູ່ຊີວິດຕົວຈິງ.
![]() |
| ທ່ານ ຫວູ ຫາຍ ກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳປາໄສໃນພິທີເປີດເວທີປາໄສ IRIFF 2026. |
ມຸ່ງສູ່ການຮ່ວມກັນສ້າງອົງຄວາມຮູ້, ເຕັກໂນໂລຊີ ແລະ ແບ່ງປັນຜົນສຳເລັດ
ກ່າວເປີດເວທີປາໄສ, ທ່ານ ຫວູ ຫາຍ ກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຕີລາຄາວ່າ ວິທະຍາສາດພວມສ້າງທິດທາງການພັດທະນາໃໝ່ໃນບັນດາຂົງເຂດປັນຍາປະດິດ (AI), ການແພດ, ສານເຄິ່ງຕົວນຳ ແລະ ພະລັງງານສະອາດ. ແນວໃດກໍຕາມ, ໂລກກໍພວມປະເຊີນກັບສິ່ງທ້າທາຍຫຼາຍປະການ ເຊັ່ນ ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ພະຍາດລະບາດ, ເຊິ່ງຮຽກຮ້ອງໃຫ້ບັນດາປະເທດຕ້ອງປະສານສົມທົບກັນ.
ສຳລັບຫວຽດນາມ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ມີບົດບາດເປັນໃຈກາງໃນຮູບແບບການເຕີບໂຕໃໝ່. ໃນນັ້ນ, ການຮ່ວມມືສາກົນບໍ່ພຽງແຕ່ມຸ່ງເປົ້າໄປສູ່ການຮັບເອົາອົງຄວາມຮູ້ ແລະ ເຕັກໂນໂລຊີຈາກພາຍນອກເທົ່ານັ້ນ, ແຕ່ຍັງມຸ່ງສູ່ການຮ່ວມກັບບັນດາຄູ່ຮ່ວມມືດຳເນີນການຄົ້ນຄວ້າ, ສ້າງອົງຄວາມຮູ້ໃໝ່, ພັດທະນາເຕັກໂນໂລຊີ ແລະ ແບ່ງປັນຜົນສຳເລັດ.
ເພື່ອຫັນເປົ້າໝາຍນີ້ໃຫ້ເປັນຈິງ, ລັດຖະມົນຕີ ຫວູ ຫາຍ ກວນ ໄດ້ສະເໜີໃຫ້ສຸມໃສ່ສາມໜ້າທີ່ຈຸດສຸມ ຄື ການລົງທຶນໃສ່ຄົນ ແລະ ຮັບປະກັນແຫຼ່ງຊັບພະຍາກອນສຳລັບການຄົ້ນຄວ້າຢ່າງໝັ້ນຄົງ; ເພີ່ມທະວີການເຊື່ອມໂຍງລະຫວ່າງກິດຈະກຳຄົ້ນຄວ້າກັບວິສາຫະກິດ; ແລະ ຫັນສາຍພົວພັນຄູ່ຮ່ວມມືສາກົນໃຫ້ກາຍເປັນບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ.
ຕາມທ່ານລັດຖະມົນຕີ, ກິດຈະກຳຄົ້ນຄວ້າຈຳເປັນຕ້ອງມີກົນໄກສະໜອງທຶນທີ່ເປັນທຳ, ໂປ່ງໃສ ແລະ ເໝາະສົມກັບແຕ່ລະປະເພດການຄົ້ນຄວ້າ. ໂດຍສະເພາະ, ການຄົ້ນຄວ້າພື້ນຖານຈຳເປັນຕ້ອງໄດ້ຮັບການລົງທຶນໄລຍະຍາວ, ສ້າງເງື່ອນໄຂໃຫ້ນັກວິທະຍາສາດຮຸ່ນໜຸ່ມໄດ້ທົດລອງແນວຄິດໃໝ່ ແລະ ພັດທະນາທິດທາງການຄົ້ນຄວ້າທີ່ມີລັກສະນະບຸກທະລຸ.
ສຳລັບການເຊື່ອມໂຍງລະຫວ່າງນັກວິທະຍາສາດກັບວິສາຫະກິດ, ການຮ່ວມມືຄວນເລີ່ມດຳເນີນຕັ້ງແຕ່ຂັ້ນຕອນກຳນົດບັນຫາການຄົ້ນຄວ້າ. ວິສາຫະກິດບໍ່ພຽງແຕ່ເຂົ້າຮ່ວມນຳໃຊ້ຜົນການຄົ້ນຄວ້າເທົ່ານັ້ນ, ແຕ່ຍັງຕ້ອງຮ່ວມດຳເນີນການທົດລອງ, ຜະລິດຕົ້ນແບບ ແລະ ນຳເອົາເຕັກໂນໂລຊີທີ່ມີທ່າແຮງຈາກຫ້ອງທົດລອງເຂົ້າສູ່ການຜະລິດ.
ລັດຖະມົນຕີ ຫວູ ຫາຍ ກວນ ຍັງໄດ້ສະເໜີໃຫ້ບັນດາຄູ່ຮ່ວມມືສາກົນປະສານສົມທົບກຳນົດຂົງເຂດຄົ້ນຄວ້າບຸລິມະສິດ, ຈັດການເປີດຮັບຂໍ້ສະເໜີໂຄງການຮ່ວມ, ປະກອບສ່ວນທຶນຮອນ, ແບ່ງປັນໂຄງລ່າງພື້ນຖານ ແລະ ຄວາມຊ່ຽວຊານ.
ຜ່ານບັນດາກິດຈະກຳເຫຼົ່ານີ້, ນັກວິທະຍາສາດຮຸ່ນໜຸ່ມຫວຽດນາມຈະມີໂອກາດເພີ່ມຂຶ້ນໃນການເຮັດວຽກຮ່ວມກັບເພື່ອນຮ່ວມວິຊາຊີບສາກົນ, ເຂົ້າເຖິງວິທີການຄົ້ນຄວ້າ ແລະ ແຫຼ່ງຊັບພະຍາກອນທາງວິທະຍາສາດຈາກຫຼາຍປະເທດ.
ຕາມທ່ານລັດຖະມົນຕີ, ປະສິດທິຜົນຂອງການຮ່ວມມືຈຳເປັນຕ້ອງສະແດງອອກຜ່ານຜົນການຄົ້ນຄວ້າ ແລະ ເຕັກໂນໂລຊີທີ່ຮ່ວມກັນສ້າງຂຶ້ນ, ແທນທີ່ຈະຢຸດຢູ່ພຽງແຕ່ບັນດາຂໍ້ຕົກລົງທີ່ໄດ້ລົງນາມ.
NAFOSTED ມຸ່ງສູ່ກົນໄກຮ່ວມສະໜອງທຶນ ແລະ ການຄົ້ນຄວ້າຂ້າມຊາຍແດນ
ໃນເວທີປາໄສ, ທ່ານ ດ່າວ ຫງອກ ຈຽນ, ຮອງສາດສະດາຈານ, ປະລິນຍາເອກ, ຜູ້ອຳນວຍການ NAFOSTED ເຫັນວ່າ ການຮ່ວມມືສາກົນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈຳເປັນຕ້ອງກ້າວຂ້າມຂອບເຂດຂອງການແລກປ່ຽນທາງວິຊາການ ແລະ ການຂະຫຍາຍເຄືອຂ່າຍ.
ຕາມນັ້ນ, ບັນດາຄູ່ຮ່ວມມືຕ້ອງຮ່ວມກັນກຳນົດບັນຫາການຄົ້ນຄວ້າ, ປະສານຈຸດແຂງດ້ານຄວາມຊ່ຽວຊານ ແລະ ໂຄງລ່າງພື້ນຖານ, ແບ່ງປັນຄ່າໃຊ້ຈ່າຍ, ຄວາມສ່ຽງ ກໍຄືກວດສອບຜົນການຄົ້ນຄວ້າໃນບັນດາເງື່ອນໄຂຕົວຈິງທີ່ແຕກຕ່າງກັນ.
ແນວທາງດັ່ງກ່າວຮຽກຮ້ອງໃຫ້ຫັນຈາກການພົບປະເປັນຄັ້ງຄາວໄປສູ່ສາຍພົວພັນຄູ່ຮ່ວມມືໄລຍະຍາວ; ຈາກການແລກປ່ຽນຂໍ້ມູນໄປສູ່ການຮ່ວມກັນສ້າງໂຄງການຄົ້ນຄວ້າ; ຈາກການສະໜອງທຶນແບບເອກະລາດໄປສູ່ການປະສານຊັບພະຍາກອນ ແລະ ຈາກຜົນສຳເລັດສະເພາະລາຍໄປສູ່ບັນດາວິທີແກ້ໄຂທີ່ສາມາດນຳໄປປະຍຸກໃຊ້ໄດ້ຢ່າງກວ້າງຂວາງ.
ໃນຂະບວນການນັ້ນ, ບັນດາອົງການສະໜອງທຶນຄົ້ນຄວ້າມີບົດບາດເຊື່ອມຕໍ່ຄູ່ຮ່ວມມື, ປະສານສົມທົບອອກແບບການເປີດຮັບຂໍ້ສະເໜີໂຄງການ, ເອກະພາບຫຼັກການປະເມີນ ແລະ ສ້າງເງື່ອນໄຂໃຫ້ບັນດາກຸ່ມຄົ້ນຄວ້າຮ່ວມມືກັນຂ້າມຊາຍແດນ.
ພ້ອມກັນນັ້ນ, NAFOSTED ຍັງກຳນົດໜ້າທີ່ຫັນຮູບແບບການເຊື່ອມໂຍງ ລັດ - ນັກວິທະຍາສາດ - ວິສາຫະກິດ ໃຫ້ເປັນຮູບປະທຳ. ໃນນັ້ນ, ລັດສ້າງລະບົບສະຖາບັນ ແລະ ສະໜັບສະໜູນຊັບພະຍາກອນ; ນັກວິທະຍາສາດພັດທະນາອົງຄວາມຮູ້, ເຕັກໂນໂລຊີ ແລະ ວິທີແກ້ໄຂ; ວິສາຫະກິດເຂົ້າຮ່ວມກຳນົດຄວາມຕ້ອງການ, ຮ່ວມລົງທຶນ, ກວດສອບ ແລະ ຮັບເອົາຜົນການຄົ້ນຄວ້າ.
ບົນພື້ນຖານນີ້, NAFOSTED ໄດ້ລິເລີ່ມຈັດ IRIFF ເພື່ອສ້າງພື້ນທີ່ສົນທະນາ ແລະ ເຊື່ອມຕໍ່ລະຫວ່າງບັນດາອົງການສະໜອງທຶນ, ຜູ້ວາງແຜນນະໂຍບາຍ, ອົງການຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດພາຍໃນປະເທດ ແລະ ສາກົນ.
ເວທີປາໄສດັ່ງກ່າວມີທິດທາງຈັດຂຶ້ນເປັນປະຈຳທຸກສອງປີ, ໂດຍມີເປົ້າໝາຍຫັນການແລກປ່ຽນດ້ານນະໂຍບາຍໃຫ້ກາຍເປັນກິດຈະກຳທີ່ເປັນຮູບປະທຳ ເຊັ່ນ ໂຄງການຮ່ວມສະໜອງທຶນ, ການເປີດຮັບຂໍ້ສະເໜີຄົ້ນຄວ້າຮ່ວມ, ການແລກປ່ຽນຜູ້ຊ່ຽວຊານ ແລະ ການເຊື່ອມຕໍ່ບັນດາກຸ່ມຄົ້ນຄວ້າ.
ຜ່ານ IRIFF, NAFOSTED ຄາດຫວັງວ່າຈະສາມາດກຳນົດບັນດາຄູ່ຮ່ວມມືທີ່ເໝາະສົມ, ເປີດໂອກາດໃຫ້ມີການປະສານສົມທົບສະໜອງທຶນ ແລະ ດຳເນີນບັນດາໂຄງການຄົ້ນຄວ້າສາກົນ.
![]() |
| ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ IRIFF 2026. |
ຫວຽດນາມ - ສະວິດເຊີແລນ ໄດ້ສະໜັບສະໜູນ 20 ໂຄງການຄົ້ນຄວ້າຮ່ວມ
ໃນການແບ່ງປັນປະສົບການຢູ່ເວທີປາໄສ, ທ່ານ Thomas Gass, ເອກອັກຄະລັດຖະທູດສະວິດເຊີແລນປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາການບຸກທະລຸທາງວິທະຍາສາດມັກເລີ່ມຕົ້ນຈາກແນວຄິດໃໝ່, ເຊິ່ງຕ້ອງການເວລາ ແລະ ຊັບພະຍາກອນເພື່ອພັດທະນາ.
ຕາມທ່ານເອກອັກຄະລັດຖະທູດ, ກົນໄກສະໜອງທຶນຄົ້ນຄວ້າຕ້ອງຮັບປະກັນລັກສະນະການແຂ່ງຂັນ, ຖືເອົາຄຸນນະພາບທາງວິທະຍາສາດເປັນພື້ນຖານໃນການປະເມີນ ແລະ ສ້າງເງື່ອນໄຂໃຫ້ນັກຄົ້ນຄວ້າມີອິດສະລະໃນການຄົ້ນຫາ, ລວມທັງຍອມຮັບຄວາມເປັນໄປໄດ້ທີ່ຈະປະສົບຄວາມລົ້ມເຫຼວ.
ນອກຈາກການເພີ່ມທະວີການຮ່ວມມືລະຫວ່າງພາກລັດ, ມະຫາວິທະຍາໄລ ແລະ ວິສາຫະກິດແລ້ວ, ທ່ານເອກອັກຄະລັດຖະທູດເຫັນວ່າ ບໍ່ຄວນປະເມີນປະສິດທິຜົນການຄົ້ນຄວ້າໂດຍອີງໃສ່ພຽງແຕ່ຄວາມສາມາດໃນການນຳໄປສູ່ການຄ້າໃນໄລຍະສັ້ນ. ບັນດາຜົນງານຄົ້ນຄວ້າພື້ນຖານອາດສາມາດສ້າງການຄົ້ນພົບທີ່ນຳມາເຊິ່ງການປ່ຽນແປງຄັ້ງໃຫຍ່ໃນໄລຍະ 10-20 ປີຕໍ່ໜ້າ.
ເມື່ອຍົກຕົວຢ່າງການຮ່ວມມືດ້ານວິທະຍາສາດລະຫວ່າງຫວຽດນາມ ແລະ ສະວິດເຊີແລນ, ທ່ານ Thomas Gass ໃຫ້ຮູ້ວ່າ NAFOSTED ແລະ ກອງທຶນວິທະຍາສາດແຫ່ງຊາດສະວິດເຊີແລນ (SNSF) ໄດ້ສ້າງຕັ້ງຂອບການຮ່ວມມືນັບແຕ່ປີ 2020.
ມາຮອດປັດຈຸບັນ, ສອງຝ່າຍໄດ້ດຳເນີນການເປີດຮັບຂໍ້ສະເໜີຄົ້ນຄວ້າຮ່ວມສອງຄັ້ງ, ສະໜັບສະໜູນ 20 ໂຄງການ ດ້ວຍງົບປະມານລວມ 8 ລ້ານໂດລາສະຫະລັດ.
ໃນບັນດາໂຄງການເຫຼົ່ານີ້, ນັກວິທະຍາສາດຫວຽດນາມ ແລະ ສະວິດເຊີແລນ ຮ່ວມກັນສ້າງຄຳຖາມການຄົ້ນຄວ້າ, ບັນດາຂໍ້ສະເໜີໄດ້ຮັບການປະເມີນຮ່ວມກັນ ແລະ ແຕ່ລະກອງທຶນຮັບຜິດຊອບສະໜອງທຶນໃຫ້ແກ່ກຸ່ມຄົ້ນຄວ້າທີ່ຢູ່ໃນຂອບເຂດການຄຸ້ມຄອງຂອງຕົນ.
ທ່ານ Thomas Gass ໃຫ້ຮູ້ວ່າ SNSF ແລະ NAFOSTED ພວມພິຈາລະນາຄວາມເປັນໄປໄດ້ໃນການຈັດການເປີດຮັບຂໍ້ສະເໜີຮ່ວມຄັ້ງທີສາມໃນປີ 2027, ໂດຍຂຶ້ນກັບການທີ່ສອງຝ່າຍສາມາດເອກະພາບກັນກ່ຽວກັບບັນດາຂໍ້ຕົກລົງທີ່ຈຳເປັນ.
ໃນຂອບເຂດ IRIFF 2026, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນສີ່ກຸ່ມເນື້ອໃນ ຄື ການພັດທະນາການຄົ້ນຄວ້າທີ່ເປັນເລີດ; ການເພີ່ມທະວີການເຊື່ອມໂຍງ ລັດ - ນັກວິທະຍາສາດ - ວິສາຫະກິດ; ການຖ່າຍທອດເຕັກໂນໂລຊີຍຸດທະສາດ; ແລະ ການຮັບປະກັນຄວາມຊື່ສັດສຸຈະລິດໃນການຄົ້ນຄວ້າວິທະຍາສາດ.
ຕາມລາຍການທີ່ປະກາດໃນວັນທີ 5 ພະຈິກ, ເວທີປາໄສຈະສືບຕໍ່ດຳເນີນໃນວັນທີ 6 ພະຈິກ ດ້ວຍກອງປະຊຸມສົນທະນາໂຕະມົນລະຫວ່າງບັນດາອົງການສະໜອງທຶນຄົ້ນຄວ້າສາກົນ. ບັນດາຜູ້ແທນຈະແລກປ່ຽນປະສົບການກ່ຽວກັບຮູບແບບການຄຸ້ມຄອງ, ກົນໄກສະໜອງທຶນ ແລະ ຄວາມເປັນໄປໄດ້ໃນການສ້າງບັນດາໂຄງການຄົ້ນຄວ້າຮ່ວມ.
ນອກຈາກກິດຈະກຳສົນທະນາແລ້ວ, ລາຍການຍັງມີການລົງສຳຫຼວດສະພາບຕົວຈິງຢູ່ເຂດເຕັກໂນໂລຊີສູງ ແລະ ເຂດອຸດສາຫະກຳຂອງນະຄອນຮ່າໂນ້ຍ, ຢ້ຽມຢາມສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ - ເກົາຫຼີ (VKIST) ແລະ ມະຫາວິທະຍາໄລ FPT.
ຜ່ານບັນດາກິດຈະກຳເຫຼົ່ານີ້, IRIFF 2026 ມຸ່ງສູ່ການຂະຫຍາຍເຄືອຂ່າຍຮ່ວມມືຄົ້ນຄວ້າສາກົນ, ສ້າງພື້ນຖານໃຫ້ເກີດບັນດາໂຄງການຮ່ວມສະໜອງທຶນ ແລະ ນຳເອົາຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີໄປປະຍຸກໃຊ້ໃນພາກປະຕິບັດ.
ຍສໝ - ໃນໄລຍະປີ 2021-2025, ແຂວງຝູເຖາະໄດ້ມອບທຶນການສຶກສາເຕັມຈຳນວນຫຼາຍກວ່າ 800 ທຶນໃຫ້ແກ່ນັກສຶກສາລາວ, ພ້ອມທັງຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານຫຼາຍແຫ່ງຢູ່ລາວ. ແຂວງຍັງສືບຕໍ່ໃຫ້ບູລິມະສິດແກ່ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ເສດຖະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນກັບບັນດາທ້ອງຖິ່ນຂອງລາວ. |
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານນິຕິບັນຍັດ, ການຫັນປ່ຽນດິຈິຕອນ, ການສ້າງສະພາແຫ່ງຊາດເອເລັກໂຕຣນິກ ແລະ ການປະສານສົມທົບຈັດບັນດາກິດຈະກຳລະນຶກໃນປີ 2027. |
ດວງດີ

