ປະທານສະພາແຫ່ງຊາດລາວ ສອນໄຊ ສີພັນດອນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

10:18 | 02/11/2026

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ ຕາມຄຳເຊີນຂອງທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ແລະ ພັນລະຍາ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.

ການແລກປ່ຽນວັດທະນະທຳ ປະກອບສ່ວນທະນຸບຳລຸງມິດຕະພາບ ຫວຽດນາມ - ລາວ ນັກສຶກສາລາວ ແລະ ກຳປູເຈຍ ຄົ້ນພົບວັດທະນະທຳຊົນນະບົດຫວຽດນາມ

ຜູ້ທີ່ໄປຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ແລະ ພັນລະຍາ ຢູ່ສະໜາມບິນ ມີທ່ານ ພົນໂທ ຫງວຽນ ຢວ໊ານ ແອງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ພົນໂທ ເລ ເຕິ໊ນ ເຕີ໊ຍ, ກຳມະການສູນກາງພັກ, ປະທານຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ.

ປະທານສະພາແຫ່ງຊາດລາວ ສອນໄຊ ສີພັນດອນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານ ພົນໂທ ຫງວຽນ ຢວ໊ານ ແອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ຢູ່ສະໜາມບິນ.

ເຂົ້າຮ່ວມຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ມີບັນດາກຳມະການສູນກາງພັກ ຄື: ທ່ານ ກົງແກ້ວ ໄຊສົງຄາມ, ຮອງປະທານສະພາແຫ່ງຊາດ; ທ່ານ ໂພໄຊ ໄຂຄຳພິທູນ, ປະທານຄະນະກຳມາທິການການຕ່າງປະເທດ; ທ່ານ ບຸນຈັນ ສີວົງພັນ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ທ່ານ ອຳໄພວັນ ລົມບຸນເພັງ, ປະທານຄະນະກຳມາທິການວັດທະນະທຳ - ສັງຄົມ ແລະ ຊົນເຜົ່າ; ທ່ານ ທຸມມາລີ ວົງພະຈັນ, ປະທານຄະນະກຳມາທິການກົດໝາຍ ແລະ ຍຸຕິທຳ.

ນອກຈາກນັ້ນ, ໃນຄະນະຍັງມີທ່ານ ພົນຕີ ສຸລິໄຊ ພິຈິດ, ກຳມະການສຳຮອງສູນກາງພັກ, ປະທານຄະນະກຳມາທິການປ້ອງກັນຊາດ ແລະ ຄວາມສະຫງົບ, ຮອງປະທານກຸ່ມສະມາຊິກສະພາມິດຕະພາບລາວ - ຫວຽດນາມ; ທ່ານ ຈັນທະບູນ ສຸກກະລຸນ, ປະທານຄະນະກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາກຳມະການສູນກາງພັກ ທີ່ເປັນຫົວໜ້າຄະນະຜູ້ແທນສະພາແຫ່ງຊາດປະຈຳເຂດເລືອກຕັ້ງຕ່າງໆ ແລະ ດຳລົງຕຳແໜ່ງຜູ້ນຳສະພາປະຊາຊົນຂອງບັນດາແຂວງ, ນະຄອນຂອງລາວ.

ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງທ່ານ ສອນໄຊ ສີພັນດອນ ໃນຖານະປະທານສະພາແຫ່ງຊາດລາວ ນັບແຕ່ທ່ານໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງນີ້ ໃນວັນທີ 5 ຕຸລາ 2026.

ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນໃນສະພາບການທີ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາ.

ນີ້ແມ່ນໂອກາດໃຫ້ຜູ້ນຳສະພາແຫ່ງຊາດຂອງສອງປະເທດ ໄດ້ແລກປ່ຽນປະສົບການໃນວຽກງານນິຕິບັນຍັດ, ການກວດກາຕິດຕາມ ແລະ ການຕັດສິນໃຈບັນດາບັນຫາສຳຄັນຂອງປະເທດ; ພ້ອມທັງປຶກສາຫາລືບັນດາມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ.

ການຢ້ຽມຢາມຍັງສະແດງເຖິງການໃຫ້ຄວາມສຳຄັນຂອງຜູ້ນຳຂັ້ນສູງສອງປະເທດຕໍ່ການຮັກສາ ແລະ ພັດທະນາສາຍພົວພັນພິເສດຫວຽດນາມ - ລາວ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນ.

ໃນປີ 2027, ຫວຽດນາມ ແລະ ລາວ ຈະສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ (5 ກັນຍາ 1962 - 5 ກັນຍາ 2027) ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027).

ເພື່ອມຸ່ງສູ່ບັນດາຂີດໝາຍສຳຄັນດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ໄດ້ສ້າງໂອກາດໃຫ້ສອງຝ່າຍແລກປ່ຽນທິດທາງ ແລະ ບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືສອງຝ່າຍ, ນຳພາສາຍພົວພັນຫວຽດນາມ - ລາວ ໃຫ້ສືບຕໍ່ພັດທະນາຢ່າງເປັນຮູບປະທຳ, ມີປະສິດທິຜົນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໄລຍະໃໝ່.

ຫວຽດນາມ - ລາວ ຊຸກຍູ້ການຮັບຮູ້ລາຍເຊັນດິຈິຕອນເຊິ່ງກັນ ແລະ ກັນ ຫວຽດນາມ - ລາວ ຊຸກຍູ້ການຮັບຮູ້ລາຍເຊັນດິຈິຕອນເຊິ່ງກັນ ແລະ ກັນ
ຍສໝ - ວັນທີ 26/10/2026, ທີ່ຮ່າໂນ້ຍ, ສູນຢັ້ງຢືນທາງເອເລັກໂຕຣນິກແຫ່ງຊາດຫວຽດນາມ (NEAC) ແລະ ສູນອິນເຕີເນັດແຫ່ງຊາດລາວ (LANIC) ໄດ້ແລກປ່ຽນປະສົບການດ້ານການພັດທະນາລາຍເຊັນດິຈິຕອນ, ການປັບປຸງນະໂຍບາຍກ່ຽວກັບການບໍລິການທີ່ໜ້າເຊື່ອຖື ແລະ ການສຶກສາຄົ້ນຄວ້າກົນໄກການຮັບຮູ້ເຊິ່ງກັນ ແລະ ກັນ, ເພື່ອມຸ່ງໄປສູ່ການສ້າງຄວາມສະດວກໃຫ້ແກ່ທຸລະກຳທາງເອເລັກໂຕຣນິກຂ້າມຊາຍແດນ.
ອະດີດທະຫານອາສາສະໝັກສືບຕໍ່ສານສຳພັນມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກສືບຕໍ່ສານສຳພັນມິດຕະພາບຫວຽດນາມ - ລາວ
ຍສໝ - ຜ່ານບັນດາກິດຈະກຳລະນຶກເຖິງບຸນຄຸນຂອງວິລະຊົນຜູ້ເສຍສະຫຼະຊີວິດ, ການເບິ່ງແຍງດູແລເພື່ອນຮ່ວມຮົບ, ການຊ່ວຍເຫຼືອອະດີດນັກຮົບລາວ, ການກັບຄືນໄປຢ້ຽມຢາມສະໜາມຮົບເກົ່າ ແລະ ການຊ່ວຍເຫຼືອນັກຮຽນໃນເຂດທຸລະກັນດານ, ບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມທີ່ເຄີຍປະຕິບັດໜ້າທີ່ຢູ່ລາວ ແລະ ປັດຈຸບັນຢູ່ຮ່າໂນ້ຍ ຍັງຄົງສືບຕໍ່ທະນຸບຳລຸງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ