| ອະດີດທະຫານອາສາສະໝັກສືບຕໍ່ສານສຳພັນມິດຕະພາບຫວຽດນາມ - ລາວ ການແລກປ່ຽນວັດທະນະທຳ ປະກອບສ່ວນທະນຸບຳລຸງມິດຕະພາບ ຫວຽດນາມ - ລາວ |
ວັນທີ 2 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນຳໂດຍທ່ານ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ປະທານຄະນະກຳມາທິການວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມ ເຂົ້າຢ້ຽມຂ່ຳນັບ. ການຕ້ອນຮັບດັ່ງກ່າວດຳເນີນຂຶ້ນໃນໂອກາດທີ່ປະທານສະພາແຫ່ງຊາດລາວ ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ 2026.
![]() |
| ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ (ດ້ານຂວາ) ພ້ອມກັບທ່ານ ຫງວຽນ ດັກ ວິງ, ກຳມະການສູນກາງພັກ, ປະທານຄະນະກຳມາທິການວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ. (ພາບ: ດິງ ຮວ່າ) |
ໃນການຕ້ອນຮັບ, ປະທານສະພາແຫ່ງຊາດລາວ ໄດ້ເນັ້ນໜັກວ່າ ປີ 2027 ມີຄວາມໝາຍພິເສດ ເມື່ອຫວຽດນາມ ແລະ ລາວ ຈະສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ (5 ກັນຍາ 1962 - 5 ກັນຍາ 2027) ແລະ ຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027).
ທ່ານ ສອນໄຊ ສີພັນດອນ ສະເໜີໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ໃຫ້ຄວາມສຳຄັນຕໍ່ການໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນພິເສດ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ, ໂດຍສະເພາະໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື.
ກ່ຽວກັບວຽກງານກະກຽມ, ປະທານສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ຝ່າຍລາວໄດ້ສ້າງຕັ້ງຄະນະຊີ້ນຳລະດັບຊາດ ເພື່ອຈັດບັນດາເຫດການລະນຶກໃນປີ 2027. ຄະນະຊີ້ນຳຈະປະສານສົມທົບກັບຝ່າຍຫວຽດນາມ ເພື່ອດຳເນີນໂຄງການຮ່ວມກັນ, ໃນນັ້ນລວມມີບັນດາກິດຈະກຳທີ່ສອງສະມາຄົມມິດຕະພາບເປັນຜູ້ດຳເນີນການ.
ກ່າວໃນການຕ້ອນຮັບ, ທ່ານ ຫງວຽນ ດັກ ວິງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນສຳເລັດການຮ່ວມມືລະຫວ່າງສອງສະມາຄົມໃນໄລຍະຜ່ານມາ. ສອງຝ່າຍໄດ້ຮັກສາຫຼາຍໂຄງການແລກປ່ຽນ, ໂດຍສະເພາະໃນໂອກາດບັນດາເຫດການລະນຶກສຳຄັນຂອງສາຍພົວພັນສອງຝ່າຍ.
ໜຶ່ງໃນກິດຈະກຳທີ່ໂດດເດັ່ນແມ່ນ ງານມະຫະກຳມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ V ທີ່ໄດ້ຈັດຂຶ້ນໃນປີ 2022 ຢູ່ແຂວງກວາງຈິ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ), ເນື່ອງໃນໂອກາດລະນຶກຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 45 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
![]() |
| ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໃນການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ. (ພາບ: ດິງ ຮວ່າ) |
ນອກຈາກບັນດາເຫດການມິດຕະພາບແລ້ວ, ສອງສະມາຄົມຍັງປະສານສົມທົບກັນເປັນປະຈຳໃນການຈັດກິດຈະກຳແລກປ່ຽນຊາວໜຸ່ມ, ນັກຮຽນ ແລະ ນັກສຶກສາ; ດຳເນີນກິດຈະກຳສະຫວັດດີການສັງຄົມ, ຊ່ວຍເຫຼືອບັນດາທ້ອງຖິ່ນທີ່ຍັງປະສົບຄວາມຫຍຸ້ງຍາກ. ຢູ່ເຂດຊາຍແດນ, ບັນດາທ້ອງຖິ່ນຂອງສອງປະເທດຍັງຮັກສາໂຄງການຜູກມິດລະຫວ່າງບ້ານ, ກຸ່ມຊຸມຊົນ ແລະ ລະຫວ່າງບັນດາທ້ອງຖິ່ນດ້ວຍກັນ.
ເພື່ອມຸ່ງສູ່ບັນດາເຫດການລະນຶກໃນປີ 2027, ທ່ານ ຫງວຽນ ດັກ ວິງ ປາຖະໜາໃຫ້ສອງສະມາຄົມຮີບຮ້ອນສ້າງແຜນການປະສານສົມທົບ, ເອກະພາບເນື້ອໃນກິດຈະກຳ ເພື່ອລາຍງານຕໍ່ການນຳຂອງສອງພັກ, ສອງລັດ.
ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຍັງສະແດງຄວາມປາຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການສ້າງເງື່ອນໄຂອຳນວຍຄວາມສະດວກຈາກປະທານສະພາແຫ່ງຊາດລາວ ພ້ອມທັງສະພາແຫ່ງຊາດຂອງສອງປະເທດ, ເພື່ອຜ່ານນັ້ນຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການມິດຕະພາບ.
ໂດຍປະເມີນສູງຕໍ່ບັນດາຜົນສຳເລັດໃນການປະສານສົມທົບລະຫວ່າງສອງສະມາຄົມໃນໄລຍະຜ່ານມາ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ເຫັນດີກັບບັນດາທິດທາງການດຳເນີນວຽກງານທີ່ທ່ານ ຫງວຽນ ດັກ ວິງ ສະເໜີ.
ທ່ານສະເໜີໃຫ້ສອງສະມາຄົມສືບຕໍ່ດຳເນີນບັນດາກິດຈະກຳທີ່ເປັນຮູບປະທຳ ເພື່ອເສີມສ້າງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງປະຊາຊົນຫວຽດນາມ ແລະ ລາວ, ພ້ອມທັງສະແດງຄວາມປາຖະໜາຢາກຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ມາຢ້ຽມຢາມລາວໃນປີ 2027.
ຍສໝ - ວັນທີ 21/10/2026, ຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ອອກເອກະສານກ່ຽວກັບວຽກງານໂຄສະນາເພື່ອມຸ່ງສູ່ປີແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ຄວາມຜູກພັນ ຫວຽດນາມ - ລາວ 2027 ແລະ ປີແຫ່ງມິດຕະພາບ ຫວຽດນາມ - ກຳປູເຈຍ 2027, ໂດຍໃຫ້ຄວາມສຳຄັນຕໍ່ການສົ່ງເສີມມູນເຊື້ອມິດຕະພາບ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າຊາຍແດນ ແລະ ຮັບປະກັນວຽກງານປ້ອງກັນຊາດ, ຄວາມໝັ້ນຄົງ. |
ຍສໝ - ວັນທີ 26/10/2026, ທີ່ຮ່າໂນ້ຍ, ສູນຢັ້ງຢືນທາງເອເລັກໂຕຣນິກແຫ່ງຊາດຫວຽດນາມ (NEAC) ແລະ ສູນອິນເຕີເນັດແຫ່ງຊາດລາວ (LANIC) ໄດ້ແລກປ່ຽນປະສົບການດ້ານການພັດທະນາລາຍເຊັນດິຈິຕອນ, ການປັບປຸງນະໂຍບາຍກ່ຽວກັບການບໍລິການທີ່ໜ້າເຊື່ອຖື ແລະ ການສຶກສາຄົ້ນຄວ້າກົນໄກການຮັບຮູ້ເຊິ່ງກັນ ແລະ ກັນ, ເພື່ອມຸ່ງໄປສູ່ການສ້າງຄວາມສະດວກໃຫ້ແກ່ທຸລະກຳທາງເອເລັກໂຕຣນິກຂ້າມຊາຍແດນ. |
ມິງດຶກ

