| ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - UAE ຕາມທິດທາງແທດຕົວຈິງ, ມີປະສິດທິຜົນ ນຳວັດທະນະທຳ UAE ເຂົ້າໃກ້ສາທາລະນະຊົນຫວຽດນາມຫຼາຍຂຶ້ນ |
ໃນກອງປະຊຸມ, ສອງຝ່າຍໄດ້ຕີລາຄາບັນດາຄວາມຄືບໜ້າໃນທາງບວກຂອງສາຍພົວພັນຫວຽດນາມ - UAE ນັບແຕ່ການປຶກສາຫາລືໃນເດືອນ 2/2023, ໂດຍສິ່ງທີ່ໂດດເດັ່ນແມ່ນການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນເດືອນ 10/2024 ແລະ ການເລີ່ມປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ນັບແຕ່ເດືອນ 2/2026.
UAE ສືບຕໍ່ເປັນຄູ່ຮ່ວມມືການຄ້າທີ່ໃຫຍ່ທີ່ສຸດຂອງຫວຽດນາມໃນພາກພື້ນຕາເວັນອອກກາງ - ອາຟຣິກາ, ໂດຍມູນຄ່າການຄ້າສອງຝ່າຍບັນລຸ 6,5 ຕື້ໂດລາສະຫະລັດໃນປີ 2025.
![]() |
| ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ແລະ ທ່ານ Omran Sharaf, ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ UAE ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ - UAE. (ພາບ: ກວາງ ຮວ່າ) |
ທ່ານນາງ ຫງວຽນ ມິງ ຮັ່ງ ຢືນຢັນວ່າ ຫວຽດນາມໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບ UAE, ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດ ແລະ ຄູ່ຮ່ວມມືເສດຖະກິດຮອບດ້ານພຽງປະເທດດຽວຂອງຫວຽດນາມໃນຕາເວັນອອກກາງ. ຫວຽດນາມມີຄວາມພ້ອມຮ່ວມມືໃນບັນດາຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ ແລະ ບັນດາບັນຫາລະດັບໂລກທີ່ເໝາະສົມ.
ທ່ານ Omran Sharaf ຕີລາຄາວ່າ ສາຍພົວພັນສອງຝ່າຍມີບາດກ້າວພັດທະນາຢ່າງກ້າວກະໂດດ ພາຍຫຼັງການຢ້ຽມຢາມ UAE ຂອງທ່ານ ຟ້າມ ມິງ ຈິ້ງ, ນາຍົກລັດຖະມົນຕີຫວຽດນາມ ໃນປີ 2024. UAE ປາຖະໜາຢາກກາຍເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງຫວຽດນາມໃນດ້ານປັນຍາປະດິດ (AI), ໂຄງລ່າງດິຈິຕອນ ແລະ ເຕັກໂນໂລຊີຂັ້ນສູງ.
ຝ່າຍ UAE ມີຄວາມພ້ອມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ສິນຄ້າຫວຽດນາມເຂົ້າເຖິງຕະຫຼາດ, ສະໜັບສະໜູນການພັດທະນາລະບົບນິເວດ Halal, ຂະຫຍາຍການຮ່ວມມືດ້ານການຮັບຮູ້ ແລະ ການຮັບຮອງ Halal, ນອກເໜືອຈາກສອງອົງການຮັບຮອງຂອງຫວຽດນາມທີ່ UAE ໄດ້ຮັບຮູ້ແລ້ວ.
UAE ຍັງສະໜັບສະໜູນໃຫ້ເລີ່ມການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບສະພາຮ່ວມມືອ່າວເປີເຊຍ (GCC) ໂດຍໄວ, ພ້ອມທັງຊຸກຍູ້ບັນດາກອງທຶນລົງທຶນ, ກຸ່ມບໍລິສັດ ແລະ ວິສາຫະກິດ UAE ໃຫ້ເຂົ້າມາລົງທຶນໃນຫວຽດນາມ.
ສອງຝ່າຍເຫັນດີປະຕິບັດ CEPA ຢ່າງມີປະສິດທິຜົນ, ຊຸກຍູ້ບັນດາການຢ້ຽມຢາມລະດັບສູງ, ເພີ່ມທະວີການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ ເພື່ອຮັບປະກັນແຫຼ່ງສະໜອງພະລັງງານທີ່ໝັ້ນຄົງ ແລະ ຍາວນານໃຫ້ຫວຽດນາມ ພ້ອມທັງຊຸກຍູ້ໃຫ້ສະພາການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ເຊື່ອມຕໍ່ບັນດາວິສາຫະກິດຂອງສອງປະເທດ.
ບັນດາບຸລິມະສິດອື່ນໆ ປະກອບມີ ການເລັ່ງລັດໂຄງການສູນຂໍ້ມູນລະຫວ່າງ G42 ກັບບໍລິສັດຮ່ວມທຶນຂອງຫວຽດນາມ; ການຮ່ວມມືລະຫວ່າງບັນດາສູນການເງິນສາກົນ; ການພັດທະນາລະບົບໂລຈິສຕິກ, ການຂົນສົ່ງ ແລະ ການຮັກສາການໄຫຼວຽນຂອງການຄ້າໃຫ້ຄ່ອງຕົວ.
ສອງຝ່າຍຍັງເຫັນດີເພີ່ມທະວີການປະສານສົມທົບຢູ່ສະຫະປະຊາຊາດ, ຊຸກຍູ້ການຮ່ວມມື ASEAN - GCC, ASEAN - UAE ແລະ ຫວຽດນາມ - GCC, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍສົນໃຈຮ່ວມກັນ.
ກ່ອນໜ້ານັ້ນ, ທ່ານ Omran Sharaf ໄດ້ພົບປະກັບຜູ້ຕາງໜ້າຂອງ VinFast ແລະ Viettel ເພື່ອແລກປ່ຽນກ່ຽວກັບໂອກາດການຮ່ວມມື.
ໃນສອງວັນທີ 28-29/10, ທ່ານມີກຳນົດຈະເຂົ້າຮ່ວມເວທີເສດຖະກິດລະດູໃບໄມ້ຫຼົ່ນ 2026 ທີ່ນະຄອນໂຮ່ຈີມິນ ຮ່ວມກັບລັດຖະມົນຕີແຫ່ງລັດດ້ານການຕ່າງປະເທດ UAE ແລະ ຈະພົບປະເຮັດວຽກກັບການນຳນະຄອນ ແລະ ບັນດາວິສາຫະກິດຫວຽດນາມ.
ຍສໝ - ວັນທີ 30 ພະຈິກ 2024, ຢູ່ຖະໜົນຍ່າງໜອງ ຮວ່ານກຽມ, ຮ່າໂນ້ຍ, ໄດ້ດຳເນີນການເຄື່ອນໄຫວ “ວັນວັດທະນະທຳ UAE 2024” ດ້ວຍຫຼາຍກິດຈະກຳທີ່ດຶງດູດໃຈ. ນີ້ແມ່ນເຫດການ ໂດຍສະຖານທູດ ສະຫະນະຄອນ ອາຣັບ ເອມີເຣດ (UAE) ປະຈຳ ຫວຽດນາມ ແລະ ບັນດາວິສາຫະກິດ UAE ທີ່ພວມເຄື່ອນຢູ່ ຫວຽດນາມ ຈັດຕັ້ງ. |
ຍສໝ - ວັນທີ 17 ຕຸລາ 2025, ສະຖານທູດສະຫະນະຄອນ ເອເມຣັດ ອາຮັບ (UAE) ປະຈຳ ຫວຽດນາມ ໄດ້ຈັດຕັ້ງການພົບປະແລກປ່ຽນພິເສດເພື່ອເຊີດຊູບັນດາຜົນງານອັນພົ້ນເດັ່ນຂອງທີມຊາວໜຸ່ມ ມວຍໄທ ຫວຽດນາມ ໃນງານມະຫາກຳກິລາມວຍໄທ ຊິງແຊ້ມໂລກ 2025 ທີ່ຈັດຂຶ້ນຢູ່ Abu Dhabi. |
ຄຳສີ
