ການແລກປ່ຽນລະຫວ່າງນັກຮຽນ ຮ່ວມກັນສ້າງສາມິດຕະພາບຫວຽດນາມ - ອີຕາລີ

22:08 | 28/10/2026

ຍສໝ - ໃນໂຄງການແລກປ່ຽນລະຫວ່າງໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຫງວຽນ ຊຽວ (ຮ່າໂນ້ຍ) ກັບໂຮງຮຽນມັດທະຍົມຕອນປາຍ Galileo Galilei (Siena, ອີຕາລີ), ທ່ານ Marco Della Seta, ເອກອັກຄະລັດຖະທູດອີຕາລີປະຈຳຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງການສຶກສາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ໃນການເພີ່ມທະວີຄວາມເຂົ້າໃຈ, ເຊື່ອມໂຍງຄົນຮຸ່ນໜຸ່ມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ອີຕາລີ ແລະ ຍີ່ປຸ່ນ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີຄວາມປອດໄພ

ການສຶກສາຊຸກຍູ້ສາຍພົວພັນຫວຽດນາມ - ອີຕາລີ

ກ່າວຄຳປາໄສໃນໂຄງການ, ທ່ານເອກອັກຄະລັດຖະທູດ Marco Della Seta ໄດ້ຫວນຄືນເຖິງມູນເຊື້ອມິດຕະພາບລະຫວ່າງຫວຽດນາມ ແລະ ອີຕາລີ, ໂດຍສາຍພົວພັນນີ້ໄດ້ກໍ່ຕົວຂຶ້ນກ່ອນປີ 1973, ໃນເວລາທີ່ຫວຽດນາມຍັງບໍ່ທັນໄດ້ຮັບການຮັບຮູ້ຢ່າງກວ້າງຂວາງໃນເວທີສາກົນ.

ຜ່ານໄລຍະເວລາກວ່າເຄິ່ງສະຕະວັດ, ສາຍພົວພັນສອງຝ່າຍໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ພວມມຸ່ງສູ່ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ການແລກປ່ຽນລະຫວ່າງນັກຮຽນ ຮ່ວມກັນສ້າງສາມິດຕະພາບຫວຽດນາມ - ອີຕາລີ
ທ່ານ Marco Della Seta, ເອກອັກຄະລັດຖະທູດອີຕາລີປະຈຳຫວຽດນາມ ຖ່າຍຮູບທີ່ລະນຶກໃນໂອກາດເດີນທາງຢ້ຽມຢາມ ແລະ ແລກປ່ຽນທີ່ໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຫງວຽນ ຊຽວ (ຮ່າໂນ້ຍ).

ຕາມທ່ານເອກອັກຄະລັດຖະທູດແລ້ວ, ພື້ນຖານມິດຕະພາບອັນຍາວນານ ພ້ອມກັບບັນດາຜົນສຳເລັດການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳ ແມ່ນແຮງຂັບເຄື່ອນສຳຄັນທີ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.

ນອກຈາກດົນຕີ, ຮູບເງົາ ແລະ ບັນດາກິດຈະກຳສິລະປະແລ້ວ, ການສຶກສາຍັງໄດ້ຮັບການຕີລາຄາວ່າເປັນວິທີການທີ່ໂດຍກົງ ແລະ ມີປະສິດທິຜົນ ໃນການເຊື່ອມໂຍງປະຊາຊົນ, ໂດຍສະເພາະໄວໜຸ່ມ.

ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ບັນດາໂຄງການແລກປ່ຽນນັກຮຽນ ບໍ່ພຽງແຕ່ສ້າງໂອກາດໃນການຮ່ຳຮຽນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ນັກຮຽນໄດ້ສຶກສາຮຽນຮູ້ວັດທະນະທຳ, ສ້າງມິດຕະພາບ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງສອງຊາດ.

ຄົນຮຸ່ນໜຸ່ມສືບທອດມິດຕະພາບ

ໃນການສົນທະນາແລກປ່ຽນກັບນັກຮຽນຂອງສອງປະເທດ, ທ່ານເອກອັກຄະລັດຖະທູດ Marco Della Seta ຢືນຢັນວ່າ ການແລກປ່ຽນລະຫວ່າງຄົນຮຸ່ນໜຸ່ມມີຄວາມໝາຍສຳຄັນບໍ່ດ້ອຍໄປກວ່າບັນດາກິດຈະກຳການທູດລະດັບລັດຖະບານ, ເພາະວ່ານັກຮຽນເຫຼົ່ານີ້ເອງຈະເປັນຜູ້ສືບທອດ ແລະ ພັດທະນາສາຍພົວພັນຫວຽດນາມ - ອີຕາລີ ໃນອະນາຄົດ.

ໂດຍຕີລາຄາສູງຕໍ່ໂຄງການຮ່ວມມືລະຫວ່າງໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຫງວຽນ ຊຽວ ກັບໂຮງຮຽນມັດທະຍົມຕອນປາຍ Galileo Galilei, ທ່ານເອກອັກຄະລັດຖະທູດເຫັນວ່າ ການທີ່ນັກຮຽນອີຕາລີເດີນທາງມາຫວຽດນາມເພື່ອຮ່ຳຮຽນ, ແລກປ່ຽນ ແລະ ໄດ້ຮັບການຊ່ວຍເຫຼືອຢ່າງກະຕືລືລົ້ນຈາກເພື່ອນຊາວຫວຽດນາມ ແມ່ນປະສົບການທີ່ມີຄຸນຄ່າ ແລະ ຄວນສືບຕໍ່ຂະຫຍາຍຜົນ.

ສຳລັບນັກຮຽນໂຮງຮຽນ ຫງວຽນ ຊຽວ ທີ່ກຳລັງກະກຽມເດີນທາງໄປອີຕາລີ, ທ່ານເອກອັກຄະລັດຖະທູດໄດ້ຊຸກຍູ້ໃຫ້ນັກຮຽນເປັນເຈົ້າການຄົ້ນຫາວັດທະນະທຳ, ວິຖີຊີວິດ ແລະ ວິທີການຮ່ຳຮຽນໃໝ່ໆ, ຜ່ານນັ້ນຂະຫຍາຍຄວາມຮູ້ຄວາມເຂົ້າໃຈ ແລະ ເຫັນຄຸນຄ່າຂອງຄວາມຫຼາກຫຼາຍທາງວັດທະນະທຳ.

ທ່ານເອກອັກຄະລັດຖະທູດສະແດງຄວາມຫວັງວ່າ ພາຍຫຼັງສິ້ນສຸດໂຄງການ, ນັກຮຽນອີຕາລີທີ່ກັບຄືນໄປ Siena ແລະ ນັກຮຽນຫວຽດນາມທີ່ເດີນທາງໄປອີຕາລີ ຈະສືບຕໍ່ຮັກສາມິດຕະພາບ ແລະ ຄວາມຊົງຈຳອັນດີງາມ, ກາຍເປັນ “ທູດໜຸ່ມ” ໃນການແນະນຳປະເທດຊາດ, ຜູ້ຄົນ ແລະ ປະກອບສ່ວນສ້າງສາມິດຕະພາບຫວຽດນາມ - ອີຕາລີ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອີ​ຕາ​ລີ ແລະ ຕວັກ​ກີ ຢ່າງ​ຈົບ​ງາມ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອີ​ຕາ​ລີ ແລະ ຕວັກ​ກີ ຢ່າງ​ຈົບ​ງາມ
ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ກາ​ນ​ປະ​ຕິ​ບັດ​ງານ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງຫຼາຍ​ຝ່າຍ, ສະ​ແດງ​ໃຫ້​ເຫັນວ່າ ຫວຽດ​ນາມ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.
ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ
ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ