ຫວຽດນາມ ເພີ່ມທະວີການຮ່ວມມືກັບແຂວງ Constantine ຂອງອານເຊຣີ

15:15 | 30/10/2026

ຍສໝ - ວັນທີ 28/10, ທ່ານ ຫວູ ຢຸຍ ລອງ, ເອກອັກຄະລັດຖະທູດຫວຽດນາມປະຈຳອານເຊຣີ ໄດ້ພົບປະເຮັດວຽກກັບທ່ານ Kamel Eddine Kerbouche, ເຈົ້າແຂວງ Constantine ເພື່ອຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ເຊື່ອມຕໍ່ບັນດາວິສາຫະກິດ ແລະ ຂະຫຍາຍສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ.

3 ຂໍ້​ສະ​ເໜີ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອານເຊຣີ ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ

ການພົບປະຄັ້ງນີ້ດຳເນີນຂຶ້ນກົງກັບໂອກາດລະນຶກຄົບຮອບ 64 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ອານເຊຣີ (28/10/1962 - 28/10/2026).

ໃນການພົບປະເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫວູ ຢຸຍ ລອງ ໃຫ້ຮູ້ວ່າ ເສດຖະກິດຫວຽດນາມເຕີບໂຕ 9,01% ໃນ 9 ເດືອນຕົ້ນປີ 2026, ມູນຄ່າລວມການສົ່ງອອກສິນຄ້າບັນລຸ 434,3 ຕື້ໂດລາສະຫະລັດ. ການຄ້າສອງຝ່າຍຫວຽດນາມ - ອານເຊຣີ ສືບຕໍ່ເຕີບໂຕຢ່າງແຂງແຮງ, ບັນລຸປະມານ 310 ລ້ານໂດລາສະຫະລັດ ໃນ 6 ເດືອນຕົ້ນປີ.

ຫວຽດນາມ ເພີ່ມທະວີການຮ່ວມມືກັບແຂວງ Constantine ຂອງອານເຊຣີ
ທ່ານ ຮວ່າງ ດຶກ ຍ້ວນ, ທີ່ປຶກສາດ້ານການຄ້າຫວຽດນາມປະຈຳອານເຊຣີ ແລກປ່ຽນກັບຜູ້ຕາງໜ້າວິສາຫະກິດອານເຊຣີ. (ພາບ: ແມ້ງ ຮຸ່ງ/ສຳນັກຂ່າວສານຫວຽດນາມ)

ຫວຽດນາມພວມເລັ່ງຊຸກຍູ້ການສົ່ງອອກກາເຟ, ໝາກມ່ວງຫິມະພານ, ໝາກພິກໄທ, ສິນໃນນ້ຳ ແລະ ສານເຄມີ ພ້ອມທັງນຳເຂົ້າໝາກອິນທະຜາລຳ, ນ້ຳມັນໝາກກອກ ແລະ ແປ້ງຈາກໝາກຄາຣອບ ຈາກອານເຊຣີ, ໂດຍມຸ່ງໄປສູ່ເປົ້າໝາຍຍົກມູນຄ່າການຄ້າສອງທິດທາງໃຫ້ບັນລຸ 1 ຕື້ໂດລາສະຫະລັດ.

ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ສ້າງຕັ້ງສາຍພົວພັນຮ່ວມມື ແລະ ຜູກມິດເປັນທ້ອງຖິ່ນແຮກສ່ຽວ ລະຫວ່າງແຂວງ Constantine ກັບທ້ອງຖິ່ນແຫ່ງໜຶ່ງຂອງຫວຽດນາມທີ່ມີລັກສະນະຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທຳ, ການສຶກສາ ແລະ ກະສິກຳ. ພ້ອມກັນນັ້ນ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນລະຫວ່າງວິສາຫະກິດ, ເຊື່ອມຕໍ່ບັນດາສະຖາບັນການສຶກສາ ແລະ ຮ່ວມມືໃນຂົງເຂດການທ່ອງທ່ຽວ ແລະ ກະສິກຳ. ທ່ານເອກອັກຄະລັດຖະທູດຍັງໄດ້ເຊີນບັນດາຜູ້ນຳ, ວິສາຫະກິດ ແລະ ນັກລົງທຶນຈາກ Constantine ໄປຫວຽດນາມ ເພື່ອສຶກສາຊອກຫາໂອກາດການຮ່ວມມື.

ທ່ານ Kamel Eddine Kerbouche, ເຈົ້າແຂວງ Constantine ຢືນຢັນວ່າ ສາຍພົວພັນຫວຽດນາມ - ອານເຊຣີ ໄດ້ຮັບການທະນຸບຳລຸງຈາກການຕໍ່ສູ້ເພື່ອປົດປ່ອຍຊາດຂອງທັງສອງປະເທດ. ປະຊາຊົນອານເຊຣີມີຄວາມຮູ້ສຶກອັນພິເສດຕໍ່ຫວຽດນາມສະເໝີມາ.

ທ່ານໄດ້ແນະນຳຈຸດແຂງຂອງອານເຊຣີໃນດ້ານເນື້ອທີ່, ຊັບພະຍາກອນທຳມະຊາດ, ປະຊາກອນໜຸ່ມ ແລະ ທີ່ຕັ້ງທາງພູມສາດທີ່ເຊື່ອມຕໍ່ເອີຣົບກັບອາຟຣິກາ; ພ້ອມທັງເນັ້ນໜັກເຖິງທ່າແຮງຂອງແຂວງ Constantine ແລະ ເຫັນດີກັບຂໍ້ສະເໜີການຜູກມິດເປັນທ້ອງຖິ່ນແຮກສ່ຽວ.

ທ່ານເຈົ້າແຂວງໄດ້ເຊີນບັນດາວິສາຫະກິດຫວຽດນາມເຂົ້າມາລົງທຶນຢູ່ Constantine, ພ້ອມທັງສະເໜີໃຫ້ຫ້ອງການຜູ້ແທນການຄ້າຫວຽດນາມປະຈຳອານເຊຣີ ເຊື່ອມຕໍ່ກັບສະພາການຄ້າ ແລະ ອຸດສາຫະກຳ Constantine ພ້ອມທັງບັນດາວິສາຫະກິດທີ່ເຂົ້າຮ່ວມງານ Agrest-Expo.

ພາຍຫຼັງການພົບປະ, ທ່ານເອກອັກຄະລັດຖະທູດ ຫວູ ຢຸຍ ລອງ ແລະ ຄະນະຜູ້ແທນ ໄດ້ໄປຢ້ຽມຊົມງານວາງສະແດງສາກົນຄັ້ງທີ 5 ກ່ຽວກັບກະສິກຳ, ອຸດສາຫະກຳປຸງແຕ່ງອາຫານ ແລະ ບັນຈຸພັນ (Agrest-Expo) ທີ່ສູນວັດທະນະທຳ Ahmed-Bey (Zénith).

ງານວາງສະແດງໄດ້ເຕົ້າໂຮມວິສາຫະກິດອານເຊຣີ ແລະ ສາກົນຫຼາຍກວ່າ 160 ແຫ່ງ, ໂດຍນຳສະເໜີເຄື່ອງຈັກ, ອຸປະກອນກະສິກຳ, ຜະລິດຕະພັນລ້ຽງສັດ, ປູກຝັງ, ການປຸງແຕ່ງອາຫານ, ວັດຖຸດິບ ແລະ ເຕັກໂນໂລຊີບັນຈຸພັນ.

Agrest-Expo ຈັດຂຶ້ນຢູ່ສູນກາງເສດຖະກິດທີ່ສຳຄັນຂອງພາກຕາເວັນອອກອານເຊຣີ ແລະ ຍັງມີບັນດາກອງປະຊຸມ, ການສົນທະນາກ່ຽວກັບການຍົກສູງຄຸນນະພາບຜະລິດຕະພັນ, ຄວາມສາມາດໃນການແຂ່ງຂັນ ແລະ ການສົ່ງອອກ. ເຫດການນີ້ສ້າງໂອກາດໃຫ້ແກ່ບັນດາວິສາຫະກິດ, ບໍລິສັດເລີ່ມຕົ້ນທຸລະກິດ ແລະ ຄົນຮຸ່ນໜຸ່ມ ໄດ້ເຊື່ອມຕໍ່ຄູ່ຮ່ວມມື, ແລກປ່ຽນປະສົບການ, ຂະຫຍາຍການລົງທຶນ ແລະ ເຂົ້າຮ່ວມຕ່ອງໂສ້ການສະໜອງ.

ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະມາຄົມບັນດາເພື່ອນມິດສາກົນຂອງການປະຕິວັດ ອານເຊຣີ ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະມາຄົມບັນດາເພື່ອນມິດສາກົນຂອງການປະຕິວັດ ອານເຊຣີ
ຍສໝ - ວັນ​ທີ 3 ກໍລະກົດ​ນີ້, ສະມາຄົມບັນດາເພື່ອນມິດ​ສາກົນຂອງການ​ປະຕິວັດ​ອານ​ເຊຣີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ Algiers. ທ່ານ ຫວໍຮົ່ງນາມ, ລູກຊາຍຂອງທ່ານພົນເອກ ຫວໍຫງວຽນຢາບ ແລະ ທ່ານ ເຈີ່ນວັນບິ່ງ, ລູກຊາຍຂອງທ່ານພົນໂທ ເຈີ່ນວັນກວາງ - ເຊິ່ງເປັນຜູ້ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນບັ້ນໄຊຊະນະດ້ຽນບຽນຝູ - ໄດ້ຮັບເລືອກຕັ້ງເປັນກໍາມະການຄະນະບໍລິຫານງານຂອງສະມາຄົມ.
ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ
ຍສໝ - ຫວ່າງ​ມໍ່ໆມາ​ນີ້, ຢູ່​ຫໍພິພິທະ​ພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ນະຄອນຫຼວງ ອານເຊຣີ, ສະຖານທູດ ​ຫວຽດນາມ ປະຈຳ ອານເຊຣີ ສົມທົບ​ກັບ​ກະຊວງ​ນັກຮົບ​ເກົ່າ ແລະ ຜູ້ທີ່ມີຄຸນງາມຄວາມດີ ອານ​ເຊຣີ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້ “ຈາກ​ໄຊຊະນະ ດ້ຽນບຽນ​ຝູ ​ເຖິງການປະຕິວັດ ອານເຊຣີ: ຄວາມ​ໝາຍທາງ​ປະ​ຫວັດ​ສາດ​ ແລະ​ ​ແງ່ຫວັງໃນ​ອະ​ນາ​ຄົດ”.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ