ຂີດໝາຍ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງການນຳກູບາ

17:44 | 02/11/2026

ຍສໝ - ວັນທີ 30/10, ຢູ່ຮ່າໂນ້ຍ, ສະຖານທູດກູບາໄດ້ຈັດພິທີລະນຶກຄົບຮອບ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງຄະນະຜູ້ແທນຂັ້ນສູງກູບາ (29/10/1966), ເພື່ອຫວນຄືນຂີດໝາຍປະຫວັດສາດທີ່ສະແດງເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນອັນພິເສດຂອງກູບາຕໍ່ປະຊາຊົນຫວຽດນາມໃນຊຸມປີແຫ່ງສົງຄາມ.ຶ

ເຂົ້າຮ່ວມພິທີລະນຶກມີຜູ້ຕາງໜ້າສະຖານທູດກູບາ ແລະ ບັນດາອົງການຕາງໜ້າກູບາປະຈຳຫວຽດນາມ; ຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງປ້ອງກັນຊາດ, ກະຊວງຕຳຫຼວດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກູບາ, ສຳນັກພິມວັນນະຄະດີ ພ້ອມດ້ວຍຜູ້ແທນຈຳນວນຫຼາຍຈາກສອງປະເທດ.

ກ່າວປາໄສໃນລາຍການ, ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ໄດ້ຢືນຢັນວ່າ ການຢ້ຽມຢາມເມື່ອ 60 ປີກ່ອນ ແມ່ນເຫດການທີ່ມີຄວາມໝາຍພິເສດໃນປະຫວັດສາດສາຍພົວພັນສອງປະເທດ, ສະແດງເຖິງຈຸດຢືນອັນໜັກແໜ້ນຂອງກູບາໃນການສະໜັບສະໜູນພາລະກິດຕໍ່ສູ້ເພື່ອຍາດເອກະລາດ ແລະ ທ້ອນໂຮມປະເທດຊາດຂອງປະຊາຊົນຫວຽດນາມ.

ຂີດໝາຍ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງການນຳກູບາ
ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ກ່າວປາໄສໃນພິທີລະນຶກ. (ພາບ: ໜັງສືພິມກອງທັບປະຊາຊົນ)

ການຢ້ຽມຢາມຄັ້ງປະຫວັດສາດທ່າມກາງຊຸມປີແຫ່ງສົງຄາມ

ວັນທີ 29/10/1966, ໃນຂະນະທີ່ການຕໍ່ສູ້ຕ້ານອາເມລິກາຂອງປະຊາຊົນຫວຽດນາມກ້າວເຂົ້າສູ່ໄລຍະດຸເດືອດ, ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານກູບາ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມທີ່ມີຄວາມໝາຍທາງປະຫວັດສາດ.

ຫົວໜ້າຄະນະແມ່ນທ່ານ Osvaldo Dorticós Torrado, ປະທານາທິບໍດີແຫ່ງສາທາລະນະລັດກູບາ. ຮ່ວມໃນຄະນະຍັງມີທ່ານ Raúl Castro Ruz, ຜູ້ບັນຊາການ, ເຊິ່ງໃນເວລານັ້ນດຳລົງຕຳແໜ່ງເລຂາຜູ້ທີສອງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ຮອງນາຍົກລັດຖະມົນຕີ ຄວບຕຳແໜ່ງລັດຖະມົນຕີກະຊວງກອງກຳລັງປະກອບອາວຸດປະຕິວັດກູບາ; ທ່ານ Sergio del Valle Jiménez, ຜູ້ບັນຊາການ, ຮອງລັດຖະມົນຕີກະຊວງກອງກຳລັງປະກອບອາວຸດປະຕິວັດກູບາ.

ນີ້ແມ່ນຄະນະຜູ້ແທນຂັ້ນສູງຄະນະທຳອິດຂອງກູບາທີ່ມາຢ້ຽມຢາມຫວຽດນາມ, ພ້ອມທັງເປັນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງພົນເອກ Raúl Castro Ruz.

ຕາມບັນດາເອກະສານທີ່ເກັບຮັກສາໄວ້ຢູ່ຫໍພິພິທະພັນໂຮ່ຈີມິນ, ໃນວັນທີ 29/10/1966, ປະທານໂຮ່ຈີມິນໄດ້ເດີນທາງໄປສະໜາມບິນຢາເລິມດ້ວຍຕົນເອງ ເພື່ອຕ້ອນຮັບຄະນະຜູ້ແທນກູບາ. ທ່ານໄດ້ອ່ານຄຳປາໄສຕ້ອນຮັບໃນພິທີ ແລະ ຕໍ່ມາໄດ້ຕ້ອນຮັບຄະນະ, ສະແດງເຖິງນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ.

ໃນຂອບຂອງການຢ້ຽມຢາມ, ທ່ານ Osvaldo Dorticós Torrado, ປະທານາທິບໍດີກູບາ ຍັງໄດ້ຮັບການຕ້ອນຮັບຈາກປະທານໂຮ່ຈີມິນ ຢູ່ເຮືອນຮ້ານພາຍໃນເຂດທຳນຽບປະທານປະເທດ.

ຮ່ວມຕ້ອນຮັບຄະນະຍັງມີທ່ານ ຟ້າມ ວັນ ດົ່ງ, ນາຍົກລັດຖະມົນຕີ; ທ່ານ ເຈື່ອງ ຈິງ, ປະທານຄະນະປະຈຳສະພາແຫ່ງຊາດ; ພົນເອກ ຫວໍ ຫງວຽນ ຢາບ, ຮອງນາຍົກລັດຖະມົນຕີ ຄວບຕຳແໜ່ງລັດຖະມົນຕີກະຊວງປ້ອງກັນຊາດ; ທ່ານ ຫງວຽນ ຢຸຍ ຈິງ, ຮອງນາຍົກລັດຖະມົນຕີ ຄວບຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ.

ໃນບັນດາມື້ຕໍ່ມາ, ການນຳຫວຽດນາມ ແລະ ກູບາ ໄດ້ດຳເນີນການເຈລະຈາ, ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດ ກໍຄືບັນດາບັນຫາສາກົນທີ່ທັງສອງຝ່າຍສົນໃຈຮ່ວມກັນ.

ເອກະສານບັນທຶກເຫດການຕາມລຳດັບເວລາຂອງຫໍພິພິທະພັນໂຮ່ຈີມິນ ໄດ້ບັນທຶກວ່າ ວັນທີ 2/11/1966, ປະທານໂຮ່ຈີມິນໄດ້ເຂົ້າຮ່ວມການເຈລະຈາລະຫວ່າງຄະນະຜູ້ແທນພັກ ແລະ ລັດຖະບານຫວຽດນາມ ກັບຄະນະຜູ້ແທນກູບາ. ທ່ານຍັງໄດ້ກ່າວປາໄສໃນງານລ້ຽງຮັບຮອງບັນດາແຂກຜູ້ມາຢ້ຽມຢາມ.

ໃນໂອກາດນີ້, ໄດ້ມີການຈັດຊຸມນຸມຕ້ອນຮັບຄະນະກູບາຢູ່ຮ່າໂນ້ຍ ໂດຍມີຜູ້ແທນຫຼາຍກວ່າ 1.000 ຄົນ ທີ່ຕາງໜ້າໃຫ້ບັນດາຊັ້ນຄົນຂອງປະຊາຊົນນະຄອນຫຼວງເຂົ້າຮ່ວມ. ປະທານໂຮ່ຈີມິນ ພ້ອມກັບບັນດາການນຳຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ, ສະແດງເຖິງການຕ້ອນຮັບຢ່າງສົມກຽດ ແລະ ນ້ຳໃຈອັນພິເສດທີ່ມີຕໍ່ບັນດາເພື່ອນມິດກູບາ ໃນສະພາບການສົງຄາມອັນດຸເດືອດ.

ໃນບັນດາການພົບປະປີ 1966, ປະທານໂຮ່ຈີມິນໄດ້ເນັ້ນໜັກວ່າ ຄວາມຮັກແພງຂອງທ່ານທີ່ມີຕໍ່ປະຊາຊົນກູບາ ແລະ ຜູ້ນຳ Fidel Castro ແມ່ນມາຈາກ “ຫົວໃຈ ບໍ່ແມ່ນຈາກຖະແຫຼງການທາງການທູດ”.

ຄຳເວົ້າດັ່ງກ່າວຕໍ່ມາມັກຖືກກ່າວເຖິງຄືນ ໃນຖານະເປັນຫຼັກຖານສະແດງເຖິງຄວາມຜູກພັນອັນເລິກເຊິ່ງລະຫວ່າງສອງຊາດ ເຖິງແມ່ນຈະຢູ່ຫ່າງໄກກັນເຖິງເຄິ່ງໜ່ວຍໂລກກໍຕາມ.

ຕາມທ່ານເອກອັກຄະລັດຖະທູດ Rogelio Polanco Fuentes, ການຢ້ຽມຢາມຄັ້ງນີ້ໄດ້ຢືນຢັນອີກຄັ້ງເຖິງການສະໜັບສະໜູນຢ່າງໜັກແໜ້ນຂອງການປະຕິວັດກູບາຕໍ່ການຕໍ່ສູ້ຂອງປະຊາຊົນຫວຽດນາມ, ພ້ອມທັງສະທ້ອນເຖິງຄວາມຄ້າຍຄືກັນດ້ານເປົ້າໝາຍຍາດເອກະລາດຂອງຊາດ ແລະ ສ້າງສາປະເທດຊາດລະຫວ່າງສອງປະເທດ.

ກ່ອນຂີດໝາຍດັ່ງກ່າວ, ກູບາໄດ້ກາຍເປັນປະເທດທຳອິດໃນຊີກໂລກຕາເວັນຕົກທີ່ສ້າງຕັ້ງສາຍພົວພັນການທູດຢ່າງຄົບຖ້ວນກັບຫວຽດນາມ ໃນວັນທີ 2/12/1960.

ຕໍ່ມາ, ວັນທີ 25/9/1963, ກູບາໄດ້ສ້າງຕັ້ງຄະນະກຳມະການສາມັກຄີກັບພາກໃຕ້ຫວຽດນາມ, ເຊິ່ງເປັນອົງການສາມັກຄີກັບຫວຽດນາມປະເພດນີ້ແຫ່ງທຳອິດໃນໂລກ. ໃນປີ 1965, ກູບາສືບຕໍ່ມີບັນດາກິດຈະກຳທາງການທູດທີ່ສະແດງເຖິງການສະໜັບສະໜູນຕໍ່ແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ.

ພາຍຫຼັງການຢ້ຽມຢາມປີ 1966, ກູບາຍັງສືບຕໍ່ດຳເນີນບັນດາກິດຈະກຳທີ່ສະແດງເຖິງນ້ຳໃຈສາມັກຄີກັບຫວຽດນາມ. ໃນຕົ້ນປີ 1967, ຜູ້ນຳ Fidel Castro ໄດ້ສະເໜີໃຫ້ກຳນົດປີ 1967 ເປັນ “ປີແຫ່ງຫວຽດນາມວິລະຊົນ”, ປະກອບສ່ວນຂົນຂວາຍການສະໜັບສະໜູນຈາກປະຊາຄົມສາກົນຕໍ່ການຕໍ່ສູ້ຂອງປະຊາຊົນຫວຽດນາມ.

ຂີດໝາຍ 60 ປີ ແຫ່ງການຢ້ຽມຢາມຫວຽດນາມຄັ້ງປະຫວັດສາດຂອງການນຳກູບາ
ເອກະສານກ່ຽວກັບການຢ້ຽມຢາມ ທີ່ໄດ້ຮັບການນຳສະເໜີໃນໜັງສືພິມພາບຫວຽດນາມ. (ພາບເອກະສານ: ໜັງສືພິມພາບຫວຽດນາມ)

ບັນດາຮ່ອງຮອຍອັນແໜ້ນແຟ້ນຂອງນ້ຳໃຈສາມັກຄີ ຫວຽດນາມ - ກູບາ

ສືບຕໍ່ຈາກການຢ້ຽມຢາມປີ 1966, ເຫດການທີ່ຜູ້ນຳ Fidel Castro ເດີນທາງມາຫວຽດນາມໃນເດືອນກັນຍາ 1973 ໄດ້ກາຍເປັນອີກຂີດໝາຍໜຶ່ງທີ່ໂດດເດັ່ນໃນປະຫວັດສາດສາຍພົວພັນສອງປະເທດ.

ໃນການເດີນທາງຄັ້ງນີ້, ທ່ານ Fidel Castro ໄດ້ກາຍເປັນຜູ້ນຳຕ່າງປະເທດຄົນທຳອິດ ແລະ ຄົນດຽວທີ່ໄດ້ໄປຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ໃນຂະນະທີ່ສົງຄາມຍັງບໍ່ສິ້ນສຸດ.

ທ່ານໄດ້ເດີນທາງໄປກວ໋າງຈິ, ສະຖານທີ່ທີ່ຍັງມີອັນຕະລາຍຫຼາຍຢ່າງຫຼັງການສູ້ຮົບ, ເພື່ອສະແດງໂດຍກົງເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຕໍ່ການຕໍ່ສູ້ຂອງປະຊາຊົນຫວຽດນາມ.

ພາຍຫຼັງສົງຄາມ, ກູບາຍັງສືບຕໍ່ຄຽງຂ້າງຫວຽດນາມໃນພາລະກິດຟື້ນຟູ ແລະ ສ້າງສາປະເທດຊາດ ຜ່ານຫຼາຍໂຄງການຊ່ວຍເຫຼືອດ້ານການກໍ່ສ້າງໂຄງລ່າງພື້ນຖານ, ພັດທະນາເສດຖະກິດ ແລະ ສັງຄົມ.

ໃນຈຳນວນບັນດາສິ່ງກໍ່ສ້າງທີ່ໄດ້ຮັບການຊ່ວຍເຫຼືອຈາກກູບາ ຕ້ອງກ່າວເຖິງໂຮງໝໍຫວຽດນາມ - ກູບາ ຢູ່ດົ່ງເຮີ໋ຍ, ໂຮງແຮມຖັ໋ງເລີ້ຍ, ບັນດາສະຖານທີ່ລ້ຽງສັດ, ເສັ້ນທາງຄົມມະນາຄົມ ແລະ ໂຄງການກະສິກຳຕ່າງໆ. ບັນດາສິ່ງກໍ່ສ້າງເຫຼົ່ານີ້ໄດ້ກາຍເປັນຮ່ອງຮອຍອັນເປັນຮູບປະທຳຂອງມິດຕະພາບ ແລະ ການຊ່ວຍເຫຼືອທີ່ກູບາມີຕໍ່ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ໄດ້ເນັ້ນໜັກວ່າ ສາຍພົວພັນຫວຽດນາມ - ກູບາ ໄດ້ຜ່ານການທົດສອບ ແລະ ຢືນຢັນຄວາມໝັ້ນຄົງໃນບັນດາໄລຍະທີ່ຫຍຸ້ງຍາກທີ່ສຸດຂອງປະຫວັດສາດ.

ການສະໜັບສະໜູນຂອງກູບາ ບໍ່ພຽງແຕ່ສະແດງອອກຜ່ານສຽງຮຽກຮ້ອງຢູ່ບັນດາເວທີສາກົນເທົ່ານັ້ນ, ແຕ່ຍັງໄດ້ຫັນເປັນການປະກອບສ່ວນຢ່າງເປັນຮູບປະທຳດ້ານວັດຖຸ, ການແພດ, ການຝຶກອົບຮົມ ແລະ ການກໍ່ສ້າງໂຄງລ່າງພື້ນຖານ.

ໃນທາງກັບກັນ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊື່ນຊົມ ແລະ ເຫັນຄຸນຄ່າຕໍ່ນ້ຳໃຈ ແລະ ການສະໜັບສະໜູນທີ່ຫວຽດນາມມີຕໍ່ກູບາໃນບັນດາໄລຍະຫຍຸ້ງຍາກ, ໂດຍສະເພາະຈຸດຢືນຂອງຫວຽດນາມຢູ່ບັນດາເວທີສາກົນຕໍ່ບັນດາບັນຫາທີ່ກ່ຽວຂ້ອງກັບກູບາ, ໃນນັ້ນມີບັນຫາອະທິປະໄຕ, ເອກະລາດ ແລະ ສິດໃນການກຳນົດຊາຕາກຳຂອງຕົນເອງ.

ກິດຈະກຳໜຶ່ງທີ່ໜ້າສົນໃຈໃນພິທີລະນຶກ ແມ່ນການທີ່ສະຖານທູດກູບາປະຈຳຫວຽດນາມ ໄດ້ແນະນຳປຶ້ມ “ຫວຽດນາມ ແລະ ກູບາ: ອ້າຍນ້ອງຄອບຄົວດຽວກັນ”.

ສິ່ງພິມດັ່ງກ່າວໄດ້ຮວບຮວມເອກະສານຈຳນວນຫຼາຍທີ່ກ່ຽວພັນກັບການຢ້ຽມຢາມຄັ້ງປະຫວັດສາດໃນປີ 1966, ລວມມີບັນດາບົດປາໄສຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Osvaldo Dorticós Torrado, ຖະແຫຼງການຮ່ວມລະຫວ່າງສອງຝ່າຍ, ບົດບັນນາທິການຂອງໜັງສືພິມເຍິນເຢິນ ພ້ອມດ້ວຍບັນດາຮູບພາບບັນທຶກການພົບປະລະຫວ່າງການນຳຫວຽດນາມ ແລະ ກູບາ.

ຕາມທ່ານເອກອັກຄະລັດຖະທູດ Rogelio Polanco Fuentes, ການຮວບຮວມ, ຈັດລະບົບ ແລະ ຈັດພິມບັນດາເອກະສານເຫຼົ່ານີ້ ຊ່ວຍໃຫ້ຄົນຮຸ່ນປັດຈຸບັນມີເງື່ອນໄຂສຶກສາຄົ້ນຄວ້າບັນດາເອກະສານ ແລະ ຮູບພາບປະຫວັດສາດໂດຍກົງ, ຜ່ານນັ້ນເຂົ້າໃຈເລິກເຊິ່ງຍິ່ງຂຶ້ນກ່ຽວກັບໄລຍະທີ່ວາງຮາກຖານອັນສຳຄັນໃຫ້ແກ່ສາຍພົວພັນພິເສດຫວຽດນາມ - ກູບາ.

ໃນລາຍການດຽວກັນ, ສະຖານທູດກູບາຍັງໄດ້ແນະນຳປຶ້ມສະບັບພາສາຫວຽດນາມ ເຫຼັ້ມທຳອິດຂອງຜົນງານ “ການປະຕິວັດ: ຜົນງານທີ່ງົດງາມທີ່ສຸດ” ເຊິ່ງຈັດພິມໂດຍສຳນັກພິມວັນນະຄະດີ.

ຜົນງານດັ່ງກ່າວໄດ້ຈັດພິມຄັ້ງທຳອິດຢູ່ກູບາໃນປີ 2021, ໂດຍຄັດເລືອກບັນດາບົດປາໄສ, ການຕອບສຳພາດ ແລະ ຖະແຫຼງການຂອງພົນເອກ Raúl Castro Ruz ໃນໄລຍະ 2006-2011.

ເນື້ອໃນຂອງປຶ້ມໄດ້ກ່າວເຖິງຫຼາຍບັນຫາທັງພາຍໃນ ແລະ ສາກົນ, ສະແດງເຖິງແນວຄິດ ແລະ ທັດສະນະຕ່າງໆທີ່ຜູກພັນກັບຂະບວນການເຄື່ອນໄຫວປະຕິວັດຂອງທ່ານ Raúl Castro.

ໃນຂອບຂອງພິທີລະນຶກ, ບັນດາຜູ້ແທນຍັງໄດ້ເຂົ້າຊົມງານວາງສະແດງຮູບພາບ, ຫວນຄືນບັນດາຊ່ວງເວລາປະຫວັດສາດຂອງການຢ້ຽມຢາມປີ 1966 ແລະ ຊົມຮູບເງົາສາລະຄະດີທີ່ຈຳລອງຄືນສະພາບການສາຍພົວພັນຫວຽດນາມ - ກູບາ ໃນຊຸມປີແຫ່ງສົງຄາມ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ