| ດານັງ ສະເໜີ Catalyste+ ເປີດກວ້າງການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເສດຖະກິດສີຂຽວ ມອບທຶນການສຶກສາ 100 ທຶນ ຂອງອົງການ Children of Vietnam ໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ ດນັງ |
ກອງສຳມະນາດັ່ງກ່າວຈັດໂດຍສະຖາບັນຄົ້ນຄວ້າອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ISAWAAS) ສັງກັດສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ປະສານສົມທົບກັບກົມການຕ່າງປະເທດ ແລະ ການທູດວັດທະນະທຳ (ກະຊວງການຕ່າງປະເທດ), ພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວດ່ານັງ ພ້ອມດ້ວຍ INFORMA Markets ປະຈຳອາຊຽນ ແລະ ອາຊີ.
ຕາມດັດຊະນີການທ່ອງທ່ຽວມຸດສະລິມທົ່ວໂລກ (GMTI) ປີ 2025 ຂອງ Mastercard-CrescentRating, ຈຳນວນນັກທ່ອງທ່ຽວຊາວມຸດສະລິມລະຫວ່າງປະເທດບັນລຸ 196 ລ້ານເທື່ອຄົນໃນປີ 2025, ເພີ່ມຂຶ້ນຫຼາຍກວ່າ 11,3% ທຽບໃສ່ປີກ່ອນ. ຄາດຄະເນວ່າ ຮອດປີ 2030, ຕົວເລກນີ້ຈະບັນລຸ 262 ລ້ານເທື່ອຄົນ, ດ້ວຍມູນຄ່າການໃຊ້ຈ່າຍປະມານ 310 ຕື້ໂດລາສະຫະລັດ.
![]() |
| ທ່ານນາງ ຫງວຽນ ທິ ແອັງ ທິ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັງ ກ່າວຄຳປາໄສທີ່ກອງສຳມະນາສາກົນ “ປະສົບການສາກົນ ແລະ ທ່າແຮງພັດທະນາການທ່ອງທ່ຽວຮາລານຢູ່ດ່ານັງ”. (ພາບ: danang.gov.vn) |
ໃນປີ 2025, ດ່ານັງຕ້ອນຮັບນັກທ່ອງທ່ຽວປະມານ 17,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 15% ທຽບໃສ່ປີ 2024, ໃນນັ້ນມີນັກທ່ອງທ່ຽວສາກົນ 7,6 ລ້ານເທື່ອຄົນ. ແນວໃດກໍດີ, ອັດຕາສ່ວນນັກທ່ອງທ່ຽວຊາວມຸດສະລິມຍັງມີໜ້ອຍ ເນື່ອງຈາກຄວາມສາມາດໃນການສະໜອງການບໍລິການທີ່ເໝາະສົມຍັງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງຄົບຖ້ວນ.
ກອງສຳມະນາໄດ້ຈັດຂຶ້ນເພື່ອປະກອບສ່ວນປະຕິບັດຂໍ້ຕົກລົງເລກທີ 2726/QĐ-UBND ແລະ ມະຕິເລກທີ 26-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງຊຸດທີ XIV, ມຸ່ງສູ່ການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດຫຼັກແຫຼມ, ສ້າງແຮງຂັບເຄື່ອນໃຫ້ການເຕີບໂຕໃນລະດັບສອງຕົວເລກ ແລະ ການພັດທະນາຢ່າງຍືນຍົງ.
ໃນງານດັ່ງກ່າວ, ບັນດາຊ່ຽວຊານໄດ້ແລກປ່ຽນປະສົບການການພັດທະນາການທ່ອງທ່ຽວຮາລານ ແລະ ການທ່ອງທ່ຽວທີ່ເປັນມິດກັບຊາວມຸດສະລິມຢູ່ມາເລເຊຍ, ສິງກະໂປ ແລະ ປາກິດສະຖານ; ພ້ອມທັງວິເຄາະບັນດາຈຸດໄດ້ປຽບ, ຂໍ້ຈຳກັດ, ໂອກາດ ແລະ ສິ່ງທ້າທາຍສຳລັບດ່ານັງ.
ກ່າວຄຳປາໄສທີ່ກອງສຳມະນາ, ທ່ານນາງ ຫງວຽນ ທິ ແອັງ ທິ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໃຫ້ຂໍ້ສັງເກດວ່າ ດ່ານັງມີຈຸດໄດ້ປຽບດ້ານໂຄງລ່າງ, ສະຖານທີ່ພັກເຊົາ, ການບໍລິການທ່ອງທ່ຽວ ພ້ອມດ້ວຍຊັບພະຍາກອນທຳມະຊາດ ແລະ ວັດທະນະທຳທີ່ອຸດົມສົມບູນ ເພື່ອພັດທະນາບັນດາຜະລິດຕະພັນທ່ອງທ່ຽວສະເພາະ.
ຕາມທ່ານນາງແລ້ວ, ການທ່ອງທ່ຽວຮາລານບໍ່ພຽງແຕ່ຊ່ວຍຂະຫຍາຍແຫຼ່ງນັກທ່ອງທ່ຽວສາກົນເທົ່ານັ້ນ, ແຕ່ຍັງຊຸກຍູ້ການເຊື່ອມໂຍງລະຫວ່າງການທ່ອງທ່ຽວກັບການຄ້າ, ອາຫານ, ທີ່ພັກເຊົາ ແລະ ການຊື້ເຄື່ອງ. ແນວໃດກໍດີ, ການຜັນຂະຫຍາຍຈຳເປັນຕ້ອງມີການກະກຽມຢ່າງຄົບຊຸດ, ການປະສານສົມທົບລະຫວ່າງອົງການຄຸ້ມຄອງ ແລະ ການເຂົ້າຮ່ວມຢ່າງເປັນເຈົ້າການຂອງວິສາຫະກິດ.
ດ່ານັງໄດ້ກຳນົດ 3 ທິດທາງຈຸດສຸມ ຄື ເພີ່ມທະວີການຮ່ວມມືສາກົນ ແລະ ຮຽນຮູ້ປະສົບການ; ຍົກສູງຄວາມສາມາດໃນການສະໜອງການບໍລິການຮາລານ; ຊຸກຍູ້ການເຊື່ອມຕໍ່ ແລະ ຊ່ວຍເຫຼືອວິສາຫະກິດ.
ນະຄອນຈະເອົາໃຈໃສ່ຍົກສູງຄວາມຮັບຮູ້, ຄວາມຮູ້ ແລະ ຄວາມສາມາດໃນການບໍລິການນັກທ່ອງທ່ຽວຊາວມຸດສະລິມຕາມມາດຕະຖານຮາລານ ໃນຂົງເຂດອາຫານ ແລະ ເຄື່ອງດື່ມ, ທີ່ພັກເຊົາ, ການຊື້ເຄື່ອງ ແລະ ການບໍລິການສະໜັບສະໜູນ; ພ້ອມທັງຊຸກຍູ້ໃຫ້ວິສາຫະກິດເຊື່ອມໂຍງກັນເພື່ອພັດທະນາຜະລິດຕະພັນ ແລະ ຂະຫຍາຍການຮ່ວມມືກັບຄູ່ຮ່ວມມືສາກົນ.
ຍສໝ - ດ້ວຍຍອດງົບປະມານກວ່າ 3,74 ຕື້ດົ່ງ, ໂຄງການດັ່ງກ່າວແມ່ນໄດ້ຮັບການອຸປະຖຳໂດຍພັນທະມິດກູ້ໄພ ເຢຍລະມັນ (ADH) ໂດຍຜ່ານອົງການ World Vision ເພື່ອຊ່ວຍເຫຼືອ 376 ຄອບຄົວ ຢູ່ສອງຕາແສງ ນາມຈາໝີ ແລະ ຈາເວີນ ພາຍໃນການສ້ອມແປງເຮືອນຊານບ້ານຊ່ອງ, ຟື້ນຟູລະບົບນ້ຳສະອາດ, ວຽກງານສຸຂາພິບານ ແລະ ຟື້ນຟູຊີວິດການເປັນຢູ່ພາຍຫຼັງການເກີດໄພພິບັດທຳມະຊາດ. |
ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ. |
ມິງດຶກ
