ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ລົງ​ນາມ​ການ​ຮ່ວມ​ມື​ກັບ ຄະ​ນະ​ກຳ​ມະ​ການ​ສືບ​ສວນ ສະ​ຫະ​ພັນ ລັດ​ເຊຍ

16:17 | 22/03/2021

ຍ​ສ​ໝ - ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ, ການ​ຢ້ຽມ​ຢາມ, ການເຮັດ​ໃນ​ຄັ້ງ​ນີ້ ຂອງທ່ານ​ເລ​ຂາ​ທິ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ລັດ​ເຊຍ ​ມີ​ຄວາມ​ໝາຍ​ສຳ​ຄັນ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ (1950 - 2020).

ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2
ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ ກັບ ສະ​ຫະ​ພັນ​ລັດ​ເຊຍ
ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ
ທ່ານ​ພົນ​ເອກ ໂຕ​ເລິມ, ຄະ​ນະ​ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ແລະ ​ທ່ານ​ພົນ​ເອກ Nikolai Patrushev, ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ ລັດ​ເຊຍ

ວັນ​ທີ 16 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ໂຕ​ເລິມ, ຄະ​ນະ​ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຫະ​ພັນ ລັດ​ເຊຍ ​ຢ່າງ​ເປັນ​ທາງ​ການ ໂດຍ​ທ່ານ​ພົນ​ເອກ Nikolai Patrushev, ເລ​ຂາ​ສະ​ພາ​ຄວາມ​ໝັ້ນ​ຄົງ ນຳ​ໜ້າ, ຢ້ຽມ​ຢາມ ແລະ ເຮັດ​ວຽກຢູ່ ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 15 – 17 ມີ​ນາ.

ຕາມ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ, ການ​ຢ້ຽມ​ຢາມ, ການເຮັດ​ໃນ​ຄັ້ງ​ນີ້ ຂອງທ່ານ​ເລ​ຂາ​ທິ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ລັດ​ເຊຍ​ມີ​ຄວາມ​ໝາຍ​ສຳ​ຄັນ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ (1950 - 2020), ພິ​ເສດ​ແມ່ນ​ໃນ​ໄລ​ຍະ​ພາຍຫຼັງ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄັ້ງ​ທີ XIII, ເມ​ື່ອ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍຫຼາຍ​ໜ້າ​ທີ່​ສຳ​ຄັນ​ຂອງ “ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ 10 ປີ 2021 – 2030, ວິ​ໄສ​ທັດ 2045” ແລະ ບັນ​ດາ​ໜ້​າ​ທີ່​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ - ຄວາມ​ປອ​ດ​ໄພ​ສັງ​ຄົມ​ໃນ​ສະ​ພາບ​ການ​ໃໝ່.

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ Nikolai Patrushev ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ະ​ຫະ​ພັນ​ລັດ​ເຊຍ. ທີ່​ການ​ໂອ້​ລົມ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ທີ່​ນັບ​ມື້​ນັບ​ເຂົ້າ​ສູ່ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

ດ້ວຍ​ພື້ນ​ຖານ​ແມ່ນ​ນ້ຳ​ໃຈ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ, ການ​ພົວ​ພັນ​ທາ​ງ​ການ​ເມືອງ ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ​ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ກັນ​​ໃນ​ທຸກ​ຂັ້ນ, ໃນ​ນັ້ນມີ​ຂັ້ນ​ສູງ ທີ່​ຈັດ​ຕັ້ງ​ເປັນ​ປະ​ຈຳ, ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ລະ​ຫວ່າງ​ສອງ​ປະ​ເທດ. ມີຫຼາຍ​ກົນ​ໄກ​ຮ່ວມ​ມື​ໄດ້​ກຳ​ນົດ ແລະ ບຸ​ລະ​ນະ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ພົວ​ພັນ​ຕ່າງ​ປະ​ເທດ, ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຊາດ ຕະຫຼອດ​ຮອດ​ ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ, ການ​ສຶກ​ສາ… ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ່​ຄື​ການ​ພົວ​ພັນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ທ່ານ Demyan O. Smilevets ຫົວ​ໜ້າ​ຫ້ອງ​ການ​ຮ່ວມ​ມື​ສາ​ກົນ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາງ Nana M. Gvichia ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ St. Petersburg, ພ້ອມ​ກັບ​ຜູ້​ຕາງໆ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ ...

ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ ກັບ ສະ​ຫະ​ພັນ​ລັດ​ເຊຍ

ຍສໝ - ທ່ານ Dmitry Medvedev ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະສະແດງຄວາມຍິນດີຕໍ່ທ່ານ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ.

ກະ ຊວງ ຕຳຫ ວດ ຫວຽດ ນາມ ລ ງ ນາມ ການ ຮ ວມ ມ ກ ບ ຄະ ນະ ກຳ ມະ ການ ສ ບ ສວນ ສະ ຫະ ພ ນ ລ ດ ເຊຍ ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ລັດ​ເຊຍ ຢັ້ງ​ຢ​ືນ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ໃນ​ໂລກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການສຳຄັນທີ່ສຸດໃນຊີວິດການເມືອງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສາກົນທີ່ສຳຄັນອີກດ້ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.