| ລອງອານມອບເງິນ ແລະ ວັດຖຸປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ Prey Veng (ປະເທດ ກຳປູເຈຍ) | |
| ສະມາຄົມມິດຕະພາບ ກຳປູເຈຍ ຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຫວຽດນາມ |
![]() |
| ທ່ານ ຫວູງອກລີ໊, ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ປະເທດ ກຳປູເຈຍ |
ຫວ່າງແລ້ວນີ້, ໂດຍຕອບສະໜອງຄວາມຮຽກຮ້ອງຂອງສະມາຄົມ ຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມ ຂະແມ ຫວຽດນາມ ຢູ່ແຂວງ Kandal, ສະຖານກົມສູນໃຫຍ່ ຫວຽດນາມ ປະຈຳ ແຂວງ Preah Sihanouk ໄດ້ສົມທົບກັບຜູ້ໃຈບູນໃນບໍລິເວນແຂວງເພື່ອສົ່ງເງິນເປັນຈຳນວນ 1000 USD ກູ້ຊ່ວຍຢ່າງຮີບດ່ວນໃຫ້ແກ່ 219 ຄອບຄົວເຊື້ອຊາດ ຫວຽດນາມ ຢູ່ຕາແສງ Prek Tamlop, ເມືອງ Loeuk Duek ແຂວງ Kandal ທີ່ປະສົບກັບຄວາມຫຍຸ້ງຍາກພວມຕ້ອງປະຕິບັດການແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ທ່ານ ຫວູງອກລີ໊, ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ໄດ້ແບ່ງປັນວ່າ ປົກກະຕິ ຊີວິດປະຈຳວັນຂອງພໍ່ແມ່ຊາວກຳປູເຈຍ ເຊື້ອຊາດຫວຽດນາມ ຍັງທຸກຍາກລຳບາດແລ້ວ, ປັດຈຸບັນ ການແຍກຕົວເຮັດໃຫ້ເຂົາເຈົ້າຍິ່ງລຳບາກທຸກຍາກກ່ວາເກົ່າ. ດັ່ງນັ້ນ, ເຖິງວ່າ ແຂວງ Kandal ບໍ່ນອນຢູ່ໃນບໍລິເວນເຊິ່ງສະຖານກົງສູນ ຮັບຜິດຊອບ ແຕ່ສະຖານກົງສູນໄດ້ລະດົມອ້າຍນ້ອງໃນອົງການປະກອບເງິນໄດ້ປະມານ 700 USD ແລະ ມີຜູ້ໃຈບູນຄົນໜຶ່ງເຊື້ອຊາດຫວຽດນາມໃນບໍລິເວນ ໄດ້ສະເໜີປະກອບເງິນຕື່ມອີກ 300 USD ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນທີ່ພວມປະສົບກັບຄວາມຫຍຸ້ງຍາກ. ຈຳນວນເງິນດັ່ງກ່າວ ໄດ້ສະຖານກົງສູນໃຫຍ່ສົ່ງໄປຍັງທ່ານ ເຈິ່ນຕຶ້ເລິບ ຜູ້ຮັກສາສິດປະທານສະມາຄົມ ຂະແມ - ຫວຽດນາມ ຢູ່ແຂວງ Kandal ໃນຕອນເຊົ້າວັນທີ 15 ມີນາ 2021 ເພື່ອໜູນຊ່ວຍໃຫ້ແກ່ພໍ່ແມ່ປະຊາຊົນຢ່າງທັນການ.
ໂດຍແບ່ງປັນກັບນັກຂ່າວ, ສະຖານກົງສູນໃຫຍ່ໃຫ້ຮູ້ວ່າ ໜຶ່ງໃນ ສາມຈຸດຮ້ອນເຮັງຂອງກຳປູເຈຍກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ -19 ໃນບັ້ນລະບາດຄັ້ງນີ້, ແຕ່ວ່າໃນຊຸມມື້ມໍ່ໆມານີ້ ແຂວງ Preah Sihanouk ຄວບຄຸມໄດ້ໂລກລະບາດໂຄວິດ - 19 ໂດຍພື້ນຖານແລ້ວ ແລະ ບໍພົບເຫັນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.
ໃນສະພາບການກຳປູເຈຍ ຫາກໍ່ອອກຂໍ້ຕົກລົງປິດລ້ອມ ແຂວງ Preah Sihanouk ເພື່ອປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ - 19, ທາງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Preah Sihanouk ໄດ້ຮຽກຮ້ອງໃຫ້ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ແລະ ຊາວ ຫວຽດນາມ ທີ່ພວມເຮັດວຽກ ຢູ່ແຂວງ Preah Sihanouk ຈົ່ງຍົກສູງສະຕິລະວັງຕົວຕໍ່ໜ້າການລະບາດຂອງໂລກລະບາດໂຄວິດ - 19.
| ລອງອານມອບເງິນ ແລະ ວັດຖຸປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ແຂວງ Prey Veng (ປະເທດ ກຳປູເຈຍ) ຍສໝ - ໃນໂອກາດນີ້, ທະຫານປ້ອງກັນຊາຍແດນ ແຂວງ ລອງອານໄດ້ມອບໃຫ້ແກ່ກຳລັງປະກອບອາວຸດແຂວງ Prey Veng ວັດຖຸອຸປະກອນການແພດລວມມີ: ຜ້າອັດປາກ - ດັງອະນາໄມ 7500 ອັນ, ຢາຂ້າເຊື້ອ 180 ລິດ, ຢາລ້າງມືຂ້າເຊື້ອ 226 ຕຸກ ແລະ ເງິນເປັນຈຳນວນ 60 ລ້ານດົ່ງ. |
| ສະມາຄົມມິດຕະພາບ ກຳປູເຈຍ ຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຫວຽດນາມ ຍສໝ - ໃນຕອນບ່າຍວັນທີ 4 ມີນາ, ສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍໄດ້ໄປເຖິງສະຖານທູດ ກຳປູເຈຍປະຈຳ ຫວຽດນາມ ເພື່ອມອບເງິນ ແລະ ວັດຖຸອຸປະກອນການແພດເຊິ່ງສະມາຄົມ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງສະມາຄົມບໍລິຈາກ ເພື່ອແນໃສ່ປະກອບສ່ວນເຂົ້າໃນການແບ່ງປັນ,ໜູນຊ່ວຍປະຊາຊົນກຳປູເຈຍໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. |
| ດົ່ງທາບ, ອານຢາງ, ມອບຜ້າອັດປາກ - ດັງໜູນຊ່ວຍພໍ່ແມ່ປະຊາຊົນເຊື້ອສາຍຫວຽນດາມທຸກຍາກ ອາໄສຢູ່ກຳປູເຈຍ ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ຫັນປ່ຽນໃໝ່ວິທີການເຂົ້າຫາໃນການປ້ອງກັນ ແລະ ຕ້ານ HIV/AIDS
ຫວຽດນາມ - ບັງກະລາເທດ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ
ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ
ທ່ານອາດຈະມັກ
ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ເດີນທາງມາຢ້ຽມຢາມຢ່າງເປັນທາງການ ທີ່ຣາຊະອານາຈັກ ໄທ
ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ
ສື່ສິງກະໂປ ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນນັບມື້ນັບເພີ່ມຂຶ້ນ ຂອງການຮ່ວມມື ຫວຽດນາມ-ສິງກະໂປ
ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່
ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ
