ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2

13:08 | 26/03/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ທ່ານ Demyan O. Smilevets ຫົວ​ໜ້າ​ຫ້ອງ​ການ​ຮ່ວມ​ມື​ສາ​ກົນ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາງ Nana M. Gvichia ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ St. Petersburg, ພ້ອມ​ກັບ​ຜູ້​ຕາງໆ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ​ລັດ​ເຊຍ…

ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2 ຫວຽດ​ນາມ - ກູ​ບາ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ VI
ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2 ສາ​ທາ​ລະ​ນະ Udmurtia ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ ກັບ ຫວຽດ​ນາມ
ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2
ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກ່າວ​ຄ​ຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: TTXVN)

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ລັດ​ເຊຍ, ອຳ​ນາດ​ການ​ປົກ​ຄອງ ນະ​ຄອນ St. Petersburg ໃນ​ວັນ​ທີ 3 ມີ​ນາ ໄດ້​ຈັ​ດ​ຕັ້ງ ​ເວ​ທີ​ປາ​ໄສ​ ທາງ​ອອນ​ລາຍ ການ​ທ່ອງ​ທ່ຽວ​ ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2 ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະ​ຫວ່າງ​ນະ​ຄອນ​ສອງ​ຝ່າຍ.

ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ທ່ານ Demyan O. Smilevets ຫົວ​ໜ້າ​ຫ້ອງ​ການ​ຮ່ວມ​ມື​ສາ​ກົນ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາງ Nana M. Gvichia ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ St. Petersburg, ພ້ອມ​ກັບ​ຜູ້​ຕາງໆ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ​ລັດ​ເຊຍ…

ກ່າວ​ຄຳ​ເຫັນ​ທີ​ເວ​ທີ​ປາ​ໄສ, ທ່ານ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ນີ້. ທ່ານ ຫງວຽນ​ເລ​ຟຸກ ຖື​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ພວມກ​ໍ​່​ຄວາມ​ຫຍຸ້ງ​ຍາກ​ທີ່​ບໍ່​ເຄີຍ​ມີ​ມາ​ກອນ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ສາ​ກົນ ແລະ ທ່ານ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ເວ​ທີ​ປາ​ໄສ​ຈະ​ຊຸກ​ຍູ້​ຄວາມ​ເຊື່ອ​ໝັ້ນ ແລະ ການ​ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະ​ຫວ່າງ ສອງ​ປະ​ເທດ.

ສ່ວນ​ທ່ານ Demyan Smilevets ໄດ້​ໃຫ້​ຮູ້​ວ່າ ຫວຽດ​ນາມ ແມ່ນ​ຈຸດ​ນັດ​ພົບ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ແຂກ​ທ່ອງ​ທ່ຽວ ລັດ​ເຊຍ, ຕາມ​ຕົວ​ເລກ​ກົມ​ໃຫຍ່​ສະ​ຖິ​ຕິ ສະ​ຫະ​ພັນ​ລັດ​ເຊຍ​ແລ້ວ, ປີ 2019 ມີ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ປະ​ມານ 572.000 ຄົນ ມາ​ທ່ຽວ ຫວຽດ​ນາມ, ເພີ່ມ​ຂຶ້ນ 8%ເມື່ອ​ທຽບ​ໃສ່​ກັບ​ປີ 2018. ທ່ານ Smilevets ກໍ່​ສະ​ແດງ​ຄວາມ​ເສຍ​ດາຍ​ວ່າ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ໄປ​ຍັງ​ຫວຽດ​ນາມ ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄປ​ຍັງ​ລັດ​ເຊຍ. ແຕ່​ວ່າ ລັດ​ເຊຍ​ ຍັງ​ຖ​ື ຫວຽດ​ນາມ ແມ່ນ ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ​ໃຈມິດ​ຕະ​ພາບ​ລະ​ຫວ່າງ ປະ​ຊາ​ຊ​ົນ​ສອງ​ປະ​ເທດ.

ທ່ານ Smilevets ໄດ້​ປະ​ກ​າດ​ວ່າ, ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2021, ຫວຽດ​ນາມ​ໄດ້​ຈັດ​ເຂົ້າ​ສູ່​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ມີ​ພົນ​ລະ​ເມືອງ​ໄດ້​ຮັບ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ຈາກ​ລັດ​ເຊຍ, ຫຼຸດ​ຜ່ອນຫຼາຍ​ພໍ​ສົມ​ຄວນ​ລະ​ບ​ຽບ​ການ​ຂໍ​ວີ​ຊາ​ໄປ​ຍັງ​ລັດ​ເຊຍ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ການ​ຂໍ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເທື່ອ. ທ່ານ​ກໍ່​ຖື​ວ່າ ວິ​ສາ​ຫະ​ກິດ​ການ​ທ່ອງ​ທ່ຽວ​ສອງ​ປະ​ເທດ​ຄວນ​ຮ່ວມ​ມື​ເພື່​ອ​ຮັບ​ປະ​ກັນ​ໂຄງ​ການ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ປອດ​ໄພ​ທີ່​ສຸດ, ມີ​ຄວາມ​ສະ​ດວກ, ຜ່ານ​ນັ້ນ​ພັດ​ທະ​ນາ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວລະ​ຫວ່າງ ສອງ​ປະ​ເທດ.

ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2 ຫວຽດ​ນາມ - ກູ​ບາ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ VI

ຍ​ສ​ໝ - ເຂົ້າ​ຮ່ວມ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ 2 ແຫ່ງ ຫວຽດ​ນາມ ແລະ ກູ​ບາ, ມີ​ທ່ານ ເລ​ແທັງ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ກູ​ບາ, ທ່ານ Orlando Nicolás Hernández ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ກູ​ບາ ປະ​ຈຳ ຫວຽດ​ນາມ, ທ່ານ Irmina ...

ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2 ສາ​ທາ​ລະ​ນະ Udmurtia ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ ກັບ ຫວຽດ​ນາມ

ຍ​ສ​ໝ - ສາ​ທາ​ລະ​ນະ Udmurtia ຂຶ້ນ​ກັບ​ສະ​ຫະ​ພັນ ລັດ​ເຊຍ ໄດ້​ເລີ່​ມ​ສົ່ງ​ອອກ​ໄປ​ຍັງ​ຫວຽດ​ນາມ ອຸ​ປະ​ກອນ​ການ​ແພດ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ມີ​ແຜນ​ການ​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸດ​ສາ​ຫະ​ກຳ​ເຄ​ມີ ແລະ ການ​ບໍ​ລິ​ການ IT.

ເວ ທ ປາ ໄສ ການ ທ ອງ ທ ຽວ ສາ ກ ນ st petersburg ຫວຽດ ນາມ ຄ ງ ທ 2 ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ສ​ປ​ຊ: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງທາງ​ການ​ທູດ

ຍ​ສ​ໝ - ຫຼາຍ​ປະ​ເທດ, ພິ​ເສ​ດ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ຜ່ານ​ນັ້ນ​ເປີດ​ກ້​ວາງ​ເນື້ອ​ໃນ, ເຮັດ​ໃຫ້​ການ​ພົວ​ພັນຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອີກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.